ເລື່ອງເລົ່າຈາກແດນເໜືອ 2

Page 1

Tales_From_The_North_LA_FA.indd 1

12/10/19 1:50 PM


2

Tales_From_The_North_LA_FA.indd 2

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ວິໄສທັດ ສ້າງປະຊາຄົມໂລກທີ່ປາສະຈາກຄວາມທຸກຍາກ, ເດັກນ້ອຍ ໄດ້ຮັບການປົກປ້ອງ ແລະ ມີໂອກາດ ພັດທະນາຄວາມສາມາດຂອງຕົນເຖິງຂີດສູງສຸດ.

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 3

3

12/10/19 1:50 PM


ຄໍານໍາ ໂຄງການນັກຂຽນໄວໜຸ່ມ ໂຄງການນັກຂຽນໄວໜຸ່ມ

ສະໜອງໂອກາດໃຫ້ແກ່ໄວໜຸ່ມໄດ້ມີສ່ວນຮ່ວມເຂົ້າໃນວຽກງານການຂຽນແບບ

ສ້າງສັນ ພາຍໃຕ້ສະພາບແວດລ້ອມທີ່ມີໂຄງສ້າງສະເພາະ ແຕ່ບໍ່ຈໍາກັດ, ເຊິ່ງຈະສາມາດຊ່ວຍສົ່ງເສີມການສ້າງຈິນ ຕະນາການ ໃຫ້ແກ່ໄວໜຸ່ມໃນການສ້າງເລື່ອງລາວທີ່ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ປະສົບການຊີວິດ ສ່ວນຕົວປະສົມປະສານລົງໄປໃນເລື່ອງເລົ່າ ແລະ ນິທານຕາມວັດທະນະທໍາ ແລະ ປະຫວັດສາດຂອງພວກເຂົາ, ລວມທັງ ແຮງບັນດານໃຈອື່ນໆ ຈາກທົ່ວໂລກ. ຕະຫຼອດການຝຶກອົບຮົມໃນ ສີ່ຫຼັກສູດ, ໄວໜຸ່ມ ຈະໄດ້ເຮັດວຽກຮ່ວມກັບ ນັກຂຽນແນວສ້າງສັນມືອາຊີບ ທີ່ຈະ ນໍາພາພວກເຂົາໄປສູ່ການຄົ້ນພົບຕົວຕົນ ແລະ ຄວາມຄິດສ້າງສັນໃນແບບຂອງພວກເຂົາເອງ. ຜູ້ເຂົ້າຮ່ວມ ຈະໄດ້ ຊອກຄົ້ນຫາວິທີທາງ ແລະ ເຕັກນິກຕ່າງໆ ດ້ານການສ້າງໂລກໃນຈິນຕະນາການ, ການພັດທະນາຕົວລະຄອນ, ແລະ ໂຄງສ້າງການບອກເລົ່າເລື່ອງລາວ, ເຄົ້າໂຄງເລື່ອງລາວ, ລວມທັງ ເນັ້ນໜັກໃສ່ວິທີທາງໃໝ່ໆໃນການຊອກຄົ້ນ ແລະ ຕີຄວາມໝາຍຊີວິດຂອງພວກເຂົາເອງ ແລະ ສິ່ງຕ່າງໆອ້ອມຂ້າງໃນໂລກ. ຜູ້ເຂົ້າຮ່ວມຍັງຈະໄດ້ໄປທັດສະນະເພື່ອ ຢ້ຽມ ຢາມຕະຫຼາດ, ຫໍສະໝຸດ, ແລະ ສະຖານທີ່ສໍາຄັນທາງປະຫວັດສາດຢູ່ບັນດາແຂວງຕ່າງໆ. ນີ້ແມ່ນ ເພື່ອແນໃສ່ ຊ່ວຍກະຕຸ້ນການຊອກຮູ້ ແລະ ຈິນຕະນາການໃຫ້ແກ່ພວກເຂົາ. ຜູ້ເຂົ້າຮ່ວມ ຍັງຈະໄດ້ໃຊ້ເວລາໃນການລົງມືຂຽນ ເລື່ອງລາວຂອງຕົນເອງໃນ ລະຫວ່າງ ເຂົ້າຮ່ວມຝຶກອົບຮົມນໍາອີກ. ຈຸດພິເສດຂອງ ໂຄງການນີ້ ແມ່ນເພື່ອແນະນໍາຜູ້ເຂົ້າຮ່ວມໃຫ້ຮູ້ຈັກກັບຊ່ອງທາງ ການເລົ່າເລື່ອງທີ່ຫຼາກຫຼາຍ. ໃນຕອນທ້າຍຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມ ຈະມີຜົນງານເລື່ອງເລົ່າຫຼາຍຊ່ອງທາງເປັນຂອງຕົນເອງ. ການນໍາໃຊ້ ເຕັກນິກການເລົ່າເລື່ອງຫຼາຍຊ່ອງທາງຈະຊ່ວຍກະຕຸກຊຸກຍູ້ຜູ້ເຂົ້າຮ່ວມໃຫ້ໃຊ້ຄວາມຄິດຢ່າງມີວິຈາລະນະຍານ ກ່ຽວ ກັບ ການກະທໍາ ແລະ ເຫດການຕ່າງໆທີ່ເກີດຂຶ້ນໃນເລື່ອງເລົ່າ, ລວມທັງ ສອດແຊກຫຼັກເຫດຜົນຕະຫຼອດການເລົ່າ ເລື່ອງລາວ ເພື່ອກໍານົດຜົນໄດ້ຮັບ ແລະ ຜົນກະທົບທີ່ຕາມມາ (ບໍ່ວ່າຈະເປັນເຫດການຕໍ່ສູ້ກັບສັດປະລາດ ຫຼື ການ ເດີນທາງໄປດິນແດນທີ່ຢູ່ຫ່າງໄກກໍ່ຕາມ). ໂຄງການນີ້ ເນັ້ນໜັກໃສ່ການຂຽນແບບສ້າງສັນ ເພື່ອສ້າງໃຫ້ເກີດຄວາມຮູ້ສຶກມ່ວນຊື່ນ ແລະ ຄວາມຊອກ ຮູ້ຈາກການອ່ານ ແລະ ການຂຽນ ລະຫວ່າງ ຜູ້ເຂົ້າຮ່ວມ (ຫຼາຍຄົນໃຊ້ພາສາລາວເປັນພາສາທີສອງ), ລວມທັງ ສ້າງ ທັກສະ ແລະ ຄວາມໝັ້ນໃຈ ກ່ຽວກັບ ການນໍາໃຊ້ພາສາ ແລະ ການຂຽນໃຫ້ແກ່ພວກເຂົາ. ມັນຍັງເປັນການ ສະແດງອອກໃຫ້ເຫັນວ່າ ວິທີການນໍາໃຊ້ຄວາມຄິດສ້າງສັນ ແລະ ວິຈາລະນະຍານໃນ ລະຫວ່າງ ການຝຶກອົບຮົມ ສາມາດນໍາໄປປະຍຸກໃຊ້ໃນຊີວິດປະຈໍາວັນ ຂອງຜູ້ເຂົ້າຮ່ວມໄດ້ນໍາອີກ. ໂຄງການນີ້

ຫວັງວ່າຜູ້ເຂົ້າຮ່ວມຈະສາມາດແບ່ງປັນເລື່ອງລາວຂອງພວກເຂົາເຈົ້າ

(ໂດຍຜ່ານປຶ້ມຫົວນີ້)

ໃຫ້ແກ່ໝູ່ເພື່ອນ, ອ້າຍເອື້ອຍນ້ອງ, ພໍ່ແມ່ ແລະ ຊຸມຊົນ, ລວມທັງ ຄວາມມຸ່ງໝັ້ນໃນການອ່ານ ແລະ ການຂຽນ ເພື່ອເປັນແຮງບັນດານໃຈ ໃຫ້ເກີດການສ້າງເລື່ອງລາວໃໝ່ໆເພີ່ມຕື່ມອີກ. 4

Tales_From_The_North_LA_FA.indd 4

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ນັກຂຽນໄວໜຸ່ມ ເລື່ອງເລົ່າຈາກຈິນຕະນາການ ເຈັດເລື່ອງໃນປຶ້ມຫົວນີ້ໄດ້ຖືກຂຽນຂຶ້ນໂດຍນັກຂຽນໄວໜຸ່ມ ສິບສອງ ຄົນຈາກ ໂຮງຮຽນມັດທະຍົມສົມບູນພູວຽງ, ເມືອງຄູນ, ແຂວງຊຽງຂວາງ, ສປປ ລາວ. ພວກເຂົາໄດ້ໃຊ້ເວລາຫຼາຍມື້ເຂົ້າຮ່ວມ ການຝຶກອົບຮົມ ແລະ ທັດສະນະສຶກສາ, ແລະ ມັກຈະຕ້ອງໄດ້ດັດແກ້ ແລະ ປັບປຸງເລື່ອງເລົ່າຂອງຕົນຈົນຮອດເດິກ ດື່ນຢູ່ສະເໝີ.

ຄວາມມຸ່ງໝັ້ນຂອງພວກເຂົາຕໍ່ການຂຽນແບບສ້າງສັນແມ່ນສະແດງອອກຢ່າງຈະແຈ້ງຕໍ່ໂລກຜ່ານ

ເລື່ອງລາວຕ່າງໆ ທີ່ພວກເຂົາປະສົມປະສານ ແລະ ສ້າງອອກມາໃຫ້ປະກົດໃນໜ້າເຈ້ຍຂອງປຶ້ມເຫຼັ້ມນີ້. ເລື່ອງເລົ່າ ຂອງພວກເຂົາ

ປຽບເໝືອນປ່ອງຢ້ຽມອັນສໍາຄັນທີ່ບໍ່ພຽງແຕ່ເປີດໄປສູ່ໂລກແຫ່ງນິຍາຍທີ່ພວກເຂົາສ້າງຂຶ້ນມາເທົ່າ

ນັ້ນ, ແຕ່ຍັງເປັນທາງ ເຂົ້າສູ່ຊີວິດ, ວັດທະນະທໍາ ແລະ ປະຫວັດຄວາມເປັນມາຂອງຊຸມຊົນ ແລະ ທ້ອງຖິ່ນຂອງພວກ ເຂົາ,ເຊິ່ງລ້ວນແລ້ວແຕ່ບອກເລົ່າເລື່ອງລາວຂອງພວກເຂົາໄດ້ເປັນຢ່າງດີ. ນັກຂຽນໄວໜຸ່ມ:

9.

ນ ວົງເພັດ ນັນທະວົງ

1.

ນ ລີຊ່າ ເຕີມມາລາ

10.

ນ ບິ້ງ ແສງຄຳ�ຢອງ

2.

ນ ປານ້ອຍ ບຸນມີໄຊ

11.

ທ ບຸນເຄນ ແສງຄຳ�ຢອງ

3.

ທ ເຄນຄຳ� ວົງພັນຄຳ�

12.

ທ ສັກ ທອງມະຫາໄຊ

4.

ນ ພຸດສະດີ ແສງຄຳ�ຢອງ

13.

ນ ກຸ້ງ ແສງຄຳ�ຢອງ

5.

ທ ດີ ແສງຄຳ�ຢອງ

14.

ທ ຕູ້ ວ່າງ

6.

ທ ສົມສັກ ພົມມະຫາໄຊ

ຄູຝຶກ:

7.

ນ ຄຳ�ເພັດ ຄຳ�ອ້ວນ

15.

ອຈ ຄຳ�ໄຫຼ ໄຊຍະວົງ

8.

ນ ຈັນສຸກ ຈ.ຈະເລີນພົນ

16.

ອຈ ບຸນເພັງ ພັນທະລາວົງ

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 5

5

12/10/19 1:50 PM


ຄໍາສະແດງຄວາມຂອບໃຈ

ພວກເຮົາຢາກ ຂໍຂອບໃຈ ບັນດານັກຮຽນ ແລະ ຄູອາຈານຂອງ ໂຮງຮຽນ

ມັດທະຍົມສົມບູນພູວຽງ, ໂດຍສະເພາະ ອຈ ຄຳ�ໄຫຼ

ໄຊຍະວົງ ແລະ ອຈ ບຸນເພັງ

ພັນທະລາວົງ, ແລະ ຄູ່ຮ່ວມງານຂອງພວກເຮົາຄື ພະແນກສຶກສາທິການ ແລະ ກິລາ ເມືອງຄູນ ສໍາລັບການມີສ່ວນຮ່ວມ ແລະ ການສະໜັບສະໜຸນພວກເຂົາຕະຫຼອດກິດຈະກໍາ ນີ້.

ພວກເຮົາຍັງຂໍຂອບໃຈ STELLA, ຄູ່ຮ່ວມງານໃນການຈັດຕັ້ງປະຕິບັດໂຄງການ

ຂອງພວກເຮົາ.

ພາບປະກອບ ທຸກໆພາບປະກອບໃນປື້ມຫົວນີ້ແມ່ນແຕ້ມໂດຍ ທ່ານ ອະພິຊິດ ສຸພາວົງໄຕ ໂດຍປຶກສາ ຫາລືຮ່ວມກັບນັກຂຽນ.

ການປະກອບສ່ວນ ພວກເຮົາ ຂໍຂອບໃຈ ບຸກຄົນດັ່ງຕໍ່ໄປນີ້ ສໍາລັບ ຄວາມພະຍາຍາມຂອງພວກເຂົ້າເຈົ້າໃນກາ ນເຮັດໃຫ້ປຶ້ມເລື່ອງເລົ່ານີ້ຈົນສໍາເລັດໄດ້: ບົວຄຳ� ດວງປັນຢາ, ວິລະສັກ ສຸດທິເສນ, ສົມສັກ ຢາງ, ຂວັນຟ້າ ສິລິພອນ, ເຄຊີ ມໍຣິດເຊິນ, ສີວັນ ແກ້ວທິດາ, ລີເລົາ ເຢ່ຍໄທ, ຈາສີ ສົມຫວັງ.

6

Tales_From_The_North_LA_FA.indd 6

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ສາລະບານ

1 2 3 4 5 6 7 ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 7

ການພະຈົນໄພຂອງທ້າວນ້ອຍ

9

ການພະຈົນໄພຂອງແອັນລີຕ່າ

32

ສາວນ້ອຍວິເສດ

55

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

75

ທອຍພະຈົນໄພໃນປ່າເລິກ

94

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດ ປະຫຼາດ

111

ເຈົ້າຊາຍແລນດີອຸດ

129

7

12/10/19 1:50 PM


8

ການພະຈົນໄພຂອງທ້າວນ້ອຍ

Tales_From_The_North_LA_FA.indd 8

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


1

ການພະຈົນໄພຂອງທ້າວນ້ອຍ ແຕ່ງໂດຍ: ນາງ ປານ້ອຍ ບຸນມີໄຊ ແລະ ນາງ ກຸ້ງ ແສງຄຳ�ຢອງ

ດົນນານມາແລ້ວ, ຍັງມີຄອບຄົວໜຶ່ງທີ່ມີທັງໝົດ 4 ຄົນຄື: ພໍ່, ແມ່, ນາງ ທິບ ແລະ ທ້າວ ນ້ອຍ.

ພວກເຂົາອາໄສຢູ່ໃນໝູ່ບ້ານແຫ່ງໜຶ່ງທີ່ມີຊື່ວ່າ ໝູ່ບ້ານນ້ຳ�ທິບ. ທ້າວ ນ້ອຍ ເປັນນ້ອງຂອງນາງ ທິບ.

ເຖີງວ່ານາງ ທິບ ຊິເປັນເອື້ອຍ, ແຕ່ພວກເຂົາເກີດລຸນກັນບໍ່ຮອດປີຊ້ຳ�. ເຊິ່ງໃນປີນີ້, ທ້າວ ນ້ອຍ

ມີອາຍຸ 17 ປີປາຍແລ້ວ. ທ້າວ ນ້ອຍ ເປັນຄົນຜິວເຫຼືອງຂາວດວງຕາເປັນສີດຳ�ອ່ອນໆ ແລະ ຄີງບາງ

ຮ່າງນ້ອຍ. ພໍ່, ແມ່ ແລະ ຊາວບ້ານຈຶ່ງຮ້ອງລາວວ່າ ທ້າວ ນ້ອຍ. ລາວແຕກຕ່າງຈາກເດັກນ້ອຍທົ່ວໄປ ຍ້ອນວ່າ ທ້າວ ນ້ອຍ ມີຕາທິບທີ່ສາມາດເບິ່ງໄດ້ໄກກວ່າຄົນປົກກະຕິ ແລະ ສາມາດຄວບຄຸມວັດຖຸ

ສິ່ງຂອງລວມທັງຕົ້ນໄມ້ໃບຫຍ້າຕ່າງໆອີກດ້ວຍ. ເຮືອນຂອງ ທ້າວ ນ້ອຍ ຢູ່ທາງຫົວບ້ານໃກ້ກັບທາງ

ໄປແຖວໝູ່ບ້ານແຄມນ້ຳ� ແລະ ທາງໄປບໍ່ນ້ຳ�ວິເສດທີ່ຊາວບ້ານ ແລະ ຄົນທຽວທາງມັກໄປຂໍພອນ ດື່ມນ້ຳ�ໃນບໍ່ນັ້ນ.

ກາງຂອງໝູ່ບ້ານ,

ການໄປມາຫາສູ່ກັນຂອງຊາວບ້ານແມ່ນຕ້ອງຜ່ານສາຍນ້ຳ�ທິບເຊິ່ງໄຫຼຜ່ານໃຈ

ສາຍນ້ຳ�ນີ້ແມ່ນມີຄວາມສຳ�ຄັນໃນການດຳ�ລົງຊີວິດຂອງຊາວບ້ານໃນບ້ານນີ້

ຫຼາຍ. ສາຍນໍ້າທິບມີຄວາມແຕກຕ່າງຈາກສາຍນ້ຳ�ອື່ນໆ ຍ້ອນວ່າມັນມີຄວາມໃສເຢັນຕະຫຼອດປີ, ເຊິ່ງໃຫ້ຄວາມສົດຊື່ນແກ່ຄົນ

ແລະ

ສັດສາວາສິ່ງຕ່າງໆທີ່ຢູ່ອ້ອມແອ້ມແຖວນັ້ນ.

ເຖິງວ່າຝົນຊິ

ຕົກຫຼາຍປານໃດ, ນ້ຳ�ສາຍນີ້ກໍບໍ່ຂຸ່ນ ແລະ ບໍ່ມີຍາມແຫ້ງ, ບໍ່ວ່າຈະເປັນຍາມແລ້ງ ຫຼື ຍາມຝົນກໍຕາມ,

ຄ້າຍກັບວ່າສາຍນໍ້າແຫ່ງນີ້ມີຊີວິດຢູ່ຕະຫຼອດເວລາ. ຊາວບ້ານມັກເຂົ້າປ່າເພື່ອໄປຫາເຄື່ອງປ່າຂອງ ດົງໄປແລກກັບເຄື່ອງໃຊ້ຂອງສອຍໃນຊີວິດປະຈຳ�ວັນທີ່ເມືອງ ອາເທວຣ໋າ ເຊິ່ງແມ່ນຕັ້ງຢູ່ທາງທິດຕາ ເວັນຕົກຂອງໝູ່ບ້ານ ແລະ ເຊື່ອມຕໍ່ກັນດ້ວຍຖະໜົນຫົນທາງທີ່ເປັນດິນແດງ. ຍາມຝົນຕົກ, ເສັ້ນທາງ ກໍຈະເປິເປື້ອນ, ສ້າງຄວາມລຳ�ບາກໃຫ້ຜູ້ທຽວທາງ. ເສັ້ນທາງນີ້ກໍຍັງຕັດຜ່ານພູຜາທີ່ສູງຊັນ ແລະ ປ່າ

ໄມ້ທີ່ຕຶບໜາ. ໄລຍະທາງນັ້ນຍາວໄກ, ຄົນຕ້ອງໄດ້ໃຊ້ເວລາໃນການເດີນທາງໄປເກືອບມື້ ຈຶ່ງຮອດ. ໃນໝູ່ບ້ານ ນ້ຳ�ທິບ ແຫ່ງນີ້ ແມ່ນມີການຖືສິນກິນທານ, ເຂົ້າວັດຟັງທຳ� ແລະ ຮູ້ຮີດ 12 ຄອງ 14.

ທ້າວ ນ້ອຍ ເປັນຄົນທີ່ມີຈິດໃຈເອື້ອເຝື້ອເພື່ອແຜ່. ລາວມັກຊ່ວຍເຫຼືອໃນເວລາທີ່ຄົນອື່ນມີ

ຄວາມທຸກຍາກ, ເດືອດຮ້ອນ ຫຼື ຕ້ອງການຄວາມຊ່ວຍເຫຼືອ. ບໍ່ວ່າມັນຈະເປັນວຽກໜັກ ຫຼື ເບົາ,

ລາວກໍເຕັມໃຈຊ່ວຍ. ຍ້ອນວ່າການໄດ້ຊ່ວຍຄົນອື່ນເຮັດໃຫ້ລາວມີຄວາມສຸກ, ຍ້ອນແນວນີ້ຊາວບ້ານ ທຸກຄົນຈຶ່ງຮັກແພງ ທ້າວ ນ້ອຍ ຄືກັນກັບລູກຫຼານຂອງຕົນເອງ. ຄອບຄົວ ທ້າວ ນ້ອຍ ໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈຈາກຊາວບ້ານ

ເພາະຄອບຄົວຂອງລາວເປັນຄົນຊື່ສັດສຸຈະລິ,

ເມື່ອຊາວບ້ານມີອາຫານການກິນອັນໃດ,

ບໍ່ຄົດໂກງຜູ້ອື່ນ.

ພວກເຂົາກໍມັກແບ່ງປັນໃຫ້ຄອບຄົວຂອງລາວຢູ່ສະເໝີ.

ຢູ່ມາມື້ໜື່ງທີ່ທ້ອງຟ້າແຈ່ມໃສ ແລະ ອາກາດເຢັນດີ, ເຊິ່ງເປັນມື້ດຽວກັນກັບມື້ເຂົ້າພັນສາ, ຊາວບ້ານ ກໍພາກັນເຂົ້າປ່າເພື່ອຫາເຄື່ອງປ່າຂອງດົງໄປແລກເຄື່ອງຂອງຕ່າງໆໃນເມືອງອາເທວຣ໋າ. ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 9

ການພະຈົນໄພຂອງທ້າວນ້ອຍ

9

12/10/19 1:50 PM


ພໍແຕ່ກິນເຂົ້າເຊົ້າແລ້ວ, ຜູ້ເປັນແມ່ກໍ່ເວົ້າຂື້ນວ່າ, “ມື້ອື່ນກໍຈະແມ່ນວັນເຂົ້າພັນສາແລ້ວ. ພໍ່ກັບ

ແມ່ຈະເຂົ້າປ່າເພື່ອຊອກຫາພືດຜັກຕ່າງໆ ເພື່ອໄປແລກເຄື່ອງໃນເມືອງໄປຖວາຍພະມື້ອື່ນ.”

ນາງ ທິບ ຜູ້ເປັນລູກເວົ້າຂຶ້ນວ່າ, “ລູກກໍຊິພານ້ອງໄປເອົາຜັກຢູ່ສວນມາໄວ້ເພື່ອປຸງແຕ່ງເປັນ

ອາຫານ. ມື້ອື່ນຊິເອົາໄປວັດ.”

ເມື່ອເວົ້າແນວນັ້ນແລ້ວ, ພໍ່ກັບແມ່ກໍເຂົ້າປ່າເພື່ອໄປຫາເຄື່ອງປ່າຂອງດົງ. ສ່ວນນາງ ທິບ ແລະ

ທ້າວ ນ້ອຍ ກໍໄດ້ເອົາກະຕ່າ ແລ້ວໄປເກັບຜັກຢູ່ສວນ. ພໍໄປເກັບຜັກມາຮອດແລ້ວ, ນາງ ທິບ

ກໍໄດ້ນອນຜັກຜ່ອນຢູ່ເຮືອນ. ສ່ວນ ທ້າວ ນ້ອຍ ກໍໄດ້ໄປຫຼິ້ນກັບໝູ່ຄູ່ຂອງຮຸ່ນຄາວດຽວກັບລາວ ຢູ່ຕາດ ໃກ້ກັບໝູ່ບ້ານດ້ວຍຄວາມເບີກບານມ່ວນຊື່ນຈົນໃກ້ຊິຄ່ຳ�. ພໍຟ້າເລີ່ມມືດແລ້ວ, ພໍ່ກັບແມ່ຂອງ ທ້າວ ນ້ອຍ ກໍກັບມາພ້ອມກັບເຄື່ຶອງໃຊ້ສອຍຕ່າງໆເພື່ອໄປຖວາຍພະໃນມື້ເຂົ້າພັນສາມື້ອື່ນ.

ພໍຮອດເຊົ້າມື້ໃໝ່, ຊາວບ້ານກໍພາກັນຫ້າງຫາກະກຽມເຄື່ອງຂອງຕ່າງໆ ເພື່ອເອົາໄປວັດເປັນ

ການສືບທອດຮີດຄອງປະເພນີທີ່ໄດ້ປະຕິບັດກັນມາແຕ່ບູຮານນະການ. ເມື່ອຮອດເວລາ 7 ໂມງເຊົ້າ,

ຊາວບ້ານກໍພາກັນຫຼັ່ງໄຫຼໄປວັດ. ທັງເດັກນ້ອຍ, ຜູ້ເຖົ້າ, ຜູ້ແກ່, ໜຸ່ມສາວລວມທັງຄອບຄົວຂອງທ້າວ

ນ້ອຍ ແລະ ທ້າວ ນ້ອຍ ເອງຕ່າງກໍພາກັນໄປວັດເພື່ອສ້າງບຸນກຸສົນ, ຖືສິນກິນທານໃນງານບຸນເຂົ້າ

ພັນສາຄັ້ງນີ້. ຊາວບ້ານມີຄວາມຫ້າວຫັນເບີກບານມ່ວນຊື່ນ. ໃນວັດກໍມີສຽງສັດນາໆຊະນິດທີ່ສົ່ງ ສຽງຮ້ອງອອນຊອນດັງກ້ອງມາແຕ່ປ່າເປັນດົນຕຣີໃຫ້ກັບຊາວບ້ານໄດ້ຟັງ. ໃນຂະນະທີ່ພວກເຂົາກຳ� ລັງປະຕິບັດຮີດຄອງປະເພນີຢູ່ນັ້ນ, ທ້າວ ນ້ອຍ ໄດ້ສັງເກດເຫັນລົມພາຍຸຢູ່ໄກຈາກໝູ່ບ້ານ, ພ້ອມທັງ

ເຫັນຕົ້ນໄມ້ໃບຫຍ້າທີ່ຂຽວສົດງົດງາມຫ່ຽວແຫ້ງລົ້ມຕາຍໝົດ. ທັນໃດນັ້ນ, ລົມພາຍຸດັ່ງກ່າວກໍມີໂຕ ແຮ້ງພ້ອມກັບຄົນທີ່ຄ້າຍຄືເຄິ່ງຄົນເຄິ່ງສັດ,

ທ້າຍຄືກັບວ່າມີຄົນເປັນຜູ້ຄວບຄຸມນັ່ງຢູ່ເທິງຫຼັງແຮ້ງ.

ທ້າວນ້ອຍ ຮູ້ທັນທີວ່າມັນກຳ�ລັງຈະເດີນທາງມາໝູ່ບ້ານຂອງຕົນ. ເມື່ອລາວເຫັນແນວນັ້ນ, ລາວກໍ ເກີດ ຄວາມຢ້ານກົວ. ລາວຈຶ່ງຟ້າວກ່າວເຕືອນຊາວບ້ານ. ແຕ່ຊາວບ້ານກໍບໍ່ເຊື່ອ. ພວກເຂົາຄິດວ່າເປັນ

ເລື່ອງປັ້ນແຕ່ງຂື້ນ. ເມື່ອບໍ່ມີໃຜເຊື່ອ, ລາວກໍງຽບໄປ ແຕ່ລາວກໍເຊື່ອພາບທີ່ຕົນເອງເຫັນ. ຫຼັງຈາກທີ່

ຊາວບ້ານເຮັດບຸນເຂົ້າພັນສາແລ້ວ, ພວກເຂົາກໍພາກັນມ້ຽນເຄື່ອງຂອງ, ອະນາໄມວັດແລ້ວກໍພາກັນ ກັບເຮືອນຂອງໃຜລາວ. ໃນຂະນະທີ່ເຂົາເຈົ້າກຳ�ລັງກັບເຮືອນຢູ່ນັ້ນ, ທ້ອງຟ້າກໍມືດຄຶ້ມ ແລະ ມີລົມ

ພາຍຸພັດແຮງເຂົ້າມາໝູ່ບ້ານແຮງປານວ່າມັນສາມາດພັດເອົາເຮືອນໄປໄດ້ເປັນຫຼັງ. ຕົ້ນໄມ້ໃບຫຍ້າ

ທີ່ຢູ່ໃກ້ໝູ່ບ້ານຕ່າງກໍຫ່ຽວແຫ້ງລົ້ມຕາຍໝົດ. ໃນເວລານັ້ນ, ທ້າວ ນ້ອຍ ແລະ ຄອບຄົວຍັງບໍ່ຮອດ

ເຮືອນກໍຖືກພາຍຸພັດມາໃສ່. ທ້າວ ນ້ອຍ ຄິດໃນໃຈວ່າ, “ສິ່ງທີ່ຕົນເຫັນນັ້ນກຳ�ລັງມາຮອດໝູ່ບ້ານ ຂອງຕົນແລ້ວ.” ສິ່ງນັ້ນເຮັດໃຫ້ຄົນທັງໝູ່ບ້ານແຕກຕື່ນຢ້ານກົວ. ຜ່ານໄປບຶດໜຶ່ງ, ຊາວບ້ານກໍຫຼຽວ ເຫັນໂຕ ແຮ້ງທີ່ໃຫຍ່ຊໍ່າເລົ້າເຂົ້າບິນເຈີດເຂົ້າມາ. ຊາວບ້ານກໍພາກັນຮ້ອງຂຶ້ນໝົດແຮງວ່າ, “ມັນແມ່ນ ໂຕຫຍັງ ຫັ້ນ? ເບິ່ງແມະ ເທິງທ້ອງຟ້າພຸ້ນ!”

10

ການພະຈົນໄພຂອງທ້າວນ້ອຍ

Tales_From_The_North_LA_FA.indd 10

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 11

ການພະຈົນໄພຂອງທ້າວນ້ອຍ

11

12/10/19 1:50 PM


ເມື່ອໄດ້ຍິນແນວນັ້ນ, ທຸກຄົນຕ່າງພາກັນເບິ່ງດ້ວຍຄວາມຕົກໃຈ. ພໍພາຍຸເລີ່ມເຊົາລົງ, ພວກ

ເຂົາກໍເຫັນແຮ້ງໂຕນັ້ນພວມພົ່ນຄວັນພິດເຮັດໃຫ້ຕົ້ນໄມ້ໃບຫຍ້າຫ່ຽວແຫ້ງ ແລະ ຕາຍໝົດ. ຄວັນພິ ດເຮັດໃຫ້ຜູ້ຄົນໃນໝູ່ບ້ານຫາຍໃຈບໍ່ສະດວກ ແຮ້ງໂຕນັ້ນໄດ້ເຈີດລົງໄລ່ຈັບຊາວບ້ານ.

ເພາະທັງໝູ່ບ້ານເຕັມແຕ່ຄວັນທີ່ແຮ້ງໂຕນັ້ນພົ່ນໃສ່.

ມັນເອົາໜຸ່ມສາວທີ່ບໍລິສຸດມາກິນ

ເພື່ອເພີມພະລັງ.

ເມື່ອຊາວບ້ານເຫັນແນວນັ້ນ: ພວກເຂົາກໍພາກັນແລ່ນໜີຕາຍເຂົ້າເຮືອນໝົດ. ເມື່ອແຮ້ງເຫັນແນວ

ນັ້ນ, ມັນກໍແປງກາຍມາເປັນຊາຍທີ່ມີຮູບຮ່າງງາມຍ່າງເຂົ້າມາໃນບ້ານ ແລະ ໃຊ້ເວດມົນດຶງດູດຈິດ

ໃຈໜຸ່ມສາວບໍລິສຸດໃນເຮືອນໃຫ້ຍ່າງອອກມາຮວມກັນເປັນກຸ່ມ. ທ້າວນ້ອຍບໍ່ໄດ້ຫຼົງໄຫຼໄປນຳ�ເວດ ມົນຍ້ອນວ່າລາວແຕກຕ່າງຈາກເດັກໜຸ່ມຄົນອື່ນ.

ຫຼັງຈາກນັ້ນ,

ຊາຍໜຸ່ມຜູ້ມີຮູບຮ່າງງາມຜູ້ນັ້ນກໍ

ກາຍຮ່າງມາເປັນແຮ້ງຄືເກົ່າ. ແລ້ວມັນກໍຈັບເອົາໜຸ່ມສາວບໍລິສຸດທີ່ຢູ່ລວມກັນເປັນກຸ່ມນັ້ນ ໂດຍໃຊ້ຕີ

ນທີ່ມີເລັບແຫຼມຄົມຄຸບເອົາໜຸ່ມສາວໄປທັງໝົດ 14 ຄົນ. ແລ້ວມັນກໍບິນໜີໄປ. ຜ່ານໄປໄລຍະໜຶ່ງ,

ຄວັນນັ້ນກໍຫາຍໄປພ້ອມກັບຄວາມອຸດົມສົມບູນ. ມັນຖິ້ມໄວ້ແຕ່ດິນທີ່ກະດ້າງພ້ອມກັບຫຼາຍຊີວິດທີ່ ຕາຍໄປ. ຍັງຫຼົງເຫຼືອແຕ່ຄົນທີ່ບາດເຈັບ ແລະ ປ່ວຍໄຂ້ຈາກຄວັນພິດທີ່ໄດ້ຮັບລວມທັງຄອບຄົວ ຂອງທ້າວນ້ອຍ, ແຕ່ທ້າວນ້ອຍພັດບໍ່ເປັນຫຍັງ.

ໃນໝູ່ບ້ານ, ຜູ້ເຖົ້າອາວຸໂສຜູ້ໜຶ່ງໄດ້ບອກກັບ ທ້າວ ນ້ອຍ ວ່າ, “ເຈົ້າຈົ່ງເດີນທາງໄປທາງ

ທິດເໜືອ, ໄປຕາມທາງໄປໝູ່ບ້ານແຄມນ້ຳ�, ເພື່ອໄປເອົາຢາວິເສດທີ່ສາມາດຮັກສາອາການບາດ ເຈັບຈາກຄວັນພິດນີ້ ແລະ ຝຶກວິຊາອາຄົມເພື່ອມາຊ່ວຍໝູ່ບ້ານຂອງພວກເຮົາ.”

ທ້າວ ນ້ອຍ ໄດ້ຍິນຄຳ�ສັ່ງແນວນັ້ນກໍ່ໄດ້ລາຄອບຄົວ ແລ້ວອອກເດີນທາງຕາມຄຳ�ເວົ້າຂອງຜູ້

ເຖົ້າອາວຸໂສຄົນນັ້ນ. ຕອນທີ່ ທ້າວ ນ້ອຍ ກຽມອອກເດີນທາງ, ພໍ່ ແລະ ແມ່ຂອງລາວກໍຍັງບາດເຈັບ ຍ້ອນຄວັນພິດນັ້ນເຊັ່ນກັນ. ລ້ຽງຕົນມາແຕ່ນ້ອຍໄດ້.

ລາວເດີນທາງດ້ວຍຄວາມໂສກເສົ້າເສຍໃຈທີ່ບໍ່ສາມາດປົກປ້ອງຄົນທີ່

ລາວຈຶ່ງເກີດຄວາມຄຽດແຄ້ນໃນໃຈໃນຕອນທີ່ອອກເດີນທາງໄປຫາໝູ່

ບ້ານແຄມນ້ຳ�ເພື່ອເອົາຢາ ແລະ ຝຶກວິຊາເພື່ອມາປົກປ້ອງໝູ່ບ້ານນ້ຳ�ທິບ. ຄາວໜຶ່ງ, ລາວກໍໄດ້ເດີນ ທາງໄປຮອດຫົວບ້ານທີ່ເປັນທາງແຍກ.

ໄປທາງທິດໃຕ້ (ອ່ານຕໍ່ໜ້າທີ 13)

ໄປທາງທິດເໜືອ (ອ່ານຕໍ່ໜ້າທີ 15)

12

ການພະຈົນໄພຂອງທ້າວນ້ອຍ

Tales_From_The_North_LA_FA.indd 12

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ໄປທາງທິດໃຕ້ ໃນຂະນະທີ່ທ້າວນ້ອຍຍ່າງມາຮອດຫົວບ້ານບ່ອນທາງແຍກໄປທາງທິດເໜືອ ແລະ ໃຕ້, ລາວ

ກໍເລືອກທີ່ຈະໄປທາງທິດເໜືອ. ໃນຕອນທີ່ລາວກຳ�ລັງຈະໄປທາງທິດເໜືອນັ້ນເອງ, ພື້ນດິນກໍເກີດ

ການສັ່ນສະເທືອນ, ບັນດາຕົ້ນໄມ້ກໍລົ້ມລົງໝົດ. ແລ້ວແຜ່ນດິນກໍໄຫວແຮງຂຶ້ນຈົນເຮັດໃຫ້ທ້າວນ້ອຍ ຕົກໃຈ, ຢ້ານກົວຈົນເຫື່ອໄຫຼຖ້ວມຕົນໂຕ. ແລ້ວພື້ນດິນກໍຄ່ອຍໆແຕກແຫ້ງ ແລະ ແຍກອອກຈາກ ກັນເປັນສອງຝັ່ງ,

ເຮັດໃຫ້ຫົນທາງໄປໝູ່ບ້ານແຄມນ້ຳ�ຂາດເປັນເຫວເລິກ.

ທ້າວນ້ອຍບໍ່ສາມາດ

ຂ້າມໄປໄດ້, ລາວຈຶ່ງຫາທາງເສັ້ນອື່ນເພື່ອໄປຫາໝູ່ບ້ານແຄມນ້ຳ� ແລະ ລາວແນມໄປເຫັນຫົນ ທາງທິດໃຕ້. ເມື່ອບໍ່ເຫັນຫົນທາງຈະໄປຕໍ່ໄດ້, ລາວຈຶ່ງໄດ້ຕັດສິນໃຈເດີນທາງໄປຕາມທາງທິດໃຕ້. ເມື່ອລາວເດີນທາງໄປໄດ້ໄລຍະໜຶ່ງ,

ລາວກໍເຫັນຕົ້ນໄມ້ໃຫຍ່ຕົ້ນໜຶ່ງສູງປະມານ

20-30

ແມັດ. ລາວເມື່ອຍແຮງຈຶ່ງນອນພັກຢູ່ກ້ອງກົກໄມ້ນັ້ນແລ້ວເຊືອບຫຼັບໄປ. ທັນໃດນັ້ນ, ລາວກໍສະດຸ້ງ

ຕື່ນຍ້ອນລົມພັດເອົາໃບໄມ້ຕົກໃສ່ໜ້າຂອງລາວ. ພໍມືນຕາຂຶ້ນ, ລາວກໍເຫັນໃບໄມ້ທີ່ຫຼົ່ນຢູ່ພື້ນປິວຂຶ້ນ ເປັນພາຍຸນ້ອຍໆ ແລ້ວວົນຂຶ້ນກາຍເປັນຊາຍໜຸ່ມທີ່ມີຜິວໜັງສີແດງ, ດວງຕາສີຂາວ, ໃນມືຖືດາບ

ແລະ ຕົນໂຕມີໂສ້ລ່າມໄປໝົດ. ທ້າວ ນ້ອຍ ຫຼຽວເຫັນແນວນັ້ນກໍສະດຸ້ງລຸກຂຶ້ນດ້ວຍຄວາມຕົກໃຈ, ແຕ່ຊາຍຄົນນັ້ນກໍຫາຍໄປໃນອາກາດແບບບໍ່ເວົ້າຫຍັງກັບລາວເລີຍ. ທ້າວ ນ້ອຍ ຈຶ່ງຟ້າວລຸກແລ້ວ ເດີນທາງຕໍ່ໄປ.

ເມື່ອເດີນທາງໄກອອກໄປ, ລາວກໍເຫັນເດັກນ້ອຍອາຍຸປະມານ 4-5 ປີ ຄົນໜື່ງນັ່ງຮ້ອງໄຫ້ຢູ່,

ລາວຈຶ່ງຖາມວ່າ, “ເຈົ້າໄຫ້ເຮັດຫຍັງ?”

ເດັກນ້ອຍຄົນນັ້ນຕອບວ່າ, “ແມ່ຂອງຂ້ອຍປ່ວຍໄຂ້ຢູ່ເຮືອນພຸ້ນ. ລາວກຳ�ລັງຈະຂາດໃຈຕາຍ

ແລ້ວ.”

ທ້າວ ນ້ອຍ ຖາມອີກວ່າ, “ຢູ່ໃສ? ພາຂ້ອຍໄປເບິ່ງດຸ!” ພໍເວົ້າສຸດຄວາມ, ເດັກນ້ອຍຜູ້ນັ້ນກໍຢຸດໄຫ້ແລ້ວຍ່າງເຂົ້າປ່າຕຶບໄປ. ທ້າວ ນ້ອຍ ຄິດໃນໃຈວ່າ,

“ບໍ່ມີທາງທີ່ຄົນທຳ�ມະດາ ໂດຍສະເພາະແມ່ນເດັກນ້ອຍ ທີ່ຈະມາຢູ່ຄົນດຽວກາງປ່າແບບນີ້.” ແຕ່ ດ້ວຍຄວາມສົງສານ, ລາວຈຶ່ງຕັດສິນໃຈຍ່າງຕາມເດັກນ້ອຍຄົນນັ້ນໄປ.

ທ້າວ ນ້ອຍ ຍ່າງຕາມຫຼັງເດັກນ້ອຍຄົນນັ້ນໄປ ແລະ ປ່າດົງກໍຕຶບເຂົ້າຊັກໄຊ້. ລາວຈຶ່ງຖາມ

ຂຶ້ນວ່າ, “ຍັງອີກໄກບໍ່ກ່ອນຈະຮອດເຮືອນຂອງເຈົ້າ?” ເດັກນ້ອຍຄົນນັ້ນຕອບວ່າ,

ເລື້ອຍໆ.

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 13

“ຢູ່ທາງໜ້າຫັ້ນເດ!”

ແລ້ວເດັກນ້ອຍຄົນນັ້ນແຮງຍ່າງໄວຂຶ້ນ

ການພະຈົນໄພຂອງທ້າວນ້ອຍ

13

12/10/19 1:50 PM


ທ້າວ ນ້ອຍ ກໍຟ້າວແລ່ນຕາມຫຼັງຈົນໄປຮອດຮ່ອມຜາທີ່ແຄບ ແລະ ສູງຊັນ. ເດັກນ້ອຍຄົນນັ້ນ

ກໍຢຸດຍ່າງ, ແລ້ວບໍ່ຫັນໜ້າມາຫາ ທ້າວ ນ້ອຍ. ເມື່ອເຫັນເດັກນ້ອຍຄົນນັ້ນຢຸດຍ່າງ, ທ້າວ ນ້ອຍ ກໍຢຸດ ຍ່າງແລ້ວເອົາມືຄ້ຳ�ຫົວເຂົ່າຍ້ອນຄວາມເມື່ອຍແຮງທີ່ຍ່າງມາໄກ.

ທ້າວນ້ອຍໄດ້ຖາມເດັກຄົນນັ້ນອີກວ່າ, “ຮອດແລ້ວບໍ! ໃສລະເຮືອນຂອງເຈົ້າ? ແລ້ວແມ່ຂອງ

ເດັກຄົນນັ້ນບໍ່ຕອບ. ໃນຂະນະນັ້ນ, ດວງຕາເວັນກໍເລີ່ມລັບຂອບຟ້າ. ເດັກນ້ອຍຄົນນັ້ນກໍເລີ່ມ

ເຈົ້າຢູ່ໃສ?”

ໂຕໃຫຍ່ຂຶ້ນ ເລື້ອຍໆຈົນສູງກວ່າທ້າວ ນ້ອຍ, ທ້າວ ນ້ອຍ ສັງເກດເຫັນຂົນປົ່ງຂຶ້ນຕາມຕົນໂຕຂອງ ມັນຄ່ອຍໆຍາວອອກມາຈົນເຕັມ ໄປທັງຮ່າງກາຍ. ທ້າວ ນ້ອຍ ຈຶ່ງຄິດໃນໃຈວ່າ, “ຄືຊິບໍ່ແມ່ນຄົນແລ້ວ. ມັນຄືໝາປ່າ.”

ແລ້ວມັນກໍອວ່າຍໜ້າມາຫາ

ທ້າວ

ນ້ອຍ.

ມັນມີໃບໜ້າທີ່ແຫຼມຍາວ,

ດວງຕາສີແດງ,

ມີແຂ້ວໂຄ້ງທີ່ແຫຼມຄົມ, ມີນ້ຳ�ລາຍໄຫຼອອກມາທົ່ວປາກ ແລະ ມີບາດແຜຢູ່ແກ້ມເບື້ອງຊ້າຍ. ມັນສົ່ງ

ສາຍຕາອັນຮ້າຍກາດ ແລະ ເປັນຕາຢ້ານໃສ່ ທ້າວ ນ້ອຍ ເພື່ອຫວັງຈະກິນ ທ້າວ ນ້ອຍ ເປັນອາຫານ.

ເມື່ອທ້າວນ້ອຍເຫັນແນວນັ້ນ, ລາວກໍຟ້າວແລ່ນໜີກັບທາງເກົ່າທີ່ຕົນມາ. ໃນຕອນທີ່ລາວ

ພວມແລ່ນໜີຢູ່ນັ້ນ, ລາວ ໄດ້ສະດຸດເຕະກ້ອນຫິນນ້ອຍກ້ອນໜື່ງ ເຮັດໃຫ້ລາວລົ້ມລົງກັບພື້ນ. ໝາ ປ່າໂຕນັ້ນຈຶ່ງແລ່ນມາຄຸບກົກຂາຂອງ ທ້າວ ນ້ອຍ ແລ້ວຈີກກິນຢ່າງໂຫດຮ້າຍປ່າເຖື່ອນທີ່ສຸດ. - ຈົບ -

14

ການພະຈົນໄພຂອງທ້າວນ້ອຍ

Tales_From_The_North_LA_FA.indd 14

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ໄປທາງທິດເໜືອ ທ້າວ ນ້ອຍ ໄດ້ເລີ່ມເດີນທາງໄປທາງທິດເໜືອ. ລາວໄດ້ໄປຜ່ານບໍ່ນ້ຳ�ວິເສດ ແລະ ເຂົ້າໄປຂໍ

ພອນໃຫ້ຄົນໃນໝູ່ບ້ານຂອງຕົນພ້ອມກັບຕົນເອງໃຫ້ປອດໄພ. ແລ້ວລາວກໍເດີນທາງໄປ. ພໍໄປຮອດ

ປ່າທີ່ໄກສົມຄວນ, ລາວກໍພົບເຫັນລິງໂຕໜຶ່ງຈັບຢູ່ງ່າໄມ້ຂ້າງທາງ. ລິງໂຕນັ້ນແມ່ນລິງຂອງນາຍພານ ປ່າທີ່ຢູ່ໝູ່ບ້ານແຄມນ້ຳ�ທີ່ພວມມາລ່າສັດຢູ່. ລິງໂຕນັ້ນໄດ້ສົ່ງສຽງຮ້ອງໃສ່ ທ້າວ ນ້ອຍ. ລາວຕົກໃຈ

ສະດຸ້ງໝົດແຮງ. ລາວຈຶ່ງເວົ້າອອກໄປວ່າ, “ຂ້ານ້ອຍພຽງຜ່ານທາງມາບໍ່ໄດ້ມີເຈດຕະນາຮ້າຍອັນໃດ ທ່ານຜູ້ໃຈບຸນກະລຸນາຫຼີກທາງທີ່ຂ້ານ້ອຍຕ້ອງການໄປດ້ວຍເທີນ.”

ລິງໂຕນັ້ນກໍໄດ້ເວົ້າກັບທ້າວ ນ້ອຍ ວ່າ, “ເຈົ້າຕ້ອງການທີ່ຈະໄປໃສ?”

ທ້າວນ້ອຍຕອບວ່າ, “ຂ້ານ້ອຍຕ້ອງການໄປໝູ່ບ້ານແຄມນ້ຳ� ເພື່ອໄປຫາຢາວິເສດ ແລະ ຝຶກ

ເມື່ອລົມກັນເຂົ້າໃຈແລ້ວ, ລິງກໍຫຼີກທາງໃຫ້ທ້າວ ນ້ອຍ ເດີນທາງຕໍ່ໄປ, ສ່ວນລິງໂຕນັ້ນກໍກັບ

ວິຊາທີ່ສາມາດເອົາໄປປາບສັດຮ້າຍເພື່ອປົກປ້ອງຊາວບ້ານໃຫ້ຫຼຸດພົ້ນຈາກເຄາະຮ້າຍ.”

ໄປຫານາຍພານປ່າທີ່ເປັນເຈົ້າຂອງມັນ ພ້ອມກັບເລົ່າເລື່ອງຂອງທ້າວນ້ອຍສູ່ນາຍຟັງ. ເມື່ອນາຍ ພານໄດ້ຍິນແນວນັ້ນ, ລາວກໍຟ້າວຕາມຫາ ທ້າວ ນ້ອຍ ເພື່ອຈະພາທ້າວນ້ອຍກັບໄປບ້ານ. ທ້າວ

ນ້ອຍ ໄປຮອດທາງແຍກເຊິ່ງມີເສັ້ນທາງໜຶ່ງທີ່ກ້ຽງ, ບໍ່ມີງ່າໄມ້ໃບຫຍ້າຂວາງທາງ, ເຊິ່ງກົງກັນຂ້າມ

ກັບອີກທາງທີ່ມີແຕ່ງ່າໄມ້ກີດຂວາງທາງ. ແຕ່ແທ້ຈິງແລ້ວ, ທາງທີ່ຮົກເຕັມແຕ່ໄມ້ແມ່ນທາງທີ່ໄປໝູ່ ບ້ານແຄມນ້ຳ�,

ແຕ່ທ້າວ

ນ້ອຍ

ໄດ້ເລືອກໄປທາງທີ່ກ້ຽງ

ເຊິ່ງເປັນທາງທີ່ມີແຕ່ອັນຕະລາຍ.

ພໍລາວຍ່າງໄປໄກພໍສົມຄວນ, ລາວກໍເຫັນພູຜາທີ່ສູງຊັນ. ທັນໃດນັ້ນ, ຕົ້ນໄມ້ທີ່ຢູ່ຂ້າງທາງກໍກົ່ງລົງມາ ສານກັນເປັນຂົວໃຫ້ທ້າວ ນ້ອຍ ໄຕ່ຂ້າມ. ພໍລາວຂ້າມຂົວນັ້ນມາແລ້ວ, ລາວກໍໄດ້ກິ່ນເໝັນເນົ່າ-

ຄາວເລືອດລອຍມາ. ທັນໃດນັ້ນ, ລາວກໍເຫັນຜູ້ຍິງຄົນໜຶ່ງທີ່ມີຮູບຮ່າງໜ້າຕາສວຍສົດງົດງາມພວມ ກິນກະຕ່າຍດິບຢູ່ກາງທາງທີ່ອ້ອມຮອບດ້ວຍປ່າໜາມທີ່ມີໝອກເຕັມໄປໝົດ ແລະ ອາກາດທີ່ໜາວ

ເຢັນເປັນຕາຢ້ານ. ທ້າວ ນ້ອຍ ເຫັນແນວນັ້ນກໍຕົກໃຈຈົນສັ່ນໝົດທັງຕົນໂຕ. ແລ້ວຍິງຄົນນັ້ນກໍ ຫຼຽວມາເບິ່ງທ້າວ ນ້ອຍ ດ້ວຍສາຍຕາທີ່ເປັນສີດຳ�ເຂັ້ມໆ, ຈ້ອງມາຄືກັບວ່າຊິກິນທ້າວ ນ້ອຍ ດ້ວຍມື ທີ່ມີເລັບຍາວ ແລະ ແຫຼມຄົມ.

ໃນໃຈຂອງທ້າວນ້ອຍຕອນນັ້ນມີຄວາມຄິດຫຼາຍໆຢ່າງເຊັ່ນວ່າ, “ຈະເຮັດແນວໃດ? ຈະສູ້ ຫຼື

ທັນໃດນັ້ນ, ຍິງຄົນນັ້ນກໍແລ່ນເຂົ້າມາຫາ ທ້າວ ນ້ອຍ ຢ່າງໄວວາ. ທ້າວ ນ້ອຍ ກໍໄດ້ຈັບເອົາ

ໜີ? ຖ້າສູ້, ຈະເຮັດແນວໃດຈຶ່ງຈະຊະນະ? ຖ້າໜີ, ຈະໜີແນວໃດຈຶ່ງຈະລອດ?”

ເຄືອໄມ້ເສັ້ນໜຶ່ງທີ່ເປັນຄືເຊືອກມາກັນຍິງຄົນນັ້ນເອົາໄວ້, ແຕ່ມັນກໍກັນບໍ່ຢູ່. ທ້າວ ນ້ອຍ ຈຶ່ງໄດ້ໃຊ້

ເວດມົນເສກໃສ່ຕົ້ນໄມ້ໃຫຍ່ໃຫ້ລົ້ມລົງມາທັບຍິງຄົນນັ້ນອີກ, ແຕ່ນາງກໍຫຼີກໄປໄດ້. ໃນຂະນະທີ່ຍິງ

ຄົນນັ້ນແລ່ນເຂົ້າມາແລ້ວໂດດໃສ່ທ້າວ ນ້ອຍ, ນາງກໍກາຍເປັນເສືອໂຄ່ງໂຕໃຫຍ່ຕອນລອຍຢູ່ກາງ ອາກາດ ເພື່ອກະວ່າຈະຄຸບເອົາ ທ້າວ ນ້ອຍ ມາຈີກກິນ. ແລ້ວການຕໍ່ສູ້ກໍເກີດຂຶ້ນ. ທ້າວ ນ້ອຍ ໄດ້ຕໍ່ສູ້ ກັບເສືອໂຕນັ້ນຢ່າງບໍ່ມີໃຜຍອມໃຜ. ແຕ່ສຸດທ້າຍ, ທ້າວ ນ້ອຍ ກໍບໍ່ສາມາດເອົາຊະນະເສືອໂຕນັ້ນ. ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 15

ການພະຈົນໄພຂອງທ້າວນ້ອຍ

15

12/10/19 1:50 PM


ລາວຈຶ່ງໄດ້ລົບໜີເຂົ້າໄປໃນປ່າໜາມພ້ອມກັບບາດແຜຕາມຕົນໂຕ.

ເສືອໂຕນັ້ນກໍໄດ້ໄລ່

ທ້າວ ນ້ອຍ ໄປ. ແຕ່ດ້ວຍຕົນໂຕທີ່ໃຫຍ່, ມັນເລີຍໄປຄາຢູ່ໃນປ່າໜາມນັ້ນ ຈຶ່ງບໍ່ສາມາດໄລ່ ທ້າວ

ນ້ອຍ ທັນ. ທ້າວ ນ້ອຍ ບຸກເຂົ້າປ່າໜາມດ້ວຍຄວາມແຕກຕື່ນຢ້ານກົວຈົນໝົດແຮງ, ແຕ່ປ່າກໍຍັງບໍ່ສຸດ.

ລາວອິດເມື່ອຍພ້ອມທັງເຈັບປວດ, ລາວກໍເລີຍຢຸດແລ້ວກົ້ມລົງສູ່ພື້ນ, ຄຸກເຂົ່າກາງປ່າໜາມຕຶບນັ້ນ ແລ້ວຮ້ອງໄຫ້ ແລະ ຈົ່ມຂຶ້ນວ່າ, “ຫາກຂ້ານ້ອຍຍັງມີບຸນຢູ່ຂໍໃຫ້ເຈົ້າປ່າຜູ້ສັກສິດ ແລະ ເຈົ້າຖິ່ນເຈົ້າ ຖານຊ່ວຍນຳ�ທາງໃຫ້ຂ້ານ້ອຍໄປຮອດຈຸດໝາຍປາຍທາງແດ່ທ້ອນ!” ພໍແຕ່ລາວຈົ່ມແລ້ວໄດ້ບຶດໜຶ່ງ,

ປ່າໜາມຕຶບທີ່ອ້ອມຮອບລາວນັ້ນກໍຄ່ອຍໆແຜ່ອອກກາຍ

ເປັນທາງທີ່ກ້ຽງ, ບໍ່ມີສິ່ງກີດຂວາງຈົນສຸດປ່າໜາມນັ້ນ. ລາວຈຶ່ງຄ່ອຍໆລຸກຂຶ້ນຍ່າງອອກຈາກບ່ອນນັ້ ນໄປ. ແລ້ວລາວກໍໄປພັກຜ່ອນຢູ່ກ້ອງຕົ້ນໄມ້ໃຫຍ່ຕົ້ນໜື່ງ.

ພວກນາຍພານໄດ້ພາກັນຕາມຫາ ທ້າວ ນ້ອຍ ມາຮອດທາງແຍກຢູ່ຕາມທາງທີ່ຮົກມີກິ່ງ

ໄມ້ກີດຂວາງເປັນເວລາດົນເຕີບ, ແຕ່ພວກເຂົາກໍບໍ່ເຫັນຮ່ອງຮອຍຂອງ ທ້າວ ນ້ອຍ. ພວກເຂົາຈຶ່ງພາ

ກັນອອກຕາມຫາລາວຕາມເສັ້ນທາງທີ່ກ້ຽງ. ພວກເຂົາຍ່າງເຂົ້າໄປຮອດຜາທີ່ສູງຊັນກໍເຫັນຕົ້ນໄມ້ທີ່ ກົ່ງລົງມາສານກັນເປັນຂົວຂ້າມພູຜານັ້ນ. ພວກນາຍພານກໍເກີດຄວາມແປກໃຈ ເພາະບໍ່ເຄີຍເຫັນ

ແບບນີ້ມາກ່ອນ ແລະ ພວກເຂົາກໍໄດ້ພາກັນຍ່າງຕໍ່ຈົນເຂົ້າໄປຮອດບ່ອນທີ່ ທ້າວ ນ້ອຍ ຕໍ່ສູ້ກັບເສືອ ແລ້ວພວກເຂົາກໍເຫັນຮ່ອງຮອຍການຕໍ່ສູ້.

ທັນໃດນັ້ນ,

ນາຍພານຜູ້ໜຶ່ງໄດ້ຫຼຽວເຫັນຍິງຄົນໜຶ່ງທີ່

ພວມດິ້ນ ລົນເພື່ອເອົາຊີວິດລອດຢູ່ກາງປ່າໜາມ, ແຕ່ເຂົາເຈົ້າກໍບໍ່ຫຼົງເຊື່ອ ເພາະຍິງຄົນທີ່ເຂົາເຫັນ

ນັ້ນບໍ່ແມ່ນຄົນ. ເຂົາເຈົ້າຈຶ່ງໄດ້ກຳ�ຈັດຍິງຄົນນັ້ນດ້ວຍການຍິງທະນູໄຟໃສ່ເອິກຂ້າງຊ້າຍຂອງນາງ, ເຮັດໃຫ້ນາງເສືອໂຕນັ້ນແຕກສະຫຼາຍໄປ. ຫຼັງຈາກນັ້ນ, ພວກເຂົາກໍເດີນທາງຕໍ່ໄປພ້ອມທັງຖາງປ່າ ໜາມໄປເພື່ອຕາມຫາ ທ້າວ ນ້ອຍ.

ສ່ວນ ທ້າວ ນ້ອຍ ກໍໄດ້ເດີນທາງໄປຮອດພູໜ່ວຍໜຶ່ງທີ່ສູງຈົນສຽດຟ້າ ຈົນມີກ້ອນເຝື້ອປົກຄຸມ

ຍອດພູໜ່ວຍນັ້ນ. ທ້າວ ນ້ອຍ ມາຮອດຕີນພູແລ້ວຕັດສິນໃຈປີນຂຶ້ນໄປເທິງຍອດພູ. ເມື່ອລາວປີນຂຶ້ນ

ໄປເຖິງຍອດພູ, ລາວກໍໄດ້ພົບເຫັນຮັງນົກທີ່ມີຂະໜາດທີ່ໃຫຍ່ຫຼາຍ, ພ້ອມກັບເຫັນແຮ້ງໂຕດຽວກັບ ທີ່ມາທຳ�ລາຍໝູ່ບ້ານຂອງຕົນນອນຢູ່ໃນຮັງນັ້ນ. ອ້ອມຂ້າງຮັງຂອງມັນແມ່ນມີໝອກໜາ ແລະ ມີກິ່ນ ເໝັນສາບເນົ່າເປື່ອຍຂອງຊາກສົບ ແລະ ກໍເຕັມໄປດ້ວຍໂຄງກະດູກຂອງຄົນ ແລະ ສັດ. ເມື່ອ

ທ້າວນ້ອຍເຫັນແນວນັ້ນ, ລາວກໍຕົກໃຈ ແລະ ຢ້ານ, ແຕ່ລາວກໍຄິດໃນໃຈວ່າຢາກແກ້ແຄ້ນສັດຮ້າຍ ໂຕນັ້ນທີ່ເປັນຕົ້ນເຫດທີ່ເຮັດໃຫ້ພໍ່, ແມ່, ພີ່ນ້ອງ ແລະ ຊາວບ້ານຕ້ອງລົ້ມປ່ວຍ ແລະ ເສຍຊີວິດ. ດ້ວຍ ຄວາມຄິດຈະເອົາເລືອດເນື້ອຂອງສັດຮ້າຍໂຕນີ້ໄປທົດແທນເລືອດເນື້ອຂອງຊາວບ້ານທີ່ມັນໄປທຳ� ຮ້າຍ, ຄວາມຢ້ານຂອງລາວກໍຫາຍໄປ, ເຫຼືອແຕ່ຄວາມຄຽດແຄ້ນ.

16

ການພະຈົນໄພຂອງທ້າວນ້ອຍ

Tales_From_The_North_LA_FA.indd 16

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 17

ການພະຈົນໄພຂອງທ້າວນ້ອຍ

17

12/10/19 1:50 PM


ລາວຫຼຽວເຫັນກະດູກທີ່ແຫຼມຄົມຍາວເທົ່າແຂນທີ່ຢູ່ໃກ້ໆກັບຮັງຂອງແຮ້ງໂຕນັ້ນ.

ລາວຈຶ່ງ

ຈອບໄປຈັບເອົາກະດູກນັ້ນມາເປັນອາວຸດ. ແລ້ວລາວກໍ່ເອົາອາວຸດນັ້ນແທງເຂົ້າກົກປີກຂອງແຮ້ງໂຕ

ນັ້ນຢ່າງສຸດແຮງ, ເຮັດໃຫ້ແຮ້ງໂຕນັ້ນບາດເຈັບເປັນແຜໃຫຍ່ພ້ອມກັບມີເລືອດໄຫຼອອກມາປານກັບ ສາຍນ້ຳ�. ແຮ້ງໂຕນັ້ນລຸກຂຶ້ນທັນທີດ້ວຍຄວາມເຈັບປວດແລ້ວປິ່ນໜ້າມາໃສ່ ທ້າວ ນ້ອຍ ຫວັງຈະຄຸບ

ກິນທ້າວ ນ້ອຍ ໂດຍໃຊ້ປກ ີ ເບື້ອງໜຶ່ງພັດໃສ່ທ້າວ ນ້ອຍ ເຮັດໃຫ້ ທ້າວ ນ້ອຍ ຟົ້ງໄປໄກເຕີບ, ຈົນໄປ

ຕົກໃສ່ກອງກະດູກ. ແລ້ວແຮ້ງໂຕນັ້ນກໍມຸ່ງໜ້າເຂົ້າໃສ່ ທ້າວ ນ້ອຍ. ທ້າວ ນ້ອຍ ກໍເລີຍເອົາກະດູກນັ້ນ

ແທງໃສ່ຕາເບື້ອງໜຶ່ງຂອງມັນ. ມັນຮ້ອງດ້ວຍຄວາມເຈັບປວດ, ສຽງດັງຟົດສະນັ່ນໄປທົ່ວບໍລເິ ວນນັ້ນ

. ແຮ້ງໂຕນັ້ນຈຶ່ງໄດ້ພົ່ນຄວັນພິດອອກມາໃສ່ ທ້າວ ນ້ອຍ, ເຮັດໃຫ້ລາວຫາຍໃຈຍາກ ແລະ ອ່ອນເພຍ ລົງ. ແຮ້ງໂຕນັ້ນກໍຟ້າວບຸກເຂົ້າໃສ່ ທ້າວ ນ້ອຍ ທັນທີ, ແຕ່ ທ້າວ ນ້ອຍ ໄດ້ຄວ້າເອົາກະດູກອີກອັນ

ໜຶ່ງແທງເຂົ້າໄປທີ່ກົກຂາຂອງມັນອີກຈົນມັນຕ້ອງຖອຍກັບຄືນ. ແລ້ວທ້າວ ນ້ອຍ ກໍໃຊ້ພະລັງຄວບ ຄຸມກ້ອນຫິນທີ່ໃຫຍ່ມາທັບໃສ່ແຮ້ງໂຕນັ້ນໄວ້. ແທນທີ່ທີ່ແຮ້ງໂຕນັ້ນບາດເຈັບແລ້ວ, ໂຕເອງຄວນ ຈະເອົາໂຕລອດ, ລາວພັດຢາກແກ້ແຄ້ນ ໂດຍການເອົາກະດູກກະວ່າແທງແຮ້ງໂຕນັ້ນອີກເທື່ອໜຶ່ງ. ລາວພັດແທງບໍ່ສຳ�ເລັດ ຍ້ອນວ່າແຮ້ງໂຕນັ້ນໄດ້ຟດ ິ ກ້ອນຫິນອອກ, ແລ້ວໃຊ້ປກ ີ ພັດກະດູກທີ່ເປັນ

ອາວຸດຂອງທ້າວນ້ອຍນັ້ນອອກໄປ. ແລ້ວມັນກໍໃຊ້ປາກຈິກຕອດ ທ້າວ ນ້ອຍ ຈົນທ້າວ ນ້ອຍ ໄດ້ຮັບ ບາດເຈັບສາຫັດຈົນບໍ່ສາມາດສູຕ ້ ໍ່ໄປ. ແລ້ວທ້າວ ນ້ອຍ ກໍຄກ ຸ ເຂົ່າລົງກັບພື້ນດ້ວຍຄວາມອ່ອນເພຍ ຈົນບໍ່ມຄ ີ ວາມເຊື່ອໝັ້ນໃນຕົນເອງ ແລະ ບໍ່ສາມາດຄວບຄຸມຫຍັງໄດ້.

ການຕໍ່ສູ້ນີ້ໃຊ້ເວລາຍາວນານພໍສົມຄວນ ຈົນພວກນາຍພານຕາມຫຼັງມາຮອດພູເຂົາແຫ່ງນັ້ນ.

ພວກເຂົາບໍ່ເຫັນຫົນທາງອື່ນທີ່ຈະໄປຕໍ່ຍົກເວັ້ນເຂົ້າສູ່ພເູ ຂົາໜ່ວຍນັ້ນ.

ພວກເຂົາຈື່ງພາກັນຕັດສິນ

ໃຈປີນເຂົາໜ່ວຍນັ້ນຂຶ້ນໄປ. ພໍຂຶ້ນໄປຮອດ, ພວກເຂົາກໍເຫັນແຮ້ງໂຕນັ້ນກຳ�ລັງຈະຂ້າ ທ້າວ ນ້ອຍ

ດ້ວຍການໃຊ້ເລັບຕີນຈີກກິນ ທ້າວ ນ້ອຍ. ພວກນາຍພານເຫັນແນວນັ້ນ, ພວກເຂົາກໍແລ່ນເຂົ້າ

ໄປຊ່ວຍ. ບາງຄົນກໍໃຊ້ທະນູຍງິ ແລະ ບາງຄົນກໍໄດ້ໃຊ້ດາບຟັນແທງຕໍ່ສູ້ເພື່ອປ້ອງກັນ ທ້າວ ນ້ອຍ. ເມື່ອແຮ້ງໂຕນັ້ນເຫັນທ່າບໍ່ດ,ີ ມັນຈຶ່ງໄດ້ແປງກາຍມາເປັນງູຍັກໂຕໃຫຍ່ໜ້າຕາໂຫດຮ້າຍ, ມີຫອນສີ ຂຽວ,

ຕາແດງແມບໆຈ້ອງມາເພື່ອຈະຂ້າພວກນາຍພານ.

ນ້ອຍ ລົງມາເພື່ອຈະໜີ, ແຕ່ງູໂຕນັ້ນກໍເລືອຕາມມາອີກ.

ກຸ່ມນາຍພານກໍພາກັນຫາມເອົາທ້າວ

ພວກນາຍພານເອົາທ້າວ ນ້ອຍ ລົງພູເຂົາຊັກຊ້າຍ້ອນຫົນທາງສູງຊັນຍາກ ແລະ ລຳ�ບາກຫຼາຍ.

ກຸ່ມນາຍພານເຫັນວ່າງູໂຕນັ້ນຍັງນຳ�ມາບໍ່ເຊົາ.

ນາຍພານຜູ້ໜຶ່ງຈຶ່ງໄດ້ຈັບເອົາເຂົ້າສານທີ່ຢູ່ໃນຖົງ

ຂອງຕົນອອກມາກຳ�ໜຶ່ງແລ້ວຈົ່ມມົນໃສ່ ແລ້ວຫວ່ານໃສ່ຈອມພູນັ້ນ. ເມັດເຂົ້າສານທີ່ຫວ່ານລົງໄປ ນັ້ນກໍກາຍເປັນລາວາທີ່ມສ ີ ແ ີ ດງ ແລະ ຄືນ້ຳ� ທີ່ເຕັມໄປດ້ວຍຄວາມຮ້ອນທີ່ສາມາດຕົ້ມເຫຼັກຈົນເປື່ອຍ

ໄດ້. ລາວານັ້ນກໍກາຍເປັນກອງໃຫຍ່ໄຫຼເປັນສາຍຍາວຂວາງທາງງູໂຕນັ້ນ ຈົນມັນບໍ່ສາມາດຕາມ ພວກນາຍພານນັ້ນທັນ.

ພວກເຂົາໄດ້ເດີນທາງໄປໝູ່ບ້ານ ແຄມນ້ຳ� ດ້ວຍຄວາມທຸກຍາກລຳ�ບາກຫຼາຍ. ໃນຂະນະທີ່

ກຳ�ລັງເດີນທາງ, ມັນກໍໄດ້ມໝ ີ ອກເຂົ້າປົກຄຸມມືດໄປທົ່ວປ່າຈົນເບິ່ງບໍ່ເຫັນທາງ. ທັນໃດນັ້ນ, ພວກ 18

ການພະຈົນໄພຂອງທ້າວນ້ອຍ

Tales_From_The_North_LA_FA.indd 18

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ເຂົາກໍເຫັນສິ່ງໜຶ່ງທີ່ມຂ ີ ະໜາດໃຫຍ່ເທົ່າພູເຂົາແຕ່ກບ ໍ ໍ່ມໃ ີ ຜສົນໃຈ. ຢູ່ໆພູເຂົານັ້ນກໍເໜັງໄປມາ. ພໍ

ໝອກເລີ່ມຈາງອອກ, ສິ່ງທີ່ເຂົາເຈົ້າເຫັນນັ້ນແມ່ນກວາງທີ່ີມຂ ີ ະໜາດໃຫຍ່ເທົ່າກັບພູເຂົາ. ເທິງຫຼັງ

ຂອງກວາງໂຕນັ້ນມີແຜ່ນດິນ, ມີຕົ້ນໄມ້ໃບຫຍ້າ ແລະ ດອກໄມ້ທີ່ສວຍງາມພ້ອມກັບມີສັດສາວາສິ່ງ

ນ້ອຍໃຫຍ່ອາໄສຢູ່. ເຂົາເບື້ອງໜຶ່ງຂອງກວາງມີຮັງເຜິ້ງຫຼາຍຮັງເກາະຢູ່ ແລະ ເຂົາເບື້ອງຊ້າຍກໍມນ ີ ົກ ແກ້ວຫຼາຍສີສັນຈັບຢູ່ພ້ອມທັງສົ່ງສຽງຮ້ອງອັນໜ້າອອນຊອນ.

ກວາງໂຕນັ້ນໄດ້ຄກ ຸ ເຂົ່າລົງ

ແລະ

ໄດ້ກົ້ມຫົວລົງເພື່ອໃຫ້ພວກນາຍພານ ແລະ ທ້າວນ້ອຍຂຶ້ນຢູ່ເທິງຫຼັງຂອງມັນ. ແລ້ວພວກນາຍພານກໍ ຍັງໄດ້ຍນ ິ ສຽງເວົ້າອອກມາວ່າ, “ພວກເຈົ້າຕ້ອງການທີ່ຈະໄປໃສ?”

ພວກນາຍພານກໍຕອບວ່າ, “ພວກເຮົາຕ້ອງການໄປໝູ່ບ້ານແຄມນ້ຳ�!” ແລ້ວກໍໄດ້ຍນ ິ ສຽງເວົ້າຂຶ້ນມາອີກວ່າ, “ຂ້ອຍຈະໄປສົ່ງພວກເຈົ້າເອງ!” ເມື່ອໄດ້ຍິນແນວນັ້ນພວກນາຍພານກໍພາກັນປີນຂຶ້ນໄປເທິງຫຼັງຂອງກວາງໂດຍບໍ່ລັງເລໃຈ,

ຍ້ອນວ່າເທິງຫຼັງຂອງກວາງບໍ່ໄດ້ຕ່າງຈາກພື້ນດິນເຊິ່ງມີສັດສາວາສິ່ງອາໄສຢູ່ລວມທັງມີຕົ້ນໄມ້ໃບ

ຫຍ້າທີ່ອດ ຸ ົມສົມບູນເປັນໜ້າອັດສະຈັນທີ່ສດ ຸ . ພໍພວກເຂົາໄດ້ຂຶ້ນຢູ່ເທິງຫຼັງຂອງກວາງແລ້ວ, ກວາງ ໂຕນັ້ນກໍໄດ້ຍ່າງເດີນທາງອອກໄປຜ່ານທຳ�ມະຊາດທີ່ເຫັນໄດ້ເຖິງພູຜາທີ່ສງູ ຊັນກວ່າທີ່ຄົນທຳ�ມະດາ

ຈະເບິ່ງເຫັນໄດ້. ເມື່ອກວາງເດີນທາງອອກໄປ, ພວກເຂົາກໍໄດ້ເຫັນວ່າໂຕເອງຢືນຢູ່ຈດ ຸ ສູງສຸດພຽງ ກັບຈອມພູເຂົາ, ບໍ່ວ່າຈະຫຼຽວໄປທາງໃດກໍເຫັນແຕ່ພຜ ູ າປ່າດົງ ແລະ ທຳ�ມະຊາດອັນສວຍສົດງົດ ງາມທີ່ໜ້າອັດສະຈັນ. ໃນຂະນະທີ່ທກ ຸ ຄົນພວມຫຼົງໄຫຼກັບທຳ�ມະຊາດນັ້ນ, ທ້າວ ນ້ອຍ ກໍເລີ່ມມີອາ

ການບໍ່ດ.ີ ບາດແຜຕາມຕົນໂຕ ແລະ ໜ້າຕາຂອງລາວກໍເລີ່ມເປັນສີດຳ� ແລະ ມີເຫື່ອໄຫຼອອກເຕັມຄີງ.

ລາວທັງສັ່ນທັງຈົ່ມວ່າໜາວ. ນາຍພານເລີຍຮູ້ວ່າລາວເປັນໄຂ້. ພວກເຂົາຈຶ່ງໄດ້ເອົາຮາກໄມ້ທີ່ຕົນ

ເກັບໄວ້ຕດ ິ ໂຕຕະຫຼອດອອກມາຝົນໃສ່ນ້ຳ�ໃຫ້ລາວກິນ ແລະ ທາໃສ່ຕາມບາດແຜຕາມຕົນໂຕຂອງ ລາວ, ແຕ່ມັນກໍບໍ່ໄດ້ເຮັດໃຫ້ລາວດີຂື້ນ. ຮ່າງກາຍຂອງ ທ້າວ ນ້ອຍ ເລີ່ມກ່ຳ�ເຂົ້າ, ບາດແຜເປັນສີແດງ

ໂພງໄປໝົດ ແລະ ມີເລືອດໄຫຼອອກມາ.

ພວກນາຍພານເລີຍເວົ້າຂຶ້ນວ່າ, “ຖ້າລາວເປັນແບບນີ້, ລາວອາດຈະບໍ່ມຊ ີ ວ ີ ດ ິ ລອດກັບໄປ

ຮອດໝູ່ບ້ານຂອງພວກເຮົາດອກ.”

ແລ້ວທຸກຄົນກໍໄດ້ຍນ ິ ສຽງເວົ້າຂຶ້ນມາວ່າ, “ຢູ່ເທິງປ່ານີ້ມດ ີ ອກໄມ້ຊະນິດໜຶ່ງ. ພວກເຈົ້າຈົ່ງໄປ

ຊອກເອົາດອກກຸຫຼາບສີມ້ວງ. ມັນເປັນຢາ. ແລ້ວໃຫ້ພວກເຈົ້າເອົາເກສອນຂອງມັນໃຫ້ລາວກິນ. ມັນ ຈະເຮັດໃຫ້ຮ່າງກາຍຂອງລາວດີຂຶ້ນ”.

ເມື່ອພວກນາຍພານໄດ້ຍນ ິ ແນວນັ້ນ, ພວກເຂົາກໍຟ້າວຊອກຫາດອກກຸຫຼາບສີມ້ວງທີ່ຢູ່ໃນດົງ

ດອກໄມ້ທີ່ເຕັມໄປດ້ວຍດອກໄມ້ຫຼາກສີທີ່ສວຍສົດງົດງາມ

ເພື່ອຈະນຳ�ເອົາເກສອນມາໃຫ້

ທ້າວ

ນ້ອຍ ກິນ. ພວກເຂົາໃຊ້ເວລາດົນເຕີບກໍບໍ່ພົບດອກກຸຫຼາບນັ້ນ. ພວກເຂົາຫາແນວໃດກໍບໍ່ມດ ີ ອກກຸ

ຫຼາບດັ່ງກ່າວຈົນເກີດຄວາມທໍ້ຖອຍ ແລະ ໝົດກຳ�ລັງໃຈ ຈຶ່ງໄດ້ພາກັນເຊົາຊອກຫາແລ້ວໄປຫາວິທີ

ອື່ນ. ໃນຂະນະນັ້ນເອງ, ນາຍພານຜູ້ໜຶ່ງໄດ້ເຕະຖືກກ້ອນຫິນກ້ອນໜຶ່ງທີ່ຢູ່ໃຈກາງຂອງດົງດອກໄມ້ ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 19

ການພະຈົນໄພຂອງທ້າວນ້ອຍ

19

12/10/19 1:50 PM


ຈົນລົ້ມໝົດແຮງລົງກັບພື້ນ. ແລ້ວລາວກໍຫຼຽວເຫັນແສງແດດສ່ອງລົງມາໃສ່ດອກໄມ້ດອກໜຶ່ງ. ມັນ ແມ່ນດອກກຸຫຼາບສີມ່ວງທີ່ພວກເຂົາກຳ�ລັງຊອກຫາ

ເຊິ່ງດອກໄມ້ດອກນີ້ເປັນດອກໄມ້ຂະໜາດ

ນ້ອຍ. ມັນຢູຕ່ຳ ່ �ກວ່າດອກໄມ້ອື່ນໆ ເຮັດໃຫ້ເບິ່ງເຫັນມັນໄດ້ຍາກ. ມັນມີລຳ�ຕົ້ນ ແລະ ໃບຄືກັບດອກໄມ້ ທົ່ວໄປ, ແຕ່ດອກຂອງມັນເປັນສີມ່ວງຄ້າຍກັບເພັດນິນຈິນດາທີ່ລ້ຳ�ຄ່າແວວວາວ. ມັນສາມາດຮັກສາ ພະຍາດໄດ້ຫຼາຍຢ່າງ.

ເມື່ອນາຍພານຜູ້ນັ້ນເຫັນ, ລາວກໍຟ້າວທ້ວງຂຶ້ນດ້ວຍຄວາມດີໃຈວ່າ, “ຫັ້ນເດດອກໄມ້ສມ ີ ່ວງ!

ຂ້ອຍເຫັນແລ້ວ!”

ພວກນາຍພານໄດ້ຍນ ິ ດັ່ງນັ້ໜກໍພາກັນຟ້າວຫຸ້ມມາເບິ່ງ.

ແລ້ວພວກເຂົາກໍເດັດເອົາດອກໄມ້

ໄປ ແລະ ນຳ�ເອົາເກສອນໄປໃຫ້ ທ້າວ ນ້ອຍກິນ. ເມື່ອ ທ້າວ ນ້ອຍ ໄດ້ກນ ິ ເກສອນດອກໄມ້ແລ້ວບໍ່ດົນ,

ໜ້າຕາຂອງລາວກໍຄ່ອຍໆຈາງອອກ ແລະ ອາການກໍເລີ່ມດີຂຶ້ນເລື່ອຍໆ. ເວລາຜ່ານໄປ, ກວາງໂຕ ນັ້ນກໍໄດ້ພາພວກເຂົາມາຮອດໝູ່ບ້ານແຄມນ້ຳ�.

ພວກເຂົາຫຼຽວເຫັນຊາວບ້ານທີ່ກຳ�ລັງແຫ່ກັນມາ

ເປັນກຸ່ມຢູ່ໜ້າບ້ານ ເພາະຄວາມາປະຫຼາດໃຈທີ່ເຫັນມີສັດຂະໜາດໃຫຍ່ເທົ່າພູເຂົາພ້ອມກັບຄວາມ ອຸດົມສົມບຸນຂອງທຳ�ມະຊາດ ແລະ ສັດສາວາສິ່ງທີ່ດຳ�ລົງຊີວດ ິ ເທິງຫຼັງຂອງກວາງ.

ພໍມຄ ີ ົນເຫັນວ່າມີຄົນອາໄສຢູ່ເທິງນັ້ນດ້ວຍ, ຄົນຜູ້ນັ້ນຈຶ່ງຮ້ອງຂຶ້ນວ່າ, “ເບິ່ງແມະ! ມີຄົນຢູ່ເທິງ

ຫຼັງໂຕກວາງ!”

ເມື່ອຊາວບ້ານໄດ້ຍິນກໍແຫ່ກັນມາເບິ່ງແລ້ວກໍເຫັນນາຍພານໃນໝູ່ບ້ານຂອງຕົນທີ່ອອກໄປ

ລ່າສັດແຕ່ 2-3 ມື້ກ່ອນມາກັບຄົນແປກໜ້າຜູ້ໜຶ່ງທີ່ໄດ້ຮັບບາດເຈັບເຊິ່ງແມ່ນ ທ້າວ ນ້ອຍ. ໃນຂະນະ

ທີ່ຊາວບ້ານກຳ�ລັງຕົກໃຈກັບຄວາມແປກປະຫຼາດ ແລະ ມະຫັດສະຈັນນັ້ນ, ກວາງໂຕນັ້ນກໍໄດ້ຄກ ຸ

ເຂົ່າລົງກັບພື້ນ ເພື່ອໃຫ້ພວກນາຍພານລົງຈາກຫຼັງຂອງຕົນ. ພວກນາຍພານໄດ້ພາ ທ້າວ ນ້ອຍ ລົ ງ ຈາກຫຼັງຂອງກວາງແລ້ວເຂົ້າໄປໃນໝູ່ບ້ານ, ບ້ານແຫ່ງນີ້.

ມຸ່ງໜ້າໄປຫາພະລືສເີ ຊິ່ງເປັນຜູ້ປົກປ້ອງຄຸ້ມຄອງໝູ່

ພວກນາຍພານໄດ້ເລົ່າກົກປາຍສາຍເຫດເລື່ອງຂອງ

ທ້າວ

ນ້ອຍ

ສູ່ພະລືສຟ ີ ັງ.

ພະລືສໄ ີ ດ້ຮູ້ແນວນັ້ນຈຶ່ງໄດ້ຮັກສາ ທ້າວ ນ້ອຍ ດ້ວຍຄາຖາອາຄົມ ແລະ ພືດສະໝຸນໄພ.

ທ້າວ ນ້ອຍ ຮັກສາອາການບາດເຈັບຫຼາຍມື້ຫຼາຍວັນຢູ່ໃນໝູ່ບ້ານແຄມນ້ຳ� ເຊິ່ງເປັນໝູ່ບ້ານ

ທີ່ອດ ຸ ົມສົມບຸນ ແລະ ຈະເລີນຮຸ່ງເຮືອງ. ຊາວບ້ານບໍ່ໃຊ້ເງິນຄຳ� ຫຼື ສິ່ງຂອງມີຄ່າໃດໆ ເພາະທຸກຄົນ

ແບ່ງປັນສິ່ງຂອງທີ່ຕົນມີໃຫ້ກັນ ແລະ ກັນ. ແລ້ວອາການຂອງທ້າວ ນ້ອຍ ກໍເລີ່ມດີຂຶ້ນຈົນເປັນປົກກະຕິ. ຫຼັງຈາກນັ້ນ, ທ້າວ ນ້ອຍ ກໍໄດ້ເລົ່າເລື່ອງລາວທັງໝົດທີ່ຕົນເອງໄດ້ພົບມາສູ່ລສ ື ຟ ີ ງັ ແລະ ໄດ້ຂຢ ໍ າວິ

ເສດທີ່ສາມາດຮັກສາຊາວບ້ານຂອງຕົນໄດ້, ພ້ອມກັບຂໍຝກ ຶ ວິຊາອາຄົມກັບລືສຄ ີ ົນນັ້ນ ເພື່ອໄປກອບ ກູ້ໝູ່ບ້ານຂອງຕົນໃຫ້ກັບມາເປັນຄືແຕ່ກ່ອນແຕ່ຫຼັງ. ຫຼັງຈາກນັ້ນ, ລືສກ ີ ໄ ໍ ດ້ເລີ່ມສອນວິຊາອາຄົມຕ່າງ ໆທີ່ມໃ ີ ຫ້ກັບ ທ້າວ ນ້ອຍ ເພື່ອໃຫ້ ທ້າວ ນ້ອຍໄປກອບກູ້ບ້ານຂອງລາວ. ລືສໄ ີ ດ້ສອນວິຊາໃຫ້ ທ້າວ

ນ້ອຍ ສາມາດປ່ຽນສິ່ງຂອງຕ່າງໆທີ່ບໍ່ມຊ ີ ວ ີ ດ ິ ໃຫ້ສາມາດເປັນໄປຕາມຄວາມຕ້ອງການ. ລືສຍ ີ ັງສອນ ລາວໃນການນຳ�ໃຊ້ດາບ ແລະ ຄວບຄຸມອາລົມຂອງຕົນ ຢູ່ໃນປ່າທີ່ມຄ ີ ວາມສະຫງົບ. ເວລາຜ່ານໄປ,

20

ການພະຈົນໄພຂອງທ້າວນ້ອຍ

Tales_From_The_North_LA_FA.indd 20

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ທ້າວ ນ້ອຍ ກໍໄດ້ຝກ ຶ ວິຊາສຳ�ເລັດແລ້ວ ແລະ ໄດ້ອຳ�ລາຊາວບ້ານແຄມນ້ຳ�ໄປຫາໝູ່ບ້ານຂອງຕົນ.

ກ່ອນທີ່ລາວຈະອອກໄປ, ລືສກ ີ ໄ ໍ ດ້ມອບຢາວິເສດ ແລະ ດາບດວງໜຶ່ງທີ່ມຂ ີ ະໜາດພໍດຈ ີ ັບໃຫ້ກັບ ລາວ. ດາບດວງນີ້ແກະສະລັກເປັນລາຍມັງກອນ ແລະ ມີລດ ິ ເດດທີ່ສາມາດປາບສິ່ງຊົ່ວຮ້າຍຕ່າງໆ

ໄດ້. ພະລືສເີ ອງກໍຢາກຈະໄປຊ່ວຍແຕ່ມໜ ີ ້າທີ່ຕ້ອງຢູ່ປົກປ້ອງຄຸ້ມຄອງໝູ່ບ້ານຂອງຕົນ ເພາະບໍ່ຮູ້ວ່າ ຈະມີຫຍັງເກີດຂຶ້ນເມື່ອໃດ. ແລ້ວທ້າວ ນ້ອຍ ກໍໄດ້ອອກເດີນທາງໄປຫາໝູ່ບ້ານຂອງຕົນເພື່ອກອບກູ້ ຄວາມສະຫງົບມາສູ່ໝູ່ບ້ານຄືນ. ແຕ່ແລ້ວລາວກໍຄດ ິ ອີກຮອດວ່າຈະເຮັດແນວໃດດີ. ກ

ກັບໄປກອບກູ້ໝູ່ບ້ານ. (ອ່ານຕໍ່ໜ້າທີ 22.)

ພະຈົນໄພຕໍ່ . (ອ່ານຕໍ່ໜ້າທີ 28.)

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 21

ການພະຈົນໄພຂອງທ້າວນ້ອຍ

21

12/10/19 1:50 PM


ກັບໄປກອບກູ້ໝູ່ບ້ານ ຫຼັງຈາກທີ່ແຮ້ງໂຕນັ້ນນຳ�ພວກນາຍພານບໍ່ທັນ, ມັນກໍໄດ້ກັບຮ່າງຈາກງູມາເປັນແຮ້ງແລ້ວກັບ

ໄປຮັກສາໂຕທີ່ຮັງຂອງມັນຄືເກົ່າ. ແຜຂອງມັນຈະບໍ່ຫາຍຂາດ ເນື່ອງຈາກວ່າມັນຕ້ອງກິນມະນຸດເປັນ ອາຫານ ຈຶ່ງສາມາດກູ້ພະລັງຄືນມາໄດ້. ສະນັ້ນ, ມັນຈຶ່ງກັບໄປຫາໝູ່ບ້ານນ້ຳ�ທິບອີກເທື່ອໝື່ງ ເພື່ອ ຫວັງຈະກິນຊາວບ້ານທີ່ຍັງຫຼົງເຫຼືອຢູ່ນັ້ນ.

ເມື່ອໄດ້ຝກ ຶ ວິຊາສຳ�ເລັດແລ້ວ, ທ້າວ ນ້ອຍ ກໍອອກເດີນທາງຈາກໝູ່ບ້ານແຄມນ້ຳ�ກັບໄປຫາ

ໝູ່ບ້ານນ້ຳ�ທິບ. ເວລາທີ່ລາວເດີນທາງ, ລາວໄດ້ຈັບເອົາກິ່ງໄມ້ນ້ອຍອັນໜຶ່ງຂື້ນມາ ແລ້ວຈົ່ມມົນຄາ

ຖາເປັນແສງສີຂາວອອກຈາກປາກໄຫຼເຂົ້າໃສ່ກິ່ງໄມ້ນັ້ນ ເຮັດໃຫ້ມັນໃຫຍ່ຂຶ້ນເລື້ອຍໆຈົນກາຍເປັນ

ຊ້າງວິເສດທີ່ມປ ີ ກ ີ ແລະ ສາມາດບິນໄດ້. ແລ້ວທ້າວນ້ອຍໄດ້ຂຶ້ນຂີ່ຫຼັງຊ້າງທີ່ຖກ ື ປຸກເສກມາຈາກໄມ້ ໂຕນັ້ນ, ແລ້ວມັນກໍບນ ິ ເຈີດຂຶ້ນໄປເທີງທ້ອງຟ້າ ເພື່ອພາທ້າວ ນ້ອຍ ເດີນທາງໄປໝູ່ບ້ານນ້ຳ�ທິບ.

ທ້າວ ນ້ອຍໄດ້ຂີ່ຊ້າງມາຮອດພູຜາທີ່ສງູ ຊັນບ່ອນທີ່ລາວໄດ້ຕໍ່ສູ້ກັບແຮ້ງໂຕນັ້ນ. ລາວຫຼຽວຊ້າຍຫຼຽວ ຂວາຊອກຫາແຮ້ງໂຕນັ້ນແຕ່ກບ ໍ ໍ່ເຫັນ. ແລະ

ລາວເຫັນແຕ່ຮັງທີ່ຮ້າງພ້ອມກັບຊາກໂຄງກະດູກຂອງຄົນ

ສັດຕ່າງໆພ້ອມກັບຮ່ອງຮອຍການຕໍ່ສູ້ຂອງຕົນກັບແຮ້ງໂຕນັ້ນ. ຈາກນັ້ນ, ລາວຈຶ່ງເດີນທາງ

ໄປຫາໝູ່ບ້ານຂອງຕົນຕໍ່.

ເມື່ອລາວມາຮອດບ້ານ ເຊິ່ງແທນທີ່ຈະມີສຽງວົນແຊວຂອງຜູ້ຄົນ ແລະ ສັດສາວາສິ່ງຕ່າງໆ,

ແຕ່ພັດມິດງຽບ ແລະ ເຕັມໄປດ້ວຍຄວາມແຫ້ງແລ້ງ, ຕົ້ນໄມ້ໃບຫຍ້າທີ່ຢູ່ຮອບໝູ່ບ້ານຫ່ຽວແຫ້ງຕາຍ

ສົ່ງກິ່ນເນົ່າເໝັນ. ທ້າວ ນ້ອຍ ໄດ້ລົງຈາກຫຼັງຊ້າງຍ່າງລົງພື້ນດິນ. ແລ້ວຊ້າງໂຕນັ້ນກໍກາຍເປັນແສງສີ ທອງລອຍຂຶ້ນເທິງທ້ອງຟ້າແລ້ວຫາຍລັບໄປ. ໃຈຂອງ ທ້າວ ນ້ອຍ ໃນຕອນນີ້ເກີດຄວາມກັງວົນເປັນ ຫ່ວງວ່າຄົນໃນໝູ່ບ້ານທີ່ຍັງຫຼົງເຫຼືອຢູ່ນັ້ນຈະໄດ້ຮັບອັນຕະລາຍອີກເທື່ອໜຶ່ງ. ເມື່ອຄິດໄດ້ແນວນັ້ນ, ລາວຈຶ່ງຟ້າວແລ່ນເຂົ້າໄປໃນໝູ່ບ້ານ.

ສ່ວນແຮ້ງໂຕນັ້ນທີ່ໄດ້ກັບຄືນມາທີ່ໝູ່ບ້ານນ້ຳ�ທິບກໍໄດ້ຈັບຜູ້ຄົນກິນ ໂດຍໄຮ້ຄວາມປານີໃດໆ,

ບໍ່ວ່າຈະເປັນເດັກນ້ອຍ, ຜູ້ໃຫຍ່, ຜູ້ເຖົ້າຜູ້ແກ່. ຫຼັງຈາກມັນກິນຊາວບ້ານຈົນອິ່ມ, ມັນກໍໄດ້ນອນພັກ ຢູ່ໃນໝູ່ບ້ານ. ມັນນອນຫຼັບສະບາຍແບບບໍ່ຮູ້ສກ ຶ ໂຕ.

ທ້າວ ນ້ອຍ ໄດ້ມາເຫັນໝູ່ບ້ານຂອງຕົນທີ່ເຄີຍອຸດົມສົມບູນງົດງາມເຕັມໄປດ້ວຍຕົ້ນໄມ້ໃບ

ຫຍ້າ ແລະ ຜູ້ຄົນເຕັມບ້ານກາຍເປັນຄວາມແຫ້ງແລ້ງ, ດິນກະດ້າງ ແລະ ເຮືອນຊານທີ່ເປ່ເພ. ທຸກຢ່າງ ແມ່ນມຸ່ນກະຈາຍໄປທົ່ວ ຍັງຄົງເຫຼືອແຕ່ສາຍນ້ຳ�ທິບທີ່ຍັງໃສເຢັນ ແລະ ໄຫຼຢູ່ຄເື ກົ່າ. ທັນໃດນັ້ນ, ລາວ

ກໍຫຼຽວເຫັນແຮ້ງໂຕນັ້ນນອນຫຼັບທັບເຮືອນຄົນຫຼາຍຫຼັງ. ທ້ອງຂອງມັນເຄັ່ງຕຶງດ້ວຍຄວາມອິ່ມໜ່ຳ�ສຳ�

ລານ. ທ້າວ ນ້ອຍ ຄິດໃນໃຈວ່າຊາວບ້ານຕ້ອງຢູ່ໃນທ້ອງຂອງມັນເຊິ່ງລາວກໍມຄ ີ ວາມກັງວົນ, ຄວາມ ຢ້ານ, ຕົນໂຕສັ່ນ, ຫົວໃຈເຕັ້ນແຮງຂຶ້ນ, ມີເຫື່ອໄຫຼອອກມາ ແລະ ມີຄວາມຄຽດແຄ້ນໃນໃຈ. ແຕ່ແລ້ວ,

ລາວກໍຄດ ິ ເຖິງຄຳ�ສັ່ງສອນຂອງລືສທ ີ ີ່ໄດ້ສອນໃຫ້ລາວຮູ້ວທ ິ ຄ ີ ວບຄຸມສະຕິອາລົມ. ລາວຈຶ່ງໄດ້ຄວບ ຄຸມຄວາມຢ້ານຈົນຫາຍໄປໝົດ. ແລ້ວລາວກໍວາງແຜນເພື່ອລໍ້ລວງແຮ້ງໂຕນັ້ນ ຍ້ອນລາວຢ້ານວ່າ 22

ການພະຈົນໄພຂອງທ້າວນ້ອຍ

Tales_From_The_North_LA_FA.indd 22

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ຖ້າມີການຕໍ່ສູ້ຈະເຮັດໃຫ້ໝູ່ບ້ານພັງໄປຫຼາຍກວ່ານີ້. ທ້າວ ນ້ອຍ ໄດ້ຫ້າງແຮ້ວໂດຍການຜູກເຊືອກທີ່ ລາວປຸກເສກຂຶ້ນຈາກໃບໄມ້

ກັບກ້ອນຫິນທີ່ມຂ ີ ະໜາດໃຫຍ່ຫຼາຍກ້ອນຢູ່ເທິງໜ້າຜາທີ່ສງູ ຊັນ.ເມື່ອ

ວາງແຜນສຳ�ເລັດແລ້ວ, ລາວກໍໄດ້ລໍ້ລວງແຮ້ງໂຕນັ້ນໂດຍໃຊ້ທະນູຍງິ ເຂົ້າທີ່ໜ້າເອິກຂອງແຮ້ງ ເຮັດ ໃຫ້ມັນສະດຸ້ງຕື່ນຂຶ້ນຈາກການນອນຫຼັບພ້ອມກັບຫັນໜ້າໄປຫາ ທ້າວ ນ້ອຍ ທີ່ຢູ່ເທິງຫົວບ້ານ. ມັນ

ຄິດຈະກິນ ທ້າວ ນ້ອຍ ຈຶ່ງໄດ້ບນ ິ ເຂົ້າໄປຫາ. ເມື່ອທ້າວ ນ້ອຍ ເຫັນແນວນັ້ນ, ລາວກໍເລີ່ມປະຕິບັດຕາ

ມແຜນໂດຍການແລ່ນໜີໄປ ເພື່ອລໍ້ລວງແຮ້ງໂຕນັ້ນຕາມໄປຫາແຮ້ວທີ່ຕົນເອງຫ້າງໄວ້. ພໍໄປຮອດ, ລາວກໍໄດ້ຢດ ຸ ແລ່ນ, ຢືນຢູ່ກາງຕີນຜາ. ເມື່ອແຮ້ງເຫັນວ່າ ທ້າວ ນ້ອຍ ຢືນຊຶງ, ມັນກໍໄດ້ເຂົ້າຄຸບ ທ້າວ

ນ້ອຍ ແລະ ທ້າວ ນ້ອຍ ກໍໂຈມຕີມັນທັນທີ. ໃນຂະນະທີ່ແຮ້ງໂຕນັ້ນບິນລົງມາສູ່ຕນ ີ ຜາ ແລະ ພວມຈະເຂົ້າເຖິງໂຕຂອງ ທ້າວ ນ້ອຍ, ທ້າວ ນ້ອຍກໍໄດ້ຈົ່ມຄາຖາໃຫ້ຕົນເອງຫາຍຕົວຂຶ້ນໄປຢູ່ເທິງ

ຍອດຜາ. ສ່ວນແຮ້ງໂຕນັ້ນກໍລົງໄປຢູ່ຕນ ີ ຜາ. ສ່ວນແຮ້ງໂຕນັ້ນກໍລົງໄປຢູ່ຕນ ີ ຜາ. ແລ້ວທ້າວນ້ອຍກໍ ໄດ້ເອົາດາບວິເສດຂອງລາວຕັດເຊືອກທີ່ກັ້ນຫີນເອົາໄວ້ນັ້ນລົງທັບໃສ່ແຮ້ງໂຕນັ້ນຈົນໄດ້ຍິນສຽງດັງ

ຄຸມຄາມຈົນຫິນຕົກລົງໝົດ ແລະ ສຽງກໍມດ ິ ໄປ. ທ້າວນ້ອຍ ຄິດວ່າໂຕເອງໄດ້ປາບສັດຮ້າຍສຳ�ເລັດ.

ແຕ່ມັນບໍ່ແມ່ນຄວາມຈິງ ຍ້ອນແຮ້ງໂຕນັ້ນມີກຳ�ລັງມະຫາສານ. ກ້ອນຫີນບໍ່ສາມາດເຮັດຫຍັງມັນໄດ້. ເພື່ອມັນຟິດກ້ອນຫີນກະເດັນອອກມາໝົດແລ້ວ, ມັນກໍບນ ິ ຂຶ້ນມາເທິງໜ້າຜາມາຢູ່ຕໍ່ໜ້າຂອງ ທ້າວ

ນ້ອຍ. ແລ້ວຮ່າງກາຍຂອງມັນກໍນ້ອຍລົງມາກາຍເປັນຄົນທີ່ມຖ ື ຫ ື ອກທີ່ແຫຼມຄົມ. ແລ້ວມັນກໍບກ ຸ ເຂົ້າ ຕໍ່ສູ້ກັບ ທ້າວ ນ້ອຍ.

ແຕ່ມັນບໍ່ສາມາດເອົາຊະນະອາຄົມຂອງ ທ້າວ ນ້ອຍ ໄດ້, ມັນຈຶ່ງໄດ້ແປງກາຍເປັນມັງກອນທີ່

ມີດວງຕາສີດຳ�, ປາກຂອງມັນທີ່ສາມາດພົ່ນໄຟໄດ້ ແລະ ລຳ�ໂຕຂອງມັນທີ່ເປັນສີຂຽວແກ່. ສ່ວນທ້າວ ນ້ອຍ ກໍຈັບເອົາຂີ້ດນ ິ ຂຶ້ນມາແລ້ວຈົ່ມມົນໃສ່ດນ ິ . ຂີ້ດນ ິ ນັ້ນກໍກາຍເປັນເປວໄຟສີດຳ�ລຸກຂຶ້ນຈາກມື

ຂອງລາວ. ແລ້ວທັງສອງໄດ້ໃຊ້ພະລັງທີ່ມລ ີ ອຍມາຕຳ�ກັນ, ເຮັດໃຫ້ພຜ ູ າທີ່ຢູ່ແຖວນັ້ນພ້ອມກັບດິນແ

ຕກແຍກອອກຈາກກັນ ແລະ ທ້ອງຟ້າກໍເຕັມໄປດ້ວຍຄວາມມືດມົວ. ທັງສອງໃຊ້ເວດມົນສູ້ກັນຈົນເຮັດ ໃຫ້ຕນ ົ້ ໄມ້ໃນປ່າທີ່ຕບ ຶ ໜາຕ້ອງລົ້ມກັນເປັນແຖວ.

ດ້ວຍຄວາມຮຸນແຮງຂອງການປະທະຂອງເວດ

ມົນ, ທັງສອງຝ່າຍຈຶ່ງໄດ້ຟົ້ງອອກຈາກກັນ, ເຮັດໃຫ້ທັງສອງໄດ້ຮັບບາດເຈັບ. ແຕ່ ທ້າວ ນ້ອຍ ໄດ້ຮັບບາດເຈັບຫຼາຍກວ່າ ຈຶ່ງຕ້ອງໜີກັບໄປໝູ່ບ້ານຂອງຕົນ. ແຕ່ນົກນັ້ນກໍຫຼັກຕາມ ທ້າວ ນ້ອຍ ໄປ ແລ້ວມັນໂຈມຕີລາວຕອນທີ່ລາວບໍ່ໄດ້ຕັ້ງສະຕິໂດຍການພົ່ນໄຟ

ແລະ

ໃຊ້ຫາງທີ່ຍາວໂຈມຕີ.

ໃນຂະນະທີ່ທ້າວ ນ້ອຍ ສູ້ບໍ່ໄຫວ, ທ້ອງຟ້າກໍເລີ່ມມືດຄຶ້ມຮ້າຍກວ່າຄວັນໄຟ. ແລ້ວມັນກໍເລີ່ມມີ

ຝົນຕົກຟ້າຜ່າ. ທັນໃດນັ້ນ, ສາຍນ້ຳ�ທິບທີ່ໄຫຼຜ່ານກາງໝູ່ບ້ານກໍຫຸ້ມໂຕສູງຂຶ້ນ ແລະ ປ່ຽນຮູບຮ່າງໄປ ຄ້າຍຄືຄົນທີ່ໂຕໃຫຍ່ຊ່ຳ�ຍັກ ກ້ອນ.

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 23

ເຂົ້າມາໂອບກອດເອົາມັງກອນໂຕນັ້ນຈົນມັນກະດ້າງກາຍເປັນນ້ຳ�

ການພະຈົນໄພຂອງທ້າວນ້ອຍ

23

12/10/19 1:50 PM


24

ການພະຈົນໄພຂອງທ້າວນ້ອຍ

Tales_From_The_North_LA_FA.indd 24

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ທ້າວ ນ້ອຍ ທີ່ນອນສະຫຼົບຢູ່ກໍຕື່ນຂຶ້ນມາເມື່ອເມັດຝົນຕົກລົງໃສ່ໃບໜ້າ. ລາວລຸກໂຊເຊຂຶ້ນ

ມາແລ້ວຈັບເອົາດາບແລ້ວຕັ້ງສະຕິ. ລາວຈຶ່ງເຫັນມັງກອນກາຍເປັນນ້ຳ�ແຂງ. ແລ້ວລາວກໍເລີຍໂດດ ຂຶ້ນໄປເທິງຫົວຂອງມັນ

ແລ້ວໃຊ້ດາບແທງລົງໄປທີ່ຫົວຂອງມັນຈົນເປັນຮອຍແຕກແຍກອອກຈາກ

ກັນໄປເທື່ອລະສ່ວນ ແລະ ມີແສງຕິດອອກໄປ. ທ້າວ ນ້ອຍ ເຈາະຕໍ່ໄປຈົນມັງກອນທີ່ຖືກແຊ່ແຂງນັ້ນ ແຕກຟົ້ງກະຈາຍອອກໄປເປັນຊິ້ນສ່ວນເປັນນ້ຳ�ກ້ອນນ້ອຍໆຫຼາຍລ້ານກ້ອນ ກະຈາຍໄປທົ່ວໝູ່ບ້ານ. ແລ້ວການຕໍ່ສູ້ກໍໄດ້ສິ້ນສຸດລົງ.

ເມື່ອສັດປະຫຼາດໄດ້ຖືກກຳ�ຈັດ, ໝົດໝູ່ບ້ານກໍຄົງຍັງເຫຼືອແຕ່ ທ້າວ ນ້ອຍ ທີ່ນັ່ງຕົກຕະລຶງກັບ

ຄວາມມະຫັດສະຈັນຂອງສາຍນ້ຳ�ທິບ. ຝົນກໍເລີ່ມເຊົາຕົກ. ທ້ອງຟ້າກໍເລີ່ມແຈ້ງອອກ ແລະ ມີຫິມະ

ຕົກລົງມາເປັນສີຂາວໄປທົ່ວໝູ່ບ້ານ. ຫຼັງຈາກນັ້ນ, ສາຍນໍ້າທິບທີ່ມີຮູບຮ່າງຄືຄົນກໍໄດ້ສະຫຼາຍກາຍ ເປັນສາຍນ້ຳ�ໄຫຼໄປທົ່ວໝູ່ບ້ານ, ພ້ອມທັງໄຫຼໄປທົ່ວທຸກບ່ອນທີ່ສັດໂຕນັ້ນໄດ້ໄປທຳ�ລາຍ. ແລ້ວຕົ້ນ

ໄມ້ໃບຫຍ້າທີ່ຫ່ຽວແຫ້ງລົ້ມຕາຍກໍຄ່ອຍໆເປັນສີຂຽວຟື້ນຄືນຊີບຂຶ້ນມາມີຊີວິດຂຽວສົດງົດງາມຄືເກົ່າ. ເຮືອນຊານບ້ານຊ່ອງຂອງຊາວບ້ານກໍແປງຕົວເອງ

ແລະ

ຜູ້ຄົນໃນໝູ່ບ້ານຕ່າງກໍຟື້ນຈາກຄວາມ

ຕາຍ, ຈາກທີ່ເປັນເສດໂຄງກະດູກກໍກາຍເປັນຄົນຄືເກົ່າ. ຄົນທີ່ຄືນຊີບແມ່ນລວມທັງພໍ່, ແມ່ ແລະ ເອື້ອຍຂອງ ທ້າວ ນ້ອຍ.

ເມື່ອສາຍນ້ຳ�ທິບໄດ້ໄຫຼກອບກູ້ສິ່ງມີຊີວິດກັບຄືນມາ, ມັນກໍກາຍມາເປັນແມ່ນ້ຳ�ທິບທີ່ໄຫຼຜ່ານ

ໝູ່ບ້ານຄືເກົ່າ. ຢູ່ໆກໍໄດ້ມີແສງສີຟ້າເຂັ້ມສ່ອງລົງມາຈາກຟ້າເຂົ້າໃສ່ໂຕຂອງທ້າວ ນ້ອຍ ທີ່ໄດ້ຮັບ

ບາດເຈັບສາຫັດ. ແລ້ວບາດແຜຕາມຮ່າງກາຍຂອງລາວກໍຄ່ອຍຫາຍໄປຈົນກາຍມາເປັນປົກກະຕິ. ແລ້ວລາວກໍຍ່າງເຂົ້າໄປໃນໝູ່ບ້ານ, ມຸ່ງໜ້າໄປຫາເຮືອນຂອງຕົນ. ໃນເວລາທີ່ລາວຍ່າງເຂົ້າໄປນັ້ນ, ລາວໄດ້ເຫັນຊາວບ້ານດຳ�ລົງຊີວິດປົກກະຕິຄືກັບວ່າບໍ່ມີຫຍັງເກີດຂຶ້ນ. ນັບຕັ້ງແຕ່ມື້ທີ່ມີສັດຮ້າຍເລີ່ມເຂົ້າມາທຳ�ລາຍ,

ສິ່ງທີ່ລາວຜ່ານພົ້ນມານັ້ນຄ້າຍກັບວ່າເປັນ

ຄວາມຝັນປານກັບວ່າລາວຢູ່ຄົນລະໂລກກັບປັດຈຸບັນ. ລາວຍ່າງກັບເມືອເຮືອນ ແລ້ວເຫັນ ນາງ ທິບ ຜູ້ເປັນເອື້ອຍຂອງລາວ ກຳ�ລັງກວາດເຮືອນພ້ອມກັບພໍ່ແມ່ຂອງລາວທີ່ກຳ�ລັງຈະໄປສວນ, ລາວເລີຍ ແລ່ນເຂົ້າໄປໂອບກອດພໍ່ກັບແມ່ດ້ວຍຄວາມດີໃຈຈົນນ້ຳ�ຕາໄຫຼອອກມາອາບແກ້ມ.

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 25

ການພະຈົນໄພຂອງທ້າວນ້ອຍ

25

12/10/19 1:50 PM


26

ການພະຈົນໄພຂອງທ້າວນ້ອຍ

Tales_From_The_North_LA_FA.indd 26

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


“ແມ່ນລູກເປັນຫຍັງ? ມີໃຜເຮັດຫຍັງໃຫ້ລູກບໍ?” ແມ່ລາວຖາມຂຶ້ນ. “ລູກດີໃຈທີ່ເຫັນໜ້າພໍ່ແມ່!” ທ້າວ ນ້ອຍ ຕອບ. ເອື້ອຍຂອງລາວກໍເວົ້າຂຶ້ນວ່າ, “ເຈົ້າຄືມາເວົ້າແປກແທ້! ເຮົາກະເຫັນໜ້າກັນຢູ່ທຸກມື້!”

ເມື່ອທ້າວນ້ອຍໄດ້ຍິນແນວນັ້ນ,

ລາວກໍຮູ້ໄດ້ທັນທີວ່າທຸກຄົນໃນໝູ່ບ້ານຖືກລຶບຄວາມຈຳ�

ກ່ຽວກັບເລື່ອງຊົ່ວຮ້າຍທັງໝົດ, ຄ້າຍກັບວ່າເວລາຢຸດໝຸນຕັ້ງແຕ່ມື້ທີ່ເຂົ້າພັນສາແລ້ວມັນກໍເລີ່ມໝຸນ ອີກຄັ້ງໃນມື້ນີ້.

ລາວຈຶ່ງເກັບເລື່ອງລາວຕ່າງໆໄວ້ເປັນຄວາມລັບຄົນດຽວ.

ລາວບໍ່ເວົ້າຮອດເລື່ອງ

ສັດປະຫຼາດ ແລະ ເລື່ອງຊົ່ວຮ້າຍຕ່າງໆສູ່ໃຜຟັງ, ບໍ່ວ່າຈະເປັນພໍ່, ແມ່ ແລະ ເອື້ອຍກໍຕາມ. ລາວຍັງ ໄດ້ເກັບສິ່ງທີ່ລາວພົບພໍ້ມາເປັນບົດຮຽນໃນຊີວິດປະຈຳ�ວັນ

ເພາະວ່າການທີ່ຄົນເຮົາຈະເຮັດສິ່ງໃດ

ໜຶ່ງກໍຄວນຄິດຕຶກຕອງເບີ່ງກ່ອນວ່າສິ່ງທີ່ເຮັດນັ້ນມີຜົນດີ ຫຼື ຮ້າຍຕໍ່ຄົນອ້ອມຂ້າງແນວໃດ. ລາວຮູ້ຈັກ

ຄວບຄຸມການໃຊ້ອາລົມ, ມີຄວາມເປັນຜູ້ໃຫຍ່ຂຶ້ນ ແລະ ລາວກໍໄດ້ໃຊ້ຊີວິດຢູ່ໃນໝູ່ບ້ານນ້ຳ�ທິບເປັນ ປົກກະຕິຢ່າງມີຄວາມສຸກ. ຄົນໃນໝູ່ບ້ານກໍໄດ້ດຳ�ລົງຊີວິດດ້ວຍຄວາມພໍພຽງ, ສະເໝີພາບ, ມີຄວາມ

ສາມັກຄີ, ຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ຕໍ່ມາອີກບໍ່ດົນຫົນທາງທີ່ທຸກຍາກລຳ�ບາກກໍຖືກດັດ ແປງໃຫ້ເປັນທາງທີ່ສະດວກສະບາຍ. ແລ້ວກໍມີພໍ່ຄ້າຊາວຂາຍເລີ່ມເຂົ້າມາໃນໝູ່ບ້ານເພື່ອມາແລກ ປ່ຽນຊື້ຂາຍ ແລະ ມາທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆໃນໝູ່ບ້ານ. ສ່ວນ ທ້າວ ນ້ອຍ ກໍໄດ້ແຕ່ງງານກັບ

ຍິງຄົນໜຶ່ງທີ່ຢູ່ໃນ ບ້ານດຽວກັນ ແລະ ມີລູກນຳ�ກັນຄົນໜຶ່ງ. ແລ້ວພວກເຂົາໃຊ້ຊີວິດຮ່ວມກັນຢ່າງມີຄ ວາມສຸກໃນໝູ່ບ້ານນ້ຳ�ທິບ

- ຈົບ -

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 27

ການພະຈົນໄພຂອງທ້າວນ້ອຍ

27

12/10/19 1:50 PM


ພະຈົນໄພຕໍ່

ໃນຂະນະທີ່ທ້າວ ນ້ອຍ ພວມຈະກັບຄືນບ້ານຂອງຕົນນັ້ນ, ກຸ່ມຄົນກຸ່ມໜຶ່ງກໍຍ່າງເຊຊ້າຍເຊ

ຂວາອອກມາຈາກປ່າ. ຄົນກຸ່ມນັ້ນແມ່ນຄົນທີ່ອາໄສຢູ່ໃນບ້ານນ້ຳ�ທິບ. ພວກເຂົາໄດ້ເລົ່າເຫດການ

ທີ່ເກີດຂຶ້ນດ້ວຍຄວາມຢ້ານ, ຮ່າງກາຍສັ່ນ ແລະ ອ່ອນເພຍ ຍ້ອນພວກເຂົາບໍ່ໄດ້ກນ ິ ອາຫານມາຫຼາຍ ມື້ແລ້ວ. ພວກເຂົາເລົ່າໃຫ້ ທ້າວ ນ້ອຍ ຟັງວ່າແຕ່ມື້ທີ່ທ້າວ ນ້ອຍ ໄດ້ອອກເດີນທາງຈາກໝູ່ບ້ານ, ຝົນ

ກໍຕົກໜັກຕິດຕໍ່ກັນເປັນເວລາຫຼາຍມື້ຫຼາຍຄືນ, ເຮັດໃຫ້ນ້ຳ�ປ່າໄຫຼມາທົ່ວທຸກທິດ ແລະ ຫຼັ່ງລົງມາໃສ່ໝູ່ ບ້ານ ແລະ ຖ້ວມບ້ານເຮືອນຈົນໝົດ. ນັ້ນເຮັດໃຫ້ຄົນ ແລະ ສັດທີ່ຍັງເຫຼືອຕ້ອງໜີເອົາໂຕລອດ ເຊິ່ງຍັງເຫຼືອແຕ່ 4-5 ຄົນເທົ່ານັ້ນ. ເມື່ອໄດ້ຍນ ິ ແນວນັ້ນ, ທ້າວ ນ້ອຍ ກໍເກີດຄວາມໂສກເສົ້າເສຍໃຈ ກວ່າເກົ່າ ພ້ອມກັບຄວາມສິ້ນຫວັງ.

ໃນຕອນທີ່ຊາວບ້ານເລົ່າເລື່ອງໃຫ້ ທ້າວ ນ້ອຍ ຟັງຢູ່, ຊາຍຄົນໜື່ງກໍແລ່ນອອກມາຈາກປ່າອີກ

ຝັ່ງຂອງບ້ານ ແລ້ວແລ່ນເຂົ້າໄປບອກລືສວ ີ ່າ, “ເມືອງ ອາເທວຣ໋າ ຖືກຮຸກຮານ. ຂໍໃຫ້ລສ ື ຈ ີ ົ່ງໄປ ຊ່ວຍເຫຼືອແດ່.” ເມື່ອພະລືສໄ ີ ດ້ຍນ ິ ແນວນັ້ນລາວກໍຟ້າວອອກເດີນທາງ. ທ້າວ ນ້ອຍ ເຫັນແນວ

ນັ້ນກໍເລີຍຂໍຕດ ິ ຕາມໄປນຳ�. ກ່ອນອອກເດີນທາງ, ພະລືສໄ ີ ດ້ຈັບເອົາເຕົ່ານ້ອຍທີ່ຢູ່ໃນຖົງອອກມາ ແລ້ວຈົ່ມຄາຖາໃສ່ເຕົ່ານ້ອຍໂຕນັ້ນໃຫ້ກາຍເປັນເຕົ່າຍັກທີ່ມປ ີ ກ ີ ຄືນົກ. ແລ້ວພະລືສີ ແລະ ທ້າວ ນ້ອຍ ກໍໄດ້ຂຶ້ນໄປນັ່ງຢູ່ເທິງຫຼັງເຕົ່າໂຕນັ້ນ, ແລ້ວມັນກໍພາບິນໄປຮອດເມືອງ ອາເທວຣ໋າ. ເມື່ອໄປຮອດ,

ພວກເຂົາກໍເຫັນເຮືອນຊານເປ່ເພພ້ອມກັບກິ່ນເໝັນໄປໝົດທຸກບ່ອນ. ໃນຕອນນັ້ນ, ທ້າວ ນ້ອຍ ຫຼຽວ

ເຫັນຄຸດໂຕໜຶ່ງພວມຈິກກິນພະຍາຢູ່ທີ່ຜາຫິນຢູ່ເກາະທີ່ຕັ້ງຢູ່ໃຈກາງຂອງທະເລ. ທ້າວ ນ້ອຍ ຈຶ່ງບອກ ກັບພະລືສີ ແລ້ວພວກເຂົ້າກໍບນ ິ ໄປຫາຄຸດໂຕນັ້ນ. ເມື່ອໄປຮອດ, ພວກເຂົາກໍເຫັນຄຸດໂຕນັ້ນທີ່ ພວມຈິກກິນພະຍາ.

ມັນຫຼຽວຂຶ້ນໄປເຫັນ ັ ພະລືສີ ແລະ ທ້າວ ນ້ອຍ ນັ່ງຢູ່ເທິງຫຼັງເຕົ່າ. ມັນກໍບນ ິ ເຈີດຂຶ້ນໄປຫາທັນທີ

ແລະ ພະຍາຍາມຈະຈິກຕອດພະລືສີ ແລະ ທ້າວ ນ້ອຍ. ທັງສອງໄດ້ຈັບເອົາດາບຂອງຕົນເອງອອກ ມາປ້ອງກັນຈົນແທງຖືກຕາເບື້ອງຂວາຂອງຄຸດ.

ມັນຈຶ່ງຖອຍຫ່າງອອກໜ້ອຍໜຶ່ງ

ແລ້ວມັນກໍພົ່ນ

ໄຟໃສ່ ທ້າວ ນ້ອຍ ແລະ ພະລືສ.ີ ລືສໄ ີ ດ້ໃຊ້ໄມ້ຄ້ອນເທົ້າປ່ອຍແສງສີຂຽວຕ້ານກັບໄຟທີ່ຄດ ຸ ນັ້ນພົ່ນ ໃສ່, ແຕ່ກບ ໍ ໍ່ແພ້ຄດ ຸ ໂຕນັ້ນ. ໄຟຈຶ່ງເຮັດໃຫ້ພວກເຂົາ ແລະ ເຕົ່າຕົກລົງໃນທະເລ. ທ້າວ ນ້ອຍ ກັບ ພະລືສີ ບໍ່ຈົມນ້ຳ�ເພາະພວກເຂົາມີວຊ ິ າສາມາດຢືນເທິງໜ້ານ້ຳ�ໄດ້. ເມື່ອເຫັນແນວນັ້ນ, ຄຸດກໍບນ ິ

ເຈີດລົງໃສ່ແລ້ວເອົາຕີນທີ່ມເີ ລັບແຫຼມຄົມຄຸບເອົາພະລືສີ ແລະ ພົ່ນໄຟໃສ່. ນັ້ນເຮັດໃຫ້ລສ ື ຕ ີ ັ້ງສະຕິບໍ່ ທັນເລີຍເສຍຊີວດ ິ ໃນທີ່ສດ ຸ . ເມື່ອ ທ້າວ ນ້ອຍ ເຫັນແນວນັ້ນ, ລາວກໍເກີດຄວາມແຄ້ນ. ລາວໄດ້ໂດດ

ຈາກໜ້ານ້ຳ�ແລ້ວຂຶ້ນມາຢືນຢູ່ເທິງໜ້າຜາ. ລາວເລີຍເຫັນພະຍາທີ່ຖກ ື ຄຸດຈິກກິນແຍກເປັນຊິ້ນສ່ວນ ອອກຈາກກັນ. ທ້າວ ນ້ອຍ ໄດ້ໃຊ້ດາບຕໍ່ສູ້ກັບຄຸດ ແຕ່ກບ ໍ ໍ່ຊະນະຍ້ອນວ່າຄຸດມີແຮງຫຼາຍກວ່າ, ເຮັດໃຫ້

ທ້າວ

ນ້ອຍ

ໄດ້ຮັບບາດເຈັບສາຫັດນອນຈົມຢູ່ກັບພື້ນ.

ແລ້ວຄຸດໄດ້ເຂົ້າມາຫາລາວ

ເພື່ອຈະຂ້າ. ແຕ່ໃນຕອນນັ້ນເອງ, ບັນດາສັດທະເລເຊັ່ນ: ແມງກະພຸນ, ປາດາວ, ປາເປົ້າ ແລະ ອື່ນໆ ອີກຫຼວງຫຼາຍທີ່ຢູ່ໃນນ້ຳ�ທະເລກໍໄດ້ເກາະກັ​ັນເປັນກຸ່ມລອຍຂຶ້ນມາໂອບຮັດເອົາຄຸດໂຕນັ້ນແລ້ວປ່ອຍ 28

ການພະຈົນໄພຂອງທ້າວນ້ອຍ

Tales_From_The_North_LA_FA.indd 28

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ພິດໃສ່ມັນ. ນັ້ນເຮັດໃຫ້ຄດ ຸ ໂຕນັ້ນເຄື່ອນເໜັງບໍ່ໄດ້. ທ້າວ ນ້ອຍ ກໍຟ້າວສວາຍໂອກາດລຸກເຊຂຶ້ນມາ

ແລ້ວເອົາດາບແທງເຂົ້າທີ່ທ້ອງຂອງມັນຈົນເປັນແສງສີຂາວຊອດໄປທາງຫຼັງ. ນັ້ນເຮັດໃຫ້ຄດ ຸ ໂຕນັ້ນ ຕາຍທັນທີ. ພໍຕງັ້ ສະຕິໄດ້, ລາວກໍຕ້ອງໄດ້ຕັດສິນໃຈວ່າຈະເຮັດແນວໃດຕໍ່ດ.ີ

ໄປພະຈົນໄພຕໍ່. (ອ່ານຕໍ່ໜ້າທີ 30.)

ກັບໄປເມືອງ ອາເທວຣ໋າ. (ອ່ານຕໍ່ໜ້າທີ 31.)

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 29

ການພະຈົນໄພຂອງທ້າວນ້ອຍ

29

12/10/19 1:50 PM


ໄປພະຈົນໄພຕໍ່ ເມື່ອຂ້າຄຸດແລ້ວ, ຄວາມເມື່ອຍລ້າກໍເຮັດໃຫ້ ທ້າວ ນ້ອຍ ຫຼັບໄຫຼແບບບໍ່ໄດ້ສະຕິ ແລ້ວຕົກລົງ

ໄປໃນທະເລ. ກະແສຟອງທະເລກໍໄດ້ພັດ ທ້າວ ນ້ອຍ ໄປຮອດດອນຊາຍແຫ່ງໜຶ່ງ. ທ້າວ ນ້ອຍ ຮູ້ສຶກ ໂຕຕື່ນຂຶ້ນມາກໍຍ້ອນວ່າມີປູນ້ອຍໂຕໜຶ່ງຂຶ້ນມາໄຕ່ຢູ່ເທິງໜ້າຂອງລາວ.

ລາວລຸກຂຶ້ນມາແລ້ວຍ່າງ

ເຊຊ້າຍເຊຂວາດ້ວຍຄວາມອ່ອນເພຍ ແລະ ອຶດຫິວ. ລາວຍ່າງເຂົ້າໄປໃນປ່າແລ້ວເຫັນໄກ່ປ່າໂຕ ໜຶ່ງ ພວມນອນຢູ່ກ້ອງຕົ້ນໄມ້ໃຫຍ່. ລາວເລີຍຈັບເອົາໄກ່ໂຕນັ້ນເພື່ອຈະຂ້າເປັນອາຫານ. ໃນຕອນ

ນັ້ນກໍໄດ້ມີຜູ້ຍິງຄົນໜຶ່ງໜ້າຕາສົດໃສງົດງາມ, ມີມົງກຸດທີ່ປະດັບດ້ວຍດອກໄມ້ຫຼາຍສີ, ນຸ່ງຊຸດສີຂຽວ

ຍ່າງ ອອກມາຈາກຕົ້ນໄມ້. ແລ້ວຜູ້ຍິງຄົນນັ້ນກໍຍ່າງເຂົ້າມາຫາ ທ້າວ ນ້ອຍ ໂດຍໃຊ້ສະເໜ່ຄວາມງາມ

ສະກົດ ທ້າວ ນ້ອຍ ຈົນເຮັດໃຫ້ ທ້າວ ນ້ອຍ ຫຼົງໄຫຼໃນຍິງຄົນນັ້ນ. ແລ້ວມັນກໍດູດເອົາພະລັງຊີວິດຂອງ ທ້າວ ນ້ອຍ, ເຮັດໃຫ້ລາວອ່ອນເພຍຈົນບໍ່ສາມາດສົ່ງສຽງຮ້ອງໃດໆອອກມາໄດ້. ມີແຕ່ດວງຕາທີ່ເບິ່ງ

ເຫັນໜ້າຂອງຍິງຄົນນັ້ນ, ທ້າວ ນ້ອຍ ຈຶ່ງຮູ້ວ່າໂຕເອງອ່ອນເພຍ. ລາວຈຶ່ງພະຍາຍາມເຄື່ອນເໜັງ, ແຕ່ລາວກໍບໍ່ສາມາດເຮັດໄດ້. ຮ່າງກາຍຂອງລາວກໍຫ່ຽວແຫ້ງລົງເທື່ອລະ ໜ້ອຍ ແລະ ມີເສັ້ນເລືອດ ສີດຳ�ເກີດຂຶ້ນຕາມຕົນໂຕໄປຮອດດວງຕາ. ຈົນໃນທີ່ສຸດ, ຮ່າງກາຍຂອງ ທ້າວ ນ້ອຍ ກໍໄດ້ຫ່ຽວແຫ້ງ

ຄືກັບຕົ້ນໄມ້ທີ່ຕາຍດົນນານແລ້ວ ຈົນກາຍເປັນຮູບປັ້ນ. ສ່ວນຍິງຄົນນັ້ນກໍຍ່າງຫາຍເຂົ້າໄປໃນຕົ້ນ ໄມ້ຄືເກົ່າ. ແລ້ວມັນກໍມີເຄືອເຂົາເກີດຂຶ້ນມາຈາກພື້ນດິນເລືອຂຶ້ນມາປົກຄຸມຕົນໂຕຂອງ ທ້າວ ນ້ອຍ ຈົນບໍ່ເຫັນຮອດຮູບຮ່າງ. ແລ້ວດອກໄມ້ຫຼາຍສີສັນນ້ອຍໃຫຍ່ກໍເກີດດອກຂຶ້ນຕາມເຄືອເຂົານັ້ນ. ຢູ່ມາ

ບໍ່ດົນ, ແມງໄມ້ກໍເຂົ້າມາອາໄສຢູ່ ແລະ ຮ່າງກາຍຂອງທ້າວນ້ອຍກໍໄດ້ກາຍເປັນທີ່ຢູ່ອາໃສຂອງແມງ ຫຼາກສີສັນນາໆຊະນິດ.

- ຈົບ -

30

ການພະຈົນໄພຂອງທ້າວນ້ອຍ

Tales_From_The_North_LA_FA.indd 30

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ກັບໄປເມືອງ ອາເທວຣ໋າ

ເມື່ອຄຸດໂຕນັ້ນຕາຍແລ້ວ,

ທະເລກໍໄດ້ກ້ຽວອ້ອມຜານັ້ນແລ້ວກາຍເປັນວັງນໍ້າວົນມາໂອບ

ເອົາ ທ້າວ ນ້ອຍ ຂຶ້ນໄປເທິງຟ້າ ແລະ ໄດ້ມີປາດາວ ແລະ ຫອຍທະເລຕ່າງໆລອຍຂຶ້ນໄປກັບນ້ຳ�ທະເລ ແລ້ວເຂົ້າມາຈັບຢູ່ທົ່ວບາດແຜຕາມຮ່າງກາຍຂອງທ້າວ ນ້ອຍ. ແລ້ວມັນກໍເກີດແສງສະຫວ່າງອອກ ມາຕາມຕົນໂຕຂອງລາວ. ແສງນັ້ນໄດ້ຮັກສາບາດແຜ ແລະ ຄວາມເຈັບປວດ, ເຮັດໃຫ້ ທ້າວ ນ້ອຍ ຫາຍດີເປັນປົກກະຕິ. ແລ້ວນ້ຳ�ທີ່ກ້ຽວຂຶ້ນມານັ້ນກໍຫຼົ່ນລົງສູ່ທະເລຄືເກົ່າ. ສ່ວນພວກປາດາວ ແລະ

ຫອຍທີ່ຈັບຕາມຕົນໂຕຂອງລາວກໍຄ່ອຍໆຫຼົ່ນລົງທະເລຈົນໝົດ. ທ້າວ ນ້ອຍ ຫາຍດີເປັນປົກກະຕິ ແລະ

ພໍລາວຮູ້ສຶກໂຕຂຶ້ນມາ,

ລາວກໍຢືນຢູ່ເທິງຜານັ້ນດ້ວຍຄວາມປະຫຼາດໃຈ,

ລາວຫຼຽວຊ້າຍ

ຫຼຽວຂວາ ເພື່ອຫາວິທີກັບໄປເມືອງອາເທວຣ໋າ. ໃນຕອນນັ້ນເອງ, ເມກກ້ອນໜຶ່ງກໍລອຍລົງມາຈາກ ທ້ອງຟ້າມາຫຸ້ມໃສ່ຕົນໂຕ ທ້າວ ນ້ອຍ. ລາວຮູ້ສຶກວ່າຮ່າງກາຍຂອງຕົນຫາຍວູບປະ ມານ 2-3

ວິນາທີ. ພໍມືນຕາຂຶ້ນມາ, ລາວກໍເຫັນວ່າໂຕເອງຢູ່ໃນເມືອງ ອາເທວຣ໋າ.ເຊິ່ງໜ້າລາວແມ່ນມີຊາວ

ເມືອງກຳ� ລັງຫຼຽວມາເບິ່ງລາວດ້ວຍຄວາມດີໃຈ. ທ້າວ ນ້ອຍ ໄດ້ເລົ່າເຫດການທັງໝົດໃຫ້ເສ ນາອາໝາດຟັງກ່ຽວ ກັບພະຍາ ແລະ ເສນາອາໝາດທັງຫຼາຍກໍຕ່າງເຫັນດີແຕ່ງຕັ້ງໃຫ້ທ້າວ ນ້ອຍ

ປົກຄອງເມືອງ ຍ້ອນ ພວກເຂົາຄິດວ່າບໍ່ມີໃຜທີ່ຈະສາມາດປົກຄອງໃຫ້ເມືອງແຫ່ງນີ້ມີຄວາມສະຫງົບ ສຸກ. ປະຊາຊົນທັງ ປວງກໍເຫັນດີເຊັ່ນກັນ. 5 ປີຕໍ່ມາ, ທ້າວ ນ້ອຍ ກໍໄດ້ແຕ່ງງານກັບລູກສາວອາໝາດ ຜູ້ໜຶ່ງ. ພວກເຂົາ ປົກຄອງເມືອງນຳ�ກັນຢ່າງມີຄວາມສະຫງົບສຸກ.

- ຈົບ -

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 31

ການພະຈົນໄພຂອງທ້າວນ້ອຍ

31

12/10/19 1:50 PM


2

ການພະຈົນໄພຂອງແອັນລີຕ່າ ແຕ່ງໂດຍ: ນ. ລີຊ່າ ເຕີມມາລາ ແລະ ນ. ພຸດສະດີ ແສງຄຳ�ຢອງ

ກາລະຄັ້ງໜຶ່ງດົນນານມາແລ້ວ, ຍັງມີເມືອງໜຶ່ງຊື່ວ່າ “ໂອເຊຍຊິຕີ້”. ເມືອງໂອເຊຍຊິຕີ້ເປັນ

ເມືອງທີ່ຕັ້ງຢູ່ໃກ້ມະຫາສະໝຸດ. ຊາວບ້ານມີອາຊີບເປັນຊາວປະມົງ. ທຸກຄົນຫາປາລ້ຽງຊີບໂຕເອງ. ເມືອງນີ້ເປັນເມືອງທີ່ບໍ່ຄ່ອຍສະຫງົບສຸກປານໃດ ເພາະບໍ່ມີຜູ້ປົກຄອງ. ເປັນເມືອງເສລີທີ່ບໍ່ມີກົດໝາຍ.

ໃນນັ້ນກໍຍັງມີຄອບຄົວໜຶ່ງເປັນຄອບຄົວທີ່ໂດ່ງດັງ ເພາະຄອບຄົວນີ້ເປັນຄອບຄົວທີ່ມີຄວາມສາມາດ , ມີຄວາມຮູ້ ແລະ ມີສະຕິປັນຍາໃນການເຮັດອາຊີບໂຕເອງໃຫ້ໄດ້ດີ. ພວກເຂົາເປັນຄອບຄົວທີ່ຫາ ປາໄດ້ຫຼາຍທີ່ສຸດ. ພວກເຂົາຫາປາມື້ດຽວໄດ້ເຖິງ 100 ປາຍກິໂລກຣາມ ແຕ່ພວກເຂົາບໍ່ເຄີຍຄິດ ສິຂາຍເອົາເງິນເອົາຄຳ�ຫຍັງ.

ພວກເຂົານຳ�ປາທີ່ໄດ້ໄປແຈກຢາຍໃຫ້ຜູ້ອຶດຢາກຂາດເຂີນອາຫານ

ແລະ ບາງເທື່ອກະເອົາກັບໄປປ່ອຍລົງທະເລຄືເກົ່າ.

ຄອບຄົວທີ່ໂດ່ງດັງນັ້ນ ແມ່ນອາໄສຢູ່ນຳ�ກັນພຽງແຕ່ສອງຄົນ. ຜູ້ເປັນຜົວມີຊື່ວ່າ ແບຣັກເຮີດ,

ສ່ວນຜູ້ເປັນເມຍມີນາມວ່າ ເອລີນ່າ. ເຂົາເຈົ້າເປັນຄົນທຸກຍາກທີ່ອາໄສຢູ່ບ້ານຫຼັງໜຶ່ງທີ່ເຮັດດ້ວຍໄມ້ ໄຜ່, ປະດັບແຕ່ງດ້ວຍດອກໄມ້ ແລະ ເປືອກຫອຍທີ່ມາຈາກທະເລ. ພວກເຂົາແຕ່ງງານກັນມາເປັນ ເວລາ 10 ປີແລ້ວ ແຕ່ຍັງບໍ່ມີລູກ. ເຖິງຈະທຸກຍາກ, ພວກເຂົາກໍພໍມີຢູ່ມີກິນ ແລະ ເປັນຄອບຄົວທີ່ມີ

ຄວາມສຸກຫຼາຍ. ທຸກໆເຊົ້າ, ແບຣັກເຮີດ ແລະ ເອລີນ່າ ຈະອອກເຮືອນໄປຫາປາຢູ່ຕາມສາຍນໍ້າ. ເຂົາທັງສອງລ່ອງເຮືອໄປທຸກມຸມຂອງທະເລນີ້ໝົດແລ້ວ. ສະນັ້ນ, ທັງສອງຈຶ່ງໄດ້ມີຄວາມຊຳ�ນານໃນ ການຫາປາ ແລະ ມີຄວາມສຸກຫຼາຍ. ມາມື້ໜຶ່ງ, ເອລີນ່າຄິດສົງໄສວ່າເປັນຫຍັງເຮົາຈຶ່ງບໍ່ມີລູກ ເພາະ

ເຮົາທັງສອງກໍແຕ່ງງານກັນມາໄດ້ດົນແລ້ວ. ຫຼັງຈາກນັ້ນ, ພໍ ແບຣັກເຮີດ ເຂົ້າມາໃນຫ້ອງເພື່ອຈະເຂົ້າ ນອນ, ລາວຍ່າງເຂົ້າມາດ້ວຍຄວາມອິດເມື່ອຍ. ພໍລາວຂຶ້ນຕຽງ, ເອລີນ່າກໍທຳ�ທ່າຫຼັບ. ແບຣັກເຮີດ ກໍບໍ່ສົນໃຈຫຍັງ

ເພາະລາວເມື່ອຍຫຼາຍແລ້ວລາວກໍນອນ.

ຄວາມໃນໃຈທີ່ຍັງຄ້າງຄາໃນຫົວຂອງ

ເອລີນ່າ, ນາງເລີຍຢາກເວົ້າສູ່ຜົວຟັງ ແຕ່ກໍຢາກໃຫ້ຜົວພັກຜ່ອນ ເພາະຜົວຕົນໄດ້ເຮັດວຽກໜັກມາ ໝົດມື້ແລ້ວ. ນາງຕັ້ງໃຈສິຫຼັບ ແຕ່ນາງກະອົດຄິດບໍ່ໄດ້. ລາວພິກຊ້າຍພິກຂວາ, ແນມຫັ້ນ, ແນມນີ້, ແລ້ວຜົວຂອງລາວກໍຊວາດຕື່ນຂຶ້ນມາແນມເບິ່ງເມຍຕົວເອງທີ່ເຮັດທ່າທີຄືບໍ່ພໍໃຈຫຍັງບາງຢ່າງ.

ແບຣັກເຮີດເລີຍເອີ່ຍປາກເວົ້າວ່າ, “ນ້ອງເປັນຫຍັງເອລີນ່າ, ມີເລື່ອງຫຍັງທີ່ນ້ອງບໍ່ພໍໃຈບໍ່?” ຫຼັງຈາກນັ້ນ, ເອລີນ່າເລີຍຕອບວ່າ, “ອ້າຍແບຣັກເຮີດທີ່ຮັກ, ເຮົາສອງຄົນກໍແຕ່ງງານກັນກໍຫຼາຍ

ປີແລ້ວ. ເປັນຫຍັງເຮົາຈຶ່ງຍັງບໍ່ມີລູກ? ເປັນຍ້ອນເວນຍ້ອນກຳ�ອັນໃດນໍ້?”

32

ການພະຈົນໄພຂອງແອັນລີຕ່າ

Tales_From_The_North_LA_FA.indd 32

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ພໍເອລີນ່າເວົ້າສຸດແລ້ວ, ແບຣັກເຮີດກໍຄິດຢູ່ຄາວໜຶ່ງ ແລ້ວເວົ້າອອກມາວ່າ, “ຄືສິເປັນເວນກຳ�ທີ່ເຮົາ ເຮັດໄວ້ໃນຊາດທີ່ຜ່ານມາ. ຊາດນີ້ເຮົາກໍຕ້ອງເກີດມາໃຊ້ເວນໃຊ້ກຳ�ທີ່ພວກເຮົາເຄີຍກໍ່ເອົາໄວ້. ນ້ອງ

ບໍ່ຕ້ອງຄິດຫຼາຍ ເອລີນ່າ, ເມື່ອພວກເຮົາຍັງມີລົມຫາຍໃຈໃນໂລກນີ້, ຄວນຄິດດີທຳ�ດີ, ບໍ່ຄົດໂກງ

ແລະ ປະພຶດຕົນໃຫ້ເປັນຄົນດີຂອງສັງຄົມ. ພໍໝົດເວນໝົດກຳ�, ຜົນບຸນກໍຈະເຮັດໃຫ້ຊີວິດເຮົາດີ ຂຶ້ນເອງ.”

ເມື່ອແບຣັກເຮີດເວົ້າຈົບ, ນາງເອລີນ່າກໍເວົ້າອອກມາວ່າ, “ຫາກວ່າເວນກຳ�ມີຈິງ, ຂໍໃຫ້ຜົນບຸນ

ທີ່ລູກສ້າງມາເກີດຜົນ. ຂໍໃຫ້ພະຜູ້ເປັນເຈົ້າບັນດານລູກສາວໃຫ້ລູກແນ່ເທີດ.”

ພໍເວລາຜ່ານໄປອີກ 1 ປີປາຍ, ເອລີນ່າກໍຖືພາ. ຕອນລາວຖືພາໄດ້ 2 ເດືອນປາຍ, ລາວກໍບໍ່

ມີອາການແພ້ທ້ອງຫຍັງເລີຍ. ພວກເຂົາທັງສອງມີຄວາມຮູ້ສຶກດີໃຈຫຼາຍ ເມື່ອໄດ້ຮັບຮູ້ວ່າພວກເຂົາ ສິໄດ້ເປັນພໍ່ຄົນແມ່ຄົນແລ້ວ.

ພໍເວລາຜ່ານໄປປະມານ 4 ເດືອນ, ທ້ອງຂອງເອລີນ່າກໍເລີ່ມໃຫຍ່ຂຶ້ນເລື່ອຍໆ. ໃນມື້ໜຶ່ງ

ທີ່ແສນສົດໃສ, ຕອນເອລີນ່າ ກຳ�ລັງແຕ່ງເຂົ້າກິນໃນຕູບ, ຢູ່ໆນາງກໍມີອາການເຈັບທ້ອງຄ້າຍຄືກັບ ວ່າຊິມີຫຍັງບາງຢ່າງອອກມາ. ເອລີນ່າຕົກໃຈຄິດວ່າ ບໍ່ແມ່ນຂ້ອຍຈະແທ້ງບໍ່? ທັນໃດນັ້ນ, ນາງກໍຄຸກ ເຂົ່າລົງແລ້ວເອື່ອຍຝາເຮືອນ. ຈາກນັ້ນ, ນາງກໍຮ້ອງດ້ວຍຄວາມເຈັບປວດ ແລະ ທໍລະມານ. ເມື່ອ

ແບຣັກເຮີດໄດ້ຍິນສຽງ, ລາວກໍຟ້າວແລ່ນຈາກຫ້ອງນອນມາຫາເອລີນ່າ. ແລ້ວທັນໃດນັ້ນ, ເອລີນ່າ

ກໍໄດ້ເກີດລູກມາ ເຊິ່ງເປັນເດັກຍິງ. ແຕ່ເດັກຄົນນີ້ບໍ່ແມ່ນເດັກທຳ�ມະດາ, ລາວມີເກັດເງືອກຢູ່ຕາມ

ຮ່າງກາຍ ແລະ ຂາຂອງລາວກໍຄືຫາງປາແທນ. ຮ່າງກາຍຂອງລາວເປັນປະກາຍສີຟ້າດັ່ງຈິດວິນ ຍານຂອງທະເລ.

ເມື່ອສອງຜົວເມຍໄດ້ເຫັນລູກເປັນດັ່ງນັ້ນ, ພວກເຂົາກໍຕົກໃຈ. ແລ້ວເອລີນ່າກໍທັງເວົ້າທັງໄຫ້

ອອກມາວ່າ, “ຄືຊິເປັນເວນກຳ�ຂອງເຮົາແທ້ນໍ້. ລູກເກີດອອກມາກໍເປັນຕົວປະຫຼາດ, ເຄິ່ງຄົນເຄິ່ງປາ.”

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 33

ການພະຈົນໄພຂອງແອັນລີຕ່າ

33

12/10/19 1:50 PM


34

ນອນຕໍ່ຢູ່ໃນເຮືອນ

ການພະຈົນໄພຂອງແອັນລີຕ່າ

Tales_From_The_North_LA_FA.indd 34

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ສ່ວນແບຣັກເຮີດກໍຮີບໄປເອີ້ນໝໍດູ ແລະ ລາວເວົ້າວ່າ, “ພໍ່ໝໍເອີຍ, ລູກຂອງຫຼານໄດ້ເກີດອອກ

ມາແລ້ວ.”

ໝໍດູຕອບວ່າ, “ກໍເລື່ອງທຳ�ມະດາ. ບໍ່ຈຳ�ເປັນຕ້ອງມາເວົ້າສູ່ຟັງ.” ແບຣັກເຮີດເວົ້າວ່າ, “ແຕ່ລາວບໍ່ແມ່ນມະນຸດທຳ�ມະດາ. ເດັກຄົນນີ້ປະຫຼາດ, ມີເກັດຢູ່ຕາມ

ລຳ�ຕົວ, ມີແສງປະກາຍ ແລະ ມີຂາເປັນຫາງ. ຊໍ້າບໍ່ໜໍາ, ລາວຍັງມີຜິວກາຍເປັນສີຟ້າ. ນີ້ຫວະເລື່ອງ ທຳ�ມະດາ?”

ພໍໝໍດູໄດ້ຍິນແນວນັ້ນ, ລາວກໍເວົ້າທັນທີເລີຍວ່າ, “ເດັກຄົນນີ້ເປັນຄົນນີ້ເອງ.” ແລ້ວໝໍດູຟ້າວແລ່ນໄປທີ່ເຮືອນຂອງແບຣັກເຮີດ. ທັນທີທີ່ໄປເຖິງ, ລາວກໍເຫັນເດັກຄົນນັ້ນ.

ໝໍດູຕົກໃຈ, ແລ້ວລາວກໍຫອບອຸ້ມເອົາ ພ້ອມເວົ້າອອກມາວ່າ, “ເດັກຄົນນີ້ບໍ່ແມ່ນຜີສາດ, ລາວເປັນ

ຜູ້ວິເສດທີ່ລາຊະນີ ຂອງ ມະຫາສະໝຸດ ໄດ້ເລືອກເອົານາງໃຫ້ມາເກີດເປັນຄົນ ເພື່ອໄປແກ້ໄຂບັນ ຫາ ແລະ ຄວາມວຸ້ນວາຍທີ່ຈະເກີດຂຶ້ນເມື່ອ 18 ປີຂ້າງໜ້າ.”

ເອລີນ່າເລີຍເວົ້າວ່າ, “ແບບນີ້ກໍໝາຍຄວາມວ່າເມື່ອລູກສາວຂ້ອຍອາຍຸ 18 ປີແລ້ວ, ລາວຕ້ອງ

ລົງໄປຊ່ວຍເຫຼືອທະເລຊັ້ນບໍ?”

ໝໍດູຕອບວ່າ, “ແມ່ນແລ້ວ. ເມື່ອລູກຂອງເຈົ້າມີອາຍຸຄົບ 18 ປີ, ລາວກໍຈະເຖິງເວລາລົງສູ່ເມືອງ

ຂອງເງືອກທີ່ມີຊື່ວ່າ ເມືອງໂອເຊຍນ່າ. ບໍ່ຢາກຈະເຊື່ອວ່າຄຳ�ທວາຍຈະເປັນຈິງຕາມທີ່ພະຜູ້ເປັນເຈົ້າ ທຳ�ນາຍໄວ້. ເດັກຍິງຄົນນີ້ແຫຼະທີ່ຈະເປັນຜູ້ປ່ຽນທະເລຈາກນາຮົກໃຫ້ເປັນສະຫວັນ.”

ເພື່ອເອລີນ່າໄດ້ຍິນແນວນັ້ນ, ລາວຈຶ່ງເວົ້າອອກມາວ່າ, “ແມ່ນຫຍັງຂອງທ່ານພໍ່ໝໍ? ເລື່ອງ

ແບ ນັ້ນມັນຊິມາເກີດກັບມະນຸດເຮົາຈັກເທື່ອ. ເຮົາບໍ່ເຊື່ອດອກ.”

ໝໍດູເວົ້າວ່າ, “ແລ້ວແຕ່ເຈົ້າຊິຄິດ, ເອລີນ່າ. ລະເຈົ້າຄິດວ່າສິ່ງທີ່ເຈົ້າເຫັນແມ່ນພາບລວງຕາ

ຊັ້ນບໍ?”

ເອລີນ່າຄິດຢູ່ໃນໃຈຄາວໜຶ່ງວ່າ ນີ້ແມ່ນເວນກຳ�ທີ່ລາວເຮັດໃນຊາດທີ່ແລ້ວຄືກັບແບຣັກເຮີດ

ໄດ້ບອກລາວ. ລາວຈຶ່ງທຳ�ໃຈຍອມຮັບຄວາມຈິງແລ້ວບອກໝໍດູວ່າ, “ແລ້ວຊິໃຫ້ເຮົາເຮັດແນວໃດ?”

ໝໍດູຕອບວ່າ, “ຕ້ອງຍອມຮັບຄວາມຈິງ ແລະ ເກັບເລື່ອງນີ້ໄວ້ເປັນຄວາມລັບ. ຫ້າມໃຫ້ລູກສາວ

ເຈົ້າຮູ້ເດັດຂາດ ແລະ ຄົນອ້ອມຂ້າງກໍຢ່າໃຫ້ຮູ້ແມ້ແຕ່ຄົນດຽວ ເພາະມັນຈະເປັນໄພແກ່ລູກເຈົ້າ. ພໍ ເຖິງເວລາແລ້ວລາວຈະຮູ້ທຸກຢ່າງເອງ.”

ເອລີນ່າຕອບຕົກລົງ. ຢູ່ໆເກັດເງືອກທີ່ຕາມຮ່າງກາຍຂອງລູກສາວນາງກໍກາຍເປັນສາຍຄໍໄຂ່

ມຸກ ແລະ ຫາງກໍກາຍເປັນຂາ.

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 35

ການພະຈົນໄພຂອງແອັນລີຕ່າ

35

12/10/19 1:50 PM


ເວລາຜ່ານໄປຫຼາຍປີ, ເອລີນ່າ ແລະ ແບຣັກເຮີດກໍລ້ຽງລູກດ້ວຍຄວາມສຸກສະບາຍໃຈແບບບໍ່

ມີຫຍັງເກີດຂຶ້ນ. ແອັນລີຕ່າ ແລະ ພໍ່ແມ່ຢູ່ນຳ�ກັນດ້ວຍຄວາມສຸກສະບາຍ. ລາວເປັນເດັກຍິງຜູ້ມີ

ເມດຕາ. ເປັນຜູ້ຍິງອົງອາດກ້າຫານກ້າສະແດງອອກ, ເປັນເດັກສະຫຼາດ ແລະ ຍັງເປັນເດັກກະຕັນ

ຍູຂອງພໍ່ແມ່ ເພາະວ່າແບຣັກເຮດ ແລະ ເອລີນ່າ ໄດ້ສິດສອນ ແລະ ອົບຮົມລູກສາວຄົນນີ້ດ້ວຍ ຄວາມຮັກ ແລະ ຄວາມເມດຕາ.

ທຸກໆມື້ກ່ອນເຂົ້ານອນ, ແມ່ຂອງແອັນລີຕ່າໄດ້ເລົ່າເລື່ອງກ່ຽວກັບການລ່ອງເຮືອຂອງຕົນກັບ

ຜົວໃຫ້ລູກຟັງ. ແອັນລີຕ່າເລີຍມີຄວາມຄິດຢາກເປັນຄືພໍ່ກັບແມ່. ທຸກໆມື້, ແອັນລີຕ່າຈະດຳ�ນໍ້າເບິ່ງ ປະກາລັງຕາມທ້ອງທະເລແບບບໍ່ຮູ້ເບື່ອ ແລະ ນາງກໍຮູ້ສຶກຜູກພັນກັບທະເລນີ້ຫຼາຍ.

ພໍເວລາຜ່ານໄປ 10 ປີປາຍ, ແອັນລີຕ່າກໍມີອາຍຸຄົບຮອບ 18 ປີ. ນາງເປັນຜູ້ຍິງທີ່ສວຍງາມ,

ແວວຕາເປັນປະກາຍສີຟ້າ. ນາງມີຄວາມສາມາດໃນການລອຍນໍ້າ ແລະ ເອົາຕົວລອດເປັນຍອດດີ. ໃນເຊົ້າມື້ໜຶ່ງ,

ແອັນລີຕ່າອອກໄປລອຍນໍ້າຫຼິ້ນຕາມປົກກະຕິ.

ສັນຊາດຕະຍານຂອງຄວາມເປັນ

ເງືອກຂອງນາງກໍປະກົດຂຶ້ນ. ສີຜົມແອັນລີຕ່າກໍກາຍເປັນສີແດງ, ດວງຕາຂອງນາງຈາກສີຟ້າກັບກາຍ

ເປັນສີຂຽວເຂັ້ມ. ໃນເວລານັ້ນ, ແມ່ຂອງລາວກຳ�ລັງແຕ່ງເຂົ້າກິນແລ້ວກໍໄດ້ເອີ້ນແອັນລີຕ່າມາກິນ ເຂົ້າເຊົ້າ. ແລ້ວນາງກໍໄດ້ລອຍນໍ້າກັບມາຝັ່ງແລ້ວແນມເບິ່ງຕົວເອງທີ່ນໍ້າ ແລະ ເຫັນສິ່ງແປກປະຫຼາດ ເກີດຂຶ້ນ.

ນາງຟ້າວແລ່ນຂຶ້ນໄປຫາແມ່ແລ້ວຖາມແມ່ວ່າ, “ແມ່, ແມ່ນຫຍັງເກີດຂຶ້ນກັບລູກ? ສິ່ງທີ່ເກີດ

ຂຶ້ນກັບລູກນີ້ມັນໝາຍຄວາມວ່າແນວໃດ?”

ເມື່ອເອລີນ່າ ໄດ້ເຫັນຄວາມແປກປະຫຼາດຂອງລູກສາວຕົນເອງ, ນາງຈຶ່ງຄິດຢູ່ໃນໃຈວ່າຄວາມ

ເປັນເງືອກ ຂອງ

ແອັນລີຕ່າໄດ້ເລີ່ມປະກົດຂຶ້ນແລ້ວ, ແຕ່ແມ່ຕອບລູກສາວໄປວ່າທຸກໆຄົນເມື່ອ

ອາຍຸ 18 ປີ, ຄວາມເປັນສາວກໍຈະເກີດຂຶ້ນດ້ວຍການປ່ຽນແປງສີດວງຕາ, ບໍ່ມີຫຍັງຕ້ອງແປກໃຈ.

ແລ້ວແອນລີຕ່າກໍບໍ່ເອະໃຈຫຍັງ. ໃນຊ່ວງເວລາເຂົ້ານອນ, ຢູ່ໆແອັນລີ່ຕ່າກໍພົບເຫັນແສງສີຟ້າພົ້ນ ອອກມາຈາກພື້ນທະເລ. ແອັນລີຕ່າລຸກອອກຈາກຫ້ອງນອນໄປແຄມທະເລ, ແລ້ວລາວກໍເຫັນນາງ ເງືອກຕົນໜຶ່ງທີ່ງົດງາມມີຫາງເປັນສີຟ້າ, ເກົ້າຜົມ ແລະ ມີມົງກຸດທີ່ສ່ອງແສງສະຫວ່າງຢ່າງງົດງາມ.

ແລ້ວແອັນລີຕ່າກໍໄດ້ຍິນສຽງຊີ່ມມາໃສ່ຫູວ່າ, “ແອັນລີຕ່າ, ຊ່ວຍພວກເຮົາແນ່. ໃຕ້ມະຫາສະ

ໝຸດກຳ�ລັງມີໄພ. ສິ່ງມີຊີວິດກຳ�ລັງຈະຕາຍຢ່າງຫຼວງຫຼາຍ.” ແລ້ວນາງເງືອກຕົນນັ້ນກໍຫາຍໄປ.

ພໍແອັນລີຕ່າໄດ້ສະຕິ,

ລາວກໍເຫັນຕົວເອງຢູ່ໃນຫ້ອງພີ້

ແລ້ວ. ລາວເລີຍຄິດວ່າສິ​ິ່ງທີ່ລາວພົບເຫັນມື້ຄືນນີ້ເປັນພຽງຝັນ ແລ້ວລາວລຸກຈາກຕຽງນອນໄປລ້າງ ໜ້າ. ແມ່ຂອງລາວກໍພໍດີໄດ້ເອີ້ນລາວໄປກິນເຂົ້າເຊົ້າ. ແລ້ວລາວກໍໄປນັ່ງກິນເຂົ້າ.

ລາວໄດ້ເວົ້າເຫດການທີ່ລາວຄິດວ່າເປັນຝັນນັ້ນສູ່ພໍ່ແມ່ຟັງ. ພໍ່ແມ່ຂອງລາວເບິ່ງໜ້າກັນແລ້ວ

ຕັດສິນໃຈເລົ່າຄວາມຈິງທຸກຢ່າງໃຫ້ລາວຟັງ. ຫຼັງຈາກໄດ້ຟັງ, ແອັນລີຕ່າກໍແລ່ນລົງຈາກເຮືອນໄປ

ແຄມທະເລ. ຕອນທີ່ລາວຮ້ອງໄຫ້ສະອຶກສະອື້ນນັ້ນ, ຢູ່ໆກໍມີປາໂລມາສີບົວແສນງົດງາມມາຮ້ອງ ແອັນລີຕ່າວ່າ, “ແອັນລີຕ່າ! ແອັນລີຕ່າ!” 36

ການພະຈົນໄພຂອງແອັນລີຕ່າ

Tales_From_The_North_LA_FA.indd 36

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 37

ການພະຈົນໄພຂອງແອັນລີຕ່າ

37

12/10/19 1:50 PM


ແອັນລີຕ່າ

ຫຼຽວຊ້າຍຫຼຽວຂວາບໍ່ເຫັນໃຜ.

ແລ້ວລາວກໍໄດ້ຍິນສຽງເອີ້ນຊື່ຂອງລາວອີກ.

ພໍລາວກົ້ມຫົວລົງເບິ່ງນໍ້າທະເລ, ລາວກໍເຫັນປາໂລມາທີ່ກຳ�ລັງເວົ້າກັບລາວ. ລາວຕົກໃຈສະດຸ້ງຂຶ້ນ ດ້ວຍຄວາມຢ້ານກົວ. ປາໂລມາເຫັນແນວນັ້ນເລີຍເວົ້າຂຶ້ນມາວ່າ, “ບໍ່ຕ້ອງຢ້ານຂ້ອຍ, ຂ້ອຍບໍ່ເຮັດ

ຫຍັງເຈົ້າດອກ. ຂ້ອຍພຽງແຕ່ມາຂໍຄວາມຊ່ວຍເຫຼືອຈາກເຈົ້າ, ແອັນລີຕ່າ. ຂໍຮ້ອງໃຫ້ເຈົ້າຊ່ວຍຮັບຟັງ ບັນຫາຂອງພວກຂ້ອຍແດ່ທ້ອນ.”

ແອັນລີຕ່າ ຖາມວ່າ, “ເຫດໃດຈຶ່ງຕ້ອງເປັນຂ້ອຍ?” ໂລມາເວົ້າຂຶ້ນວ່າ, “ເພາະເຈົ້າເປັນຜູ້ທີ່ສະຫວັນເລືອກແລ້ວ. ກະລຸນາຊ່ວຍພວກເຮົາ. ຊະຕາ

ກຳ�ຂອງທະເລຂຶ້ນຢູ່ກັບເຈົ້າ”.

ແອັນລີຕ່າຄິດຢູ່ຄາວໜຶ່ງແລ້ວກໍເວົ້າອອກມາວ່າຕົກລົງ ເພາະການຊ່ວຍເຫຼືອມະຫາສະໜຸດ

ກໍ່ປຽບຄືກັບຊີວິດຈິດໃຈຂອງຊາວປະມົງແຖວນີ້.

ລາວກັບເມື່ອບ້ານໄປຫາພໍ່ແມ່ຂອງລາວ. ພໍ່ແມ່ຂອງລາວຟ້າວເຂົ້າມາກອດແອັນລີຕ່າ ເພາະ

ນາງຫາຍໄປດົນແລ້ວ. ແອັນລີຕ່າໄດ້ເລົ່າສິ່ງທີ່ພົບເຈີສູ່ພໍ່ແມ່ຟັງວ່າ, “ພໍ່ແມ່ທີ່ຮັກແພງເຄົາລົບນັບຖື, ບາດນີ້ລູກຈະຕ້ອງປະຕິບັດສິ່ງທີ່ກ່ຽວຂ້ອງກັບຕົວລູກ. ລູກຕ້ອງໄປຊ່ວຍທະເລ ແລະ ສິ່ງມີຊີວິດທັງ ຫຼາຍ. ແລ້ວລູກຈະກັບມາ. ລູກຂໍໃຫ້ພໍ່ແມ່ທຳ�ໃຈໃຫ້ສະບາຍ ແລະ ດູແລຕົວເອງໃຫ້ດີ.”

ແມ່ຂອງແອັນລີຕ່າກໍຕອບວ່າ, “ຂໍໃຫ້ລູກເດີນທາງຢ່າງປອດໄພ. ຈົ່ງມີສະຕິຢູ່ສະເໝີ.” ແລ້ວແອັນລີຕ່າກໍອອກເດີນທາງເປັນຫາປາໂລມາ. ກ

ໃຫ້ປາໂລມາລົງໄປກ່ອນ . (ອ່ານຕໍ່ໜ້າທີ 39.)

ລົງໄປພ້ອມປາໂລມາ . (ອ່ານຕໍ່ໜ້າທີ 40.)

38

ການພະຈົນໄພຂອງແອັນລີຕ່າ

Tales_From_The_North_LA_FA.indd 38

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ໃຫ້ປາໂລມາລົງໄປກ່ອນ ພໍໄປເຖິງແຄມທະເລ, ນາງກໍປະຕິບັດຕາມທີ່ປາໂລມາບອກ ໂດຍການຂໍພອນຈາກສ້ອຍຄໍ

ໄຂ່ມຸກໃຫ້ຕົນເອງກາຍຮ່າງເປັນນາງເງືອກ ແລ້ວແອັນລີຕ່າກໍລອຍເຂົ້າໄປໃນທະເລ. ໃນເວລານັ້ນ,

ລາວໄດ້ເຫັນປະກາລັງທີ່ຊຸດໂຊມລົງ ຈົນເຮັດໃຫ້ນໍ້າຕາຂອງລາວໄຫຼອອກ. ລາວຮ້ອງໄຫ້ຢ່າງສະອຶກ ສະອື້ນ ເພາະທະເລຄືບ້ານອີກຫຼັງຂອງນາງ. ພໍລາວລອຍເຂົ້າໄປເລິກເທົ່າໃດ, ທະເລກໍມີຄວາມມືດ

ຈົນເຮັດໃຫ້ລາວຫຼົງທາງ ເພາະລາວບໍ່ເຄີຍດຳ�ລົງໄປເລິກປານນີ້. ນາງໄດ້ຫລົງເຂົ້າໄປໃນອານາຈັກ ຂອງໂນເຟຍ. ແລ້ວນາງກໍພົບເຫັນໂນເຟຍ, ແຕ່ນາງບໍ່ຮູ້ວ່າໂນເຟຍເປັນນາງເງືອກຊົ່ວຮ້າຍ.

ນາງລອຍເຂົ້າໄປໃກ້ໂນເຟຍແລ້ວຖາມວ່າ, “ນາງເງືອກທີ່ງົດງາມເອີຍ, ນີ້ແມ່ນເມືອງໂອເຊຍ

ນ່າບໍ່?”

ໂນເຟຍຄິດຢູ່ຄາວໜຶ່ງແລ້ວຕອບວ່າ, “ນີ້ຄືເມືອງໂອເຊຍນ່າ. ເຈົ້າແມ່ນໃຜ? ແລ້ວມາເຮັດຫຍັງ

ຢູ່ເມືອງນີ້?”

ແອັນລີຕ່າບໍ່ຮູ້ວ່າໂນເຟຍຄືເງືອກຊົ່ວຮ້າຍເລີຍເລົ່າເລື່ອງທັງໝົດທີ່ກ່ຽວກັບທະເລ ແລະ ນາງ

ເປັນຜູ້ຖືກເລືອກໃຫ້ໂນເຟຍຟັງ. ພໍໂນເຟຍຮູ້ແນວນັ້ນກໍຄິດວ່າຈະຫຼອກເອົາແອັນລີຕ່າໄປຂ້າ ໂດຍ ໃຊ້ເລກົນວ່າຂ້ອຍຈະພາເຈົ້າໄປຫາຜູ້ຮູ້ເພື່ອກຳ�ຈັດເງືອກຊົ່ວຮ້າຍຕົນນັ້ນເອງ.

ພໍໄປຮອດຄາວໜຶ່ງ, ໂນເຟຍຄິດວ່າຖ້າພານາງໄປໄກນາງອາດຈະຮູ້ຄວາມຈິງກໍໄດ້. ນາງໂນ

ເຟຍຢຸດລອຍແລ້ວແປງກາຍເປັນເງືອກຊົ່ວຮ້າຍ ແລ້ວກໍເວົ້າຂຶ້ນວ່າ, “ແອັນລີຕ່າ, ເຈົ້າຈັ່ງມາໂງ່ແທ້ນໍ. ເຈົ້າຄືຍິງສາວທີ່ຖືກເລືອກ. ເຈົ້າບໍ່ຄວນຈະມີຊີວິດຢູ່ຕໍ່ໄປໄດ້.”

ແອັນລີຕ່າເວົ້າວ່າ, “ເຈົ້າຕ້ອງແມ່ນເງືອກຜູ້ຊົ່ວຮ້າຍທີ່ປາໂລມາບອກກັບຂ້ອຍໄວ້. ຂ້ອຍບໍ່

ຄວນຫຼົງເຊື່ອເຈົ້າເລີຍ, ໂນເຟຍ. ແອ່ນລີຕ່າທັງເວົ້າທັງໂຕສັ່ນ ແລະ ມີເຫື່ອໄຫຼອອກ.”

ຫຼັງຈາກນັ້ນ, ແອັນລີຕ່າ ແລະ ໂນເຟຍກໍໄດ້ຕໍ່ສູ້ກັນ. ຍ້ອນວ່າ ແອັນລີຕ່າ ບໍ່ມີເວດມົນ ແລະ

ບໍ່ຮູ້ຈຸດອ່ອນຂອງໂນເຟຍ ເລີຍເຮັດໃຫ້ໂນເຟຍໃຊ້ເວດມົນດຳ� ແລະ ພົ່ນພະລັງນໍ້າແຂງໃສ່ແອັນລີຕ່າ ແລ້ວລາວກໍກາຍເປັນຫີນ.

- ຈົບ -

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 39

ການພະຈົນໄພຂອງແອັນລີຕ່າ

39

12/10/19 1:50 PM


ລົງໄປພ້ອມປາໂລມາ ຫຼັງຈາກລາວໄປຫາປາໂລມາ,

ທັງສອງກໍໂດດລົງນໍ້າໄປ.

ລາວຄິດວ່າລາວຫາຍໃຈໃນນໍ້າ

ບໍ່ໄດ້. ລາວຈຶ່ງຮີບຟ້າວຂຶ້ນບົກແລ້ວປາໂລມາກໍລອຍຕາມລາວໄປແລ້ວເວົ້າຂຶ້ນວ່າ, “ເຈົ້າເປັນຫຍັງ, ແອັນລີຕ່າ?”

ນາງຕອບວ່າ, “ຂ້ອຍຫາຍໃຈໃນນໍ້າບໍ່ໄດ້.” ໂລມາກໍບອກລາວວ່າ, “ເຈົ້າເປັນຜູ້ວເິ ສດ. ເຈົ້າເຫັນທີ່ຄຂ ໍ ອງເຈົ້າບໍ່? ມັນເປັນສ້ອຍຄໍໄຂ່ມກ ຸ .

ເຈົ້າສາມາດກັບກາຍເປັນມະນຸດ ຫຼື ເງືອກໄດ້ຕະຫຼອດເວລາທີ່ເຈົ້າອະທິຖານ. ນີ້ຄສ ື ິ່ງທີ່ລາຊິນມ ີ ອບ ໃຫ້ເຈົ້າ ເພື່ອໃຫ້ມາຊ່ວຍໂລກຂອງເຮົາ.”

ນາງໄດ້ຍນ ິ ແນວນັ້ນ, ນາງກໍຕັ້ງຈິດອະທິຖານ. ແລ້ວມັນກໍມແ ີ ສງສະຫວ່າງເປັນສີຟ້າລອຍໄປ

ມາຕາມຂາຂອງນາງ ແລ້ວມັນກໍກາຍເປັນຫາງປາ. ນາງປະຫຼາດໃຈກັບສິ່ງທີ່ເກີດຂຶ້ນກັບຕົນເອງ. ແລ້ວປາໂລມາກໍເອີ້ນໃຫ້ລາວຮີບລອຍໄປຢ່າງໄວວາ. ໃນລະຫວ່າງການເດີນທາງນັ້ນ, ລາວໄດ້ພົບ ເຫັນທະເລອັນແສນຮັກຂອງລາວ ແລະ ພືດພັນປະກາລັງໃນນໍ້ານັ້ນກໍກໍາລັງຊຸດຕົວລົງ. ນາງໂສກ

ເສົ້າເສຍໃຈກັບສິ່ງເຫັນ.

ພໍມາເຖິງເມືອງທີ່ນາງເງືອກ

ນາງກໍຖາມຂຶ້ນວ່າ, “ເມືອງນີ້ມຊ ີ ື່ວ່າແນວໃດ?”

ແລະ

ສັດທະເລອາໄສຢູ່ຢ່າງຫຼວງຫຼາຍ,

ໂລມາຕອບວ່າ, “ນີ້ແມ່ນເມືອງໂອເຊຍນ່າ ເຊິ່ງເປັນເມືອງທີ່ເກົ່າແກ່ທີ່ມອ ີ າຍຸມາເປັນພັນປີ

ແລ້ວ.”

ແອັນລີຕ່າຮູ້ສກ ຶ ປະທັບຕາປະທັບໃຈເມື່ອໄດ້ເຫັນສິ່ງພິເສດອີກຢ່າງໜຶ່ງໃນໃຕ້ມະຫາສະໝຸດ. ລາວເຂົ້າໄປໃນໝູ່ບ້ານນັ້ນ ແລະ ໃຜໆກໍຫຼຽວເບິ່ງລາວແລ້ວເວົ້າຂຶ້ນວ່າ, “ນາງຈະເປັນຜູ້ປົດ

ປ່ອຍເມືອງໂອເຊຍນ່າໃຫ້ຫຼຸດພົ້ນຈາກກຳ�ມືຂອງນາງເງືອກທີ່ໃຈຮ້າຍໂຕນັ້ນ.” ແລ້ວປະຊາຊົນກໍຮ້ອງໂຮດີໃຈ.

ປາໂລມາພາແອັນລີຕ່າໄປຫາຜູ້ຮູ້ ແລ້ວລາວກໍໄດ້ເລົ່າໃຫ້ແອັນລີຕ່າຟັງວ່າ, “ເມືອງໂອເຊຍນ່າ

ຫຼື ນໍ້າທະເລນີ້ມແ ີ ສງຊີວາເປັນພະລັງໃຫ້ຊວ ີ ດ ິ . ພະລາຊາ ແລະ ລາຊິນຂ ີ ອງເມືອງນີ້ມລ ີ ກ ູ ສາວຢູ່ສອງ

ຄົນ, ຜູ້ເປັນເອື້ອຍມີນາມວ່າ ໂນເຟຍ ແລະ ຜູ້ເປັນນ້ອງມີນາມວ່າ ຊີເລຍ. ພໍເວລາຜ່ານໄປຫຼາຍປີ,

ທັງສອງກໍໃຫຍ່ເປັນສາວ. ລາຊະນີ ແລະ ພະລາຊາກໍໄດ້ບອກທັງສອງວ່າ, ‘ຫາກໃຜສ້າງແສງແຫ່ງ ຊີວາໄດ້, ພໍ່ ແລະ ແມ່ຈະມອບເມືອງໃຫ້ຜູ້ນັ້ນປົກຄອງ’.” ແລ້ວຜູ້ຮູ້ກເໍ ລົ່າໃຫ້ຟັງຕໍ່.

ໂນເຟຍ ຜູ້ທີ່ມຈ ີ ດ ິ ໃຈໝົ່ນໝອງມືດດໍາ ແລະ ເຫັນແກ່ຕົວ ບໍ່ສາມາດສ້າງແສງຊີວາໄດ້. ສ່ວນຊີ

ເລຍຜູ້ເປັນນ້ອງນັ້ນເປັນຜູ້ທີ່ມຈ ີ ດ ິ ໃຈເມດຕາອາລີຕໍ່ປະຊາຊົນ ແລະ ຫວັງດີຕໍ່ທະເລເລີຍສາມາດ

ສ້າງແສງຊີວາໄດ້ສົມບູນ. ຫຼັງຈາກນັ້ນ, ພະລາຊາ ແລະ ປະຊາຊົນຈຶ່ງແຕ່ງຕັ້ງໃຫ້ຊເີ ລຍເປັນຜູ້ປົກ ຄອງເມືອງໂອເຊຍນ່າ ແລະ ເບິ່ງແຍງປະຊາຊົນອັນແສນຮັກຂອງຕົນ. 40

ການພະຈົນໄພຂອງແອັນລີຕ່າ

Tales_From_The_North_LA_FA.indd 40

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ເວລາຜ່ານໄປຫຼາຍປີ, ພະລາຊາ ແລະ ລາຊະນີກເໍ ຖິງແກ່ມລ ໍ ະນະກຳ�. ໂນເຟຍທີ່ຊົ່ວຮ້າຍ

(ຜູ້ເປັນເອື້ອຍຂອງຊີເລຍ) ກໍຄດ ິ ຮ້າຍມາຕະຫຼອດເມື່ອ ພໍ່ ແລະ ແມ່ຂອງນາງທັງສອງສິ້ນພະຊົນແລ້ວ. ລາວໄດ້ວາງແຜນຍາດເອົາບັນລັງຈາກຊີເລຍໂດຍການໃຊ້ຄາລົມຕົວະຍົວະຊີເລຍ.

ໂນເຟຍວ່າ, “ຊີເລຍ, ຕັ້ງແຕ່ເອື້ອຍເກີດມາ, ສະຕາກຳ�ຂອງເອື້ອຍກໍຊ່າງໜ້າອານາດແທ້. ພໍ່

ແມ່ກບ ໍ ໍ່ຄ່ອຍສະແດງຄວາມຮັກໃຫ້ເມື່ອມີນ້ອງ. ນ້ອງກໍບໍ່ເຄີຍໃຫ້ຄວາມຮັກ ແລະ ຄວາມຫ່ວງໃຍຕໍ່ ເອື້ອຍເລີຍ. ປະຊາຊົນກໍກຽດຊັງເອື້ອຍ. ເອື້ອຍບໍ່ເຫຼືອໃຜແລ້ວ.”

ພໍເອື້ອຍເວົ້າສຸດແລ້ວ, ຊີເລຍກໍເຂົ້າໄປກອດເອື້ອຍຂອງລາວແລ້ວເວົ້າວ່າ, “ເອື້ອຍ, ບໍ່ຕ້ອງ

ເວົ້າແນວນີ້. ບໍ່ວ່າແນວໃດກໍຕາມ, ເອື້ອຍກໍຍັງມີນ້ອງທີ່ຍັງຮັກ ແລະ ຫ່ວງໃຍເອື້ອຍ. ບໍ່ມພ ີ ໍ່ແມ່ຜູ້ໃດທີ່ ບໍ່ຮັກລູກຕົນເອງດອກ.”

ໂນເຟຍຫຼຽວໜ້າຂຶ້ນມາເບິ່ງນ້ອງສາວຕົນເອງ ແລ້ວ ນາງກໍບອກບໍລວ ິ ານຂອງນາງມາຈັບເອົາ

ຕົວນ້ອງສາວຂອງຕົນໄປຂັງໄວ້ໃນຖໍ້າທີ່ເລິກ ແລະ ມືດ, ບ່ອນທີ່ໃຜກໍຊອກບໍ່ເຫັນ, ແຕ່ນາງບໍ່ຄດ ິ ທີ່

ຈະຂ້າເພາະຕ້ອງການແສງຊີວາທີ່ເປັນຊີວດ ິ ຂອງທະເລ. ເພາະຖ້າຫາກຊີເລຍຕາຍ, ທະເລກໍຈະບໍ່ ມີຄວາມໝາຍ.

ຫຼັງຈາກນັ້ນ, ໂນເຟຍກໍເວົ້າອອກມາວ່າ, “ໂອ້, ນ້ອງສາວສຸດທີ່ຮັກ, ເຈົ້າເປັນທັງແກ້ວຕາດວງ

ໃຈຂອງເອື້ອຍ ແລະ ທະເລ. ເອື້ອຍຂ້ານ້ອງບໍ່ລົງດອກ. ນ້ອງຕ້ອງຢູ່ກັບເອື້ອຍຈົນກວ່າຊີວດ ິ ຂອງເຈົ້າ ຈະເຖິງແກ່ສະຫວັນນະຄົດ.”

ໂນເຟຍເວົ້າອອກມາດ້ວຍນໍ້າສຽງທີ່ດຮ ຸ ້າຍ, ນັ້ນເຮັດໃຫ້ຊເີ ລຍຢ້ານ. ສະນັ້ນ, ນາງຈຳ�ເປັນຕ້ອງ

ສ້າງແສງຊີວາ ໃຫ້ແກ່ໂນເຟຍເພາະລາວຍັງຫວງແຫນທະເລຢູ່.

ໂນເຟຍເຂົ້າມາໃນແດນໂອເຊຍນ່າແລ້ວປະກາດໃຫ້ຊາວເງືອກທຸກຕົວມາປະຊຸມ. ແລ້ວລາວ

ປະກາດຕໍ່ວ່າ,

“ຊີເລຍ, ນ້ອງສາວຂ້ອຍໄດ້ເສຍຊີວດ ິ ແລ້ວ ຍ້ອນຖືກພວກມະນຸດຈັບຕົວໄປ. ຖ້າ

ພວກເຈົ້າເຫັນມະນຸດຍ່າງກາຍເຂົ້າມາ, ພວກເຈົ້າຕ້ອງຈັບຕົວມັນມາໃຫ້ຂ້ອຍ ເພາະຂ້ອຍເຈັບໃຈທີ່ ມັນຈັບຕົວນ້ອງຂ້ອຍໄປຂ້າ. ຕໍ່ຈາກນີ້, ຂ້ອຍຈະເປັນຄົນເບິ່ງແຍງພວກເຈົ້າເອງ. ກ່ອນທີ່ຊເີ ລຍ ຈະຖືກຈັບຕົວໄປ,

ນາງໄດ້ມອບພະລັງການສ້າງແສງແຫ່ງຊີວາໃຫ້ຂ້ອຍ.

ພວກເຈົ້າຕ້ອງເຊື່ອຟັງ

ແລະ ຍົກຍ້ອງຂ້ອຍເປັນລາຊະນີໂນເຟຍ, ຜູ້ທີ່ຈະປົກຄອງເມືອງແຕ່ມື້ນີ້ເປັນຕົ້ນໄປ.” ພວກເຂົາບໍ່ສາມາດຂັດໃຈນາງໄດ້ເລີຍ.

ຄວາມສຸກ,

ແລ້ວຊາວເງືອກທັງຫຼາຍກໍດໍາລົງຊີວດ ິ ຢູ່ແບບບໍ່ມີ

ຄືກັບເປັນທາດຂອງນາງທີ່ບໍ່ມຊ ີ ວ ີ ດ ິ ເປັນອິດສະຫຼະ

ແລະ

ຕ້ອງໄດ້ເຮັດຕາມຄຳ�ສັ່ງ

ຂອງນາງ. ຫາກຂັດແມ້ແຕ່ຄຳ�ດຽວ, ຜູ້ນັ້ນກໍຈະຖືກທະຫານຂອງນາງຈັບຕົວໄປຂັງໄວ້ໃນຄຸກໃຕ້ດນ ິ

ກັບຊີເລຍ. ທະເລກໍເລີ່ມຊຸດຊົມລົງ ເພາະຜູ້ໃຫ້ແສງຊີວາແກ່ທະເລບໍ່ເຄີຍຄິດຫວັງດີຕໍ່ປະຊາຊົນຊາວ ເງືອກ. ນາງທັງບ້າອຳ�ນາດ ແລະ ເຫັນແກ່ຕົວ. ໂນເຟຍຢ້ານກົວ ເມື່ອໄດ້ຍນ ິ ໝໍທຳ�ນາຍໄວ້ວ່າຈະມີ

ເດັກສາວຄົນໜຶ່ງອາຍຸ 18 ຈະລົງມາພາກນາງອອກຈາກບັນລັງ. ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 41

ການພະຈົນໄພຂອງແອັນລີຕ່າ

41

12/10/19 1:50 PM


ແລ້ວຜູ້ຮູ້ກໍເວົ້າກັບແອັນລີຕ່າຕໍ່ວ່າ,

“ມັນກໍເປັນແນວນັ້ນມາຈົນເຖິງທຸກມື້ນີ້.

ແອັນລີຕ່າ,

ຊ່ວຍປົກປ້ອງທະເລ ແລະ ຊາວເງືອກທັ້ງຫຼາຍດ້ວຍເຖີດ.”ເມື່ອແອັນລີຕ່າໄດ້ຟັງແນວນັ້ນ, ນາງກໍເລີ່ມ ມີອາການໜັກໃຈເພາະພາລະກິດທີ່ນາງໄດ້ຮັບນັ້ນມັນຄືຊີວິດທະເລທັ້ງຊີວິດ ແລະ ຊີວິດຊາວເງືອກ ຈະລອດພົ້ນຈາກນາງເງືອກຈິດໃຈດຳ�ຕົນນັ້ນ ຫຼື ບໍ່ກໍຂຶ້ນກັບມືຂອງນາງ.

ນາງຕອບວ່າ, “ບໍ່, ເຮົາເຮັດບໍ່ໄດ້ດອກ. ເຮົາເປັນຍິງສາວທຳ�ມະດາພຽງເທົ່ານັ້ນເອງ. ເຫດອັນ

ໃດເຮົາຈຶ່ງຈະເອົາຊະນະນາງມານໂນເຟຍທີ່ມີມົນວິເສດໄດ້. ເລີຍ.”

ທຸກຄົນຢ່າຄາດຫວັງຫຍັງນຳ�ຂ້ອຍ

ໂລມາກໍຕອບວ່າ, “ກະລຸນາຊ່ວຍພວກເຮົາແນ່ທ້ອນ. ເຮົາຂໍນຳ�ເຈົ້າ. ກະລຸນາຊ່ວຍເຫຼືອເຮົາ

ແດ່. ພວກເຮົາບໍ່ມີທາງເລືອກແລ້ວ. ເຈົ້າບໍ່ຕ້ອງທໍ້. ເຮົາວ່າຄຳ�ທຳ�ນາຍຂອງເພິ່ນຕ້ອງເປັນຈິງ. ເຈົ້າ ເກີດມາເພື່ອສິ່ງນີ້ ແລະ ເຈົ້າກໍມາເຖິງຂະໜາດນີ້ແລ້ວ. ເຈົ້າຍັງຈະຖອຍຄືນຊັ້ນບໍ?” ແອັນລີຕ່າຫຼຽວເບິ່ງໜ້າໂລມາໂຕນັ້ນ

ແລ້ວນາງກັບມາຄິດອີກຄັ້ງໜຶ່ງ.

ຫຼັງຈາກນັ້ນ,

ລາວກໍຫຼຽວເບິ່ງຜູ້ຮູ້ແລ້ວຕອບວ່າ, “ຕົກລົງ. ໃນເມື່ອມາເຖິງຂັ້ນນີ້ແລ້ວ, ຂ້ອຍຈະສູ້ເພື່ອເອົາຊີວິດ ຂອງທະເລກັບຄືນມາ ແລະ ເພື່ອຄວາມສະງົບສຸກຂອງຊາວເງືອກ.”

ເງືອກທຸກຕົວທີ່ຟັງແອັນລີຕ່າຢູ່ຕ່າງກໍພາກັນຮ້ອງໂຮດ້ວຍຄວາມດີອົກດີໃຈ ເຊິ່ງກາຍເປັນກຳ�

ລັງໃຈໃຫ້ແກ່ແອັນລີຕ່າ. ຫຼັງຈາກນັ້ນ, ຜູ້ຮູ້ກໍກ່າວວ່າ, “ປະຊາຊົນຊາວໂອເຊຍນ່າ, ຫຼັງຈາກມື້ນີ້ໄປ, ພວກເຮົາກໍຈະພົ້ນຈາກການເປັນທາດຂອງໂນເຟຍຜູ້ຊົ່ວຮ້າຍແລ້ວ.”

ຊາວເມືອງໂອເຊຍນ່າກໍພາກັນກິນລ້ຽງຕ້ອນຮັບແອັນລີຕ່າ. ໃນຂະນະນັ້ນ, ໂນເຟຍນາງເງືອກ

ຜູ້ຊົ່ວຮ້າຍກໍກຳ�ລັງສຳ�ຫຼວດເມືອງຂອງນາງ. ນາງໄດ້ຍິນສຽງຟົດຟື້ນມາຈາກນອກເມືອງ, ນາງເລີຍ

ສັ່ງທະຫານຂອງນາງມຸ້ງໜ້າໄປບ່ອນນັ້ນ. ເມື່ອໂນເຟຍເຂົ້າມາ, ນາງກໍພົບກັບເງືອກຕົນໜຶ່ງທີ່ນາງບໍ່ ເຄີຍເຫັນມາກ່ອນ. ນາງເງືອກນັ້ນມີຜົມເປັນສີແດງເລືອດແປກຕາ ແລະ ດວງຕາຂອງນາງເປັນສີ

ຂຽວເຂັ້ມເປັນປະກາຍງົດງາມ. ເມື່ອໂນເຟຍເຫັນແນວນັ້ນ, ນາງກໍຕົກໃຈທັນທີແລ້ວຄິດສົງໄສວ່າຈະ ຕ້ອງເປັນເດັກຍິງຄົນນັ້ນທີ່ໝໍດູທຳ�ນາຍວ່າຈະພາກບັງລັງອອກຈາກຕົນ. ແທ້?”

ນາງເວົ້າອອກມາດ້ວຍສຽງອັນດຸຮ້າຍວ່າ, “ນາງຄົນນັ້ນ, ເຈົ້າແມ່ນໃຜຄືມາແປກໜ້າແປກຕາ ໂລມາບອກໂນເຟຍໄປວ່ານາງເປັນຍາດຂອງຕົນທີ່ພັດພາດຈາກກັນມາດົນ.

ເຟຍກໍບໍ່ສົນໃຈຫຍັງ.

42

ການພະຈົນໄພຂອງແອັນລີຕ່າ

Tales_From_The_North_LA_FA.indd 42

ແລ້ວນາງໂນ

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 43

ການພະຈົນໄພຂອງແອັນລີຕ່າ

43

12/10/19 1:50 PM


ຫຼັງຈາກທີ່ແອັນລີຕ່າໄດ້ດຳ�ລົງຊີວດ ິ ຢູໃ ່ ນເມືອງບາດານມາສອງສາມມື້, ເຫຼົ່ານາງເງືອກທັງຫຼາ

ຍກໍມຄ ີ ວາມສະໜິດສະໜົມຮັກແພງກັນກັບນາງ. ແລ້ວມື້ຕໍ່ມາ, ນາງກໍໄດ້ອອກໄປພະຈົນໄພກັບປາ ໂລມາ ແລະ ນາງເງືອກອີກສາມຕົນ. ນາງໄດ້ປອມຕົວເປັນທາດຮັບໃຊ້ຂອງໂນເຟຍແລ້ວເຂົ້າໄປໃນ

ພະລາຊະວັງໂດຍທີ່ບໍ່ມໃ ີ ຜສົງໃສ. ລາວໄດ້ພະຍາຍາມເຂົ້າໄປໃຫ້ໃກ້ໂນເຟຍໃຫ້ຫຼາຍທີ່ສດ ຸ ເພື່ອໄປ ລັກເອົາກະແຈທີ່ນາງໂນເຟຍໃຊ້ລອກຫ້ອງກັກຂັງລາຊະນີຊເີ ລຍ ແລະ ເງືອກຕົນອື່ນໆທີ່ຖກ ື ກັກຂັງຢູ່ ນັ້ນນຳ�.

ໃນຕອນຄໍ່າຂອງມື້ນັ້ນ, ລາວກໍໄດ້ລັກເຂົ້າໄປໃນຫ້ອງຂອງໂນເຟຍ, ເຊິ່ງມີປາໂລມາ ແລະ

ເງືອກສາວອີກສາມຕົນເຝົ້າເບິ່ງລາດລາວຢູ່ນອກ.

ແລ້ວແອັນລີຕ່າກໍເຂົ້າໄປເຖິງຕົວນາງໂນເຟຍ.

ແອ່ນລີຕ່າທີ່ກຳ�ລັງຈະລັກເອົາກະແຈຂອງລາວ.

ລາວຈຶ່ງຮູ້ຄວາມຈິງວ່າແອັນລີຕ່າແມ່ນຜູ້ທີ່ຖກ ື

ໃນຂະນະທີ່ລາວກຳ�ລັງຈະຈັບເອົາກະແຈ, ໂນເຟຍກໍຝັນຮ້າຍ, ສະດຸ້ງຕື່ນຂຶ້ນມາ

ແລະ ພົບເຫັນ

ເລືອກໃຫ້ມາແກ້ຄຳ�ສາບໃນທະເລ. ໂນເຟຍກໍເລີຍໂກດຮ້າຍໃຫ້ນາງແອັນລີຕ່າ. ນາງແອັນລີຕ່າກໍ

ໄດ້ລອຍໜີອອກມາ. ອີກໜ້ອຍດຽວກໍຈະກາຍໜ້າພະລາຊະວັງແລ້ວ, ແຕ່ແອັນລີຕ່າກໍໜບ ີ ໍ່ມົ້ມ. ນາງ ໂນເຟຍກໍອອກມາຕໍ່ສູ້ກັບນາງແລ້ວຈັບເງືອກສາມຕົນໄວ້. ສ່ວນປາໂລມາໄດ້ໄປລີ້ຢູ່. ແອັນລີຕ່າກັບ

ໂນເຟຍກໍຕໍ່ສູ້ກັນດ້ວຍການເສກມົນຄາຖາ. ແອັນລີຕ່າມີພຽງສ້ອຍຄໍທີ່ບໍ່ມພ ີ ະລັງຫຼາຍ, ຕ່າງກັບໂນ ເຟຍເຊິ່ງເປັນເງືອກທີ່ມເີ ລ່ຫຼ່ຽມ ແລະ ເວດມົນຄາຖາທີ່ສະສົມມາ. ແອ່ນລີຕ່າໃຊ້ສ້ອຍຄໍຂອງລາວ ແປງກາຍເປັນງູຍັກ, ສ່ວນໂນເຟຍໄດ້ໃຊ້ເວດມົນດຳ�ເຮັດໃຫ້ເກີດເປັນເງົາມືດ ແລ້ວແປງກາຍເປັນ

ມັງກອນສາມຫົວທີ່ສາມາດພົ່ນພິດ, ນໍ້າແຂງ ແລະ ກໍພົ່ນກົດທີ່ມສ ີ ຂ ີ ຽວ. ເວລາກົດນັ້ນໄປຖືກອັນໃດ

ສິ່ງມັນກໍຈະລະລາຍທັນທີ. ແລ້ວນາງໂນເຟຍຍັງແຍກຮ່າງອອກເປັນ 6 ໂຕ. ແອັນລີຕ່າ ໄດ້ຕອດ ເຂົ້າໄປທີ່ແຂນຂອງ

ໂນເຟຍເຮັດໃຫ້ໂນເຟຍເສຍທ່າ ແຕ່ແລ້ວນາງເງືອກໂນເຟຍກໍໄດ້ເອົາເງືອກ

ສາວສາມຕົນທີ່ຈັບໄວ້ນັ້ນມາເປັນຕົວປະກັນ.

ນັ້ນເຮັດໃຫ້ແອ່ນລີຕ່າເກີດຄວາມໃຈອ່ອນ.

ນາງໂນເຟຍໄດ້ພົ່ນນໍ້າແຂງ ແລະ ພິດໃສ່ແອ່ນລີຕ່າ. ມັນເຮັດໃຫ້ແອັນລີຕ່າບາດເຈັບໜັກ.

ແລ້ວ

ປາໂລມາເຫັນແນວນັ້ນ, ມັນຈຶ່ງຄິດວາງແຜນເພື່ອຊ່ວຍແອັນລີຕ່າ. ໂລມາເລີຍໄປຫາພວກ

ນາງເງືອກ ແລະ ປາທັງຫຼາຍ. ລາວເວົ້າຂຶ້​້ນວ່າ, “ພວກສູ່! ພວກສູ່! ເຮົາມີເລື່ອງດ່ວນ!” ປາໂຕໜຶ່ງຖາມວ່າ, “ເຈົ້າມີເລື່ອງອັນໃດດ່ວນ?”

ໂລມາເລີຍເວົ້າວ່າ, “ລາຊະນີໂນເຟຍ ມີເລື່ອງດ່ວນໃຫ້ພວກເຈົ້າຮີບໄປ. ຖ້າຜູ້ໃດບໍ່ທັນ, ຜູ້ນັ້ນ

ອາດຈະບໍ່ມລ ີ ົມຫາຍໃຈອີກໄດ໋.”

ແລ້ວພວກຝູງປາ ແລະ ໂລມາກໍພາກັນຮີບໄປ. ພໍທກ ຸ ຄົນໄປເຖິງປະຕູຂອງຫ້ອງປະຊຸມ,

ນາງໂນເຟຍຫຼຽວເຫັນ ລາວຈຶ່ງຮີບແປງກາຍກັບມາສະພາບເດີມ. ແລ້ວນາງກໍເຂົ້າໄປໃນຫ້ອງປະຊຸມ ພໍ. ເພາະລາວຖືກແອ່ນລີຕ່າທຳ�ຮ້າຍ, ລາວເລີຍຖາມຝູງປາດ້ວຍນໍ້າສຽງທີ່ດຮ ຸ ້າຍວ່າ, “ພວກເຈົ້າພາ ກັນມາເຮັດຫຍັງ?”

ປາທັງຫຼາຍຕອບເປັນສຽງດຽວກັນວ່າ, “ພະລາຊະນີເອງເປັນຜູ້ສັ່ງໃຫ້ທກ ຸ ຄົນມາເພາະມີເລື່ອງ 44

ການພະຈົນໄພຂອງແອັນລີຕ່າ

Tales_From_The_North_LA_FA.indd 44

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ດ່ວນ.” ໂນເຟຍຄິດຢູ່ຄາວໜຶ່ງວ່າ ນີ້ອາດຈະເປັນກົນລວງ. ນາງເລີຍສັ່ງໃຫ້ປາທັງຫຼາຍພາກັນກັບເມື່ອ

ເຮືອນ. ແລ້ວລາວອອກໄປຫາບ່ອນທີ່ແອັນລີຕ່າຢູ່, ແຕ່ລາວກໍບໍ່ເຫັນແອັນລີຕ່າຢູ່ຫັ້ນແລ້ວ ເພາະ

ໂລມາໄດ້ພາແອັນລີຕ່າໜີໄປ. ແລ້ວໂນເຟຍກໍໄດ້ສັ່ງໃຫ້ເງືອກ ແລະ ປາທັງຫຼາຍອອກຊອກຫາ ແອັນລີຕ່າ, ແຕ່ກບ ໍ ໍ່ມໃ ີ ຜພົບເຫັນແອັນລີຕ່າເລີຍ. ໃນຂະນະທີ່ໂລມາເດີນທາງພາແອັນລີຕ່າໜີໄປ

ນັ້ນ, ລາວຄິດບໍ່ອອກເລີຍວ່າສິພາແອັນລີຕ່າໄປລີ້ຢູ່ບ່ອນໃດ ເພາະຖ້າຢູ່ໂລກບາດານຕໍ່ໄປ, ທັງສອງ ກໍຄົງຈະໜີບໍ່ມົ້ມກຳ�ມືຂອງໂນເຟຍດອກ.

ໂລມາເລີຍຕັດສິນໃຈພາແອັນລີຕ່າຂຶ້ນໄປໂລກຂອງມະ

ນຸດ. ພໍມາຮອດແຄມທະເລ, ໂລມາກໍໄດ້ເອົາແອັນລີຕ່ານອນໄວ້. ແລ້ວມັນກໍເຮັດສຽງຮ້ອງໃຫ້ດັງທີ່

ສຸດຂອງມັນວ່າ, “ວີກ! ວີກ! ວີກ!” ສຽງນັ້ນດັງໄປຮອດພໍ່ແມ່ຂອງແອັນລີຕ່າຈົນພວກເພິ່ນອອກມາ ເບິ່ງ.

ແລ້ວໂລມາກໍສັ່ງລາແອັນລີຕ່າວ່າ, “ຂ້ອຍຂໍໂທດທີ່ເຮັດໃຫ້ເຈົ້າຕ້ອງບາດເຈັບ.” ແລ້ວໂລມາກໍລອຍລົງທະເລໄປ. ສ່ວນພໍ່ແມ່ຂອງແອັນລີຕ່າມາເຫັນນາງ, ພວກເຂົາກໍຕົກໃຈ

ທີ່ເຫັນສະພາບຂອງລູກຕົນເອງເປັນແບບນີ້. ເຂົາທັງສອງເບິ່ງຕາມປາໂລມາໄປດ້ວຍຄວາມກຽດຊັງ, ແລ້ວພໍ່ຂອງແອັນລີຕ່າກໍຫອບອຸ້ມເອົານາງກັບບ້ານ. ພໍມາເຖິງ, ແມ່ຂອງລາວກໍປົ່ນຢາພື້ນເມືອງຮັກ ສາບາດແຜຂອງລູກ. ເວລາຜ່ານໄປເຖິງ 3 ມື້, ແອັນລີຕ່າ ກໍຍັງບໍ່ຕື່ນ.

ແມ່ຂອງນາງໂອບກອດນາງເອົາໄວ້ພ້ອມທັງເວົ້າທັງໄຫ້ວ່າ, “ແອັນລີຕ່າເອີຍ, ໄດ້ຍນ ິ ສຽງແມ່

ບໍ? ແມ່ຄດ ິ ຮອດລູກຫຼາຍ.”

ແອັນລີຕ່າກໍຕື່ນຂຶ້ນເມື່ອໄດ້ຍນ ິ ສຽງແມ່ຂອງຕົນຮ້ອງ. ພໍນາງເຫັນແມ່ຕົນເອງກຳ�ລັງເສຍໃຈຢູ່,

ນາງກໍເວົ້າຂຶ້ນມາວ່າ, “ແມ່ເອີຍ, ເງີຍໜ້າຂຶ້ນມາ. ລູກຟື້ນແລ້ວ. ແມ່ຊໄ ິ ຫ້ເຮັດຫຍັງ?”

ເພື່ອແມ່ຂອງແອັນລີຕ່າໄດ້ຍນ ິ ແນວນັ້ນ, ລາວກໍຟ້າວແຫງນໜ້າຂຶ້ນມາເບິ່ງໜ້າລູກ ແລະ ເຫັນ

ໃບໜ້າຂອງລູກຍິ້ມແຍ້ມແຈ່ມໃສ. ລາວກໍດໃ ີ ຈແລ້ວເວົ້າອອກມາພ້ອມນໍ້າຕາແຫ່ງຄວາມຮັກ ແລະ ຫ່ວງໃຍວ່າ,

“ລູກເອີຍ,

ແມ່ບໍ່ໜ້າປ່ອຍໃຫ້ລກ ູ ໄປເລີຍ.

ແມ່ຂໂ ໍ ທດ.” ເອລີນ່າທັງເວົ້າທັງໄຫ້, ນໍ້າຕາໄຫຼລົງໃບໜ້າ.

ແມ່ຜດ ິ ເອງທີ່ເຮັດໃຫ້ລກ ູ ເປັນແບບນີ້.

ແອັນລີຕ່າຕອບວ່າ, “ບໍ່ແມ່ນຄວາມຜິດຂອງແມ່. ສະຫວັນສົ່ງລູກມາເຮັດພາລະກິດນີ້ ແລະ

ລູກກໍຕ້ອງເຮັດໃຫ້ມັນສຳ�ເລັດ. ເມື່ອລູກຮັກສາຕົວແລ້ວ, ລູກຈະກັບໄປຊ່ວຍເມືອງປາດານຕໍ່.”

ແມ່ຂອງລາວບໍ່ໃຫ້ໄປ . (ອ່ານຕໍ່ໜ້າທີ 46.)

ແມ່ຂອງລາວໃຫ້ໄປ . (ອ່ານຕໍ່ໜ້າທີ 47.)

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 45

ການພະຈົນໄພຂອງແອັນລີຕ່າ

45

12/10/19 1:50 PM


ແມ່ຂອງລາວບໍ່ໃຫ້ໄປ

ເມື່ອໄດ້ຍິນແນວນັ້ນ, ເອລີນ່າເລີຍວ່າ, “ແຕ່ເທື່ອນີ້ແມ່ບໍ່ໃຫ້ລູກໄປ.”

ແອັນລີຕ່າເລີຍຖາມວ່າ, “ແລ້ວແມ່ນໃຜສິໄປຊ່ວຍທະເລ?”

ເອລີນ່າເວົ້າວ່າ, “ມັນກໍເປັນເລື່ອງຂອງທະເລ. ມະນຸດຄືເຮົາສິໄປເຮັດຫຍັງໄດ້. ຈັ່ງໃດແມ່ກະ ບໍ່ຍອມໃຫ້ລູກໄປເດັດຂາດ.” ແອັນລີຕ່າເວົ້າວ່າ, ການກິນ.”

“ແຕ່ວ່າຊີວິດການເປັນຢູ່ຂອງມະນຸດຄືເຮົາກໍມີພຽງທະເລທີ່ໃຫ້ອາຫານ

ເອລີນ່າເວົ້າວ່າ, “ຄັນຢູ່ນີ້ບໍ່ໄດ້, ເຮົາກໍອົບພະຍົບໜີໄປຢູ່ໃນຕົວເມືອງ.”

ແອັນລີຕ່າບໍ່ຢາກເວົ້າຫຍັງຕໍ່ແລ້ວ. ນາງກໍຟ້າວເຂົ້ານອນແບບບໍ່ສົນໃຈໃຜ. ເຂົ້າແລງກໍບໍ່ກິນ. ກ່ອນນອນ, ແອັນລີຕ່າກໍເລີຍຄິດວ່າ, “ແມ່ເປັນຜູ້ມີພະຄຸນ. ລາວສັ່ງໃຫ້ເຮັດຫຍັງເຮົາກໍຄວນຟັງ ລາວ.” ພໍຮຸ່ງເຊົ້າມາ, ແອັນລີຕ່າກໍເຂົ້າມາກອດແມ່ຂອງຕົນເອງແລ້ວກໍຂໍໂທດແມ່ທີ່ເຮັດທ່າທີບໍ່ພໍໃຈ ໃສ່ແມ່ໃນມື້ຄືນ. ນາງເວົ້າກັບແມ່ວ່າ, “ແມ່, ລູກຂໍໂທດ.” ແມ່ຂອງລາວກໍເລີຍເວົ້າວ່າ, “ແອັນລີຕ່າ, ແມ່ກໍຂໍໂທດທີ່ເວົ້າກັບລູກແບບນັ້ນ. ມັນເປັນຍ້ອນ ແມ່ເປັນຫ່ວງລູກຈົນໜ້າມືດຕາມົວບໍ່ຟັງທີ່ລູກເວົ້າຈັກຢ່າງ.”

ແອັນລີຕ່າເວົ້າວ່າ, “ແມ່, ພວກເຮົາຍ້າຍໄປໃຊ້ຊີວິດຢູ່ໃນຕົວເມືອງເນາະ.”

ພໍແອັນລີຕ່າເວົ້າສຸດແລ້ວ, ແມ່ຂອງລາວກໍຫັນມາເບິ່ງໜ້າແອັນລີຕ່າ ແລ້ວຈັບມືລູກທັງສອງ ເບື້ອງຂຶ້ນມາ. ແລ້ວເອລີນ່າກໍຖາມວ່າ, “ອີ່ຫຼີບໍລູກ?” ແອັນລີຕ່າງຶກຫົວພ້ອມທັງຍິ້ມ. ຫຼັງຈາກນັ້ນ, ສາມພໍ່ລູກກໍອອກເດີນທາງໄປດ້ວຍເຮືອ. ເຂົາ ເຈົ້າຂ້າມມະຫາສະໝຸດໄປເປັນເວລາ 3 ວັນຈຶ່ງຮອດຝັ່ງ. ພວກເຂົາໄປຮອດເມືອງແຫ່ງໜຶ່ງຊື່ວ່າ: ຢູນີເວີດຊິຕີ້. ພວກເຂົາດຳ�ລົງຊີວິດຢູ່ເມືອງນັ້ນຢ່າງມີຄວາມສຸກ, ສະບາຍທັງກາຍ ແລະ ໃຈ. ໝູ່ບ້ານນີ້ມີຄວາມສະຫງົບ ແລະ ອຸດົມຮັ່ງມີໄປດ້ວຍຊັບພະຍາກອນທຳ�ມະຊາດ. ມາມື້ໜຶ່ງຕອນທີ່ແອັນລີຕ່າອອກມາຍ່າງຫຼິ້ນ, ລາວໄດ້ພົບເຫັນໝູ່ຂອງລາວທີ່ເຄີຍຢູ່ນຳ�ກັນ ໃນເມືອງໂອເຊຍຊິຕີ້. ລາວທັກທາຍສະບາຍດີແລ້ວຖາມໝູ່ວ່າ, “ເຈົ້າມາແຕ່ໃສ?”

ຊາຍຄົນນັ້ນຕອບວ່າ, “ໂອ້! ຂ້ອຍຍ້າຍມາຢູ່ພີ້ແລ້ວເດ. ເຈົ້າຍ້າຍມາຢູ່ນີ້ດົນລະບໍ?”

ແອັນລີຕ່າຕອບວ່າ, “ຍ້າຍມາຢູ່ໄດ້ປະມານອາທິດໜຶ່ງນີ້ລະ.”

ແອັນລີຕ່າຖາມຕໍ່ວ່າ, “ເມືອງໂອເຊຍຊິຕີ້ສະພາບເປັນແນວໃດລະ? ທະເລເດຍັງສົດໃສຢູ່ບໍ?”

ຊາຍຄົນນນັ້ນເຮັດໜ້າເສົ້າເສຍໃຈ ແລ້ວບອກກັບແອັນລີຕ່າວ່າ, “ທະເລແຫ້ງແລ້ງໄປໝົດ. ສັດສາວາສິ່ງກໍຕາຍໝົດ. ຊາວປະມົງທີ່ຢູ່ໃນໂອເຊຍຊິຕີ້ກໍບໍ່ມີແນວທຳ�ມາຫາກິນພວກເຂົາເລີຍໜີມ າຢູ່ຕົວເມືອງພີ້ໝົດແລ້ວ.” ແອັນລີຕ່າສະຫຼົດໃຈເມື່ອໄດ້ຍິນຂ່າວ ແຕ່ກໍເຮັດຫຍັງບໍ່ໄດ້. ແລ້ວລາວກໍດຳ�ລົງຊີວິດກັບພໍ່ແມ່ ແບບເດີມແຕ່ນັ້ນຈົນຕະຫຼອດໄປ. 46

ການພະຈົນໄພຂອງແອັນລີຕ່າ

Tales_From_The_North_LA_FA.indd 46

- ຈົບ -

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ແມ່ຂອງລາວໃຫ້ໄປ ພໍແມ່ຂອງແອັນລີຕ່າໄດ້ຍິນແບບນັ້ນ, ລາວກໍຂໍອອກໄປປຶກສາຜົວ. ຕອນຢ່າງໄປ, ນາງກໍຄິດ

ຢູ່ໃນໃຈວ່າ, “ແອັນລີຕ່າ ບໍ່ຍອມໃຫ້ທະເລຕົກທຸກໄດ້ຍາກແນ່ນອນ. ເຖິງວ່າເຮົາຫ້າມແນວໃດລາວກໍ

ສິກັບລົງໄປ.” ແມ່ຂອງແອັນລີຕ່າ ຈຶ່ງໄປປຶກສາກັບຜົວວ່າ ຈະໃຫ້ລູກຂອງຕົນໄປຝຶກເວດມົນກັບພະ ລືສີ ເພື່ອຈະໃຫ້ໄດ້ຮັບໄຊຊະນະ ແລະ ຊ່ວຍເຫຼືອທະເລໃຫ້ສຳ�ເລັດ.

ຜູ້ເປັນຜົວຕອບຕົກລົງແລ້ວຍັງເວົ້າອີກວ່າ, “ເອລີນ່າ, ເຈົ້າໄປບອກລູກເດີວ່າ ມື້ອື່ນເຊົ້າພວກ

ເອລີນ່າວ່າ, “ໂດຍ.”

ແລ້ວນາງກໍຍ່າງໄປຫ້ອງຂອງແອັນລີຕ່າ. ຫຼັງຈາກນັ້ນ, ເອລີນ່າກໍເລົ່າໃຫ້ລູກຟັງວ່າ, “ໃຫ້ລູກ

ແອັນລີຕ່າຕອບແມ່ໄປວ່າ, “ຕົກລົງ.”

ພໍຮຸ່ງເຊົ້າມາ, ພວກເຂົາກໍໄດ້ອອກເດີນທາງໄປແດນມໍລະກົດ. ພໍໄປເຖິງຖໍ້າທີ່ພະລືສີອາໄສຢູ່,

ເຮົາຈະພາລູກໄປຫາປູ່ພະລືສີຢູ່ທາງແດນມໍລະກົດພຸ້ນ.”

ກະກຽມ. ມື້ອື່ນພໍ່ກັບແມ່ຊິພາລູກໄປຝືກເວດມົນນໍາປູ່ພະລືສີທີ່ແດນມໍລະກົດ.”

ແອັນລີຕ່າ ກໍຍ່າງເຂົ້າໄປ. ສ່ວນພໍ່ແມ່ຂອງນາງຢືນຢູ່ນອກຖໍ້າຖ້າ. ພໍເຂົ້າໄປແລ້ວ, ແອັນລີຕ່າກໍນັ່ງ ພັບຂາລົງແລ້ວຍໍມືໄຫວ້. ຫຼັງຈາກນັ້ນ, ລາວກໍເວົ້າວ່າ, “ທ່ານພະລືສີເອີຍ, ຫຼານມາໃນມື້ນີ້ ເພື່ອຂໍໃຫ້

ທ່ານມອບວິຊາຄວາມຮູ້ແກ່ຫຼານເພື່ອທີ່ຈະໄປຕໍ່ສູ້ກອບກູ້ເອົາທະເລຄືນມາ. ຕອນນີ້, ນໍ້າທະເລກໍາ ລັງຕົກຢູ່ໃນເນື້ອມືຂອງນາງເງືອກຊົ່ວຮ້າຍ ທ່ານພະລືສີກະລຸນາຊ່ວຍພວກເຮົາແດ່ທ້ອນ.”

ພໍພໍ່ລືສີໄດ້ຍິນແບບນັ້ນແລ້ວ,

ເພິ່ນກໍມືນຕາຂຶ້ນມາຈາກການຈຳ�ສິນແລ້ວເວົ້າອອກມາວ່າ,

“ແອັນລີຕ່າ, ສັດໂລກຍ່ອມເປັນໄປຕາມກຳ�. ລູກເກີດມາຄັ້ງນີ້ກໍເກີດມາໃຊ້ເວນໃຊ້ກຳ�. ຂໍລູກຈົ່ງມີ

ສະຕິຮັບອຸປະສັກທີ່ຈະເຂົ້າມາໃນພາຍໜ້າ. ລູກມາຄັ້ງນີ້, ພໍ່ຈະຂໍເຕືອນລູກວ່າໃຫ້ລູກເຊື່ອໝັ້ນໃນ ຕົວເອງສະເໝີວ່າລູກຕ້ອງຂ້າມຜ່ານມັນໄປໃຫ້ໄດ້. ຫາກເຈົ້າຢາກເປັນຄືກັບພໍ່ແມ່ຂອງເຈົ້າ, ເຈົ້າ

ຕ້ອງສູ້, ອົດທົນ ແລະ ບໍ່ຢ້ານຫຍັງ. ພໍ່ລືສີມີວິຊາເຖິງ 5 ວິຊາ ທີ່ຈະສັ່ງສອນໃຫ້ເຈົ້າ. ແອັນລີຕ່າ, ເຈົ້າຈົ່ງຕັ້ງໃຈຟັງ.”

ແລ້ວແອັນລີຕ່າກໍຫຼັບຕາ ແລະ ໃຊ້ສະມາທິໃນການຟັງ.

ພໍ່ລືສີເວົ້າອີກວ່າ, “ແອັນລີຕ່າ, ມືນຕາຂຶ້ນແລ້ວແນມເບິ່ງຕາພໍ່ພີ້.” ແລ້ວພໍ່ລືສີກໍຍິ້ມໃສ່ແອັນລີ

ແອັນລີຕ່າມືນຕາຂຶ້ນແລ້ວຫຼຽວໄປເບິ່ງຕາຂອງລືສີ. ລາວຈ້ອງຕາພໍ່ລືສີ ແລະ ພໍ່ລືສີກໍເວົ້າວ່າ,

ລູກຕ້ອງມີສະຕິປັນຍາ

ຕ່າດ້ວຍໃບໜ້າທີ່ມີຄວາມພາມພູມໃຈ ແລະ ເປັນກຳ�ລັງໃຫ້ແອັນລີຕ່າ. “ມີຫ້າຢ່າງທີ່ຈະໃຊ້ໃນການຕໍ່ສູ້. ສິ່ງເຫຼົ່ານັ້ນຄື:

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 47

ການພະຈົນໄພຂອງແອັນລີຕ່າ

47

12/10/19 1:50 PM


ລູກຕ້ອງມີຄວາມອົດທົນ

ລູກຕ້ອງມີຄວາມກ້າຫານ

ລູກຕ້ອງເຊື່ອໝັ້ນໃນຕົວເອງ

ພຽງ 5 ສິ່ງນີ້, ລູກກໍຈະປາບມານຮ້າຍໄດ້.”

ແອັນລີຕ່າຕອບວ່າ, “ເອົ໋າ, ພໍ່ລືສີ! ລູກຄືບໍ່ຮູ້ສຶກວ່າໄດ້ຮັບມົນວິເສດຫຍັງ. ເຮັດຈັ່ງໃດລູກຈຶ່ງ

ພະລືສີກໍເວົ້າອອກມາທັນທີວ່າ, ເວດມົນກໍເວດມົນທ້ອນ... ຫາກເຈົ້າມີຈິດໃຈຄັບແຄບ, ຈັ່ງໃດ

ຈະຊະນະເງືອກຮ້າຍທີ່ມີມົນວິເສດເຫຼືອລົ້ນນັ້ນໄດ້?”

ເວດມົນທີ່ເຈົ້າຄິດວ່າອົງອາດ ຫຼື ຍິ່ງໃຫຍ່ຊໍ່າໃດກໍແພ້ຈິດໃຈອັນບໍລິສຸດຢູ່ດີ.” ແລ້ວພະລືສີກໍຫາຍ ຕົວໄປ.

ແອັນລີຕ່າກັບມາແລ້ວລາວກໍຄິດໝົດຄືນ. ລາວລຸກມາແນມທີ່ປ່ອງຍ້ຽມ. ລາວແນມໄປທີ່ແຄມ

ທະເລ. ຈິດໃຈຂອງລາວຍັງໂຫຍຫາ ແລະ ເປັນຫວ່ງທະເລກັບຊາວເງືອກທັງຫຼາຍ. ນາງໄດ້ຍິນສຽງ ໂລມາຮ້ອງຈາກໃຕ້ທະເລພົ້ນຂຶ້ນມາວ່າ, “ແອັນລີຕ່າ. ພວກເຮົາຕ້ອງການທ່ານ.”

ແອັນລີຕ່າເລີຍຈັບເອົາສ້ອຍຄໍແລ້ວແລ່ນອອກມາຈາກບ້ານໄປທີ່ແຄມນໍ້າ.

ນາງໃສ່ສາຍຄໍ

ແລ້ວກໍໂດດລົງ ແລ້ວລາວກໍອະທິຖານວ່າ, “ຂໍໃຫ້ຂ້ອຍກັບກາຍເປັນເງືອກ.” ແລ້ວນາງກໍລອຍນໍ້າມຸ້ງ ໜ້າໄປທີ່ເມືອງໂອເຊຍນ່າ.

ນາງລອຍໄປດ້ວຍຄວາມກ້າຫານ ແລະ ມຸ່ງໝັ້ນພ້ອມທີ່ຈະປະເຊີນໜ້າກັບນາງມານໂນເຟຍ.

ພໍໄປເຖິງ, ນາງເຫັນທຸກຄົນກຳ�ລັງກົ້ມຫົວໃຫ້ແກ່ໂນເຟຍ, ພ້ອມກັບໃບໜ້າທີ່ຄອງຄອຍການເປັນອິດ ສະຫຼະ. ເພື່ອແອັນລີຕ່າເຫັນແນວນັ້ນ, ນາງກໍເກີດອາລົມໂມໂຫຂຶ້ນມາທັນທີ. ແຕ່ຢູ່ໆ, ນາງກໍໄດ້ຍິນ

ສຽງທີ່ພະລືສີເຄີຍບອກກັບນາງໄວ້ຫ້າຂໍ້ນັ້ນ. ນາງຈຶ່ງຕັ້ງສະຕິຄືນໃໝ່ແລ້ວຮີບໄປລີ້ຢູ່ທາງຫຼັງເມືອງ. ນາງແນມຊ້າຍແນມຂວາກໍເຫັນແຕ່ບໍລິວານຂອງໂນເຟຍເຕັມໄປໝົດ. ຫຼັງຈາກນັ້ນ, ນາງກໍຄິດວາງ

ແຜນ ແລະ ຕາມຫາຈຸດອ່ອນຂອງຝ່າຍສັດຕູ. ໃນຂະນະທີ່ນາງກຳ�ລັງສັງເກດ, ນາງກໍເຫັນບໍລິວານ

ຂອງໂນເຟຍແພ້ແສງແດດ ແລະ ໂນເຟຍກໍແພ້ເຊັ່ນກັນ. ນາງກໍຄິດວ່າຈະເອົາແວ່ນແຍງອັນໃຫຍ່ໜຶ່ ງອັນ ເພື່ອມາສະທ້ອນແສງແດດ. ແລ້ວນາງກໍໄປຊອກຫາໂລມາ ແລະ ຊາວເມືອງ ເພື່ອຊ່ວຍນາງ ຫາແວ່ນ ຫຼື ສິ່ງທີ່ມັນສາມາດສະທ້ອນແສງມາ 3 ຢ່າງ. ພໍນາງໄປພໍ້ກັບໂລມາໂຕນັ້ນ ແລະ ຊາວເມືອງ,

ນາງກໍລອຍເຂົ້າໄປກອດມັນທັນທີ ເພາະວ່ານາງຄິດຮອດຄິດເຖິງມັນ ແລະ ຊາວເມືອງຫຼາຍ.”ໂລມາ ໂຕນັ້ນເວົ້າອອກມາວ່າ, “ແອັນລີຕ່າ, ເຈົ້າກັບມາ!” ໂລມາທັງເວົ້າທັງຍິ້ມດ້ວຍໃບໜ້າທີ່ສົດໃສ.

ແອັນລີຕ່າເວົ້າວ່າ, “ແນ່ນອນ. ຂ້ອຍເກີດມາເພື່ອສິ່ງນີ້. ເຈົ້!ຈະໃຫ້ຂ້ອຍປ່ອຍປະໃຫ້ທະເລພັງ

ທະລາຍ, ຂ້ອຍກໍບຍອມດອກ.” ແລ້ວແອັນລີຕ່າກໍເວົ້າອີກວ່າ, “ຂ້ອຍຮູ້ແຜນທີ່ຈະເອົາຊະນະໂນ ເຟຍໄດ້ແລ້ວ.” 48

ໂລມາຖາມທັນທີເລີຍວ່າ, “ວິທີໃດລະ?” ການພະຈົນໄພຂອງແອັນລີຕ່າ

Tales_From_The_North_LA_FA.indd 48

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ແອັນລີຕ່າຕອບວ່າ, “ພວກເຈົ້າສັງເກດເຫັນບໍ່ວ່າໂນເຟຍ ແລະ ບໍລິວານຂອງນາງຢູ່ໃນສະ

ຖານທີ່ທີ່ບໍ່ມີແສງ. ຖ້າພວກເຮົາສາມັກຄີກັນຕໍ່ສູ້ກັບໂນເຟຍ. ຂ້ອຍມີແຜນການຢ່າງໜຶ່ງທີ່ຈະເອົາຊະ ນະໄດ້. ໃນແຜນນີ້ມີຢູ່ວ່າ: ໃຫ້ທຸກຄົນລີ້ ພ້ອມກັບຖືແວ່ນສະທ້ອນແສງໄວ້. ພໍຕາເວັນສ່ອງແສງ, ຂ້ອຍຈະລໍ້ນາງໂນເຟຍອອກມາ ເພາະຕອນນີ້ນາງຕ້ອງການໂຕຂ້ອຍຫຼາຍທີ່ສຸດ.”

ພໍເວົ້າສຸດແລ້ວ, ຊາວໂອເຊຍນ່າກໍພາກັນເຫັນດີນໍາ ແລະ ຍ້ອງຍໍຄວາມຄິດເຫັນອັນສະຫຼຽວ

ມື້ຕໍ່ມາແມ່ນວັນທີ່ພວກເງືອກຈະປົດບັນລັງອອກຈາກໂນເຟຍ. ໃນລະຫວ່າງທີ່ແສງແດດກຳ�

ສະຫຼາດຂອງນາງ.

ລັງອ່ອນໆນັ້ນ, ພວກເຂົາກໍໄດ້ລີ້ຕາມຮ່ອງ ຫຼື ຫຼັງຖໍ້າ. ແອັນລີຕ່າບອກກັບຊາວເງືອກວ່າລາວຈະໄປລໍ່ ຕົວນາງໂນເຟຍອອກມາ. ຫຼັງຈາກນັ້ນ, ເມື່ອພວກເຂົາໄດ້ຍິນສຽງແອັນລີຕ່າຮ້ອງ, ພວກເຂົາແມ່ນໃຫ້

ຈັບແວ່ນສະທ້ອນແສງມາອ້ອມໂຕນາງໂນເຟຍ. ພໍເວົ້າສຸດແລ້ວ, ແອັນລີຕ່າກໍມຸ້ງໜ້າໄປທັກທາຍໂນ ເຟຍເຖິງທີ່.

ພໍແຕ່ໂນເຟຍເຫັນແອັນລີຕ່າ,

ນາງກໍຍິງພະລັງມົນດຳ�ໃສ່ທັນທີ.

ແຕ່ດ້ວຍຄວາມມີໄຫວ

ພິບທີ່ດີ, ແອັນລີຕ່າໄດ້ລົບຫຼີກທັນທຸກຄັ້ງ. ແລ້ວນາງກໍລໍ້ໃຫ້ໂນເຟຍມາຕິດກັບດັບຂອງນາງ. ເມື່ອໂນ

ເຟຍໄລ່ຕາມແອັນລີຕ່າໄປ, ນາງກໍໃຊ້ປີ່ເອີ້ນບໍລິວານຂອງນາງໃຫ້ທຸກຕົວໄລ່ລ່າແອັນລີຕ່າ. ແອັນລີ

ຕ່າຫຼຽວເຫັນກໍຖືວ່າເປັນໂອກາດດີ. ນາງເຫັນແສງແດດກຳ�ລັງກ້າ, ນາງເລີຍຮີບຮ້ອງໃຫ້ປະຊາຊົນ ຍົກແວ່ນຂຶ້ນມາອ້ອມໂນເຟຍ

ແລະ

ບໍລິວານຂອງນາງ.

ທັນໃດນັ້ນ,

ພວກເຂົາກໍຊຸດຕົວລົງ.

ຊາວເມືອງຍົກແວ່ນໄວ້ປະມານ 2-3 ນາທີ. ແດດໄດ້ເຜົາລຳ�ຕົວຂອງໂນເຟຍຢ່າງເປັນຕາຢ້ານ. ຜິວ ຂອງນາງເຫຼິ້ນໄໝ້ດຳ�ເປັນເກັດອອກມາເທື່ອລະນ້ອຍ.

ໃບໜ້າຂອງນາງຫຼອມລະລາຍກາຍເປັນຂີ້

ເທົ່າ. ປະຊາຊົນຫຼຽວເບິ່ງດ້ວຍຄວາມສະຫຼົດໃຈ. ຫຼັງຈາກນັ້ນ, ແສງແຫ່ງຊີວາກໍລະເບີດອອກມາ, ກະ ຈາຍຕົວໄປທົ່ວທ້ອງທະເລຢ່າງສວຍສົດງົດງາມເປັນແສງລະຍິບລະຍັບປະດັບປະກາລັງ ແລະ ຟື້ນ ຟູຊີວິດໃນທະເລ.

ແລ້ວແອັນລີຕ່າກໍຮີບຟ້າວເອົາກະແຈໄປໄຂເອົາລາຊິນີຊີເລຍກັບມາປົກຄອງ

ເມືອງ. ປະຊາຊົນທີ່ຖືກກັກຂັງກໍໄດ້ເປັນອິດສະຫຼະ. ທຸກຄົນຕ່າງພູມໃຈໃນຕົວຂອງຕົວເອງ ແລະ ຮູ້ ສຶກດີໃຈຫຼາຍທີ່ໄດ້ຮັບຄວາມເປັນທຳ�.

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 49

ການພະຈົນໄພຂອງແອັນລີຕ່າ

49

12/10/19 1:50 PM


50

ການພະຈົນໄພຂອງແອັນລີຕ່າ

Tales_From_The_North_LA_FA.indd 50

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ລາຊະນີຊີເລຍ ໄດ້ກ່າວວ່າ, “ທຸກຄົນ, ທະເລມີຄວາມສຸກນີ້ໄດ້ກໍເພາະການຊ່ວຍເຫຼືອຂອງ

ມະນຸດຄົນນີ້ເອງ, ມະນຸດທີ່ພວກເຮົາຄິດວ່າເປັນສັດຕູກັບເງືອກ. ມາບັດນີ້, ມະນຸດໄດ້ຊ່ວຍເຫຼືອ ພວກເຮົາໃຫ້ຫຼຸດພົ້ນຈາກກຳ�ມື ຂອງ ມິດກັນຊົ່ວກາລະນາ.”

ໂນເຟຍ. ຂ້ອຍຂໍກ່າວວ່າ ເງືອກກັບມະນຸດແຕ່ນີ້ໄປຈະເປັນ

ເມື່ອເລື່ອງລາວໄດ້ສະງົບລົງແລ້ວ, ແອັນລີຕ່າກໍໄດ້ຮອດຍາມທີ່ຈະຕ້ອງໄດ້ເດີນທາງຕໍ່.

ກັບບ້ານ. (ອ່ານຕໍ່ໜ້າທີ 52.)

ຢູ່ບ່ອນອື່ນ. (ອ່ານຕໍ່ໜ້າທີ 53.)

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 51

ການພະຈົນໄພຂອງແອັນລີຕ່າ

51

12/10/19 1:50 PM


ກັບບ້ານ

ແອັນລີຕ່າບອກລາທຸກຄົນແລ້ວກໍກັບຝັ່ງຫາພໍ່ກັບແມ່ນາງ. ນາງເຂົ້າໄປຫາພໍ່ ແລະ ແມ່ຂອງ

ແບຣັກເຮີດຜູ້ເປັນພໍ່ໄດ້ເວົ້າວ່າ, “ໂອ້! ແອັນລີຕ່າ, ພວກເຮົາຄິດຮອດເຈົ້າ.”

ແອັນລີຕ່າເວົ້າວ່າ, “ລູກກໍຄິດຮອດພໍ່ກັບແມ່ຫຼາຍຄືກັນ.”

ເອລີນ່າຜູ້ເປັນເມຍເວົ້າອອກມາອີກວ່າ, “ລູກເຮັດໄດ້ແລ້ວແມ່ນບໍ?”

ແອັນລີຕ່າຫຼຽວເບິ່ງໜ້າແມ່ແລ້ວເລົ່າເຫດການທຸກຢ່າງໃຫ້ພໍ່ ແລະ ແມ່ຟັງ. ທັງສອງໄດ້ຮັບຟັງ.

ລາວ. ພວກເພິ່ນຮີບແລ່ນມາກອດນາງທັນທີ.

ພວກເຂົາພູມໃຈໃນຕົວນາງຫຼາຍຈົນນໍ້າຕາໄຫຼອອກມາ. ແລ້ວຢູ່ໆຊີເລຍ, ລາຊິນີແຫ່ງເງືອກ, ກໍເອົາ

ສາຍຄໍທີ່ເຮັດດ້ວຍໄຂມຸກເມັດງາມຈາກທ້ອງທະເລມາໃຫ້ກັບແອັນລີຕ່າເປັນການຂອບໃຈທີ່ນາງໄດ້ ຊ່ວຍໃຫ້ເມືອງໂອເຊຍນ່າລອດພົ້ນຈາກຄວາມຈິບຫາຍ. ແລ້ວຊີເລຍກໍເວົ້າກັບແອັນລີຕ່າວ່າ, “ແອັນ

ລີຕ່າ, ສາຍຄໍເສັ້ນນີ້ເປັນຂອງເຈົ້າ. ມັນເປັນສາຍຄໍວິເສດ. ເຈົ້າສາມາດກາຍຮ່າງເປັນພວກເຮົາໄດ້ ເລື້ອຍໆ.”

ແອັນລີຕ່າ ຮັບເອົາສາຍຄໍຈາກ ລາຊະນີເງືອກ ແລ້ວເວົ້າວ່າ, “ຂອບໃຈ. ແລ້ວຂ້ອຍຊິໄປຢ້ຽມ

ລາຊະນີຊີເລຍ ຍິ້ມແລ້ວບອກລາແອັນລີຕ່າ ແລະ ກັບຄືນສູ່ເມືອງໂອເຊຍນ່າ. ສ່ວນຝ່າຍແອັນ

ຢາມທ່ານ.”

ລີຕ່າກໍກັບມາຢູ່ບ້ານນໍາພໍ່ແມ່.

ລາວສັງເກດບ້ານເມືອງຕົນເອງກັບເມືອງໂອເຊຍນ່າ

ຈຶ່ງເຫັນວ່າ

ຄວາມສະຫງົບສຸກຂອງເມືອງໂອເຊຍຊີ້ຕີ້ແມ່ນບໍ່ໄດ້ເຄິ່ງໜຶ່ງຂອງເມືອງໂອເຊຍນ່າ. ລາວເລີຍໄປປຶກ ສາເລື່ອງຈັດຕັ້ງປົກຄອງເມືອງໃຫ້ມີຄວາມສະຫງົບ

ຂອງລາວຫຼຽວເບິ່ງໜ້າກັນແລ້ວຍິ້ມໃສ່ລູກສາວຕົນ.

ເພາະເມືອງໂອເຊຍຊີ້ຕີ້ບໍ່ມີຜູ້ປົກຄອງ.

ພໍ່ແມ່

ຜູ້ເປັນແມ່ເວົ້າອອກມາວ່າ, “ລູກສາມາດເຮັດໄດ້ຕາມໃຈທີ່ລູກຕ້ອງການ.”

ແອັນລີຕ່າ ຫຼຽວເບິ່ງໜ້າແມ່ກັບພໍ່ ແລ້ວລາວກໍລຸກຂຶ້ນໄປບອກໃຫ້ທຸກຄົນໃນບ້ານມາປະຊຸມ.

ພໍທຸກຄົນມາບ່ອນປະຊຸມ, ແອັນລີຕ່າກໍກ່າວວ່າ, “ຊາວໂອເຊຍຊີຕີ້ທັງຫຼາຍ, ເມືອງຂອງເຮົາຈັ່ງແມ່ນ ວຸ້ນວາຍ, ບໍ່ສະຫງົບສຸກ ແລະ ບໍ່ມີຜູ້ປົກຄອງ. ຂ້ອຍເຊື່ອວ່າຫາກເຮົາສ້າງກົດໝາຍຂຶ້ນມາ, ການເປັນ ຢູ່ກໍຈະດີກວ່ານີ້. ສະນັ້ນ, ຂໍໃຫ້ທຸກຄົນເລືອກວ່າໃຜຈະເປັນຜູ້ປົກຄອງ ແລະ ເບີ່ງແຍງພວກເຈົ້າ.”

ທຸກຄົນເຫັນດີກັບສິ່ງທີ່ແອັນລີຕ່າເວົ້າ. ແລ້ວພວກເຂົາກໍໄດ້ຕັດສິນໃຈເລືອກເອົາ ແອັນລີຕ່າ

ແອັນລີຕ່າ ກໍເລີຍກາຍເປັນນາຍບ້ານ. ນາງສ້າງກົດໝາຍຂຶ້ນມາ ແລະ ເບິ່ງແຍງຊາວບ້ານ

ເປັນຜູ້ປົກຄອງເມືອງ ໂອເຊຍຊີ້ຕີ້.

ເປັນຢ່າງດີ. ພວກເຂົາດຳ�ລົງຊີວິດຢູ່ຢ່າງມີຄວາມສຸກຕະຫຼອດໄປ. 52

ການພະຈົນໄພຂອງແອັນລີຕ່າ

Tales_From_The_North_LA_FA.indd 52

- ຈົບ -

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


ຢູ່ບ່ອນອື່ນ

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 53

ການພະຈົນໄພຂອງແອັນລີຕ່າ

53

12/10/19 1:50 PM


ຫຼັງຈາກທີ່ແອັນລີຕ່າຕໍ່ສູ້ກັບໂນເຟຍແລ້ວ, ລາວຄິດວ່າສິກັບເມື່ອບ້ານແຕ່ບໍ່ຮູ້ວ່າພໍ່ກັບແມ່ຍັງ

ລໍຖ້າລາວ ຫຼື ບໍ່ ເພາະວ່າລາວກໍອອກຈາກບ້ານມາດົນແລ້ວ. ນາງຫຼຽວຂຶ້ນໄປເທິງຟ້າກໍເລີຍເຫັນພໍ່ ແມ່ຂອງຕົນເອງກຳ�ລັງຫາປາຢູ່. ງຈາກໄປໃສ.

ນາງຫຼຽວເບິ່ງຊາວເງືອກ, ສີໜ້າຂອງທຸກຄົນແມ່ນຄືບໍ່ຢາກໃຫ້ນາ

ລາຊະນີຂອງໂອເຊຍນ່າເລີຍ ລອຍນໍ້າມາຫາແອັນລີຕ່າແລ້ວເວົ້າວ່າ, “ແອັນລີຕ່າ, ຢູ່ກັບພວກ

ເຮົາກ່ອນໄດ້ບໍ່? ຂ້ອຍຂໍມອບບັນລັງນີ້ໃຫ້ເຈົ້າເປັນລາຊິນີຂອງພວກເຮົາ. ເບິ່ງແຍງພວກເຮົາຢູ່ເມືອງ ນີ້ຕະຫຼອດໄປ.”

ແອັນລີຕ່າຕອບວ່າ, “ເຈົ້າເວົ້າແນວນັ້ນ, ແລ້ວພໍ່ແມ່ຂ້ອຍເດ?”

ຊີເລຍເວົ້າວ່າ, “ຂ້ອຍເຊື່ອວ່າພວກເຂົາຕ້ອງເຂົ້າໃຈ.”

ແອັນລີຕ່າຄິດຢູ່ຄາວໜຶ່ງວ່າ, “ເອ໋! ເຮົາກໍເປັນຄົນມັກທະເລ ແລະ ມັກຄວາມສວຍສົດງົດ

ຫຼັງຈາກນັ້ນ,

ແລ້ວປະຊາຊົນກໍຮ້ອງໂຮສຽງດັງເມື່ອໄດ້ຍິນແນວນັ້ນ. ແລ້ວຊີເລຍກໍສວມມົງກຸດໃສ່ຫົວຂອງ

ງາມຂອງປະກາລັງ. ບາດເຮົາເປັນເງືອກແລ້ວ ເຮົາຄ່ອຍທຽວໄປຢາມພໍ່ກັບແມ່ເອົາກະໄດ້ຫັ້ນແຫຼະ.” ແອັນລີຕ່າກໍຕອບຕົກລົງວ່າ,

ປະຊາຊົນຊາວເງືອກທຸກຕົນເອງ.”

“ຂ້ອຍຊິຢູ່ເບິ່ງແຍງທະເລ

ແລະ

ແອັນລີຕ່າ. ທັນໃດນັ້ນ, ມົງກຸດກໍເປັ່ງປະກາຍແສງ ເຊິ່ງເປັນລະຍິບລະຍັບອ້ອມຕາມຕົນຕົວນາງ ເທື່ອລະໜ້ອຍ. ຫຼັງຈາກນັ້ນ, ແອັນລີຕ່າ ກໍກາຍເປັນເງືອກເຕັມຕົວ ແລະ ສະຫງ່າງາມທີ່ສຸດແບບບໍ່ ເຄີຍມີໃຜເຫັນມາກ່ອນ. ພໍແອັນລີຕ່າແປງກາຍແລ້ວ, ນາງກໍລອຍຂຶ້ນໜ້ານ້ຳ�ໄປຫາພໍ່ແມ່.

ເມື່ອນາງໄປເຖິງ, ນາງກໍລອຍຕາມເຮືອໄປແລ້ວເອີ້ນໃສພໍ່ແມ່ວ່າ, “ພໍ່! ແມ່! ລູກເປັນລາຊະນີ

ແມ່ກັບພໍ່ຂອງນາງກໍຫຼຽວລົງໄປທີ່ທະເລກໍເຫັນ ແອັນລີຕ່າລອຍນໍ້າຫຼິ້ນຢ່າງມີຄວມສຸກ. ເຂົາ

ແລ້ວ.”

ເຈົ້າຈຶ່ງເຂົ້າໃຈວ່າແອັນລີຕ່າ ຈະໄດ້ຢູ່ໃນທະເລແບບບໍ່ມີວັນຈະກັບມາຢູ່ນຳ�ເຂົາອີກ. ແຕ່ພໍພວກເຂົາ ເຫັນແອັນລີຕ່າມີຄວາມສຸກ, ເຂົາກໍພໍໃຈແລ້ວ. ແອັນລີຕ່າປົກຄອງເມືອງຢ່າງມີຄວາມຜາສຸກ. ພໍ່ແມ່ ຂອງແອັນລີຕ່າກໍໃຊ້ຊີວິດຢູ່ເມືອງໂອເຊີຍຊີຕີ້ຫາປາເລື່ອຍໆ ຄວາມສຸກຕະຫຼອດໄປ.

ແລະ

ດຳ�ລົງຢູ່ໃນເມືອງນັ້ນຢ່າງມີ

- ຈົບ -

54

ການພະຈົນໄພຂອງແອັນລີຕ່າ

Tales_From_The_North_LA_FA.indd 54

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:50 PM


3

ສາວນ້ອຍວິເສດ ແຕ່ງໂດຍ:ນາງ ບິ້ງ ອິນທະແສງ ແລະ ນາງ ວົງເພັດ ນັນທະວົງ.

ດົນນານມາແລ້ວ, ມີຄອບຄົວໜຶ່ງມີກັນທັງໝົດ 3 ຄົນມີ ພໍ່, ແມ່ ແລະ ນາງ ບຸນນ້ອຍ ທີ່ອາໄສ

ຢູ່ໃນໝູ່ບ້ານແຫ່ງໜຶ່ງທີ່ຢູ່ໃນປ່າ. ໝູ່ບ້ານແຫ່ງນີ້ເປັນໝູ່ບ້ານນ້ອຍໆບໍ່ຄ່ອຍມີຄົນອາໄສຢູ່ຫຼາຍ, ມີທັງ

ໝົດ 22 ຄອບຄົວ ແລະ ມີປະຊາຊົນທັງໝົດ 66 ຄົນ. ນາງບຸນນ້ອຍເປັນລູກສາວຄົນດຽວຂອງຄອບ ຄົວ. ລາວບໍ່ມີອ້າຍ, ເອື້ອຍ ຫຼື ນ້ອງ ແລະ ລາວກໍເກີດມາບໍ່ມີຮູບຮ່າງຄືກັນກັບຄົນອື່ນ. ໃບໜ້າຂອງ

ລາວເຄິ່ງໜຶ່ງຂາວເຄິ່ງໜຶ່ງດຳ�, ມີດວງຕາສີຟ້າອ່ອນໆ, ມີຜົມສີທອງເຫຼື້ອມ ແລະ ຄີງບາງຮ່າງນ້ອຍ. ໃນແຕ່ລະມື້, ບຸນນ້ອຍຈະອອກຈາກເຮືອນເພື່ອໄປຫາປາ ແລະ ເກັບເຄື່ອງປ່າຂອງດົງ. ລາວເປັນ

ຄົນໃຈດີ, ມັກຊ່ວຍເຫຼືອຄົນອື່ນ ແລະ ມີນ້ຳ�ໃຈອັນບໍລິສຸດ. ເຖິງແມ່ນວ່າລາວຈະເກີດມາມີໜ້າຕາເຄິ່ງ ຂາວເຄິ່ງດຳ�, ລາວກໍບໍ່ເຄີຍຄິດນ້ອຍໃຈໃນໂຊກຊະຕາຂອງຕົນເອງ. ໃນໝູ່ບ້ານແຫ່ງນີ້ ແມ່ນມີຄວາ

ມສວຍສົດງົດງາມທາງດ້ານຊັບພະຍາກອນໃຕ້ນ້ຳ� ແລະ ພູຜາປ່າໄມ້ທີ່ຂຽວງາມ. ຊີວິດການເປັນຢູ່

ຂອງຊາວບ້ານແມ່ນມີຄວາມຮຽບງ່າຍ, ການທຳ�ມາຫາກິນ ແມ່ນຕ້ອງອາໄສການເກັບເຄື່ອງປ່າຂອງ ດົງ, ຫາປາຕາມແມ່ນ້ຳ� ແລະ ລ່າສັດຕາມປ່າຕາມດົງ. ໃນທຸກໆມື້, ປະຊາຊົນໃນໝູ່ບ້ານຈະເຮັດກິດ ຈະກຳ�ລວມໝູ່ເຊັ່ນ: ສານກະຕ່າຫວາຍ, ສານພາເຂົ້າ ແລະ ເຄື່ອງໃຊ້ອື່ນໆ. ນອກຈາກນັ້ນ, ທຸກຄົນ

ໃນໝູ່ບ້ານຍັງມີນ້ຳ�ໃຈຮັກແພງແບ່ງປັນກັນ ແລະ ບໍ່ຈຳ�ແນກຊົນຊັ້ນວັນນະ ໂດຍສະເພາະກັບຄອບ ຄົວຂອງບຸນນ້ອຍແມ່ນທຸກຄົນຈະຮັກແພງ ແລະ ເອັນດູເປັນພິເສດ. ສາເຫດທີ່ເຮັດໃຫ້ທຸກຄົນຮັກ ເພາະວ່າບຸນນ້ອຍ ເປັນຄົນທີ່ມີຈິດໃຈງົດງາມ, ເປັນຄົນດຸໝັ່ນ ແລະ ມັກຊ່ວຍເຫຼືອຄົນອື່ນ. ລາວມັກ

ຊ່ວຍເຫຼືອຄົນທີ່ທຸກຈົນໃນໝູ່ບ້ານ ບໍ່ວ່າວຽກໃດກໍ່ຕາມ, ຈະໜັກ ຫຼື ເບົາລາວກໍຊ່ວຍຈຶ່ງເຮັດໃຫ້ຊາວ

ບ້ານຮັກແພງລາວຄືກັບວ່າເປັນລູກຫຼານຂອງຕົນ. ເຖິງແມ່ນວ່າ, ຈະມີຄົນຮັກເອັນດູລາວຫຼາຍກໍຕາມ ແຕ່ເດັກນ້ອຍຮຸ່ນດຽວກັນບໍ່ວ່າຍິງ ຫຼື ຊາຍ ຕ່າງກໍພາກັນລັງກຽດ ແລະ ບໍ່ຫຼິ້ນກັບລາວເລີຍ, ຈຶ່ງເຮັດ

ໃຫ້ລາວມີຄວາມຄິດໃນໃຈຫຼາຍຢ່າງ. ລາວເຄີຍຖາມແມ່ຂອງລາວວ່າ, “ແມ່ເອີຍ! ເປັນຫຍັງໝູ່ເພື່ອນ ຈຶ່ງພາກັນລັງກຽດລູກ?”

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 55

ສາວນ້ອຍວິເສດ

55

12/10/19 1:50 PM


56

ສາວນ້ອຍວິເສດ

Tales_From_The_North_LA_FA.indd 56

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ແມ່ຂອງລາວຮູ້ສຶກອຸກອັ່ງໃຈ ເພາະຮູ້ສຶກອີ່ດູລູກ, ຜູ້ເປັນແມ່ຈຶ່ງຕອບໄປວ່າ, “ບຸນນ້ອຍ,

ລູກແມ່ທຸກຄົນເກີດມາເປັນຄົນ ມັນບໍ່ມີຫຍັງແນ່ນອນ. ເຖິງແມ່ນວ່າລູກຈະເກີດມາບໍ່ຄືຄົນອື່ນແຕ່ລູກ ກໍຍັງມີພໍ່ ແລະ ແມ່ຄືກັນກັບໝູ່ເພື່ອນທຸກຄົນ.”

ເມື່ອບຸນນ້ອຍໄດ້ຟັງຄຳ�ຕອບຂອງແມ່ກໍຮູ້ສຶກສະບາຍໃຈຂຶ້ນ. ລາວຈື່ຈຳ�ຄຳ�ທີ່ແມ່ບອກ, ເມື່ອ

ເດັກນ້ອຍໃນບ້ານເວົ້າໃຫ້ລາວ ແລະ ຫົວຂວັນລາວ; ລາວກໍມັກຈະນຶກເຖິງຄຳ�ເວົ້າຂອງແມ່ສະເໝີ. ໃນທຸກມື້, ບຸນນ້ອຍມັກຈະອອກໄປສະແຫວງຫາຄວາມຮູ້. ລາວເປັນຄົນສະຫຼາດຫຼັກແຫຼມ. ນອກນັ້ນ,

ລາວຍັງມີສຽງເວົ້າອັນມ່ວນອອນຊອນ ແລະ ອ່ອນຫວານ. ມີມື້ໜຶ່ງ, ບຸນນ້ອຍໄດ້ອອກ ໄປຫາປາກັບພໍ່ ແລະ ແມ່. ໃນຂະນະທີ່ພວກເຂົາກຳ�ລັງອອກເດີນທາງຢູ່ນັ້ນກໍໄດ້ພົບກັບນົກແກ້ວໂຕໜຶ່ງ.

ນົກແກ້ວໂຕນັ້ນຮ້ອງໃສ່ພວກເຂົາວ່າ, “ທ່ານເອີຍ! ພວກທ່ານຕ້ອງການຈະໄປໃສ?”

ບຸນນ້ອຍຕອບຂຶ້ນວ່າ, “ຂ້ອຍ ແລະ ພໍ່ແມ່ກຳ�ລັງອອກໄປຫາປາ.”

ເມື່ອເວົ້າສຸດນົກແກ້ວໂຕນັ້ນກໍບິນໜີໄປ, ບຸນນ້ອຍ ແລະ ພໍ່ແມ່ເດີນທາງມາຮອດແຄມນ້ຳ�

ປາໂຕນັ້ນເວົ້າຂຶ້ນວ່າ, “ທ່ານເອີຍ! ຂ້ອຍຂໍອ້ອນວອນທ່ານຈົ່ງໄວ້ຊີວິດຂ້ອຍແດ່ທ້ອນ! ເພາະ

ແລະ ລົງມືຈັບປາ, ຄາວໜຶ່ງພໍ່ຂອງບຸນນ້ອຍກໍຈັບປາໄດ້ໂຕໃຫຍ່ໂຕໜຶ່ງ.

ໂຕຂ້ອຍນີ້ຍັງມີລູກນ້ອຍໃຫ້ຄອຍເບິ່ງແຍງ. ຫາກພວກທ່ານໄວ້ຊີວິດຂ້ອຍນີ້, ພາຍພາກໜ້າຖ້າພວກ

ທ່ານມີຄວາມເດືອດຮ້ອນ ໂຕຂ້ອຍອາດຈະຊ່ວຍທ່ານໄດ້.” ເວົ້າແລ້ວພໍ່ຂອງບຸນນ້ອຍກໍປ່ອຍປາໂຕ ນັ້ນ.

ໃນໝູ່ບ້ານທຸກໆຄົນແມ່ນກຳ�ລັງທຳ�ມາຫາກິນຢູ່ຕາມປົກກະຕິ. ບາງຄົນກໍຫາປາ, ບາງຄົນກໍ

ຖາງໄຮ່ ແລະ ເຮັດສວນ. ຢູ່ມາຄາວໜຶ່ງ, ນົກແກ້ວໂຕທີ່ພວກເຂົາພໍ້ລະຫວ່າງທາງກໍບິນມາ ແລະ

ຮ້ອງຂຶ້ນຢ່າງດັງວ່າ, “ພວກເຈົ້າເອີຍ! ດຽວນີ້ເຮືອນຊານບ້ານຊ່ອງຂອງພວກເຈົ້າໄດ້ຖືກໄຟໄໝ້ແລ້ວ ເພາະມີສັດປະຫຼາດເຂົ້າມາໃນໝູ່ບ້ານ, ມັນຈັບເດັກນ້ອຍໃນໝູ່ບ້ານກິນ!”

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 57

ສາວນ້ອຍວິເສດ

57

12/10/19 1:51 PM


58

ສາວນ້ອຍວິເສດ

Tales_From_The_North_LA_FA.indd 58

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ພໍນົກແກ້ວເວົ້າສຸດຄວາມ, ຄອບຄົວຂອງບຸນນ້ອຍກໍພາກັນຮ້ອນອົກຮ້ອນໃຈ ແລະ ເຮັດຫຍັງ

ບໍ່ຖືກເລີຍ. ພໍຕັ້ງສະຕິໄດ້ແລ້ວ ກໍຟ້າວພາກັນກັບເມືອເຮືອນ. ພໍຮອດໝູ່ບ້ານ, ສັດປະຫຼາດໂຕນັ້ນ

ກໍໄດ້ໜີໄປແລ້ວ. ເຫດການຮ້າຍເທື່ອນີ້ເກີດຂຶ້ນກະທັນຫັນ ເພາະຢູ່ໆກໍມີສັດປະຫຼາດເຂົ້າມາພົ່ນໄຟ ເຜົາເຮືອນຊານບ້ານຊ່ອງຈົນມອດໄໝ້ໝົດ. ສັດປະຫຼາດໂຕນັ້ນມັນໄດ້ຈຳ�ສິນຮອດ 100 ປີເຕັມ ຈຶ່ງ

ເຮັດໃຫ້ມັນເກີດມີຄວາມອຶດຫິວຮຸນແຮງ, ເຮັດໃຫ້ມັນໃຈຮ້າຍ ແລະ ບິນລົງມາຈັບຜູ້ຄົນໃນໝູ່ບ້ານກິນ.

ສັດປະຫຼາດໂຕນີ້ມີຊື່ວ່າ ໄມໂທໂລ໋ດ. ມັນມີຮູບຮ່າງໃຫຍ່, ຜິວໜັງກະຕູດກະຕີດ, ໂຕມັນຄ້າຍຄື ມັງກອນ ແຕ່ມີເກັດຄືປາ, ຫົວຂອງມັນຄ້າຍຄືກັບງົວ ແຕ່ມີຂົນຫຸ້ມທີ່ຄໍຄ້າຍຄືສິງ, ມີເລັບແຫຼມຄົມ ແລະ ມີດວງຕາສີແດງເປັນປະກາຍໄຟລຸກຢູ່ຕະຫຼອດ. ມັນເປັນສັດທີ່ເກົ່າແກ່ມີອາຍຸໄດ້ 1000

ປີແລ້ວ, ມີນິໄສໂຫດຮ້າຍ, ໃຈຮ້ອນ ແລະ ໃຈຮ້າຍງ່າຍ. ຈາກເຫດການໃນເທື່ອນີ້ ເຮັດໃຫ້ທຸກຄົນໃນໝູ່

ບ້ານເສຍຂວັນ, ຢ້ານ ແລະ ຫວາດລະແວງຄິດວ່າສັດປະຫຼາດໂຕນັ້ນຈະກັບມາທຳ�ລາຍບ້ານເຮືອນ ອີກ.

ຍ້ອນເຫດການນີ້,

ບຸນນ້ອຍຈຶ່ງເກີດມີຄວາມຄິດ

ແລະ

ຢາກອອກໄປຫາສັດປະຫຼາດ,

ລາວເລີຍເວົ້າກັບຊາວບ້ານວ່າ, “ປ້າໆ, ນ້າ, ອາທຸກຄົນເອີຍ! ຂ້ອຍຈະຂານອາສາອອກໄປຊອກຫາ ສັດປະຫຼາດໂຕນັ້ນໄດ້ບໍ່?”

ພານປ່າຜູ້ໜຶ່ງເລີຍເວົ້າຂຶ້ນວ່າ, “ເຈົ້າຍັງອາຍຸບໍ່ຄົບ 18 ປີເທື່ອ, ຕາມຮີດຄອງແລ້ວຖ້າໃຜອາຍຸ

ຍັງບໍ່ຮອດ 18 ປີຈະບໍ່ໃຫ້ອອກຈາກໝູ່ບ້ານເລີຍ.”

ພານຜູ້ໜຶ່ງເວົ້າຂຶ້ນອີກວ່າ, “ຂ້ອຍນີ້ຈະຂານອາສາໄປຫາສັດປະຫຼາດນັ້ນເອງ.” ຢູ່ໆກໍມີ ພະລືສີຜູ້ໜຶ່ງປະກົດໂຕຂຶ້ນ ແລະ ຈະຂໍອາສາໄປກັບພານປ່າຜູ້ນັ້ນ. ພະລືສີຜູ້ນັ້ນມີອາຍຸ

100 ປີເຕັມ, ແຕ່ກໍຍັງແຂງແຮງ ແລະ ມີວິຊາເກັ່ງກ້າ. ມື້ຕໍ່ມາ, ທຸກຄົນກໍຕ່າງມາອວຍພອນໃຫ້ກັບ

ພານປ່າ ແລະ ພະລືສີ ໃນການອອກເດີນທາງ. ທັງສອງເດີນທາງມາຮອດປ່າແຫ່ງໜຶ່ງທີ່ມີຄວາມມືດ, ປ່າແຫ່ງນີ້ມີສັດຮ້າຍອາໄສຢູ່ຫຼາຍ ແຕ່ພານປ່າກໍເຮັດເວົ້າອວດອົ່ງກັບ ພະລືສີວ່າ, “ຕາເຖົ້າເອີຍ! ຄິດຫຼາຍ, ປ່ານີ້ຊິມີຫຍັງ?”

ພໍເວົ້າສຸດຄວາມກໍມີເສືອ ແລະ ງູໂຕໃຫຍ່ອອກມາຈາກປ່າ, ພານປ່າຜູ້ຂີ້ອວດກໍຕົກໃຈ ແລະ

ຮູ້ສຶກຢ້ານກົວຈົນເຮັດຫຍັງບໍ່ຖືກ.

ເສືອໂຕນັ້ນແປກປະຫຼາດຫຼາຍ

ເພາະມັນມີຮູບຮ່າງໃຫຍ່ຍາວ

ແລະ ມີ 2 ຂາທີ່ໃຫຍ່ເປັນພິເສດ. ສ່ວນງູໂຕນັ້ນມັນມີຕາດຽວ, ຕາຂອງມັນເປັນສີຂຽວ. ສັດທັງສອງ

ໄດ້ໂດດເຂົ້າຫາພານປ່າ ແລະ ພະລືສີ. ທັງສອງຝ່າຍຕໍ່ສູ້ກັນໂດຍໃຊ້ເວດມົນ, ຕໍ່ສູ້ໄປມາເສືອກໍໂດດ ເຂົ້າກັດຄໍຂອງນາຍພານ, ລາວພະຍາຍາມປັດເສືອອອກ, ແຕ່ກໍສູ້ເສືອບໍ່ໄຫວ, ພະລືສີຈຶ່ ງໃຊ້ໄມ້ເທົ້າ

ແສງຟາດໃສ່ທີ່ຫຼັງຂອງເສືອໂຕນັ້ນແຕ່ມັນບໍ່ເປັນຫຍັງ, ແລ້ວເສືອກໍວາງພານປ່າລົງໄປຖືກກັບກ້ອນ ຫີນໃຫຍ່ກ້ອນໜຶ່ງ ເຮັດໃຫ້ຫົວຂອງນາຍພານໄດ້ຮັບບາດເຈັບ. ແລ້ວລາວກໍເຊ, ລຸກຂຶ້ນມາໃຊ້ເວດ ມົນອີກເທື່ອໜຶ່ງໃສ່ເສືອໂຕນັ້ນແຕ່ບໍ່ເປັນຫຍັງ ເພາະນາຍພານບາດເຈັບພະລັງຈຶ່ງອ່ອນ. ເສືອໂຕນັ້ນ

ຫັນໜ້າມາໃສ່ນາຍພານ, ແລ້ວໂດດເຂົ້າມາຫານາຍພານອີກ. ມັນໃຊ້ຂາໜ້າທັງສອງເບື້ອງຟາດເຂົ້າ ທີ່ເອິກ ເຮັດໃຫ້ນາຍພານຫາຍໃຈບໍ່ອອກ ແລະ ຕາຍຄາທີ່ເລີຍ. ເມື່ອ ພະລືສີ ເຫັນນາຍພານຕາຍ

ກໍຄິດວ່າ ຖ້າໂຕເອງຄົນດຽວຄືຊິສູ້ບໍ່ໄຫວ, ລາວຈຶ່ງໃຊ້ຄ້ອນເທົ້າຟາດໄປໃສ່ເສືອເຮັດໃຫ້ດິນຟຸ້ງຂຶ້ນ ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 59

ສາວນ້ອຍວິເສດ

59

12/10/19 1:51 PM


ແລະ ກໍໜີໄປທີ່ເມືອງແລນວູດ ເຊິ່ງເປັນເມືອງແຫ່ງເວດມົນ. ຫຼາຍປີຕໍ່ມາບຸນນ້ອຍກໍອາຍຸຮອດ 18

ປີປາຍແລ້ວ, ລາວເລີຍຂໍອະນຸຍາດພໍ່, ແມ່ ແລະ ທຸກຄົນໃນໝູ່ບ້ານເພື່ອອອກໄປຊອກຫາພານປ່າ ແລະ ພະລືສີ, ພ້ອມກັບສັດປະຫຼາດ. ທຸກຄົນຄິດວ່າພານປ່າ ແລະ ພະລືສີ ຍັງມີຊີວິດຢູ່. ມື້ຕໍ່ມາ ລາວກໍໄດ້ອອກເດີນທາງ.

ແຕ່ພໍ່ມົດກໍບໍ່ເຂົ້າມາຊ່ວຍໃຜ. ພໍ່ມົດແມ່ນຜູ່ທີ່ເດີນພະຈົນໄພຢ່າງບໍ່ມີມື້ສີ້ນສຸດ. ມື້ໜຶ່ງລາວເດີນ

ຜ່ານ 13 ພູ 13 ຫ້ວຍ. ແລ້ວເພີ່ນຈະສ້າງບ່ອນອາໄສຢູ່ໃຫ້ໄດ້ 2 ອາທິດຈຶ່ງເດີນທາງໄປຕໍ່. ພໍ່ມົດ

ໄດ້ເບິ່ງທັງສອງຕີກັນ, ແລ້ວກໍເຫັນວ່າ ແສງຈັນ ບາດເຈັບຫຼາຍ. ແສງຈັນເຫັນຍັກຂຽວໂດດມາຫາຕົນ ອີກຄັ້ງໜຶ່ງ.

ໄປທາງທິດຕາເວັນອອກ . (ອ່ານຕໍ່ໜ້າທີ 61.)

ໄປທາງທິດຕາເວັນຕົກ . (ອ່ານຕໍ່ໜ້າທີ 63.)

60

ສາວນ້ອຍວິເສດ

Tales_From_The_North_LA_FA.indd 60

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ໄປທາງທິດຕາເວັນອອກ

ລາວຍ່າງອອກຈາກໝູ່ບ້ານແລ້ວຍ່າງໄປຕາມປ່າທີ່ຕຶບໜາ ແລະ ມີໜາມ. ໄກຈາກໝູ່ບ້ານ ມາຫຼາຍເຕີບ ເບິ່ງໄປທາງໜ້າກໍເຫັນກັບແສງຕາເວັນທີ່ກຳ�ລັງລອຍຂຶ້ນເທິງຟ້າໃນຍາມເຊົ້າ, ແລ້ວກໍ ເບິ່ງຮອບໆໂຕກໍເຫັນແຕ່ທົ່ງຫຍ້າທີ່ຂຽວງາມ ແລະ ຕົ້ນໄມ້ໃຫຍ່ພໍຮົ່ມເຊົາ 4-5 ຕົ້ນເທົ່ານັ້ນ. ພໍຕາ ເວັນຂຶ້ນສູງແລ້ວແສງສະຫວ່າງຈາກຕາເວັນກໍແຜ່ໄປທົ່ວທຸກບ່ອນ, ຕົ້ນໄມ້ໃບຫຍ້າກໍປ່ຽນສີທັນທີ. ຈາກ ສີຂຽວເປັນໃບໄມ້ແຫ້ງທັງໝົດ, ທ້ອງຟ້າເປັນສີເຫຼືອງທອງ. ເມື່ອລາວຍ່າງໄປຈົນສຸດທົ່ງຫຍ້າ ກວ້າງໃຫຍ່, ລາວກໍມາຮອດເສັ້ນທາງໜຶ່ງທີ່ເປັນສີ່ແຍກກໍຄື: ທິດເໜືອ, ທິດໃຕ້, ທິດຕາເວັນຕົກ ແລະ ທິດຕາເວັນອອກ. ບຸນນ້ອຍ ໄດ້ເລືອກໄປທາງທິດຕາເວັນອອກ ເພາະສັດປະຫຼາດທີ່ລາວຊອກ ຫາແມ່ນຢູ່ທິດນີ້. ລາວຍ່າງໄປຕາມເສັ້ນທາງທີ່ທັງຍາວ ແລະ ຊື່ເບິ່ງໄປຈົນສຸດສາຍຕາ. ບຸນນ້ອຍ ໄດ້ນອນພັກເຊົາເພາະໃກ້ຈະຄ່ຳ�ແລ້ວ. ຈົນເຊົ້າມື້ຕໍ່ມາ, ເຊິ່ງເປັນມື້ທີ່ສີ່ ລາວກໍຟ້າວລຸກຂຶ້ນເພື່ອໄປ ຊອກຫາສັດປະຫຼາດ. ລາວເດີນທາງມາຈົນສຸດເສັ້ນທາງທີ່ຍາວນັ້ນ, ກໍມີທາງໜຶ່ງທີ່ໄປທິດຕາເວັນ ອອກເຊິ່ງຕ້ອງໄດ້ປີນຜາຂຶ້ນໄປ ເພາະວ່າມັນສູງຊັນ. ລາວມາຈົນພົ້ນພູໜ່ວຍນັ້ນກໍເຫັນປະສາດຫຼັງ ໜຶ່ງທີ່ຕັ້ງຂວາງທາງຢູ່. ລາວຈຶ່ງໄດ້ເຂົ້າໄປໃນປະສາດນັ້ນ ແຕ່ບໍ່ເຫັນມີໃຜ. ລາວຈຶ່ງຮ້ອງຖາມຂຶ້ນວ່າ, “ມີໃຜຢູ່ບໍ່? ມີໃຜຢູ່ບໍ່?” ລາວຮ້ອງຂື້ນຈັກເທື່ອກໍຍັງມິດຢູ່. ມາຄາວໜຶ່ງກໍມີສຽງຕອບຂຶ້ນມາວ່າ, “ແມ່ນໃຜຫວາ ຮຶ! ຄືມາຮ້ອງມາໂຮອີ່ຫຍັງຢູ່ນີ້ເກາະ! ຮູ້ບໍ່ຄົນຊິຫຼັບຊິນອນ.” ພໍສຽງມິດໄປດົນເຕີບກໍມີຜູ້ເຖົ້າຄົນໜຶ່ງຍ່າງອອກມາຈາກປະສາດ, ສາຍຕາຈ້ອງເບິ່ງບຸນນ້ອຍ ຄືກັນກັບບຸນນ້ອຍບໍ່ແມ່ນຄົນ. ລາວຖາມບຸນນ້ອຍວ່າ, “ໂຕມາແຕ່ໃສ? ຕ້ອງການຈະໄປໃສບໍ?” ບຸນນ້ອຍຕອບວ່າ, “ຂ້ອຍຊື່ບຸນນ້ອຍ! ຂ້ອຍຈະໄປຖ້ຳ�ພູໄຟ.” ຕາເຖົ້າຄົນນັ້ນກໍຫົວຂຶ້ນຢ່າງດັງວ່າ, “ຮ່າ!ຮ່າ!ຮ່າ! ໂອ້ຍຄົນນ້ອຍໂຕເທົ່ານີ້ຈະໄປຖ້ຳ�ພູໄຟ!” ລາວເວົ້າຂຶ້ນອີກວ່າ, “ຫາກໃຜຕ້ອງການຈະໄປໃສກໍຢ່າ ຕ້ອງໄດ້ຍ່າງຜ່ານປະສາດຂອງຂ້ອຍ ໄປເສຍກ່ອນ ແລະ ຕ້ອງຕໍ່ສູ້ກັບງູຍັກກ່ອນ. ຖ້າຫາກວ່າເຈົ້າເອົ​ົາຊະນະພະຍາຄຸດໂຕນີ້ໄດ້, ພະຍາ ຄຸດຈະຄອຍເບີ່ງແຍງເຈົ້າຕະຫຼອດເວລາເພາະມັນຈະມາເປັນຜູ້ຮັບໃຊ້ເຈົ້າ.” ບຸນນ້ອຍ ເຂົ້າໄປ ແລະ ໄດ້ພໍ້ກັບພະຍາຄຸດໂຕນັ້ນ. ບຸນນ້ອຍ ພະຍາຍາມໃຊ້ສະຕິປັນຍາເພື່ອ ເອົາຊະນະຄຸດໂຕນັ້ນໃຫ້ໄດ້ ແຕ່ພະຄຸດໂຕນັ້ນຂ້າບໍ່ມີມື້ຕາຍ. ບຸນນ້ອຍ ບໍ່ໄດ້ຕໍ່ສູ້ດ້ວຍກຳ�ລັງ, ລາວ ໃຊ້ສະຕິປັນຍາຕໍ່ສູ້ກັບມັນຈົນຊະນະ ແລະ ມັນກໍໄດ້ກາຍມາເປັນຜູ້ຮັບໃຊ້ຂອງລາວ. ຫຼັງຈາກທີ່ຕໍ່ສູ້ ແລ້ວ, ປະສາດກໍ່ນັ້ນກໍຫາຍໄປ ແລະ ບໍ່ເຫັນຫຍັງອີກເລີຍ. ປະສາດນີ້ຈະປະກົດຂຶ້ນກໍຕໍ່ເມືອມີຄົນຜ່າ ນມາເທົ່ານັ້ນ. ເມື່ອປະສາດນັ້ນຫາຍໄປກໍເຫັນແຕ່ເສັ້ນທາງ ແລະ ເປັນເສັ້ນທາງທີ່ຍາວຈົນສຸດ ສາຍຕາ. ບຸນນ້ອຍ ຍ່າງໄປຕໍ່ພ້ອມກັບຄຸດໂຕນັ້ນຈົນມາຮອດປາຍທາງທີ່ຍາວໄກນັ້ນກໍມີ 4 ແຍກຄື ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 61

ສາວນ້ອຍວິເສດ

61

12/10/19 1:51 PM


ກັນກັບທາງທີ່ຕົນມາ. ບຸນນ້ອຍ ເລືອກໄປທາງທິດຕາເວັນອອກຄືເກົ່າ, ແຕ່ເທື່ອນີ້ທາງທິດນີ້ມີແຕ່ ໜາມ ແລະ ຮົກເຮື້ອຫຼາຍ; ແຕ່ອີກທາງໜຶ່ງແມ່ນຍາວ, ງາມ ແລະ ມີແສງສະຫວ່າງໄປຕາມພື້ນດິນ. ພະຍາຄຸດຊວນບຸນນ້ອຍໄປທາງທີ່ຫຍຸ້ງຍາກ ແລະ ເຕັມແຕ່ໜາມ. ພະຍາຄຸດໄດ້ເວົ້າກັບບຸນນ້ອຍວ່າ, “ໄປທາງທີ່ມີແຕ່ອຸປະສັກນີ້ລະດີ! ເພາະບາງເທື່ອເສັ້ນທາງ ທີ່ງາມ ແລະ ງ່າຍມັນອາດຈະເປັນອັນຕະລາຍ.” ບຸນນ້ອຍຕອບຂຶ້ນ, “ໂອ້! ແນວໃດກໍໄດ້! ເຈົ້າພາໄປໂລດ!” ພະຍາຄຸດກໍນຳ�ໜ້າບຸນນ້ອຍໄປຮອດປ່າແຫ່ງໜຶ່ງ, ພວກເຂົາໄດ້ພົບກັບຝູງໝາປ່າກຳ�ລັງຈັບ ສັດປ່າກິນຢູ່. ໝາປ່າໂຕໜຶ່ງຫຼຽວມາເຫັນບຸນນ້ອຍ ແລະ ພະຍາຄຸດຢືນເບິ່ງ, ພວກມັນກໍໄດ້ພາກັນ ແລ່ນເຂົ້າມາໃສ່ພະຍາຄຸດ, ພະຍາຄຸດກໍ່ໄດ້ປົກປ້ອງບຸນນ້ອຍດ້ວຍການຕໍ່ສູ້ກັບໝາປ່າ ແລະ ບຸນ ນ້ອຍກໍໄດ້ຊ່ວຍຕໍ່ສູ້ເຊັ່ນກັນ. ຈົນສຸດທ້າຍ, ພວກເຂົາໄດ້ຂ້າໝາປ່າຈົນໝົດ ແລ້ວເດີນທາງຈົນພົ້ນ ເຂດປ່າຫຍຸ້ງຍາກນີ້ໄປໄດ້. ສອງມື້ຫຼັງຈາກທີ່ເດີນທາງມາເປັນເວລາຫຼາຍເຕີບພວກເຂົາໄດ້ພົບກັບຮອຍຕີນຂອງສັດທີ່ ໃຫຍ່. ບຸນນ້ອຍຄິດວ່າຕ້ອງແມ່ນສັດປະຫຼາດ. ພວກເຂົາໄດ້ນຳ�ຮອຍຕີນນັ້ນມາຮອດຖ້ຳ�ໃຫຍ່ແຫ່ງ

ໜຶ່ງ. ໃນຖ້ຳ�ນັ້ນມືດ, ແຕ່ເຕັມໄປດ້ວຍແສງຍິບຍັບຈາກເພັດ, ພອຍ, ເງິນ, ຄຳ� ແລະ ເຄື່ອງເອ້ຢ້ອງ ຕ່າງໆ. ບຸນນ້ອຍເລີຍຍ່າງເຂົ້າໄປຈັບເບິ່ງ. ໃນຂະນະນັ້ນ, ມີລິງຍັກໂຕໜຶ່ງອອກມາຈາກກອງສົມບັດ ນັ້ນ. ມັນໃຈຮ້າຍໃຊ້ຝາມືຟາດໃສ່ພື້ນ ຈົນເຮັດໃຫ້ໜ້າດິນໃນຖ້ຳ�ນັ້ນຫຍຸບລົງ. ບຸນນ້ອຍ ແລະ ພະ ຍາຄຸດແລ່ນໜີອອກຈາກຖ້ຳ� ລອດຕາຍຢ່າງຫວຸດວິດ. ສ່ວນລີງໂຕນັ້ນກໍເຫັນແຕ່ຫີນຫຼົ່ນລົງມາທັບ. ບຸນນ້ອຍ ແລະ ພະຍາຄຸດຄິດວ່າຄືຊິຖືກຫີນທັບຕາຍແລ້ວ ຈຶ່ງຍ່າງກັບເຂົ້າໄປເບິ່ງອີກ. ພໍແຕ່ຍ່າງ ເຂົ້າໄປ ມັນກໍໂດດອອກມາຈາກກອງຫີນນັ້ນແລ້ວເອົາມືຟາດຖືກໜ້າຂອງບຸນນ້ອຍ ແລະ ພະຍາຄຸດ ຈົນໄດ້ຮັບບາດເຈັບ. ພວກເຂົາລຸກຂຶ້ນຕໍ່ສູ້ກັບລີງຍັກໂຕນັ້ນດົນເຕີບ, ພະຍາຄຸດຈຶ່ງບິນຂຶ້ນໄປແລ້ວ ໃຊ້ຕີນທີ່ແຫຼມຄົມຄຸບຖືກໃບໜ້າຂອງລີງໂຕນັ້ນ. ພະຍາຄຸດໃຊ້ເລັບຄູດຈົນຖືກຕາຂອງລີງໂຕນັ້ນ ເຮັດໃຫ້ມັນເບິ່ງບໍ່ເຫັນ. ສ່ວນບຸນນ້ອຍກໍໄດ້ໃຊ້ໄມ້ເຂົ້າໄປຟາດຊ່ວຍ. ພວກເຂົາຕໍ່ສູ້ກັນຈົນພະຍາ ຄຸດເລີ່ມໝົດແຮງ ລິງໂຕນັ້ນໄດ້ໃຊ້ມືຟາດຖືກເອິກຂອງບຸນນ້ອຍເຮັດໃຫ້ບຸນນ້ອຍບາດເຈັບຫຼາຍ ເຕີບ. ສ່ວນພະຍາຄຸດກໍບິນໄປບິນມາຫາຈັງຫວະທີ່ຈະໃຊ້ເລັບທຳ�ລາຍລີງໂຕນັ້ນ ແຕ່ກໍຮູ້ວ່າບໍ່ສາມ າດເອົາຊະນະມັນໄດ້ບໍ່ ເພາະມັນໂຕໃຫຍ່. ພະຍາຄຸດຈຶ່ງຮ້ອງໃສ່ບຸນນ້ອຍວ່າ, “ເຮົາຄືຊິສູ້ມັນບໍ່ໄດ້ ແລ້ວ! ຂ້ອຍວ່າເຮົາໜີເອົາໂຕລອດກ່ອນເຖາະ!” ແຕ່ບຸນນ້ອຍກໍຕອບຂຶ້ນວ່າ, “ເຖິງວ່າເຮົາຈະໂຕນ້ອຍ ແຕ່ເຮົາສາມາດເອົາຊະນະມັນໄດ້ດ້ວຍ ສະຕິປັນຍາ ແລະ ຄວາມອົດທົນ.” ຍ້ອນຄຳ�ເວົ້າຂອງບຸນນ້ອຍພະຍາຄຸດຈຶ່ງຄິດໄດ້ ແລະ ບຸກເຂົ້າຕໍ່ສູ້ຈົນສຸດກຳ�ລັງ. ບຸນນ້ອຍ ໄດ້ຫຼອກລໍ້ລີງໂຕນັ້ນ ແລ້ວໃຫ້ພະຍາຄຸດໃຊ້ເລັບຂູດເຂົ້າໜ້າເອິກຂອງມັນຈົນຂາດອອກເປັນສອງ ສ່ວນ. ທັງສອງສາມາດຂ້າລິງຍັກໂຕນັ້ນໄດ້ເພາະຄວາມສາມັກຄີ ແລະ ສະຕິປັນຍາ. - ຈົບ 62

ສາວນ້ອຍວິເສດ

Tales_From_The_North_LA_FA.indd 62

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ຂ ກ

ໄປທາງທິດຕາເວັນຕົກ ໃນມື້ທີ່ບຸນນ້ອຍອອກເດີນທາງ,

ທຸກໆຄົນຕ່າງກໍຍ່າງມາສົ່ງລາວຢູ່ທາງເຂົ້າໝູ່ບ້ານ

ແລະ

ອວຍພອນໃຫ້ບຸນນ້ອຍປອດໄພ. ລາວໄດ້ເດີນທາງເຖິງ 3 ມື້ 3 ຄືນ ຈົນມາຮອດປ່າແຫ່ງໜຶ່ງເຊິ່ງເປັນ

ປ່າທີ່ພະລືສີ ແລະ ພານປ່າ ຕໍ່ສູ້ກັບງູ ແລະ ເສືອ. ພໍແຕ່ຍ່າງເຂົ້າປ່າແຫ່ງນັ້ນລາວໄດ້ເຫັນໂຄງກະດູກ ແລະ ເສື້ອ. ລາວຄິດວ່າ ອາດຈະແມ່ນຂອງຊາວບ້ານແຖວໆນີ້ທີ່ອອກມາລ່າສັດປ່າ ແລະ ຖືກຂ້າ

ຕາຍ. ແຕ່ທີ່ແທ້ໂຄງກະດູກນັ້ນແມ່ນໂຄງກະດູກຂອງພານປ່າຄົນນັ້ນເອງ. ລາວຍ່າງເຂົ້າໄປຕາມທາງ ແລ້ວກໍມີເສືອ ແລະ ງູປະກົດໂຕອອກມາຈາກພຸ່ມໄມ້ແລ້ວມັນກໍຄ່ອຍໆຍ່າງເຂົ້າມາຫາບຸນນ້ອຍ, ບຸນ ນ້ອຍຕົກໃຈ ແລະ ຮູ້ສຶກຢ້ານ.

ເສືອໂຕນັ້ນເວົ້າຂຶ້ນວ່າ, “ຢູ່ຊື່ໆຊີ້ນກໍແລ່ນມາຫາ! ຢູ່ລ້າໆປາກໍແລ່ນມາສູ່ ຮຶ......”

ພໍແຕ່ມັນເວົ້າສຸດຄວາມ

ມັນກໍໂດດເຂົ້າມາໃສ່ບຸນນ້ອຍ

ແລະ

ງູກໍເລື້ອຍໄປເລືອມາຢູ່.

ບຸນນ້ອຍ ພະຍາຍາມຫຼົບຫຼີກເສືອໂຕນັ້ນ, ແລ່ນຫຼົບຕາມຕົ້ນໄມ້ໃຫຍ່ຈົນເມື່ອຍແຮງ. ລາວໄດ້ດຶງເອົາ

ພ້າອີ່ໂຕ້ທີ່ຂັດຢູ່ແອວອອກມາ ແລະ ຖ້າຈັງຫວະທີ່ເສືອໂດດເຂົ້າມາ. ບໍ່ດົນເສືອໂຕນັ້ນກໍໂດດເຂົ້າມາ

ໃສ່ລາວ, ບຸນນ້ອຍຈັບພ້າອີ່ໂຕ້ຟາດໃສ່ໃນຂະນະທີ່ເສືອໂດດເຂົ້າມາຈົນເຂົ້າໄປຖືກຫົວໃຈຂອງມັນ ເຮັດໃຫ້ເສືອຕາຍຄາທີ່ເລີຍ. ບຸນນ້ອຍບໍ່ຮູ້ວ່າພ້າດວງນັ້ນຈະມີລິດ ສາມາດຂ້າເສືອໄດ້ໂດຍບໍ່ຮູ້ໂຕ. ງູໂຕນັ້ນເຫັນແນວນັ້ນກໍເກີດຄວາມໂມໂຫ, ມັນເລີຍເລືອເຂົ້າມາຫາບຸນນ້ອຍ ແລ້ວພືຄໍຕັ້ງຂື້ນຫວັງ

ຈະຕອດບຸນນ້ອຍ ແຕ່ບຸນນ້ອຍຫຼົບທັນໄປຢູ່ຫຼັງຕົ້ນໄມ້. ພໍງູໂຕນັ້ນຍື່ນຄໍອອກມາລາວກໍໃຊ້ພ້າຟາດ ຢ່າງແຮງຖືກຄໍຂອງງູຈົນຂາດຕາຍໃນທີ່ສຸດ. ເມື່ອສັດທັງສອງຕາຍແລ້ວ ບຸນນ້ອຍກໍອອກເດີນທາງຕໍ່. ລາວຍ່າງມາຕາມເສັ້ນທາງນ້ອຍເສັ້ນໜຶ່ງມາສຸດທີ່ໝູ່ບ້ານແຫ່ງໜຶ່ງທີ່ຊື່ວ່າ: ໝູ່ບ້ານນ້ຳ�ທິບ, ເຊິ່ງເປັນ

ໝູ່ບ້ານໜຶ່ງທີ່ງົດງາມ ແລະ ອຸດົມຮັ່ງມີໄປດ້ວຍຊັບພະຍາກອນທຳ�ມະ ຊາດ. ບຸນນ້ອຍໄດ້ຍ່າງເຂົ້າ ໄປໃນໝູ່ບ້ານ. ຜູ້ຄົນໃນໝູ່ບ້ານຕ່າງກໍແນມເບິ່ງບຸນນ້ອຍ. ເມື່ອລາວຍ່າງມາຮອດໃຈກາງໝູ່ບ້ານ ຜູ້ ຄົນທີ່ນັ່ງຂາຍເຄື່ອງປ່າຂອງດົງຕ່າງກໍພາກັນເບິ່ງ

ຍ້ອນໃບໜ້າຂອງລາວທີ່ມີຄວາມແປກປະຫຼາດ

ແລະ ຮ້ອງຖາມກັນວ່າ, “ລາວແມ່ນໃຜ! ລາວແມ່ນໃຜ? ຄືໜ້າຕາເປັນຕາຢ້ານແທ້!”

ແລ້ວບຸນນ້ອຍກໍຮ້ອງຖາມຂຶ້ນວ່າ, “ມີໃຜຮູ້ຈັກສັດປະຫຼາດ ໄມໂທໂລ໋ດ ບໍ່?”

ແຕ່ກໍບໍ່ມີຄົນຕອບລາວເລີຍ. ລາວເລີຍຮ້ອງຖາມອີກເທື່ອໜຶ່ງ ແຕ່ເທື່ອນີ້ທຸກຄົນຢ້ານ ແລະ

ແລ້ວຖາມວ່າ, “ຫາກເຈົ້າຕ້ອງການຫາສັດປະຫຼາດໂຕນັ້ນ ໃຫ້ເຈົ້າເດີນທາງໄປທາງທິດຕາ

ພາກັນຍ່າງໜີໄປໝົດ ບຸນນ້ອຍຢືນຢູ່ດົນເຕີບຈົນມີຄົນຜູ້ໜຶ່ງຍ່າງເຂົ້າມາຫາບຸນນ້ອຍ.

ເວັນຕົກໄປເລື້ອຍໆແລ້ວຈະພົບພູເຂົາໄຟອັນໜຶ່ງ ແລະ ທາງຫຼັງຂອງພູເຂົາໄຟຈະມີຖ້ຳ� ເຊິ່ງແມ່ນ ຖ້ຳ�ຂອງສັດປະຫຼາດ.”

ແລ້ວບຸນນ້ອຍກໍກ່າວຄຳ�ຂອບໃຈ ແລະ ອອກເດີນທາງຍ່າງໄປຕາມທິດຕາເວັນຕົກຕາມຄຳ�ທີ່

ພໍ່ເຖົ້ານັ້ນບອກ, ໃນລະຫວ່າງທາງບຸນນ້ອຍຮູ້ສຶກສົດຊື່ນກັບທຳ�ມະຊາດຈົນລາວຮ້ອງເພງອອກມາ ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 63

ສາວນ້ອຍວິເສດ

63

12/10/19 1:51 PM


ດ້ວຍຄວາມມ່ວນຊື່ນ. ພໍແຕ່ລາວຮ້ອງເພງອອກມາດ້ວຍສຽງອັນມ່ວນໜ້າຟັງນັ້ນກໍເຮັດໃຫ້ທຸກສິ່ງທຸ ກຢ່າງ ມີຊີວິດຊີວາຂຶ້ນບໍ່ວ່າຈະເປັນຕົ້ນໄມ້ໃບຫຍ້າ, ເຫັດ ແລະ ສິ່ງມີຊີວິດອື່ນໆເຄື່ອນເໜັງ ແລະ ສາມາດເວົ້າໄດ້ຂຶ້ນມາ

ປານກັບວ່າຖືກເສກຂື້ນມາດ້ວຍເວດມົນຂະຫຍາຍເປັນວົງກວ້າງໄປຕາມ

ສຽງເພງນັ້ນ. ບຸນນ້ອຍເດີນທາງມາຮອດປ່າແຫ່ງໜຶ່ງເປັນປ່າທີ່ອຸດົມສົມບູນໄປດ້ວຍຕົ້ນໄມ້, ໃບຫຍ້າ

ຂຽວງາມນາໆຊະນິດ. ຢູ່ໆກໍມີສຽງຮ້ອງຂຶ້ນມາດັງຈົນແຜ່ນດິນສະເທືອນ, ບຸນນ້ອຍເກີດຄວາມສົງໄສ

ແລະ ຢາກຮູ້ວ່າສຽງນັ້ນແມ່ນຫຍັງ. ລາວຈຶ່ງນຳ�ສຽງຮ້ອງນັ້ນເຂົ້າໃນປ່າຈົນໄປພົບກັບຍັກຕາແດງຕົນ ໜຶ່ງທີ່ກຳ�ລັງຮ້ອງໄຫ້ ສັ່ນສະເທືອນ.

ແລະ

ມັນໄດ້ໃຊ້ຕີນອັນໃຫຍ່ຂອງມັນກະທືບດິນ.

ຍ້ອນແນວນີ້,

ບຸນນ້ອຍຍ່າງເຂົ້າໄປເບິ່ງໃກ້ໆແລ້ວຖາມວ່າ, “ເຈົ້າເປັນຫຍັງ? ຈຶ່ງຮ້ອງໄຫ້ແນວນີ້!’’

ຍັກຕົນນັ້ນຕອບວ່າ, “ຂ້ອຍຮູ້ສຶກເສຍໃຈທີ່ເກີດມາເປັນຍັກໂຕໃຫຍ່! ໃຜໆກໍຢ້ານ!’’

ບຸນນ້ອຍເວົ້າອີກວ່າ,

“ເຈົ້າເອີຍ!

ດິນຈຶ່ງ

ທຸກສິ່ງທຸກຢ່າງໃນໂລກນີ້ລ້ວນແຕ່ເລືອກເກີດບໍ່ໄດ້.

ເຈົ້າເບິ່ງໜ້າຂ້ອຍນີ້ເດ! ຍັງເປັນແນວນີ້ເລີຍ. ຕອນຂ້ອຍອາຍຸ 14-15 ປີ ຂ້ອຍກໍຖືກໝູ່ຄູ່ເຢາະເຢີ້ຍ ແລະ ພາກັນລັງກຽດ.”

ເມື່ອໄດ້ຍິນແນວນັ້ນ, ຍັກຕົນນັ້ນກໍເຊົາໄຫ້ ແລະ ກ່າວຂອບໃຈບຸນນ້ອຍ ແລ້ວຖາມບຸນ

ບຸນນ້ອຍຕອບວ່າ, “ຂ້ອຍຈະເດີນທາງໄປຖ້ຳ�ພູເຂົາໄຟພຸ້ນ! ແລະ ບຸນນ້ອຍກໍບອກອີກວ່າ

ຍັກຕອບ, “ໂດຍ...! ໂຊກດີເດີ້.”

ຫຼັງຈາກນັ້ນ, ບຸນນ້ອຍ ກໍເດີນທາງຜ່ານຜ່າກັບພູຜາປ່າໄມ້ຫຼາກຫຼາຍແຫ່ງ ແຕ່ກໍບໍ່ຮອດຖ້ຳ�

ນ້ອຍວ່າ, “ເຈົ້າຈະໄປໃສຄືມາຍ່າງໃນປ່າແນວນີ້ຜູ້ດຽວ?” ຂ້ອຍໄປກ່ອນເດີ!

ຈັກເທື່ອ. ລາວເລີ່ມເມື່ອຍ ແລະ ໝົດແຮງຈຶ່ງໄດ້ນອນພັກຢູ່ທີ່ປ່າແຫ່ງໜຶ່ງ. ເມື່ອຮຸ່ງເຊົ້າ, ລາວກໍຟ້າວ

ລຸກຂື້ນເດີນທາງຕໍ່ຈົນມາຮອດພູໃຫຍ່ໜ່ວຍໜື່ງທີ່ສູງຊັນ. ບຸນນ້ອຍໄດ້ໃຊ້ເວລາໃນການຍ່າງຂ້າມພູ

ໜ່ວຍນັ້ນເປັນເວລາເຫີງເຕີບ. ພໍແຕ່ຂ້າມຜ່ານພູໜ່ວຍນັ້ນມາໄດ້ກໍມີເມກລອຍມາບັງແສງຕາເວັນ. ລາວຄິດວ່າຝົນກຳ�ລັງຊິຕົກ ແຕ່ສິ່ງທີ່ລາວເຫັນນັ້ນ ແມ່ນຄວັນດຳ�ທີ່ລອຍອອກມາຈາກຖ້ຳ�ຂອງສັດ

ປະຫຼາດ. ເມື່ອບຸນນ້ອຍສັງເກດເຫັນແນວນັ້ນຈຶ່ງໄດ້ນຳ�ຄວັນດຳ�ນັ້ນໄປຈົນຮອດພູເຂົາໄຟໜ່ວຍໜຶ່ງ ທີ່ສູງຊັນ ແລະ ກໍມີລາວາຂອງພູໄຟໄຫຼອອກມາຕະຫຼອດເວລາ. ບຸນນ້ອຍຍ່າງເລາະໄປມາເພື່ອຊອກ ຫາປາກຖ້ຳ�ທີ່ມີຄົນບອກວ່າຢູ່ທາງຫຼັງຂອງພູເຂົາໄຟ. ລາວຊອກຫາຈົນຄ່ຳ�ມືດກໍບໍ່ເຫັນ ຈຶ່ງຕັດສິນໃຈ ນອນພັກຢູ່ແຖວນັ້ນ.

ພໍເຊົ້າມື້ຕໍ່ມາ,

ບຸນນ້ອຍ

ກໍເລີ່ມຊອກຫາປາກຖ້ຳ�ແຕ່ເຊົ້າອ້ອມໄປວົນມາ,

ຫຼຽວຊ້າຍ, ຫຼຽວຂວາກໍບໍ່ເຫັນ. ລາວຍ່າງກັບໄປທາງທີ່ຕົນເອງມາແລ້ວແນມຂຶ້ນເທິງຍອດເຂົາແລ້ວ ກໍເຫັນຮູນ້ອຍໆຮູໜຶ່ງທີ່ຢູ່ໃກ້ໆກັບຍອດພູເຂົາໄຟນັ້ນ. ບຸນນ້ອຍ ພະຍາຍາມປີນຂຶ້ນໄປຫາປາກຖ້ຳ� ແຕ່ກໍຂຶ້ນໄປບໍ່ໄດ້ຈັກເທື່ອ ເພາະພູເຂົາໄຟນັ້ນສູງຊັນເປັນຜາຫິນໄປໝົດ. 64

ລາວຈຶ່ງຮ້ອງຂຶ້ນດັງໆ, “ໂອ້ຍເນາະ! ເຮັດແນວໃດຈຶ່ງຈະຂຶ້ນໄປໄດ້ເນາະນິ?” ສາວນ້ອຍວິເສດ

Tales_From_The_North_LA_FA.indd 64

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ພໍເວົ້າແລ້ວດິນກໍສັ່ນສະເທືອນ, ກ້ອນຫີນເລີ່ມຫຼຸດອອກ ແລະ ຕົກລົງມາຈາກປາກພູໄຟ, ບຸນ

ນ້ອຍເຫັນແນວນັ້ນກໍຟ້າວແລ່ນໜີອອກຈາກບ່ອນນັ້ນ. ບຸນນ້ອຍເລີ່ມອິດເມື່ອຍ ແລະ ຫິວເຂົ້າ.

ຍ້ອນຄວາມອ່ອນເພຍ, ລາວຈຶ່ງໄປນັ່ງພັກຢູ່ກ້ອງຕົ້ນໄມ້ໃຫຍ່ຈົນເຊືອບຫຼັບໄປໝົດຄືນ. ເຊົ້າມື້ຕໍ່ມາ,

ພໍແຕ່ຕື່ນຂຶ້ນມາກໍພົບກັບສິ່ງທີ່ໜ້າແປກໃຈ ແລະ ຄິດວ່າໂຕເອງຍັງຝັນຢູ່ ເພາະມີເຄືອໄມ້ໃຫຍ່

ເສັ້ນໜຶ່ງ ເລືອແຕ່ໜ້າດິນຂຶ້ນໄປຈົນຮອດປາກຖ້ຳ�. ບຸນນ້ອຍຟ້າວປີນຂຶ້ນໄປ. ພໍແຕ່ຮອດປາກຖ້ຳ�ກໍ ເຫັນສັດປະຫຼາດກຳ�ລັງນອນຫຼັບຢູ່ໃນຖ້ຳ�. ໃນຖ້ຳ�ນັ້ນແມ່ນມືດ ແລະ ມີແຕ່ໂຄງກະດູກຂອງຄົນ ແລະ

ສັດ. ນອກນັ້ນ, ຍັງມີຂີ້ເຖົ່າເຕັມໄປທົ່ວພື້ນຖ້ຳ�. ບຸນນ້ອຍເຫັນແນວນັ້ນກໍຕົກໃຈ ແລະ ຮູ້ສຶກຢ້ານຈົນ ຂົນໜາວລຸກທົ່ວຄີງ. ໃນໃຈຂອງບຸນນ້ອຍຄິດຫຼາຍຢ່າງໃນຕອນທີ່ເຫັນສັດປະຫຼາດໂຕໃຫຍ່ ແລະ ມີຮູບຮ່າງແປກປະຫຼາດເຊັ່ນນີ້.

ລາວຄິດວ່າມັນຄືມັງກອນແຕ່ສັງເກດດີໆຄືກັບສັດຫຼາຍໆຢ່າງທີ່

ໃຊ້ຮ່າງກາຍອັນດຽວກັນ ເພາະມັນແປກຈົນບໍ່ສາມາດແຍກມັນອອກວ່າເປັນໂຕຫຍັງກັນແທ້. ແຕ່ຜູ້ ເຖົ້າຜູ້ແກ່ເຄີຍເວົ້າວ່າຖ້າໃຜພົບພໍ້ກັບສັດປະຫຼາດໂຕນີ້ໃຫ້ສັງເກດທີ່ໜ້າຕາຂອງມັນ ແລະ ເອີ້ນວ່າ ສັດປະຫຼາດໄມໂທໂລ໋ດ ມັນເປັນສັດທີ່ມີອາຍຸຫຼາຍພັນປີ.

ຫຼັງຈາກນັ້ນ, ບຸນນ້ອຍ ແລະ ສັດປະຫຼາດໄດ້ຕໍ່ສູ້ດ້ວຍວິທີທີ່ແຕກຕ່າງກັນ. ບຸນນ້ອຍຕໍ່ສູ້

ດ້ວຍສະຕິ ແລະ ປັນຍາ, ໃຊ້ສະໝອງສະຫຼຽວສະຫຼາດ, ມີໄຫວພິບຕໍ່ສູ້ກັບສັດປະຫຼາດ. ສ່ວນສັດ ປະຫຼາດໂຕນັ້ນໃຈຮ້ອນ, ອວດອົງທະນົງຕົວ ແລະ ຟ້າວຝັ່ງ. ສັດປະຫຼາດຕໍ່ສູ້ຢ່າງໂຫດຮ້າຍ ຫວັງຈະ

ກິນເລືອດຂອງບຸນນ້ອຍ. ສ່ວນບຸນນ້ອຍກໍຕັ້ງສະຕິ ແລະ ເບີ່ງທ່າທີຂອງສັດປະຫຼາດ. ສັດປະຫຼາດ ເລີ່ມໃຈຮ້າຍ.ມັນເວົ້າກັບບຸນນ້ອຍວ່າ, “ເຈົ້າເປັນຄົນໂຕນ້ອຍໆຊິເອົາຫຍັງມາສູ້ກັບຂ້ອຍໄດ້.”

ບຸນນ້ອຍຕອບດ້ວຍກົນອຸບາຍວ່າ,

“ເຫັນວ່າມົດໂຕນ້ອຍຊ້າງຢ່າຟ້າວຢຽບລົງດິນຫຼາຍເດີ້!

ເມື່ອມັນຍິນຄຳ�ເວົ້າຂອງບຸນນ້ອຍມັນກໍເລີ່ມພົ່ນໄຟໄປທົ່ວ ແລະ ພົ່ນໄຟໃສ່ບຸນນ້ອຍ ແຕ່ຍ້ອນ

ບາດວ່າມົດຮ່ວມແຮງກັນຊ້າງຊິຖືກກັດຕາຍ.”

ຄວາມສະຫຼຽວສະຫຼາດວ່ອງໄວ ບຸນນ້ອຍເລີຍຫຼົບຫຼີກທັນ. ພວກເຂົາໃຊ້ເວລາຕໍ່ສູ້ກັນເຖິງ 3 ມື້ 2

ຄືນ. ພວກເຂົາຕໍ່ສູ້ກັນຢູ່ໃນປ່າທີ່ໃກ້ກັບຖ້ຳ�ຂອງມັນທີ່ຢູ່ຫຼັງພູເຂົາໄຟ, ເຊິ່ງພູເຂົາໄຟໜ່ວຍນີ້ຈະມີໄຟ

ໄຫຼອອກມາທຸກເມື່ອ. ບຸນນ້ອຍພະຍາຍາມສູ້ກັບສັດປະຫຼາດໂດຍການລໍ້ລວງເພື່ອຫາຈຸດອ່ອນຂອງ ມັນແລ້ວທຳ�ລາຍ. ສັດປະຫຼາດກໍພະຍາຍາມຈະກິນບຸນນ້ອຍ ແຕ່ກໍບໍ່ສຳ�ເລັດ. ບຸນນ້ອຍເລີ່ມເມື່ອຍ

ແລະ ໝົດແຮງຈຶ່ງເຮັດໃຫ້ລາວເສຍທ່າໃຫ້ກັບສັດປະຫຼາດ. ສັດປະຫຼາດໃຊ້ຫາງຟາດຖືກບຸນນ້ອຍ ເຮັດໃຫ້ໝົດສະຕິໄປ.

ພໍແຕ່ລາວຮູ້ສຶກໂຕຂຶ້ນມາກໍບໍ່ໄດ້ຢູ່ໃນທີ່ຕໍ່ສູ້ແລ້ວ.

ລາວໄດ້ຢູ່ໃນເມືອງ

ແລນວູດ. ໃນຕອນທີ່ບຸນນ້ອຍໝົດສະຕິໄປນັ້ນໄດ້ມີພະລືສີຜູ້ໜຶ່ງມາຊ່ວຍເອົາບຸນນ້ອຍອອກມາຈາກ ສັດປະຫຼາດ. ພະລືສີ ໄດ້ຮັກສາໃຫ້ບຸນນ້ອຍຈົນບຸນນ້ອຍຫາຍດີ ແລະ ລືສີກໍໄດ້ເລົ່າເຫດການໃຫ້ບຸນ

ນ້ອຍຟັງ. ບຸນນ້ອຍໄດ້ຖາມເຖີງຕົ້ນປາຍສາຍເຫດທີ່ພະລືສີໄປຊ່ວຍຕົນເອງອອກມາຈາກບ່ອນນັ້ນ ແລະ ຍັງຖາມອີກວ່າ, “ທ່ານແມ່ນໃຜ? ທ່ານໄປທີ່ຖ້ຳ�ນັ້ນໄດ້ແນວໃດ?’’

ພະລືສີຕອບ, “ຂ້ອຍແມ່ນພະລືສີເຖົ້າທີ່ເຄີຍອາໄສຢູ່ໝູ່ບ້ານແຄມນ້ຳ�ເມື່ອ 5 ປີກ່ອນ ແຕ່ໄດ້

ອອກ ເດີນທາງໄປກັບພານປ່າເພື່ອໄປລ່າສັດປະຫຼາດໂຕນັ້ນ, ເຊິ່ງເປັນໂຕດຽວກັບທີ່ເຈົ້າໄດ້ຕໍ່ສູ້ນັ້ນ ເດ!”

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 65

ສາວນ້ອຍວິເສດ

65

12/10/19 1:51 PM


ເມື່ອບຸນນ້ອຍໄດ້ຮູ້ແນວນັ້ນກໍນກ ຶ ຂຶ້ນໄດ້ວ່າແມ່ນ ພະລືສຜ ີ ູ້ນັ້ນ, ເປັນພະລືສຄ ີ ົນດຽວກັບທີ່ລາວ

ບຸນນ້ອຍໄດ້ເລົ່າທຸກສິ່ງທຸກຢ່າງສູ່ລືສີຟັງວ່າ,

ເມື່ອພະລືສີຮູ້ແນວນັ້ນກໍດີໃຈທີ່ໄດ້ພໍ້ກັບບຸນນ້ອຍ ແລະ ບຸນນ້ອຍໄດ້ຖາມເຖິງພານປ່າຜູ້ທີ່ມາ

ພະລືສີກໍຕອບວ່າ, “ແຕ່ 5 ປີກ່ອນຕັ້ງແຕ່ອອກມາຈາກໝູ່ບ້ານພໍ່ຕູ້ ແລະ ພານປ່າໄດ້ຕໍ່ສູ້ກັບ

ບຸນນ້ອຍໄດ້ຍິນແນວນັ້ນກໍຮູ້ສຶກເສຍໃຈກັບເຫດການນັ້ນ ແຕ່ກໍເຮັດຫຍັງບໍ່ໄດ້ແລ້ວ. ຢູ່ຕໍ່ມາ

ຊອກຫາ. ແຕ່ ພະລືສີຈື່ບຸນນ້ອຍບໍ່ໄດ້ເພາະ ພະລືສີເຖົ້າຫຼາຍແລ້ວ. ລາວມີອາຍຸ 105 ປີກວ່າແລ້ວ. ຊອກຫາສັດປະຫຼາດແຕ່ 5 ປີກ່ອນນັ້ນ.”

“ຂ້ອຍແມ່ນເດັກນ້ອຍຜູ້ທີ່ເຄີຍຂໍອາສາຈະໄປ

ກັບພະລືສີນັ້ນວ່າ, “ພານປ່າຜູ້ທີ່ມາກັບພໍ່ຕູ້ຕອນນັ້ນໃສແລ້ວ?”

ເສືອ ແລະ ງູ ແຕ່ວ່າພານປ່າໃຈຮ້ອນເລີຍພາດທ່າໃຫ້ກັບພວກມັນ.”

ບໍ່ດົນ, ບຸນນ້ອຍໄດ້ຮັກສາໂຕເອງດີຂາດແລ້ວ ເຊິ່ງບ່ອນທີ່ບຸນນ້ອຍຢູ່ນີ້ແມ່ນ ເມືອງ ແລນວູດ.

ເປັນເມືອງໜຶ່ງທີ່ວິເສດ ແລະ ສວຍງາມ. ເມືອງແຫ່ງນີ້ປົກຄອງດ້ວຍລາຊາເລລີອູດ. ເມືອງແລນວູດ ເປັນເມືອງທີ່ຢູ່ແສນໄກ,

ເປັນເມືອງທີ່ມີເວດມົນປົກຄຸມໄວ້ເພື່ອປິດບັງຈາກສາຍຕາຂອງຜູ້ຄົນພາຍ

ນອກ ແລະ ສັດສາວາສິ່ງເພື່ອບໍ່ໃຫ້ສາມາດເບິ່ງເຫັນ. ຜູ້ທີ່ຈະເບິ່ງເຫັນແມ່ນຜູ້ທີ່ມີບຸນໜັກສັກໃຫຍ່ ເທົ່ານັ້ນ. ໃນຊ່ວງເວລາທີ່ບຸນນ້ອຍຮັກສາໂຕຢູ່ນັ້ນ ແມ່ນພະລືສີຝຶກເວດມົນຄາຖາ ແລະ ຝຶກຍິງ

ທະນູໃຫ້, ໃຊ້ເວລາດົນເຖິງ 2 ປີ. ລາວໃຊ້ເວລາຢູ່ເມືອງນີ້ຈົນມີຄວາມຜູກພັນກັບຜູ້ຄົນ ລວມທັງລາ

ຊາເຈົ້າຄອງເມືອງນີ້ອີກດ້ວຍ. ເມື່ອເວລາຜ່ານໄປບຸນນ້ອຍອາຍຸໃຫຍ່ຂຶ້ນມີຄວາມພ້ອມຫຼາຍຂຶ້ນໃນ ການໄປຕໍ່ສູ້ ກັບສັດປະຫຼາດໂຕນັ້ນອີກ. ຮອດມື້ໜຶ່ງລາວໄດ້ອຳ�ລາທຸກຄົນໃນເມືອງແລນວູດ. ພະລືສີ ແລະ ລາຊາເລລີອູດ ໄດ້ອວຍພອນ ແລະ ມອບສິ່ງຂອງວິເສດໃຫ້ກັບບຸນນ້ອຍ ເຊິ່ງເປັນເຄື່ອ ງມືໃນການຕໍ່ສູ້.

ພະລືສີ

ໄດ້ມອບຄ້ອນເທົ້າໃຫ້ອັນໜຶ່ງ

ເຊິ່ງເປັນຄ້ອນເທົ້າແຫ່ງແສງ

ແລະ

ມີມິດຕະພາບແຫ່ງຄວາມດີ. ສ່ວນພະລາຊາ ໄດ້ມອບທະນູດວງໜຶ່ງເປັນທະນູໄຟ. ມັນກໍຄືກັບທະນູ ທົ່ວໄປທີ່ເຮັດດ້ວຍໄມ້ ແຕ່ເມື່ອຍິງອອກໄປລູກທະນູຈະແຕກຫັກອອກເປັນ 4 ສ່ວນ. ແຕ່ລະສ່ວນ

ຈະມີແສງປະກາຍດັ່ງດວງໄຟ ແລ້ວແຕ່ລະສ່ວນນັ້ນກໍຄ່ອຍໆປະກອບກັນເປັນລູກທະນູທີ່ເຮັດດ້ວຍ ສະເກັດເງິນ. ເຊິ່ງລູກທະນູນີ້ ຖ້າຍິງເຂົ້າທີ່ຫົວໃຈຂອງສັດປະຫຼາດໂຕໃດກໍຕາມມັນຈະຕາຍ ແລະ ຮ່າງກາຍກໍຄ່ອຍໆສະຫຼາຍ ໄປທັນທີ.

ຫຼັງຈາກພະລືສີ ແລະ ລາຊາມອບສິ່ງຂອງໃຫ້ແລ້ວ, ລາຊາກໍໄດ້ເປີດປະຕູເວດມົນໃຫ້ບຸນ

ນ້ອຍອອກຈາກເມືອງໄດ້.

ເມື່ອອອກຈາກເມືອງນັ້ນແລ້ວບຸນນ້ອຍກໍຍ່າງໄປຕາມທາງເສັ້ນໜຶ່ງ.

ໃນເວລາ ທີ່ລາວຍ່າງຕາມທາງນັ້ນ ບັນດາຕົ້ນໄມ້ຕຶບໜາທີ່ກົ່ງລົງມາບັງທາງກໍຄ່ອຍໆເປີດອອກຕາມ ທາງທີ່ລາວຍ່າງອອກໄປ

ແລ້ວກໍກົ່ງລົງມາປິດນຳ�ຫຼັງຂອງລາວ.

ລາວຢືນຢຸດຢູ່ຄາວໜຶ່ງ

ເພາະລາວກຳ�ລັງຕັ້ງສະມາທິ

ພໍເມື່ອລາວຍ່າງໄປສຸດທາງນັ້ນ

ລາວເຫັນຕົ້ນໂພຕົ້ນໜຶ່ງທີ່ໃຫຍ່ ແລະ ຂຽວງາມ. ບຸນນ້ອຍຍ່າງເຂົ້າໄປແລ້ວເດັດໃບໂພມາໃບ ໜຶ່ງ. ແລ້ວກໍຈົ່ມມົນໃສ່ໃບໂພນັ້ນ

ແລະ

ປ່ອຍອອກຈາກມື. ໃບໂພນັ້ນລອຍຂຶ້ນກາງອາກາດແລ້ວແຍກອອກເປັນຫຼາຍໆສ່ວນ ເປັນແສງສີ ທອງດັ່ງແສງຕາເວັນທີ່ກຳ�ລັງຕົກດິນ. 66

ສາວນ້ອຍວິເສດ

Tales_From_The_North_LA_FA.indd 66

ສ່ວນຕ່າງໆຂອງໃບໂພກໍຄ່ອຍໆໂຮມເຂົ້າກັນໃຫຍ່ຂຶ້ນ ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ເລື້ອຍໆ ແລະ ປະກອບກັນເປັນຮູບຮ່າງແລ້ວກາຍເປັນມ້າຢູນິຄອນໂຕສີຂາວທີ່ມີແສງປະກາຍແວວ ວາວຕະຫຼອດເວລາ. ມ້າຢູນິຄອນມີເຂົາແຫຼມຄົມອັນໜຶ່ງຢູ່ເຄິ່ງກາງໜ້າຜາກຢ່າງສວຍງາມ. ຕາຂອງ

ມັນເປັນສີຟ້າ ແລະ ມັນມີສັນຍາລັກຢູ່ກົ້ນເບື້ອງຊ້າຍ. ສັນຍາລັກຂອງມັນເປັນໃບໂພທີ່ມີສີເຫຼືອງ ທອງປະກາຍແສງຢູ່ຕະຫຼອດເວລາ ແລະ ມີປີກສີຂາວທີ່ໃຫຍ່ຍາວສາມາດບິນໄດ້.

ຫຼັງຈາກນັ້ນ, ບຸນນ້ອຍກໍຂຶ້ນຂີ່ຫຼັງມ້າໂຕນັ້ນແລ້ວບິນໄປ. ໃນຂະນະທີ່ເດີນທາງນັ້ນບຸນນ້ອຍ

ໄດ້ສັງເກດລົງໄປຕາມພື້ນດິນ, ລາວສັງເກດເຫັນງູຍັກໂຕໜຶ່ງກຳ�ລັງໄລ່ຈັບກິນຊາວບ້ານທີ່ອອກມາ ຊອກຫາກິນ. ເມື່ອເຫັນແນວນັ້ນ, ບຸນນ້ອຍໄດ້ສັ່ງມ້າໃຫ້ລົງສູ່ພື້ນດິນ. ເຫັນໄດ້ຊັດເຈນວ່າງູຍັກໂຕ ນັ້ນມັນມີ 3 ຫົວ, ດວງຕາໃຫຍ່ເປັນສີແດງ ແລະ ຫົວຂອງມັນສາມາດພົ່ນໄຟໄດ້. ບຸນນ້ອຍໄດ້ເຂົ້າໄປ

ຊ່ວຍຊາວບ້ານ ແລະ ໄດ້ຕໍ່ສູ້ກັບງູໂຕນັ້ນ. ບຸນນ້ອຍຈັບກິ່ງໄມ້ຂຶ້ນມາແລ້ວຈົ່ມມົນໃສ່ໃຫ້ກາຍເປັນ ດາບ ແລ້ວຕໍ່ສູ້ກັບງູໂຕນັ້ນ. ບຸນນ້ອຍພະຍາຍາມໃຊ້ດາບແທງງູໂຕນັ້ນໃຫ້ຕາຍ ແຕ່ແທງປານໃດ ກໍບໍ່ເຂົ້າ.

ລາວຈຶ່ງກັບມາໃຊ້ສະຕິປັນຍາ

ແລະ

ລາວສັງເກດເຫັນຈຸດສີແດງທີ່ຢູ່ຫາງຂອງມັນ.

ບຸນນ້ອຍຮູ້ເລີຍວ່າ ນັ້ນຄືຈະແມ່ນຈຸດອ່ອນຂອງມັນ. ບຸນນ້ອຍຫຼອກລໍ້ຫາຈັງຫວະດີແລ້ວໂດດເຂົ້າ ໄປຕັດຫາງຂອງມັນຖືກຈຸດສີແດງຂາດດິ້ນໄປມາ ແລະ ຄ່ອຍໆສະຫຼາຍເປັນຝຸ່ນໄປ. ຫຼັງຈາກຕໍ່ສູ້ ກັບງູແລ້ວ ບຸນນ້ອຍກໍຂຶ້ນຂີ່ມ້າອອກເດີນທາງຕໍ່ໄປຈົນໄປຮອດປ່າແຫ່ງໜຶ່ງ. ລາວຮູ້ສຶກເມື່ອຍ ແລະ

ຫິວເຂົ້າທ້ອງຂອງລາວຮ້ອງສຽງດັງໂກຼດ....! ລາວຈຶ່ງລົງພັກເພື່ອຫາອາຫານ ແລະ ນອນພັກຢູ່ໃນປ່າ ແຫ່ງນັ້ນ.

ເຊົ້າມື້ຕໍ່ມາ, ລາວກໍອອກເດີນທາງຕໍ່ໄປ ແລະ ໄດ້ພໍ້ກັບມັງກອນສາມຫົວທີ່ກຳ�ລັງນອນຢູ່ໃນ

ປ່າແຫ່ງນັ້ນ.

ບຸນນ້ອຍຄ່ອຍໆຈອບເຂົ້າໄປເບິ່ງເທື່ອລະກ້າວ ແຕ່ລາວບໍ່ທັນລະວັງເລີຍເຕະຖືກຫີນ

ກ້ອນໜຶ່ງຈົນລົ້ມລົງດັງ ອຶບ! ເຮັດໃຫ້ມັງກອນໂຕນັ້ນສະດຸ້ງຕື່ນ. ມັງກອນໂຕນັ້ນໃຈຮ້າຍ ແລະ

ໄດ້ພົ່ນໄຟໄປທົ່ວ. ບຸນນ້ອຍຮູ້ໂຕວ່າ ຕ້ອງປ້ອງກັນຕົນເອງເລີຍຈັບທະນູມາຍິງຖຶກຄໍຂອງມັງກອນ, ມັນແຮງໃຈຮ້າຍຂຶ້ນກວ່າເກົ່າແລ້ວພົ່ນໄຟໃສ່ບຸນນ້ອຍ. ແຕ່ມ້າຂອງບຸນນ້ອຍໄດ້ໃຊ້ປີກພັດເອົາບຸນ

ນ້ອຍ ເຮັດໃຫ້ບຸນນ້ອຍບໍ່ຖືກໄຟຂອງມັງກອນ. ບຸນນ້ອຍລຸກຂຶ້ນມາຕໍ່ສູ້ກັບມັງກອນເປັນເວລາດົນ ເຕີບຫຼົບໄປຫຼົບມາຈົນໝົດແຮງ. ແລ້ວໄມ້ຄ້ອນເທົ້າທີ່ບຸນນ້ອຍຈັບຢູ່ກໍເລີ່ມສັ່ນຂຶ້ນ ແລະ ມີແສງຮຸ່ງຂຶ້ນ ມາຈາກປາຍຂອງມັນ. ບຸນນ້ອຍຈັບໄມ້ຄ້ອນເທົ້ານັ້ນ ແໜ້ນໆແລ້ວຕັ້ງສະຕິ. ແລ້ວຄ້ອນເທົ້ານັ້ນ ກໍ

ເອີ້ນສາຍຟ້າກ້ຽວມາແຕ່ທ້ອງຟ້າເປັນສາຍລົງມາ. ທ້ອງຟ້າມືດເຂົ້າກະທັນຫັນຟ້າເຫຼື້ອມມາບມິບຕະ ຫຼອດເວລາ,

ແລ້ວກໍຜ່າລົງທີ່ມັງກອນໂຕນັ້ນເຮັດໃຫ້ແຕກມຸ່ນເປັນແສງຟຸ້ງຂຶ້ນ

ແລ້ວກໍກາຍເປັນ

ເຖົ້າຖ່ານ. ບຸນນ້ອຍກໍອອກເດີນທາງຕໍ່ໄປ ລາວຂຶ້ນຂີ່ມ້າບິນອອກໄປຕໍ່ໃຊ້ເວລາໃນການເດີນທາງ 2

ເດືອນ 15 ມື້ພໍດີຈຶ່ງຮອດຖ້ຳ�ພູເຂົາໄຟ ເຊິ່ງເປັນຖ້ຳ�ຂອງສັດປະຫຼາດໄມໂທໂລ໋ດ. ບຸນນ້ອຍໄດ້ຂີ່ ມ້າລົງທີ່ປາກຖ້ຳ�. ລາວລົງຈາກມ້າແລ້ວຍ່າງເຂົ້າໄປໃນຖ້ຳ�. ພາຍໃນຖ້ຳ�ນັ້ນມືດໄປໝົດ ແຕ່ບຸນນ້ອຍ

ໄດ້ໃຊ້ໄມ້ຄ້ອນເທົ້າຂຶ້ນມາແລ້ວໃຊ້ມືລູບທີ່ປາຍໄມ້ເທົ້ານັ້ນແລ້ວກໍມີແສງເປັ່ງອອກມາ. ບຸນນ້ອຍໃຊ້

ໄມ້ຄ້ອນເທົ້າສ່ອງເບິ່ງທົ່ວຖ້ຳ� ແຕ່ບໍ່ເຫັນສັດປະຫຼາດໂຕນັ້ນ. ລາວຈຶ່ງກັບອອກມາແລ້ວຂີ່ມ້າບິນຂຶ້ນ ໄປສັງເກດເບິ່ງທົ່ວໆແຖວນັ້ນ, ແຕ່ບໍ່ເຫັນຮ່ອງຮອຍຂອງສັດປະຫຼາດໂຕນັ້ນເລີຍ. ລາວຈຶ່ງສັ່ງໃຫ້ມ້າ ລົງສູ່ພື້ນດິນ ແລະ ຍ່າງສັງເກດເບິ່ງຕາມແຖວນັ້ນ. ລາວຍັງໄດ້ຖາມຕົ້ນໄມ້ໃບຫຍ້າ ແລະ ສັດທີ່ ເວົ້າໄດ້.

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 67

ສາວນ້ອຍວິເສດ

67

12/10/19 1:51 PM


“ພວກສັດປ່າ ແລະ ຕົ້ນໄມ້ນ້ອຍໃຫຍ່ທັງຫຼາຍ! ພວກເຈົ້າເຫັນສັດປະຫຼາດທີ່ຢູ່ຖ້ຳ�ພູໄຟແດ່

ພວກສັດປ່າ ແລະ ຕົ້ນໄມ້ກໍຕອບວ່າ, “ໂອ້...! ສັດປະຫຼາດໂຕນັ້ນມັນໜີໄປຈຳ�ສິນຢູ່ຖ້ຳ�ທີ່ຢູ່

ບຸນນ້ອຍ ໄດ້ຍິນແນວນັ້ນກໍກ່າວຂອບໃຈ ແລະ ອອກເດີນທາງໄປຖ້ຳ�ແຫ່ງນັ້ນ. ລາວໃຊ້ເວລາ

ບໍ?”

ໃກ້ກັບໝູ່ບ້ານສຸດຂອບຟ້າພຸ້ນແລ້ວ!”

ໃນການເດີນທາງຫຼາຍມື້ຫຼາຍວັນ. ລາວໄດ້ອາໄສປ່າໃນການພັກເຊົາ ແລະ ໃນທີ່ສຸດລາວກໍມາຮອດ ຖ້ຳ�ພູໄຟແຫ່ງໜື່ງ,

ແຕ່ລາວບໍ່ແນ່ໃຈວ່າແມ່ນຖ້ຳ�ອັ​ັນດຽວກັບທີ່ສັດປະຫຼາດໜີມາບໍ່.

ບຸນນ້ອຍມຸ່ງໜ້າໄປທີ່ຖ້ຳ�ທັນທີ, ລາວຂີ່ມ້າບິນໄປທີ່ປາກຖ້ຳ�ລາວໃຊ້ເວດມົນເຂົ້າໃສ່ຖ້ຳ�ເຮັດໃຫ້ດິນ

ສັ່ນສະເທືອນ. ສັດປະຫຼາດຈຶ່ງຕື່ນຂຶ້ນມາດ້ວຍຄວາມໃຈຮ້າຍຈົນດວງຕາທັງສອງຂ້າງເປັນສີແດງຄຶ ໄຟ. ມັນໂດດອອກມາຈາກຖ້ຳ�ແລ້ວພົ່ນໄຟໄປທົ່ວທຸກບ່ອນ. ມັນຫຼຽວເຫັນບຸນນ້ອຍຂີ່ມ້າຢູ່ເທິງປາກ

ຖ້ຳ�ພູໄຟ, ມັນກໍບິນຂຶ້ນໄປໃສ່ບຸນນ້ອຍທັນທີ. ທັງສອງໄດ້ຕໍ່ສູ້ກັນຢ່າງດຸເດືອດບໍ່ມີໃຜຍອມໃຜແກ່ ຍາວເຖິງ 7 ມື້ 7 ຄືນ. ໃນລະຫວ່າງການຕໍ່ສູ້ນັ້ນ, ເກີດມີລົມພາຍຸພັດມາແຮງໆຕົ້ນໄມ້ໃບຫຍ້າຈົນລົ້ມ ຫັກ. ພາຍຸລູກນີ້ແມ່ນພາຍຸໝຸ່ນ. ມັນພັດເອົາທຸກສິ່ງທຸກຢ່າງລວມທັງສັດປະຫຼາດ, ບຸນນ້ອຍ ແລະ ມ້າຂຶ້ນໄປນຳ�ກະແສຂອງມັນ. ພາຍຸນັ້ນຢຸດລົງ ແຕ່ການຕໍ່ສູ້ຍັງດຳ�ເນີນໄປອີກ.

68

ສາວນ້ອຍວິເສດ

Tales_From_The_North_LA_FA.indd 68

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 69

ສາວນ້ອຍວິເສດ

69

12/10/19 1:51 PM


ສັດປະຫຼາດໄດ້ພົ່ນໄຟໃສ່ບຸນນ້ອຍ. ບຸນນ້ອຍພະຍາຍາມຫຼີກຈົນຕົກຈາກຫຼັງມ້າ ເຮັດໃຫ້ໄດ້

ຮັບບາດເຈັບເລັກ ໜ້ອຍ. ບຸນນ້ອຍລຸກຂຶ້ນມາຕໍ່ສູ້ໂດຍໃຊ້ໄມ້ເທົ້າແຫ່ງແສງ ຫວັງຟາດໃສ່ສັດປະຫຼາດ

ແຕ່ພັດໄປຜ່າໃສ່ຕົ້ນໄມ້. ລາວພະຍາຍາມອີກ ແຕ່ສາຍຟ້າກໍຜ່າລົງທີ່ຈອມພູໄຟຈົນເຮັດໃຫ້ພູໄຟລະ ເບີດດັງ ຕູ້ມ! ແສງໄຟແຕກກະຈາຍອອກມາ.

ບຸນນ້ອຍເຫັນທ່າບໍ່ດີເລີຍໂດດຂຶ້ນຫຼັງມ້າແລ້ວບິນ

ລັບເຂົ້າໄປໃນກ້ອນເມກ ແຕ່ສັດປະຫຼາດກໍບິນນຳ�ຂຶ້ນໄປທັງສອງໄດ້ຕໍ່ສູ້ກັນເທິງກ້ອນເມກ. ພວກ

ເຂົາຕໍ່ສູ້ກັນຢ່າງຮ້າຍແຮງຈົນເຮັດໃຫ້ຟ້າເຫຼື້ອມ, ຟ້າຜ່າ ແລະ ຝົນຕົກໜັກ, ແຜ່ນດິນກໍສັ່ນສະເທືອນ ໄປທຸກຫົນແຫ່ງ. ທັງສອງໄດ້ໃຊ້ພະລັງຟາດໃສ່ກັນຈົນທຳ�ລາຍທຸກສິ່ງທຸກຢ່າງ. ຕົ້ນໄມ້ໃບຫຍ້າ ແລະ

ສັດສາວາສິ່ງທີ່ໄດ້ຮັບຜົນກະທົບຕ່າງກໍ່ຫ່ຽວແຫ້ງ ແລະ ຕາຍໝົດ. ເມື່ອ ບຸນນ້ອຍເຫັນແນວນັ້ນກໍກັບ ມາຕັ້ງສະຕິ, ໃຊ້ສະຕິປັນຍາ ແລະ ອະທິຖານເຖິງສິ່ງສັກສິດທັງຫຼາຍ ແລ້ວຈັບທະນູຂຶ້ນມາ, ມືຂອງ

ລາວຈັບຄັນທະນູແໜ້ນໆຈົນສັ່ນໄປທັງຄີງລາວດຶງລູກທະນູອອກຈາກກະບອກໄມ້ໄຜ່ທີ່ລາວພາຍຢູ່ ແລ້ວເລັ່ງໄປໃສ່ທີ່ສັດປະຫຼາດ.

ກ່ອນທີ່ລູກທະນູຈະຍິງໄປໃສ່ສັດປະຫຼາດນັ້ນທ້ອງຟ້າກໍກາຍເປັນ

ສີເຫຼືອງທອງ, ມີລົມພັດມາແຮງໆ. ລູກທະນູແຍກອອກເປັນສ່ວນໆ ແລ້ວຄ່ອຍໆກໍ່ຕົວຂຶ້ນກາຍເປັນ ລູກທະນູໄຟ ຍິງເຂົ້າໃສ່ຫົວໃຈຂອງສັດປະຫຼາດເຮັດໃຫ້ສັດປະຫຼາດນັ້ນສິ້ນໃຈ. ຮ່າງກາຍຂອງມັນ

ແຕກສະຫຼາຍໄປເທື່ອລະໜ້ອຍເຫຼືອແຕ່ໂຄງກະດູກ. ແລ້ວທຸກຢ່າງກໍສະຫງົບລົງເຫຼືອແຕ່ເຖົ້າຖ່ານ. ຫຼັງຈາກທີ່ສັດປະຫຼາດຕາຍບຸນນ້ອຍໄດ້ປຸກຊີວິດຂອງສັດສາວາສິ່ງ ແລະ ຕົ້ນໄມ້ໃບຫຍ້າແຖວນັ້ນ

ໃຫ້ຄືນມາໂດຍລາວໄດ້ສົ່ງສຽງຮ້ອງເພງອັນມ່ວນອ່ອນຊອນນັ້ນອອກມາ ແລ້ວທຸກຊີວິດກໍຄ່ອຍໆລຸກ ຂຶ້ນມາມີຊີວິດອີກຄັ້ງ ແລະ ເປັນປ່າທີ່ອຸດົມສົມບູນຄືເກົ່າ. ແລ້ວບຸນນ້ອຍກໍຕັດສິນໃຈອອກເດີນທາງ.

70

ໄປອາໄສຢູ່ເມືອງແລນວູດ. (ອ່ານຕໍ່ໜ້າທີ 71.)

ກັບຄືນໝູ່ບ້ານຂອງຕົນ . (ອ່ານຕໍ່ໜ້າທີ 72.)

ເດີນທາງໄປເລື້ອຍໆແລ້ວໄປອາໄສຢູ່ຖ້ຳ�. (ອ່ານຕໍ່ໜ້າທີ 74.)

ສາວນ້ອຍວິເສດ

Tales_From_The_North_LA_FA.indd 70

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ໄປອາໄສຢູ່ເມືອງແລນວູດ ຫຼັງຈາກທຸກຢ່າງຈົບລົງ, ບຸນນ້ອຍໄດ້ຕັດສິນໃຈໄປທີ່ເມືອງແລນວູດ ເພື່ອຈະເອົາຄ້ອນເທົ້າ

ແລະ ທະນູໄປຄືນໃຫ້ກັບລືສີ ແລະ ລາຊາເລດີອູດ. ເພາະລາວຄິດວ່າບໍ່ຈຳ�ເປັນທີ່ຈະຕ້ອງໃຊ້ມັນອີກ ແລ້ວ. ລາວກໍເດີນທາງມາຮອດເມືອງແລນວູດ, ກ່ອນທີ່ຈະຮອດລາວໄດ້ໃຊ້ໄມ້ເທົ້າເສກປ່ຽນແປງ ສະພາບເຄື່ອງນຸ່ງໃຫ້ຄືກັບຊາວບ້ານທົ່ວໄປ.

ລາວຍ່າງເຂົ້າໄປໃນເມືອງພ້ອມກັບມ້າຢູນິຄອນ,

ມືຂອງ ລາວຈັບຄ້ອນເທົ້າ ແລະ ພາຍທະນູ. ໃນຂະນະທີ່ລາວຍ່າງເຂົ້າໄປນັ້ນພະລາຊາກໍພໍດີອອກ ມາສັງ ເກດຊີວິດການເປັນຢູ່ຂອງຊາວເມືອງ ແລະ ຫຼຽວເຫັນບຸນນ້ອຍໜ້າຕາສວຍສົດງົດງາມ, ໃນມືຖືໄມ້ ເທົ້າທີລືສີມອບໃຫ້ ແລະ ພາຍທະນູທີ່ຕົນມອບໃຫ້ຈຶ່ງນຶກສົງໄສ, ແລ້ວລາວກໍຍ່າງ ເຂົ້າໄປຖາມບຸນ ນ້ອຍວ່າ, “ເຈົ້າແມ່ນບຸນນ້ອຍບໍ?”

ບຸນນ້ອຍຕອບ, “ໂດຍແມ່ນແລ້ວ! ຂ້ອຍແມ່ນບຸນນ້ອຍ!”

ລາຊາເຫັນແນວນັ້ນກໍຮູ້ສຶກຫຼົງຮັກບຸນນ້ອຍເພາະບຸນນ້ອຍບໍ່ໄດ້ໜ້າຕາແປກປະຫຼາດຄືເກົ່າ

ເນື່ອ ງຈາກລາວໄດ້ຮັບ ພອນຈາກໄມ້ເ ທົ້າ ໜ້າ ຕາທີ່ເ ຄິ່ງ ຂາວເຄິ່ງ ດຳ�ກັບ ກາຍມາເປັ ນ ໜ້າ ຕາທີ່ງົດ

ງາມ. ຕໍ່ມາລາຊາ ແລະ ບຸນນ້ອຍກໍມັກໄດ້ໂອ້ລົມກ່ຽວກັບເລື່ອງລາວຕ່າງໆຈົນສະໜິດສະໜົມກັນ ຂຶ້ນເລື້ອຍໆກໍ່ໃຫ້ເກີດຄວາມສຳ�ພັນ ແລະ ທັງສອງກໍມັກຮັກກັນ.

ອີກບໍ່ດົນຕໍ່ມາ, ກໍມີຂ່າວດີ. ລາຊາປະກາດແຕ່ງດອງເອົາບຸນນ້ອຍມາເປັນມະເຫສີ. ຜູ້ຄົນໃນ

ເມືອງຕ່າງກໍເຫັນດີເພາະເຂົາທັງສອງມີຄວາມເໝາະສົມກັນ. ຢ່າງມີຄວາມສຸກ ແລະ ສະຫງົບສຸກຕະຫຼອດໄປ.

ແລ້ວທັງສອງກໍຄອງເມືອງຢູ່ນຳ�ກັນ

- ຈົບ -

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 71

ສາວນ້ອຍວິເສດ

71

12/10/19 1:51 PM


ກັບຄືນໝູ່ບ້ານຂອງຕົນ ຫຼັງຈາກບຸນນ້ອຍຂ້າສັດປະຫຼາດແລ້ວກໍຄິດຢາກກັບຄືນໝູ່ບ້ານແຄມນ້ຳ�. ເຊິ່ງເປັນບ້ານເກີດ

ຂອງຕົນ, ລາວຫຼຽວໄປມາເຫັນຕົ້ນໄມ້ໃບຫຍ້າທິວທັດທຳ�ມະຊາດກັບຄືນມາມີຊີວິດຊີວາອີກຄັ້ງ. ບຸນ

ນ້ອຍໄດ້ໃຊ້ສຽງເພງອັນມ່ວນອອນຊອນຂອງລາວປຸກສິ່ງທີ່ມີຊີວິດ ແລະ ລາວໄດ້ຮັກສາໃບໜ້າຂອງ ລາວດ້ວຍເວດມົດ. ຈາກເຄິ່ງຂາວເຄິ່ງດຳ�ກໍກາຍມາເປັນໃບໜ້າທີ່ຂາວສະເໝີກັນ. ຫຼັງຈາກນັ້ນ, ບຸນ ນ້ອຍໄດ້ກະໂດດຂຶ້ນຫຼັງມ້າແລ້ວບິນອອກໄປ.

ພໍຮອດໝູ່ບ້ານບຸນນ້ອຍຟ້າວແລ່ນໄປທີ່ເຮືອນຂອງ

ຕົນ, ລາວເຫັນພໍ່ກັບແມ່ຂອງລາວກຳ�ລັງແບກຟືນເຂົ້າມາໃນເຮືອນລາວເລີຍຮ້ອງໃສ່ວ່າ, ‘’ພໍ່ເອີຍ! ແມ່ເອີຍ! ລູກກັບມາແລ້ວ.”

ພໍ່ແມ່ຂອງລາວກໍຮູ້ສຶກແປກໃຈເພາະວ່າເຂົາເຈົ້າມີລູກສາວທີ່ໜ້າຕາເຄິ່ງຂາວເຄິ່ງດຳ�,

ກັບມີຍິງສາວຜູ້ໂສມໜ້າງົດງາມມາເອີ້ນວ່າພໍ່ແມ່.

ແຕ່

ບຸນນ້ອຍແລ່ນເຂົ້າໄປກອດຢ່າງແໜ້ນດ້ວຍ

ຄວາມຄິດຮອດ ແລະ ລາວໄດ້ເລົ່າເຫດການສູ່ພໍ່ແມ່ຂອງລາວຟັງ. ຫຼັງຈາກນັ້ນມາບຸນນ້ອຍ ກໍໄດ້ໃຊ້ ຊີວິດຢູ່ໃນໝູ່ບ້ານຂອງຕົນຢ່າງມີຄວາມສຸກ.

72

ສາວນ້ອຍວິເສດ

Tales_From_The_North_LA_FA.indd 72

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 73

ສາວນ້ອຍວິເສດ

73

12/10/19 1:51 PM


ເດີນທາງໄປເລື້ອຍໆແລ້ວໄປອາໄສຢູ່ຖ້ຳ�

ມັນເປັນສິ່ງມະຫັດສະຈັນຫຼາຍ, ໃນຂະນະທີ່ບຸນນ້ອຍກຳ�ລັງກັບບ້ານລາວຫຼຽວເຫັນຊາຍຄົນ

ຊາຍຄົນນັ້ນຕອບ, “ເຈົ້າຊິໄປໃສລະ?”

ບຸນນ້ອຍຕອບຂຶ້ນວ່າ, “ຂ້ອຍກະບໍ່ຮູ້ຄືກັນວ່າຊິໄປໃສ? ແຖວນີ້ພໍມີໝູ່ບ້ານບໍ່?”

ຊາຍຄົນນັ້ນຕອບ, “ບໍ່ມີດອກແຖວນີ້! ເຖິງຊິມີກະມີແຕ່ຄົນອາໄສຢູ່ໃນຖ້ຳ�!”

ເມື່ອໄດ້ຍິນແນວນັ້ນບຸນນ້ອຍກໍມິດຢູ່ຄາວໜຶ່ງ,

ໜຶ່ງກຳ�ລັງລ່າສັດຢູ່, ບຸນນ້ອຍຍ່າງເຂົ້າໄປຖາມ, “ສະບາຍດີເຈົ້າ! ຂ້ອຍຂໍຖາມທາງແດ່?”

ແລ້ວລາວກໍກ່າວຂອບໃຈຊາຍຄົນນັ້ນແລ້ວ

ຍ່າງໄປຕໍ່. ແຕ່ຊາຍຄົນນັ້ນຮູ້ສຶກຖືກສະຕາກັບບຸນນ້ອຍລາວເລີຍຍ່າງນຳ�ບຸນນ້ອຍແລ້ວເຂົ້າໄປລົມ ກັນ.

ບຸນນ້ອຍຖາມຊາຍຄົນນັ້ນວ່າ, “ເຈົ້າຊື່ຫຍັງ?”

ຊາຍຄົນນັ້ນຕອບວ່າ, “ຂ້ອຍຊື່ຄຳ�ພອນ! ແລ້ວເຈົ້າເດ?”

ບຸນນ້ອຍກໍບອກໄປວ່າ, “ຂ້ອຍຊື່ບຸນນ້ອຍ!”

ແລ້ວທັງສອງກໍຍ່າງລົມກັນໄປເລື້ອຍໆ ຊາຍຄົນນັ້ນໄດ້ພາບຸນນ້ອຍໄປທ່ຽວຊົມຖ້ຳ�ທີ່ຕົນອາ

ໄສຢູ່. ເມື່ອບຸນນ້ອຍເຂົ້າໄປໃນຖ້ຳ�ກໍເຫັນວ່າພາຍໃນຖ້ຳ�ມີຄວາມສວຍສົດງົດງາມ, ມີແສງເຫຼື້ອມຍິບໆ

ຈາກຫີນພາຍໃນຖ້ຳ�, ອາກາດກໍເຢັນດີ, ໃຈກາງຂອງຖ້ຳ�ມີຮູທີ່ມີນ້ຳ�ຕົກລົງມາຕະຫຼອດເວລາ ແລະ ບໍ

ລິເວນນັ້ນກໍມີດອກໄມ້ອ້ອມຮອບເຕັມໄປໝົດ. ຫຼັງຈາກທັງສອງໄດ້ ເວົ້າຈານຳ�ກັນທັງສອງຮູ້ສຶກມັກ

ຮັກກັນຂຶ້ນເລື້ອຍໆ ແລະ ບຸນນ້ອຍກໍໄດ້ຕັດສິນໃຈໃຊ້ຊີວິດຮ່ວມກັບຄຳ�ພອນໃນຖ້ຳ�ແຫ່ງນັ້ນຢ່າງມີ ຄວາມສຸກ.

- ຈົບ -

74

ສາວນ້ອຍວິເສດ

Tales_From_The_North_LA_FA.indd 74

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


4

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ ແຕ່ງໂດຍ: ທ້າວ ສັກ , ທ້າວ ບຸນເຄນ

ອັດສະວິນເປັນລູກຊາຍກົກຂອງກະສັດເທວະລາດ ແລະ ອາໄສຢູ່ໃນເມືອງຕົ້ນພ້າວ ມີຊີວິດ

ສະດວກສະບາຍ. ແມ່ຂອງລາວຊື່ເທວີ ແລະ ນ້ອງຂອງລາວມີຊື່ວ່າ ເມຊີອຸດ ເປັນລູກສາວຫຼ້າ ຂອງກະສັດ ແລະ ເທວີ. ຄອບຄົວຂອງລາວມີທັງ ໝົດ 4 ຄົນຄື: ກະສັດເທວະລາດ, ເທວີ, ອັດສະວິນ ແລະ ເມຊີອຸດ. ຄອບຄົວຂອງລາວເປັນຄອບຄົວທີ່ມີຄວາມອົບອຸ່ນ ແລະ ບ້ານເມືອງກໍສະຫງົບ ບໍ່ມີ

ສັດຕູເຂົ້າມາຮຸກຮານບ້ານເມືອງ. ກະສັດເທວະລາດ ແລະ ເທວີກໍເຖົ້າຂຶ້ນທຸກມື້. ເພາະສະນັ້ນ, ກະສັດເທວະລາດກໍເວົ້ານຳ�ເທວີວ່າ “ເທວີເອີຍ, ພວກເຮົາກໍເຖົ້າຂຶ້ນທຸກມື້ແລ້ວ, ພວກເຮົາຄວນແຕ່ງ ຕັ້ງກະສັດອົງໃໝ່ເພື່ອປົກຄອງບ້ານເມືອງຂອງເຮົາ.”

ກະສັດເທວະລາດກໍໄດ້ແຕ່ງຕັ້ງລູກຊາຍກົກຂອງລາວກໍຄືອັດສະວິນເພື່ອມາປົກຄອງບ້ານ

ເມືອງຕໍ່ໄປ, ແລ້ວອັດສະ ວິນກໍໄດ້ຂຶ້ນປົກຄອງເມືອງນະຄອນຕົ້ນພ້າວ ທີ່ສວຍງາມແທນກະສັດເທວະ

ລາດຜູ້ເປັນພໍ່ຂອງລາວ. ແຕ່ຕໍ່ມາບໍ່ດົນ, ກະ ສັດເທວະລາດ ແລະ ເທວີ ກໍໄດ້ສະຫວັນນະຄົດລົງ

ໃນທີ່ສຸດ. ອັນເຮັດໃຫ້ອັດສະວິນ ແລະ ເມຊີອຸດນ້ອງສາວຂອງລາວຕ່າງກໍໂສກເສົ້າເສຍໃຈກັບການ ຈາກໄປຂອງຜູ້ເປັນບິດາ ແລະ ມານດາຂອງຕົນ. ຊາວເມືອງທັງຫຼາຍທີ່ອາໄສຢູ່ໃນເມືອງລ້ວນແຕ່ມີ ຄວາມໂສກເສົ້າເສຍໃຈເຊັ່ນດຽວກັນກັບລູກຂອງກະສັດ. ຈາກນັ້ນມາ, ອັດສະວິນກໍໄດ້ປົກຄອງເມືອງ

ຕໍ່ໄປ. ອັດສະວິນ ແລະ ເມຊີອຸດໄດ້ອອກເດີນທາງໄປຕາມປ່າຕາມດົງເພື່ອຈະໄປຝຶກວິຊາຫາຄວາມ ຮູ້ທາງດ້ານການຕໍ່ສູ້ວິຊາອາຄົມ ແລະ ເວດມົນຕ່າງໆກັບພະລືສີ, ຄູບາອາຈານ ເພື່ອຈະໄດ້ມາຝຶກ ໃຫ້ທະຫານທີ່ຢູ່ໃນເມືອງຂອງຕົນເອງໃນການປົກປັກຮັກສາບ້ານເມືອງ,

ໃຫ້ສາມາດຮັບມືກັບເຫດ

ການທີ່ບໍ່ຄາດຄິດໄດ້. ອັດສະວິນ ແລະ ເມຊີອຸດ ເປັນສອງນ້ອງອ້າຍທີ່ມີຄວາມຮັກແພງ, ຊ່ວຍເຫຼືອປ

ະຊາຊົນທີ່ອາໄສຢູ່ນະຄອນແຫ່ງນັ້ນໃຫ້ມີຄວາມເປັນຢູ່ທີ່ສະຫງົບສຸກ. ນອກນັ້ນ, ຍັງສອນໃຫ້ປະຊາ ຊົນຮູ້ຈັກການທຳ�ມາຫາກິນເພື່ອລ້ຽງຊີບ, ລ້ຽງຕົນເອງ ແລະ ຄອບຄົວເຊັ່ນວ່າ: ການເຮັດໄຮ່, ເຮັດນາ, ຊອກເຄື່ອງປ່າຂອງດົງ, ການລ່າສັດຕ່າງໆ ຕາມທຳ�ມະຊາດພູຜາປ່າດົງ ແລະ ແມ່ນໍ້າລໍາເຊ.

ເອກະລັກຂອງເມືອງຕົ້ນພ້າວ ແມ່ນມີຮູບປັ້ນໃຫຍ່ເປັນຕົ້ນແມ່ນ: ຮູບປັ້ນຊ້າງ, ຮູບຄົນ ແລະ

ຮູບສັດຕ່າງໆທີ່ສວຍສົດງົດງາມ. ພ້ອມກັນນີ້, ກໍຍັງມີພະລາຊະວັງທີໃຫຍ່ໂຕມະໂຫລານອັນເຕັມໄປ ດ້ວຍຄວາມສວຍງາມ, ເຮືອນຂອງປະຊາຊົນຢາຍລຽນຕາມກັນໄປ. ນອກນັ້ນແລ້ວ, ອ້ອມຮອບບ້ານ ຍັງມີພູຜາປ່າໄມ້,

ພືດພັນທັນຍາຫານ

ແລະ

ສັດສາວາສິ່ງຫຼາຍຊະນິດທີ່ອາໄສໃນປ່າແຫ່ງນີ້.

ສາຍສຳ�ພັນຂອງອັດສະວິນ ແລະ ເມຊີອຸດ ຕໍ່ກັບປະຊາຊົນທີ່ຢູ່ໃນນະຄອນແຫ່ງນັ້ນແມ່ນມີຄວາມ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ນອກຈາກນີ້, ຍັງເຮັດໃຫ້ປະຊາຊົນມີຄວາມເປັນຢູ່ສະຫງົບສຸກ ພ້ອມກັນສ້າງສາພັດທະນານະຄອນດ້ວຍຄວາມຜາສຸກ. ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 75

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

75

12/10/19 1:51 PM


76

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

Tales_From_The_North_LA_FA.indd 76

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ອັດສະວິນໄດ້ປົກຄອງບ້ານເມືອງດ້ວຍຄວາມສະຫງົບສຸກ ແລະ ມີຄວາມອົບອຸ່ນທົ່ວເມືອງ,

ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຢູ່ຮ່ວມກັນໂດຍສັນຕິສາມັກຄີປອງດອງ. ເລື່ອງທີ່ບໍ່ຄາດຄິດ

ໄດ້ເກີດຂຶ້ນ, ໄດ້ມີສັດປະຫຼາດທີ່ມີຮູບຮ່າງໃຫຍ່ສູງເຂົ້າມາຮຸກຮານບ້ານເມືອງຂອງຕົນ. ໃນຂະນະ ທີ່ຊາວເມືອງຕົ້ນພ້າວ ກຳ�ລັງທຳ�ມາຫາກິນຢູ່ນັ້ນ ກໍມີເຫດການຮ້າຍເກີດຂຶ້ນ, ມີແຜ່ນດິນໄຫວ ແລະ

ມີໂຕຫຍັງກໍບໍ່ຮູ້, ໂຕຂອງມັນມີຮູບຮ່າງໃຫຍ່ ແລະ ກຳ�ລັງຍ່າງເຂົ້າມາໃນເມືອງຕົ້ນພ້າວທີ່ປະຊາຊົນ ອາໄສຢູ່ຢ່າງຫຼວງຫຼາຍນັ້ນ.

ມີຜູ້ໜຶ່ງເວົ້າຂຶ້ນວ່າ, “ມັນແມ່ນໂຕຫຍັງ!”

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 77

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

77

12/10/19 1:51 PM


78

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

Tales_From_The_North_LA_FA.indd 78

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ມັນກຳ�ລັງຍ່າງເຂົ້າມາ ແລະ ທຳ�ລາຍບ້ານເມືອງຂອງປະຊາຊົນ, ມັນຈັບຊາວບ້ານໄປກິນ

ເປັນອາຫານ. ຊາວບ້ານພາກັນແຕກຕື່ນແລ່ນປົບຫຼົບໜີກະແຈກກະຈາຍໄປທົ່ວເມືອງ, ຕາມປ່າ,

ແມ່ນ້ຳ�ລຳ�ເຊ. ອັດສະວິນ ແລະ ເມຊີອຸດ ກໍເຂົ້າມາວ່າຈະຕໍ່ສູ້ກັບສັດປະຫຼາດ, ແຕ່ວ່າສັດປະຫຼາດ

ມັນໂຕໃຫຍ່ ແລະ ພວກເຂົາບໍ່ມີກຳ�ລັງຫຍັງຈະສູ້ມັນໄດ້. ດັ່ງນັ້ນ, ຈຶ່ງຄວນເອົາໂຕລອດຊອກບ່ອນ ຫຼົບໜີກ່ອນ. ຍ້ອນສັດປະຫຼາດໂຕນັ້ນຈຶ່ງເຮັດໃຫ້ອັດສະວິນ ແລະ ເມຊີອຸດຕ້ອງອອກເດີນ ທາງໄປ

ຝຶກວິຊາອາຄົມນຳ�ຄູບາອາຈານຢູ່ທຸກຫົນແຫ່ງທີ່ມີຄວາມເກັ່ງກ້າສາມາດ ຈົນມາຮອດພະລືສີທີ່ຢູ່ໃນ

ຖ້ຳ�. ອັດສະວິນ ແລະ ເມຊີອຸດກໍໄດ້ຝຶກວິຊານຳ�ພະລືສີ ເພື່ອຈະໄປຕໍ່ສູ້ກັບສັດປະຫຼາດໂຕນັ້ນທີ່ ໄດ້ເຂົ້າມາທຳ�ລາຍບ້ານເມືອງຂອງຕົນ. ໃນຖ້ຳ�ຂອງລືສີມີສິ່ງທີ່ມະຫັດສະຈັນທີ່ສວຍສົດງົດງາມ, ທັງ ສອງໃຊ້ເວລາຝຶກວິຊາກັບພະລືສີຈົນສຳ�ເລັດ

ແລ້ວອອກເດີນທາງຕໍ່ໄປຈົນຮອດພູເຂົາສາມງ່າມ.

ໃນພູເຂົາແຫ່ງນີ້, ໄດ້ມີຜູ້ທີ່ມີເວດມົນເກັ່ງກ້າສາມາດຫຼາຍ. ທັງສອງກໍໄດ້ເຂົ້າໄປຂໍຝຶກວິຊານຳ�ອາຈາ ນຜູ້ນັ້ນ, ທັງສອງໄດ້ໃຊ້ເວລາຝຶກເປັນເວລາຫຼາຍມື້ຫຼາຍວັນພໍສົມຄວນ. ແລ້ວກໍໄດ້ອອກເດີນທາງໄປ ຕາມສະຖານທີ່ຕ່າງໆ ຈົນໄດ້ພົບກັບອາຈານທ່ານໜຶ່ງທີ່ອາໄສຢູ່ໃນຕາດແຫ່ງໜຶ່ງ. ພວກເຂົາໄດ້ເຂົ້າ

ຂໍຝຶກວິຊາກັບອາຈານຜູ້ນັ້ນ, ແຕ່ອາຈານຜູ້ນັ້ນໄດ້ຖາມທັງສອງວ່າ, “ພວກເຈົ້າທັງສອງຈະຝຶກວິຊາ ໄປເຮັດຫຍັງ?’’

ແລ້ວອັດສະວິນຜູ້ເປັນອ້າຍກໍຕອບວ່າ,

ຮານບ້ານເມືອງຂອງພວກເຮົາ.’’

“ພວກເຮົາຈະໄປຕໍ່ສູ້ກັບສັດປະຫຼາດທີ່ເຂົ້າມາຮຸກ

ເມື່ອອາຈານໄດ້ຮູ້ເຫດຜົນຈຶ່ງໄດ້ບອກວ່າ, “ຂ້ອຍຮັບປາກວ່າຈະສອນວິຊາໃຫ້ພວກເຈົ້າ ຖ້າ

ວ່າພວກເຈົ້າຈະໃຊ້ໃນທາງທີ່ຖືກຕ້ອງ.”

ຈາກນັ້ນທັງສອງໄດ້ຝຶກວິຊານຳ�ອາຈານຈົນສຳ�ເລັດ. ແລ້ວກໍອອກເດີນທາງໄປຝຶກວິຊານຳ�ຜູ້

ໃໝ່ຕໍ່ໄປ.

ເດີນທາງຝຶກວິຊາ . (ອ່ານຕໍ່ໜ້າທີ 80.)

ພະຈົນໄພຊອກຝຶກວິຊາອາຄົມ. (ອ່ານຕໍ່ໜ້າທີ 81.)

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 79

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

79

12/10/19 1:51 PM


ເດີນທາງຝຶກວິຊາ ໃນການເດີນທາງຄັ້ງນີ້, ທັງສອງໄດ້ພົບກັບສິ່ງປະຫຼາດ ແລະ ມະຫັດສະຈັນຫຼາຍຢ່າງເຊັ່ນ:

ຖ້ຳ�ສັກສິດ, ພູເຂົາສາມງ່າມ, ຕົ້ນໄມ້ກິນຄົນ ແລະ ຕົ້ນໄມ້ໃຫຍ່ທີ່ມີຄວາມສະຫງ່າງາມ. ເມື່ອທັງສອງ ໄດ້ສຳ�ເລັດການຝຶກວິຊາພຽງພໍແລ້ວ,

ພວກເຂົາໄດ້ອອກເດີນທາງຕາມຫາສັດປະຫຼາດໂຕນັ້ນຈົນ

ພົບຮອຍຕີນຂອງມັນ. ຍ້ອນສັດປະຫຼາດໂຕນີ້ ມີຮບ ູ ຮ່າງໃຫຍ່ ແລະ ມີຄວາມແຂງແຮງເໜືອກວ່າສິ່ງໃດ ມັນທ່ຽວໄປຕາມພູເຂົາ ແລະ ຕາມແມ່ນໍ້າໃຫຍ່. ອັດສະວິນ ແລະ ເມຊີອຸດ ໄດ້ເດີນທາງເຂົ້າໄປໃນ ຖໍ້າແຫ່ງໜຶ່ງທີ່ກວ້າງໃຫຍ່ໄພສານແລ້ວທັງສອງກໍໄດ້ພົບກັບສັດປະຫຼາດໂຕນັ້ນຢູ່ໃນຖໍ້າທີ່ມືດ ແລະ

ບໍ່ມີຄົນອາໄສຢູ່, ອາກາດເຢັນວັງເວງເປັນຕາຢ້ານ ເພາະວ່າຖໍ້າໃຫຍ່ ແລະ ສູງ, ບໍ່ມີແສງຕາເວັນສ່ອງ

ເຂົ້າໄປໄດ້. ຖໍ້າດັ່ງກ່າວນີ້ຕັ້ງຢູ່ສຸດຈອມພູສູງ. ທັງສອງອ້າຍນ້ອງກໍເຂົ້າໄປ ແລະ ພົບກັບສັດປະຫຼາດ

ໂຕນັ້ນພວມນອນຫຼັບສະບາຍ. ເມື່ອເຫັນແນວນັ້ນ, ທັງສອງຄົນກໍໄດ້ລົມກັນວ່າເປັນໂອກາດດີທີ່ເຮົາ ຈະໂຈມຕີ ຫຼື ຂ້າມັນໄດ້. ແຕ່ອັດສະວິນໄດ້ຄິດທົບທວນເບິ່ງວ່າມັນມືດບໍ່ມີແສງຕາເວັນ ແລະ

ອັນຕະລາຍ, ພວກເຮົາຈະຂ້າມັນໄດ້ແນວໃດ? ຈາກນັ້ນອັດສະວິນ ແລະ ເມຊີອຸດກໍໄດ້ອອກຈາກຖໍ້າ ແຫ່ງນັ້ນແລ້ວເດີນທາງໄປຕໍ່ ເພື່ອໄປປຶກສາກັບພະລືສີ. ພໍໄປຮອດຖໍ້າທີ່ພະລືສີຢູ່, ທັງສອງຄົນກໍໄດ້ ເລົ່າກົກປາຍສາຍເຫດໃຫ້ພະລືສີຟັງ. ເມື່ອພະລືສີໄດ້ຟັງທີ່ສອງອ້າຍນ້ອງເວົ້າມາ, ພະລືສີໄດ້ຕັດສິນ

ໃຈອອກເດີນທາງໄປກັບອັດສະວິນ ແລະ ເມຊີອຸດ. ແຕ່ພໍມາຮອດຖໍ້າດັ່ງກ່າວກໍບໍ່ພົບກັບສັດປະ ຫຼາດໂຕນັ້ນ, ເພາະວ່າມັນໄດ້ອອກຈາກຖໍ້າໄປແລ້ວ. ເມື່ອເປັນແນວນັ້ນ, ອັດສະວິນ ແລະ ເມຊີອຸດກໍ

ບໍ່ໄດ້ທໍ້ຖອຍແຕ່ຢ່າງໃດ, ຍັງມຸ່ງໝັ້ນອອກເດີນທາງຊອກຫາຕໍ່ຕາມປ່າຕາມພູຕາມໝູ່ບ້ານຕ່າງໆຈົນ ເວລາຜ່ານໄປໄດ້ສີ່ຫ້າມື້

ຈຶ່ງໄດ້ພົບກັບສັດປະຫຼາດໂຕນັ້ນທີ່ກຳ�ລັງທຳ�ລາຍໝູ່ບ້ານແຫ່ງໜຶ່ງຊື່ວ່າ

ໝູ່ບ້ານພູເຂົາ. ໃນບ້ານນີ້ມີປະຊາຊົນອາໄສຢູ່ ແລະ ສັດປະຫຼາດກຳ�ລັງຈັບປະຊາຊົນມາເປັນອາ ຫານຈຳ�ນວນຫຼາຍຄົນ ແລະ ຍັງທໍາລາຍໝູ່ບ້ານຂອງເຂົາເຈົ້າອີກ. ອັດສະວິນ ແລະ ເມຊີອຸດ ເຫັນທ່

າບໍ່ດີຈຶ່ງຢາກເຂົ້າໄປຊ່ວຍປະຊາຊົນສູ້ກັບສັດປະຫຼາດໂຕນັ້ນ, ແຕ່ພະລືສີຫ້າມໄວ້ວ່າ, “ພວກເຈົ້າບໍ່ ຄວນໄປຕໍ່ສູ້ກັບມັນ.”

ເພາະວ່າຕອນນີ້ມັນກຳ�ລັງໂມໂຫ ແລະ ມີກຳ�ລັງອັນແຮງກ້າ ຍາກທີ່ຈະເອົາຊະນະມັນໄດ້.

ສະນັ້ນ, ຖ້າຢາກຊະນະມັນໄດ້ພວກເຈົ້າຕ້ອງອົດທົນຫາໂອກາດສູ້ໃນຕອນທີ່ມັນບໍ່ມີເຫື່ອແຮງ, ບໍ່ມີ

ກຳ�ລັງ, ຕອນທີ່ມັນບໍ່ໄດ້ກິນຄົນເຮົາຈຶ່ງຈະສາມາດສູ້ກັບມັນໄດ້. ອັດສະວິນ ແລະ ເມຊີອຸດ ໄດ້ແຕ່ ຈອບເບິ່ງສັດປະຫຼາດໂຕນັ້ນທຳ�ລາຍປະຊາຊົນຢ່າງເຈັບແຄ້ນແຕ່ກໍບໍ່ສາມາດເຮັດຫຍັງໄດ້ ຈົນຮອດ ຕອນທີ່ສັດປະຫຼາດໂຕນັ້ນກັບຄືນໄປທີ່ຖໍ້າເກົ່ານັ້ນ.

- ຈົບ -

80

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

Tales_From_The_North_LA_FA.indd 80

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ພະຈົນໄພຊອກຝຶກວິຊາອາຄົມ ອັດສະວິນ ແລະ ເມຊີອຸດ ໄດ້ອອກເດີນທາງໄປຝຶກວິຊາອາຄົມເວດມົນຄາຖາຕ່າງໆເພື່ອໄປ

ຂ້າສັດປະຫຼາດ, ແລ້ວເຂົາກໍເດີນທາງໄປຕາມປ່າດົງ. ໃນລະຫວ່າງການເດີນທາງ, ໄດ້ເຫັນໝູ່ບ້ານ ນ້ອຍແຫ່ງໜຶ່ງຢູ່ຕາມແຄມນໍ້ານ້ອຍ ແລະ ມີບ້ານຫຼັງໜຶ່ງຕັ້ງຢູ່ກາງນໍ້າ. ມີຄົນຊອກຫາປາຢູ່ຕາມແມ່ນໍ້າ,

ອັດສະວິນກໍໄດ້ເອີ້ນຖາມຂຶ້ນວ່າ, “ໝູ່ບ້ານນີ້ຊື່ບ້ານຫຍັງ?’’ ພວກເຂົາຕອບວ່າ, “ໝູ່ບ້ານກາງນໍ້າ.’’

ອັດສະວິນຖາມວ່າ, “ໝູ່ບ້ານນີ້ມີພະອາຈານທີ່ສອນວິຊາອາຄົມ ຫຼື ບໍ່?’’ ພວກເຂົາຕອບວ່າ, “ມີຢູ່, ເຮືອນຫຼັງນ້ອຍໆຕັ້ງຢູ່ກາງນໍ້າຫັ້ນ.’’ ອັດສະວິນຂອບໃຈກັບຄົນຫາປານັ້ນແລ້ວເອີ້ນໃສ່ນ້ອງວ່າ, “ທາງນີ້ອ້າຍພົບແລ້ວ!’’ ເມື່ອນ້ອງສາວມາຮອດ, ອັດສະວິນ ກໍໄດ້ພາຍ່າງເຂົ້າໄປຫາໃນເຮືອນກາງນໍ້ານັ້ນ. ພາຍໃນ

ເຮືອນກໍໄດ້ພົບກັບພໍ່ເຖົ້າຄົນໜຶ່ງ ແລະ ທັງສອງຈຶ່ງຖາມພໍ່ເຖົ້າວ່າ, “ພໍ່ເຖົ້າເຈົ້າແມ່ນຜູ້ທີ່ມີວິຊາອາຄົມ ຫຼື ບໍ່?’’

ພໍ່ເຖົ້​້າກໍໄດ້ຕອບກັບໄປວ່າ, “ແມ່ນແລ້ວ! ພວກລູກມາເຮັດຫຍັງ?’’ ອັດສະວິນ ຕອບວ່າ, “ພວກລູກຈະມາຂໍຝຶກວິຊານຳ�ພໍ່ເຖົ້າ ເພື່ອໄປຕໍ່ສູ້ກັບສັດປະຫຼາດທີ່ທຳ�

ລາຍບ້ານເມືອງຂອງພວກລູກ.”

ພໍ່ເຖົ້າໄດ້ຍິນແນວນັ້ນ, ຈຶ່ງຕົກລົງສອນວິຊາໃຫ້ກັບທັງສອງ ເຊິ່ງວິຊາທີ່ຈະສອນແມ່ນເວດ

ມົນໄຟ ແລະ ນໍ້າ. ມີນໍ້າຈຳ�ນວນມະຫາສານອອກມາຈາກຮ່າງກາຍຂອງພໍ່ເຖົ້າ ແລະ ໄປສູ່ຮ່າງກາຍ ຂອງເຂົາທັງສອງ ເຮັດໃຫ້ເຂົາມີພະລັງທັງໄຟ ແລະ ນໍ້າ, ມີກຳ�ລັງທີ່ແຮງກ້າ. ຈາກນັ້ນ, ພໍ່ເຖົ້າກໍເສກ ໃບໄມ້ສອງໃບເຮັດໃຫ້ເປັນມັງກອນນ້ອຍ 2 ໂຕ, ໂຕທີ 1 ເປັນສີແດງດຳ� ມີຊື່ວ່າ: ເຈົ້າແຂ້ວກຸດ ເຈົ້າແຫ່ງໄຟ ແລະ ອີກໂຕໜຶ່ງເປັນສີຂຽວດຳ� ແລະ ມີຊື່ວ່າ ເຈົ້າໂລນິນເຈົ້າແຫ່ງນໍ້າ.

ແລ້ວເຂົາທັງສອງກໍໄດ້ຂີ່ມັງກອນ 2 ໂຕນັ້ນໄປຕາມຫາສັດປະຫຼາດທີ່ທຳ�ລາຍເມືອງຂອງເຂົາ.

ມັງກອນສອງໂຕນັ້ນມັນມີຄວາມສາມາດຫຼາຍຢ່າງ ແລະ ໜຶ່ງໃນນັ້ນແມ່ນສາມາດລົມກັບຄົນໄດ້. ອັດສະວິນກໍຖາມເຈົ້າແຂ້ວກຸດວ່າ, “ພວກເຮົາຈະໄປຕາມຫາມັນທາງໃດຕໍ່?” ເຈົ້າແຂ້ວກຸດກໍຕອບວ່າ,

ກ່ອນ.”

“ຂ້ອຍຈະພາພວກເຈົ້າບິນໄປເທິງຟ້າເພື່ອຊອກເບິ່ງສັດປະຫຼາດ

ເມຊີອຸດກໍຕອບວ່າ, “ເອົາແບບນັ້ນແຫຼະ!” ແລ້ວພວກເຂົາກໍຂີ່ມັງກອນຂຶ້ນໄປ, ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 81

ບໍ່ດົນເຈົ້າແຂ້ວກຸດກໍຫຼຽວເຫັນສັດປະຫຼາດໂຕນັ້ນມັນຂີ່ ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

81

12/10/19 1:51 PM


ກ້ອນເມກລອຍມາ. ຢູ່ເທິງຟ້າມີລົມແຮງ ພ້ອມທັງມີຝົນຕົກລົງມາຢ່າງໄວວາ. ເມຊີອຸດ ຖາມວ່າ, “ມັງກອນກຳ�ລັງເຮັດຫຍັງຢູ່?” ອັດສະວິນ ຈຶ່ງຕອບວ່າ, “ມັນກຳ�ລັງໃຊ້ພະລັງຈິດຮວບຮວມພະລັງຢູ່!” ແລ້ວເຮັດໃຫ້ ອັດສະວິນ ແລະ ເມຊີອຸດດີ ໃຈທີ່ໄດ້ພົບສັດປະຫຼາດໂຕນັ້ນ, ເພາະວ່າເປັນໂອ

ກາດດີທີ່ຈະໄດ້ຂ້າມັນ.

ອັດສະວິນ ແລະ ເມຊີອຸດ ດີໃຈຫຼາຍທີ່ໄດ້ພົບກັບສັດປະຫຼາດທີ່ທັງສອງຊອກຫາມາດົນ.

ແຕ່ກໍຮູ້ສຶກຢ້ານເພາະວ່າສັດປະ ຫຼາດໂຕນິ້ມີຮູບຮ່າງໃຫຍ່, ມີພະລະກຳ�ລັງເໜືອກວ່າມະນຸດ. ແລ້ວ ທັງສອງກໍໄດ້ລົມກັນວ່າເຮົາຈະຕໍ່ສູ້ກັບສັດປະຫຼາດໂຕນີ້ໄດ້ແນວໃດ.

ລາວວ່າ ເຮົາຈະສູ້ກັບມັນດ້ວຍວິຊາອາຄົມທີ່ໄດ້ຮຽນມາກັບອາຈານນັ້ນ. ຈາກນັ້ນທັງສອງກໍໄດ້ນຳ�ສັດປະຫຼາດໂຕນັ້ນໄປເລື້ອຍໆ.

ອັດສະວິນໄດ້ບອກກັບນ້ອງ

ສັດປະຫຼາດໂຕນັ້ນໄດ້ຍິນສຽງ

ແລະ ໄດ້ກິ່ນຂອງທັງສອງ. ມັນໄດ້ເງີຍໜ້າຂຶ້ນມາເບີ່ງ ແຕ່ ອັດສະວິນ ກັບ ເມຊີອຸດ ກໍມີພິບໄຫວທັນ

ຈຶ່ງໄດ້ຫຼົບຢູ່ກົກຕົ້ນໄມ້ທີ່ໃຫຍ່. ເມື່ອສັດປະຫຼາດບໍ່ເຫັນຫຍັງ, ມັນຈຶ່ງເດີນທາງໄປຕໍ່ຈົນຮອດຖ້ຳ�ທີ່ມັນ

ອາໄສຢູ່. ທັງສອງໄດ້ແຕ່ລໍຖ້າໃຫ້ມັນນອນຈຶ່ງຈະຂ້າມັນໄດ້, ເມື່ອເຫັນມັນນອນທັງສອງຄົນຈຶ່ງໄດ້ໃຊ້ ພະລະກຳ�ລັງເວດມົນທີ່ໄດ້ຮຽນມາຕໍ່ສູ້ກັບສັດປະຫຼາດໂຕນັ້ນຢ່າງດຸເດືອດ,

ແຕ່ກໍບໍ່ຊະນະມັນໄດ້

ເພາະສັດປະຫຼາດມີຄວາມແຂງແຮງ. ມັນໄດ້ພົ່ນນໍ້າອອກມາຈົນເຕັມຖໍ້າ ເຮັດໃຫ້ທັງສອງຄົນຖືກກະ

ແສນ້ຳ�ພັດອອກມາຈາກຖໍ້າ. ອັດສະວິນ ແລະ ເມຊີອຸດ ໄຫຼຈົນໄປຕິດຢູ່ກັບກ້ອນຫີນໃຫຍ່ແຫ່ງໜຶ່ງທີ່

ຢູ່ໃນປ່າ, ໂຊກດີທີ່ທັງສອງບໍ່ໄດ້ເປັນຫຍັງຫຼາຍ. ພະລືສີຮູ້ວ່າທັງສອງອ້າຍນ້ອງເປັນໄປຄືແນວນັ້ນ ຈຶ່ງໄດ້ອອກຕາມຫາຈົນມາພົບຢູ່ກ້ອນຫີນໃຫຍ່. ພາຍໃນຖ້ຳ�ທີ່ລາວອາໄສຢູ່,

ພະລືສີກໍໄດ້ພາທັງສອງອ້າຍນ້ອງມາຮັກສາໂຕຢູ່

ພໍເຂົາທັງສອງຕື່ນຂຶ້ນມາຫຼຽວຊ້າຍ,

ຫຼຽວຂວາແຕ່ກໍບໍ່ເຫັນໃຜເຫັນ

ແຕ່ຖ້ຳ�ທີ່ມືດ. ບໍ່ດົນ ພະລືສີກໍໄດ້ຍ່າງເຂົ້າມາຖາມພວກເຂົາວ່າ, “ເປັນຫຍັງຫຼາຍບໍ່?” ແລ້ວທັງສອງອ້າຍນ້ອງກໍໄດ້ຕອບພະລືສີໄປວ່າ, “ບໍ່ເປັນຫຍັງຫຼາຍ.”

ອັດສະວິນ ໄດ້ຖາມພະລືສີວ່າ, “ເຮົາສອງອ້າຍນ້ອງເຂົ້າມາຖ້ຳ�ນີ້ໄດ້ແນວໃດ?” ພະລືສີຈຶ່ງບອກວ່າ, “ຂ້ອຍເປັນຄົນພາພວກເຈົ້າມາເອງ. ພວກເຈົ້າທັງສອງຖືກນໍ້າພັດມາ

ຄ້າງຢູ່ກ້ອນຫີນໃຫຍ່. ຂ້ອຍໄປຊອກເຫັນຈຶ່ງພາມາຖ້ຳ�ແຫ່ງນີ້. ເວົ້າແລ້ວ ພະລືສີກໍໄດ້ເອົາຢາໃຫ້ທັງ ສອງກິນ ແລະ ໃຊ້ເວດມົນຂອງຕົນມາຮັກສາທັງສອງຄົນ.” ກ

ທັງສອງສືບຕໍ່ຊອກຫາສັດປະຫຼາດ. (ອ່ານຕໍ່ໜ້າທີ 83.)

ໄປທິດຕາເວັນຕົກ. (ອ່ານຕໍ່ໜ້າທີ 87.)

ສອງອ້າຍນ້ອງແຍກກັນຄົນລະທາງ . (ອ່ານຕໍ່ໜ້າທີ 88.)

82

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

Tales_From_The_North_LA_FA.indd 82

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ທັງສອງສືບຕໍ່ຊອກຫາສັດປະຫຼາດ ອັດສະວິນ ຜູ້ເປັນອ້າຍໄດ້ຄິດວ່າຈະຕໍ່ສູ້ກັບສັດປະຫຼາດໂຕນັ້ນທີ່ເປັນມັງກອນ ໂດຍການທີ່

ເຂົາທັງສອງຂີ່ມັງກອນທີ່ພໍ່ເຖົ້າຄົນນັ້ນເສກໃຫ້. ແລ້ວຫຼັງຈາກນັ້ນເມຊີອຸດກໍໄດ້ຖາມວ່າ, “ອັດສະວິນ ເອີຍ! ເມື່ອພວກເຮົາປະເຊີນໜ້າກັບມັນແລ້ວພວກເຮົາຈະໃຊ້ເວດມົນແບບໃດ?”

ອັດສະວິນ ກໍໄດ້ຕອບວ່າ, “ເມື່ອພວກເຮົາພໍ້ມັນແລ້ວ, ເຮົາກໍຈະໃຊ້ເວດມົນທີ່ໄດ້ຮຽນມານຳ�ພໍ່

ເຖົ້າ ແລະ ອາຈານທຸກໆຄົນ, ໃຊ້ເວດມົນໄຟ ແລະ ເວດມົນນໍ້າໃສ່ມັນ!” “ໄດ້ໆເອົາແບບນັ້ນກໍໄດ້!”

ພໍແຕ່ເວົ້າສຸດຄວາມພວກເຂົາທັງສອງກໍບໍ່ໄດ້ລໍຊ້າອີກຕໍ່ໄປ, ທັງສອງໄດ້ຂີ່ມັງກອນບິນຂຶ້ນໄປ

ເທິງທ້ອງຟ້າ, ບິນຂຶ້ນໄປຈົນຮອດກ້ອນເມກທີ່ໃຫຍ່ ແລ້ວກໍຫຼຽວເຫັນມັງກອນໂຕນັ້ນ.

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 83

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

83

12/10/19 1:51 PM


84

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

Tales_From_The_North_LA_FA.indd 84

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 85

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

85

12/10/19 1:51 PM


ຈາກນັ້ນທັງສອງກໍໄດ້ໃຊ້ເວດມົນໂຈມຕີເຂົ້າຄົນລະຂ້າງ, ແລ້ວມັງກອນໂຕນັ້ນ ກໍໄດ້ພົ່ນໄຟ

ໄປຖືກປີກຂອງເຈົ້າແຂ້ວກຸດ ແລະ ເຈົ້າໂລນິນ, ເຮັດໃຫ້ບໍ່ສາມາດບິນໄປຕໍ່ໄດ້ ຈົນເຮັດໃຫ້ ອັດສະວິນ

ແລະ ເມຊີອຸດ ຕົກຈາກຫຼັງມັງກອນແລ້ວຕົກລົງໃສ່ແມ່ນ້ຳ�ແຫ່ງໜຶ່ງ. ບັງເອີນບໍລິເວນນັ້ນພັດມີຄົນຫາ ປາຢູ່ເປັນຄູ່ຜົວເມຍໜຶ່ງທີ່ກຳ�ລັງຕຶກເບັດຢູ່.

ຜົວໄດ້ບອກກັບເມຍວ່າ, “ເຈົ້າຖ້າຂ້ອຍຢູ່ນີ້ເດີ! ຂ້ອຍຊິໄປຊອກຫາຟືນມາດັງໄຟປີ້ງປາ.”

ແລ້ວຈາກນັ້ນຜູ້ເປັນຜົວກໍໄດ້ອອກໄປຊອກຫາຟືນມາດັງໄຟ, ພໍແຕ່ຊອກໄດ້ຟືນຈຳ�ນວນໜຶ່ງ

ເມຍກໍໄດ້ຕອບວ່າ, “ໂດຍໆ! ມາໄວເດີ້.”

ລາວກໍໄດ້ຫຼຽວເຫັນຄົນລອຍຢູ່ກາງນ້ຳ�ເເລ້ວລາວກໍຮ້ອງໃສ່ເມຍວ່າ, ຂ້ອຍເຫັນຄົນກຳ�ລັງຈະຈົມຢູ່!”

“ມາທາງນີ້!

ເມຍລາວກໍໄດ້ແລ່ນມາຫາຜົວ ແລ້ວກໍຊ່ວຍ ອັດສະວິນ ແລະ ເມຊີອຸດ ຂຶ້ນຝັ່ງ.

ຜົວຕອບວ່າ, “ຂ້ອຍກະບໍ່ຮູ້ຄືກັນ!”

ເມຍຖາມຜົວວ່າ, “ເປັນແນວໃດ? ຍັງມີຊີວິດຢູ່ບໍ່!”

ກ່ອນ,

ເມື່ອເປັນແນວນັ້ນ, ຜູ້ເປັນເມຍກໍເວົ້າຂຶ້ນວ່າເຮົາຄວນພາທັງສອງໄປຮັກສາຢູ່ເຮືອນຂອງເຮົາ

ພໍແຕ່ໄປຮອດເຮືອນສອງຜົວເມຍກໍໄດ້ຊອກຢາມາທາໃສ່ຕາມບາດແຜຕ່າງໆໃຫ້ເພາະວ່າ

ອັດສະວິນ ແລະ ເມຊີອຸດໄດ້ຖືກໄຟໄໝ້. ແຕ່ສຸດທ້າຍທັງສອງອ້າຍນ້ອງກໍບໍ່ມີຊີວິດຢູ່ຕໍ່ໄປໄດ້ເນື່ອງ ຈາກວ່າເສຍເລືອດຫຼາຍໃນການຕໍ່ສູ້.

- ຈົບ -

86

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

Tales_From_The_North_LA_FA.indd 86

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ໄປທິດຕາເວັນຕົກ

ອັດສະວິນ ແລະ ເມຊີອຸດອອກເດີນທາງໄປທາງທິດຕາເວັນຕົກຂອງໝູ່ບ້ານຕົ້ນພ້າວ ແລະ

ພວກເຂົາໄດ້ຂີ່ແພທີ່ເຮັດດ້ວຍໄມ້ໄຜ່ໄປຕາມແມ່ນ້ຳ�ລອງໄປຈົນຄ່ຳ�. ຈາກນັ້ນ, ທັງສອງຈຶ່ງໄດ້ຊອກ ບ່ອນພັກເຊົາ ແລະ ຊອກຫາອາຫານມາກິນ. ອັດສະວິນໄດ້ບອກກັບເມຊີອຸດວ່າ, “ຖ້າຢູ່ບ່ອນນີ້ເດີ! ອ້າຍຊິໄປຊອກຫາອາຫານມາໃຫ້ກິນ.”

ເມຊີອຸດຕອບວ່າ, “ໂດຍ! ມາໄວເດີ້.”

ແລ້ວຫຼັງຈາກນັ້ນ, ອັດສະວິນກໍອອກເດີນທາງໄປຊອກຫາອາຫານມາກິນ. ພໍແຕ່ຍ່າງອອກ

ໄປບໍ່ດົນ, ກໍພົບກັບຕົ້ນໄມ້ໃຫຍ່ໜຶ່ງຢູ່ແຄມນ້ຳ�ເຊິ່ງມີໝາກໄມ້ເປັນຈຳ�ນວນຫຼວງຫຼາຍ. ລາວກໍເລີຍປີນ ຂຶ້ນໄປເທິງຕົ້ນໄມ້, ເພື່ອຈະເອົາໝາກໄມ້ໄປກິນ. ໃນເວລາທີ່ລາວຈັບເອົາໝາກໄມ້ຢູ່ນັ້ນ, ລາວໄດ້

ຫຼຽວເຫັນສິ່ງປະຫຼາດກໍຄືສັດໃຫຍ່ລອຍໄປມາໃນນ້ຳ�. ລາວນັ່ງຄິດບຶດໜຶ່ງຈຶ່ງນຶກອອກວ່າ ນີ້ແມ່ນບໍ່

ແຂ້. ຈາກນັ້ນ, ກໍໄດ້ລົງຈາກຕົ້ນໄມ້ແລ້ວນຳ�ເອົາໝາກໄມ້ທີ່ໄດ້ໄປຫານ້ອງສາວຂອງລາວທີ່ຖ້າລາວ ຢູ່. ອັດສະວິນ ແລະ ເມຊີອຸດ ກໍໄດ້ກິນໝາກໄມ້ ແລະ ນອນພັກຜ່ອນ.

ມື້ຕໍ່ມາ ເມຊີອຸດ ຕື່ນຂຶ້ນກ່ອນ ແລະ ລາວໄດ້ປຸກ ອັດສະວິນ ວ່າ, “ຕື່ນໄດ້ແລ້ວ! ມັນແຈ້ງລະ

ອັດສະວິນຕື່ນມາ ພ້ອມທັງເລົ່າຄວາມຝັນໃຫ້ນ້ອງຟັງວ່າ, “ລາວຝັນເຫັນພະຍານາກທີ່ກຳ�ລັງ

ຈາກນັ້ນ, ທັງສອງກໍໄດ້ອອກເດີນທາງຕໍ່ໂດຍການຂີ່ແພລ່ອງຕາມແມ່ນ້ຳ�ຄືເກົ່າ, ພໍລ່ອງໄປກໍ

ເດນິ!”

ຊອກຫາຢູ່ມັນຢູ່ບໍ່ໄກຈາກນີ້ດອກ.”

ບັງເອີນໄປເຫັນນໍ້າທີ່ມີສີດຳ�ໆ ແລະ ເປັນວົງມົນໃຫຍ່. ເຂົາຂີ່ກາຍມາໜ້ອຍໜຶ່ງແລ້ວກໍມີສຽງດັງຕາມ ມາ.

ອັດສະວິນເວົ້າວ່າ, “ຕ້ອງແມ່ນເເຫຼະ!”

ເມຊີອຸດຕອບ, “ຈະເຮັດແນວໃດບາດນີ້!”

ພໍແຕ່ເວົ້າສຸດຄວາມ, ພະຍານາກກໍໂງຫົວຂຶ້ນເທິງພື້ນນ້ຳ� ແລ້ວກຽມທີ່ຈະກິນທັງສອງ. ອັດສະ

ວີນໄດ້ຖອດດາບອອກຈາກຫຼັງ ເພື່ອຈະໃຊ້ຂ້າມັນ. ອັດສະວິນໃຈຮ້ອນໄດ້ໂດດຂຶ້ນໄປທີ່ຫົວຂອງພະ ຍານາກເພື່ອທີ່ຈະຕັດຄໍຂອງມັນ, ເຮັດໃຫ້ມັນແຄ້ນ ແລະ ແກວ່ງໄປມາ. ເຂົາກໍໂດດລົງທົ່ງຫຍ້າ, ພະ ຍານາກກໍໄດ້ພົ່ນນ້ຳ�ມາໃສ່ທັງສອງຢ່າງແຮງ, ເຮັດໃຫ້ນ້ຳ�ພັດເຂົາຕົກຖືກໝາກຫີນໃຫຍ່ ແລະ ພະ

ຍານາກໂຕນັ້ນກໍບໍ່ຫຼອດເສຍຊີວິດໄປ. ອັດສະວິນ ແລະ ເມຊີອຸດກໍບໍ່ມີແຮງທີ່ຈະຢືນຕໍ່ໄດ້ ເພາະເສຍ ພະລະກຳ�ລັງໃນການຕໍ່ສູ້ຫຼາຍ. ໃນທີ່ສຸດທັງສອງກໍເສຍຊີວິດໄປພ້ອມກັບພະຍານາກ.

- ຈົບ -  ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 87

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

87

12/10/19 1:51 PM


ສອງອ້າຍນ້ອງແຍກກັນຄົນລະທາງ . ຕໍ່ມາ ອັດສະວິນ ແລະ ເມຊີອຸດ ກໍແຍກທາງໄປຄົນລະທາງ, ໂດຍອັດສະວິນໄປທາງທົ່ງໄຫ

ໃຫຍ່ໃກ້ກັບຖ້ຳ�. ພໍມາຮອດທົ່ງ, ລາວກໍຫຼຽວເຫັນປາກຖ້ຳ�ທີ່ຢູ່ໄກ້ກັບໄຫຫີນ ແລ້ວລາວກໍໄດ້ຍ່າງເຂົ້າ ໄປພາຍໃນຖ້ຳ�ຢ່າງຊ້າໆ. ລາວໄດ້ໄຕ້ໄຟສາຍນ້ອຍອັນໜຶ່ງ ເພື່ອສ່ອງເບິ່ງທາງຍ່າງ ເພາະວ່າພາຍໃນ ຖ້ຳ�ມັນມືດ. ເມື່ອເຂົ້າໄປເລິກ, ເຂົ້າໄປຈົນພໍ້ກັບພະລືສີອົງໜຶ່ງ ທີ່ກຳ�ລັງນັ່ງສະມາທິຢູ່ ເພື່ອໂຮມພະ

ລັງຂອງຕົນເອງຢູ່ໃນຖ້ຳ�ນັ້ນ ແລະ ລອຍຂຶ້ນຢູ່ກາງອາກາດ. ອັດສະວິນຕົກໃຈຫຼາຍແລ້ວກໍແລ່ນອອກ ມາຈາກຖໍ້າເພື່ອໄປບອກກັບເມຊີອຸດ ໃຫ້ມາເບິ່ງນຳ�ກັນ. ພໍແຕ່ພວກເຂົາມາຮອດຖ້ຳ�ກໍຍ່າງເຂົ້າໄປ ແຕ່ກໍບໍ່ເຫັນຫຍັງແລ້ວ. ທັງສອງກໍຟ້າວແລ່ນອອກມາຈາກຖ້ຳ�ຈົນພໍ້ກັບງູຍັກ 7 ຫົວກຳ�ລັງຈະເຂົ້າມາ ພາຍໃນຖ້ຳ�. ເຂົາຕົກໃຈແຮງຈຶ່ງພາກັນໄປລີ້ຢູ່ໃນກ້ອນຫີນໃຫຍ່ທີ່ຕິດກັບປາກຖ້ຳ� ແຕ່ກໍໂຊກດີທີ່ງູ ໂຕນັ້ນບໍ່ເຫັນພວກເຂົາ ແລະ ມັນກໍໄດ້ເຂົ້າໄປໃນຖ້ຳ�. ພວກເຂົາກໍນຳ�ເຂົ້າໄປຈົນສຸດຖ້ຳ� ແຕ່ກໍບໍ່

ພໍ້ຫຍັງ, ບໍ່ເຫັນງູໂຕດັ່ງກ່າວເລີຍ. ດັ່ງນັ້ນ, ຈຶ່ງໄດ້ຍ່າງກັບຄືນມາ. ໃນຂະນະທີ່ພວກເຂົາກຳ�ລັງຍ່າງຢູ່, ພວກເຂົາຫຼຽວຂຶ້ນໄປເທິງກໍພົບກັບພະລືສີມີງູໃຫຍ່ 7 ຫົວຢູ່ເທິງຫົວຂອງພະລືສີ. ພວກເຂົາກໍຄິດຢ້ານ ພະລືສີ ແລະ ງູໂຕນັ້ນກໍໄດ້ຖາມວ່າ, “ພວກມຶງມາເຮັດຫຍັງຢູ່ນີ້?”

ພວກເຂົາຈຶ່ງຕອບໄປວ່າ, “ມາຕາມຂ້າງູຍັກ 7 ຫົວ.”

ພະລືສີຕອບວ່າ, “ພວກເຈົ້າມາຖືກທາງແລ້ວ! ຂ້ອຍນີ້ແຫຼະພະຍາງູ.”

ທັງສອງລົມກັນ, “ພວກເຮົາຮີບອອກໄປຈາກບ່ອນນີ້ເຖາະ!”

ພໍພວກເຂົາແລ່ນອອກຈາກຖ້ຳ�ພະຍາງູກໍເລືອຕາມພວກເຂົາໄປ

ຈາກຖ້ຳ�ຈົນໄປຮອດປ່າ

ຫຍ້າ. ແຄມປາກຖ້ຳ�ກໍມີນ້ຳ�ຕົກຕາດຢູ່ ແລະ ມີຕົ້ນໄມ້ໃຫຍ່ຕົ້ນໜຶ່ງທັງສອງຈຶ່ງໄປຫຼົບກ້ອງຕົ້ນໄມ້ ໃຫຍ່ນັ້ນ. ພະຍາງູກໍເລືອນຳ�ມາ ແຕ່ກໍບໍ່ທັນເຫັນພວກເຂົາ. ພະຍາງູໄດ້ແຕ່ເລືອໄປມາຊອກຫາທັງ ສອງຄົນນັ້ນ ແລະ ເມຊີອຸດ ຖາມ ກັບ ອັດສະວິນຜູ້ເປັນອ້າຍວ່າ ເຮົາຈະເຮັດແນວໃດດີ.

ອັດສະວິນຕອບວ່າ, “ບໍ່ມີໂອກາດອີກແລ້ວ!”

ເມຊີອຸດເວົ້າວ່າ, “ຄັນຊັ້ນກະໃຊ້ເວດມົນກັບດາບຂ້າມັນຕິ໋!”

ອັດສະວິນເວົ້າວ່າ, “ແມ່ນ! ຈັດການມັນເລີຍ!”

ພະຍາງູຊອກບໍ່ເຫັນຈຶ່ງເລືອກັບຄືນເພື່ອຈະໄປໃນຖ້ຳ� ແຕ່ອັດສະວິນເອີ້ນໃສ່ວ່າ, “ມາທາງນີ້,

ແລ້ວພວກເຂົາກໍຖອດດາບອອກມາ,

ພວກຂ້ອຍຢູ່ທາງນີ້!”

ພ້ອມທັງໃຊ້ເວດມົນເຮັດໃຫ້ດາບທີ່ຈັບຢູ່ນັ້ນມີຫຼາຍສີ

ແຕ່ພະຍາງູບໍ່ຢ້ານເລືອເຂົ້າມາຫາທັງສອງຫວັງຈະກິນ. ອັດສະວິນຮູ້ທັນ ຈຶ່ງໄດ້ຕັດສິນໃຈປີນຂຶ້ນ

ເທິງຕົ້ນໄມ້. ພໍແຕ່ງູມາຮອດກໍພືຄໍຂຶ້ນເກືອບຮອດຈຸດທີ່ສອງຄົນຢູ່, ອັດສະວິນຈຶ່ງໄດ້ຕັດສິນໃຈໂດດ ລົງມາໂດຍໃຊ້ດາບຟັນໄປທີ່ຄໍຂອງງູຍັກໂຕນັ້ນຂາດສາມຫົວ, ເຮັດໃຫ້ມັນເຈັບປວດທໍລະມານ ແລະ 88

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

Tales_From_The_North_LA_FA.indd 88

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ຍັງອີກສີ່ຫົວ. ພະຍາງູໄດ້ໃຊ້ຫາງຂອງມັນຟາດໃສ່ຕົ້ນໄມ້ເຮັດໃຫ້ ເມຊີອຸດຕົກລົງມາ. ຈາກນັ້ນ, ພະ

ຍາງູຈຶ່ງເອົາຫາງຂອງມັນກວາດເອົາທັງສອງຄົນຟາດໄປໃສ່ກ້ອນຫີນໃຫຍ່ຈົນເກືອບເສຍຊີວິດ ແລະ ຕໍ່ມາອີກບໍ່ດົນງູຍັກໂຕນັ້ນກໍໄດ້ຕາຍ ເພາະຖືກດາບອາບເວດມົນຂອງອັດສະວິນ. ອັດສະວິນ ແລະ ເມຊີອຸດ ໄດ້ຖືກພະລືສີຮັກສາບາດແຜໃຫ້ໂດຍໃຊ້ເວດມົນ ແລະ ຢາສະໝຸນໄພມາຕົ້ມໃຫ້ກິນ ເຊິ່ງ

ເປັນຢາວິເສດເພື່ອຮັກສາບາດແຜພາຍໃນທີ່ເປັນຜົນມາຈາກການຕໍ່ສູ້ກັບພະຍາຍັກ 7 ຫົວ. ບ່ອນທີ່

ອັດສະວິນ ແລະ ເມຊີອຸດ ມາຮັກສາໂຕນີ້ມີນ້ຳ�ຕົກຕາດທີ່ຢູ່ທາງເຂົ້າຂອງປາກຖ້ຳ�ທີ່ມີຄວາມສວຍ ສົດງົດງາມຕາມທຳ�ມະຊາດ ແລະ ສິ່ງທີ່ເປັນເອກະລັກສະເພາະຂອງບ່ອນນີ້ ແມ່ນຮູບປັ້ນທີ່ລືສີເປັນ ຄົນປັ້ນແຕ່ງຂຶ້ນມາ. ນອກຈາກນີ້, ຍັງມີຫຼາຍຢ່າງບໍ່ວ່າຈະເປັນຕົ້ນໄມ້ສອງຕົ້ນທີ່ສະຫງ່າງາມ.

ລືສີໄດ້ຮັກສາຕົວໃຫ້ອັດສະວິນ ແລະ ເມຊີອຸດ ແລ້ວກໍສັ່ງໃຫ້ໄປຂໍຝຶກວິຊາຕື່ມອີກນຳ�ອາຈານ

ຢູ່ເທີງພູເຂົາມໍລະກົດ. ດັ່ງນັ້ນ, ທັງສອງກໍໄດ້ອອກຈາກຖ້ຳ�ເພື​ື່ອຈະເດີນທາງໄປຕາມປ່າ, ຕາມພູ

ແລະ ໝູ່ບ້ານ. ແລ້ວທັງສອງກໍຫຼຽວເຫັນພູເຂົາມໍລະກົດ. ພູເຂົາຕັ້ງຢູ່ບ່ອນສູງ ແລະ ສວຍສົດງົດງາມ

ເຕັມໄປດ້ວຍພູຜາປ່າໄມ້. ເມື່ອທັງສອງປີນໜ້າຜາຂຶ້ນໄປກໍພົບກັບອາຈານຜູ້ໜື່ງທີ່ກຳ�ລັງຢືນເບີ່ງນ້ຳ� ຕົກຕາດຢູ່ເທິງພູເຂົານັ້ນ. ອັດສະວິນໄດ້ຖາມວ່າ, “ນີ້ແມ່ນອາຈານສອນວິຊາອາຄົມບໍ່?”

ລາວກໍຕອບວ່າ, “ແມ່ນແລ້ວ.”

ຈາກນັ້ນ, ພວກເຂົາກໍໄດ້ລົມເຖິງກົກປາຍສາຍເຫດມາໄດ້ແນວໃດ. ອັດສະວິນໄດ້ເລົ່າຈຸດປະ

ສົງທີ່ມາຫາອາຈານ. ເມື່ອອາຈານໄດ້ຟັງແລ້ວກໍຕົກລົງຝຶກວິຊາໃຫ້ກັບທັງສອງຄົນ ແລະ ໄດ້ມອບ ຂອງວິເສດໃຫ້ກັບທັງສອງໂດຍເອົາດາບໃຫ້ອັດສະວິນ ທີ່ມີແສງຄືກັບໄຟ ແລະ ເມຊີອຸດ ແມ່ນຂວານ

ທອງຟ້າ. ລິດເດດຂອງມັນແມ່ນແສງຟ້າຜ່າ. ຫຼັງຈາກຝຶກວິຊາສຳ�ເລັດເເລ້ວ, ທັງສອງກໍໄດ້ກັບຄືນໄປ ຫາພະລືສີ. ຈາກນັ້ນ, ພະລືສີກໍໄດ້ເສກຄາຖາໃຫ້ເປັນມ້າດຳ�ທີ່ສາມາດບິນໄດ້ສອງໂຕໃຫ້ກັບ ອັດສະ

ວິນ ແລະ ເມຊີອຸດ ເພື່ອໄປຕາມຫາສັດປະຫຼາດໂຕອື່ນທີ່ທຳ�ຮ້າຍຊາວບ້ານ ແລະ ສັດສາວາສິ່ງຕ່າງໆ.

ແລ້ວທັງສອງກໍໄດ້ອອກເດີນທາງໄປພະຈົນໄຟໃນປ່າເລິກ. ໃນລະຫວ່າງທາງ, ພວກເຂົາ

ກໍໄດ້ພົບກັບອຸປະສັກຫຼາຍຢ່າງ, ໄດ້ພົບກັບສັດທີ່ອັນຕະລາຍຮ້າຍແຮງໃນປ່າ, ກ່ອນທີ່ຈະຮອດຈຸດ ໝາຍທີ່ຄາດຫວັງໄວ້ຈົນເຮັດໃຫ້ໄລຍະເວລາການເດີນທາງຊັກຊ້າເປັນຫຼາຍວັນຫຼາຍຄືນ. ພວກເຂົາ ທັງສອງຈຶ່ງໄປຮອດບ່ອນທີ່ສັດປະຫຼາດໂຕໜຶ່ງອາໄສຢູ່ ອອກໄປຫາກິນແລ້ວ.

ແຕ່ກໍບໍ່ເຫັນຍ້ອນສັດປະຫຼາດໂຕນັ້ນໄດ້

ທັງສອງກໍລໍຖ້າຢູ່ຕາມແຄມປາກຖ້ຳ�,

ແຕ່ກໍບໍ່ເຫັນສັດປະຫຼາດໂຕນັ້ນມາ.

ດັ່ງນັ້ນ, ອັດສະວິນ ແລະ ເມຊີອຸດ ຈຶ່ງຕັດສິນໃຈອອກຕາມຫາ ແລະ ຫວັງວ່າຈະໄດ້ຂ້າມັນ.

ໃນການອອກຕາມຫາ, ທັງສອງໄດ້ຂີ່ມ້າດຳ�ທີ່ບິນໄດ້ ທີ່ພະລືສີເອົາໃຫ້ ເພື່ອໄປຕາມຫາ

ສັດປະຫຼາດໂຕນັ້ນ. ເວລາຜ່ານໄປບໍ່ດົນ, ພວກເຂົາທັງສອງກໍຫຼຽວເຫັນສັດປະຫຼາດໂຕນັ້ນກຳ�ລັງຢ່າ ງໄປຕາມປ່າເພື່ອຈະໄປຫາໝູ່ບ້ານ ແລະ ຈັບເອົາຄົນມາເປັນອາຫານ. ຈົນໃນທີ່ສຸດກໍໄປເຫັນໝູ່ ບ້ານນ້ອຍແຫ່ງໜຶ່ງທີ່ຕິດກັບພູເຂົາ ແລະ ສັດປະຫຼາດໂຕນັ້ນກໍກຳ�ລັງຍ່າງເຂົ້າໄປ ແລະ ທໍາລາຍທີ່ຢູ່ ອາໄສຂອງປະຊາຊົນ ແລະ ຈັບເອົາຄົນມາກິນເປັນອາຫານຈົນໝົດບ້ານບໍ່ເຫຼືອຫຍັງເລີຍ ຍ້ອນວ່າ

ເປັນບ້ານນ້ອຍບໍ່ມີຄົນອາໄສຢູ່ຫຼາຍ. ອັດສະວິນ ແລະ ເມຊີອຸດ ກໍໄດ້ຂີ່ມ້າດຳ�ຕາມຫາໃນໝູ່ບ້ານ, ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 89

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

89

12/10/19 1:51 PM


ແລ້ວເອີ້ນໃສ່ສັດປະຫຼາດວ່າ, “ທາງນີ້! ພວກຂ້ອຍຢູ່ທາງນີ້!”

ແລ້ວສັດປະຫຼາດໂຕນັ້ນກໍຫຼຽວເຫັນທັງສອງຄົນທີ່ຂີ່ຫຼັງມ້າດຳ�, ມັນກໍຄິດວ່າ, “ຍັງມີຄົນຫຼອດ

ອັດສະວິນ ແລະເມຊີອຸດ ລັງເລໃຈເພາະບໍ່ຮູ້ວ່າສັດປະຫຼາດໂຕນັ້ນຊິເຮັດຫຍັງ. ຈາກນັ້ນ,

ຊີວິດອີກບໍ່ນິ! ພວກເຈົ້າຕ້ອງຕາຍ.”

ອັດສະວິນ ໄດ້ບອກກັບເມຊີອຸດ ຜູ້ເປັນນ້ອງວ່າ, “ກຽມໂຕເດີ້ ເຮົາຕ້ອງວາງແຜນໃຫ້ຄັກເພື່ອຮັບມື ກັບມັນໃຫ້ໄດ້.”

ສັດ ປ ະ ຫຼ າ ດ ໄ ດ້ພົ່ນ ນ້ຳ�ອ ອ ກ ຈ າ ກ ປ າ ກ ເ ປັ ນ ຈຳ�ນ ວ ນ ຫຼ າ ຍ ໃ ສ່ກັບ ທັງ ສ ອ ງ ອ້າ ຍ ນ້ອ ງ ,

ແຕ່ອັດສະວິນ ແລະ ເມຊີອຸດໄດ້ບັງຄັບໃຫ້ມ້າດຳ�ບິນຂຶ້ນໄປເທິງຟ້າເພື່ອຫຼີກນ້ຳ�. ຈາກນັ້ນ, ອັດສະວິນ

ກໍໄດ້ໃຊ້ດາບທີ່ມີໄຟເຜົາກັບສັດປະຫຼາດ ແລະ ເມຊີອຸດ ກໍໄດ້ໃຊ້ຂວານທອງຟ້າຜ່າລົງທີໂຕຂອງສັດ ປະຫຼາດໂຕນັ້ນ ພ້ອມກັບໃຊ້ວິຊາອາຄົມທີ່ໄດ້ຮຽນມາຈາກຫຼາຍທີ່ຫຼາຍບ່ອນສຸ່ມໃສ່. ໃນທີ່ສຸດ, ສັດ ປະຫຼາດໂຕນັ້ນກໍໄດ້ຕາຍໄປຍ້ອນຖືກໄຟເຜົາໄໝ້ຈົນບໍ່ເຫຼືອຫຍັງເລີຍ.

ການທີ່ ອັດສະວິນ ແລະ ເມຊີອຸດ ລອດມາຄັ້ງນີ້ໄດ້ຍ້ອນວ່າທັງສອງໄດ້ສຸມທັງສະຕິປັນຍາ,

ເຫື່ອແຮງ ແລະ ໃຊ້ເຄື່ອງວິເສດກໍຄື: ດາບໄຟ ແລະ ຂວານທອງຟ້າ ແລະ ວິຊາອາຄົມຕ່າງໆທີ່ຮຽນ ມາຈາກຫຼາຍອາຈານຈຶ່ງເອົາໄຊຊະນະສັດປະຫຼາດໂຕນັ້ນໄດ້.

ທັງສອງສືບຕໍ່ຊອກຫາສັດປະຫຼາດ. (ອ່ານຕໍ່ໜ້າທີ 91.)

ໄປທິດຕາເວັນຕົກ. (ອ່ານຕໍ່ໜ້າທີ 93.)

90

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

Tales_From_The_North_LA_FA.indd 90

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ທັງສອງສືບຕໍ່ຊອກຫາສັດປະຫຼາດ. ອັດສະວິນ ແລະ ເມຊີອຸດ ໄດ້ກັບມາບ້ານເມືອງຂອງຕົນເອງ ແລະ ເຮັດໃຫ້ມີຄວາມອຸດົມສົມ

ບູນຄືເກົ່າ, ພ້ອມກັບປັບປຸງສ້ອມແປງບ້ານເຮືອນຂອງປະຊາຊົນ ແລະ ພະລາຊະວັງແລ້ວ ອັດສະວິນ ກໍຂຶ້ນປົກຄອງບ້ານເມືອງຄືເກົ່າ.

ໂລກໄດ້ກັບຄືນມາມີຄວາມສະຫງົບສຸກ, ທັງສອງໄດ້ກັບມາຮັກສາບ້ານເມືອງ, ໄດ້ສ້ອມແປງ

ບ້ານເຮືອນຂອງປະຊາຊົນໃຫ້ມີຄວາມອຸດົມສົມບູນດ້ານທຳ�ມະຊາດ

ປະຊາຊົນດຳ�ລົງຊີວິດດ້ວຍ

ຄວາມຜາສຸກ. ອັດສະວິນ ແລະ ເມຊີອຸດ ໄດ້ວາງແຜນວ່າ ໃຫ້ ອັດສະວິນ ປົກຄອງເມືອງຕົ້ນພ້າວ ແລະ ຮັກສາບ້ານເມືອງໃຫ້ມີຄວາມສະຫງົບ ແລະ ຈະເລີນຮຸ່ງເຮືອງຕະຫຼອດໄປ. ສ່ວນ ເມຊີອຸດ, ຜູ້

ເປັນນ້ອງສາວແມ່ນຈະໄປປົກຄອງເມືອງນ້ອຍໆທີ່ຢູ່ໃນເຂດພູເຂົາທີ່ມີຄົນອາ ໄສຢູ່ບໍ່ຫຼາຍ. ແຕ່ກ່ອນ

ຈະຈາກໄປ, ອັດສະວິນ ໄດ້ຈັດງານລ້ຽງສະເຫຼີມສະຫຼອງທີ່ຕົນ ແລະ ນ້ອງສາວຍາດໄຊຊະນະມາໄດ້ ກໍຄືການຂ້າສັດປະຫຼາດໂຕນັ້ນຈົນໄດ້ ແລະ ສະແດງຄວາມຮັກແພງຂອງ ອັດສະວິນ ກັບ ເມຊີອຸດ

ທີ່ມີຕໍ່ກັນ. ຕໍ່ມາ, ອັດສະວິນກໍໄດ້ແຕ່ງງານກັບຍິງສາວທີ່ຢູ່ໃນເມືອງຂອງເຂົາ ແລະ ໃຊ້ຊີວິດ ສະດວກ ສະບາຍ. ເວລາຜ່ານໄປ 1 ປິ, ເມຍຂອງລາວກໍມີລູກ ແລະ ລູກຂອງ ອັດສະວິນ ກໍເປັນຜູ້ຊາຍ. ສ່ວນ

ເມຊີອຸດ ຜູ້ເປັນນ້ອງກໍໄດ້ແຕ່ງານ ແລະ ໄດ້ລູກ 1 ຄົນເປັນຜູ້ຍິງ, ເຊິ່ງລູກຂອງເຂົາທັງສອງກໍມີຄວາມ ຮັກແພງຊ່ວຍເຫຼືອກັນຄືກັບພໍ່ແມ່ຂອງຕົນ.

- ຈົບ -

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 91

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

91

12/10/19 1:51 PM


92

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

Tales_From_The_North_LA_FA.indd 92

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ໄປຢູ່ບ່ອນໃໝ່

ອັດສະວິນ ແລະ ເມຊີອຸດ ໄດ້ຖາມກັນວ່າ, “ຈະກັບບ້ານ ຫຼື ບໍ່?”

ອັດສະວິນກໍຕອບວ່າ,

ແລ້ວທັງສອງຄົນກໍໄດ້ເດີນທາງໄປຕາມແມ່ນ້ຳ�ນ້ອຍໆແຫ່ງໜຶ່ງ,

ເມຊີອຸດກໍຕອບວ່າ, “ໂດຍ! ນ້ອງຊິໄປດຽວນີ້!”

ບ່ອນອື່ນ.”

“ບ້ານຂອງພວກເຮົາຄືຊິບໍ່ມີຄົນຢູ່ແລ້ວ!

ເຮົາຄວນໄປຊອກຫາຢູ່ ອັດສະວິນກໍຫຼຽວເຫັນໝູ່

ບ້ານນ້ອຍໆຢູ່ແຄມແມ່ນ້ຳ�ລາວໄດ້ເອີ້ນໃສ່ນ້ອງວ່າ, “ເມຊີອຸດມາທາງນີ້! ອ້າຍເຫັນແລ້ວໝູ່ບ້ານ!”

ເຂົາທັງສອງກໍຍ່າງເຂົ້າໄປໝູ່ບ້ານ ແລະ ມີຄົນຫາປາຢູ່ແຄມນ້ຳ�ແລ້ວເຂົາກໍເອີ້ນຖາມຄົນຫາປາວ່າ, “ຂໍຖາມແດ່ລຸງ! ໝູ່ບ້ານນີ້ຊື່ວ່າບ້ານຫຍັງ?”

ແລ້ວລຸງຄົນຫາປານັ້ນຕອບວ່າ, “ໝູ່ບ້ານແຄມນ້ຳ�.”

ເມື່ອໄດ້ຍິນແນວນັ້ນ, ທັງສອງຄົນຈຶ່ງຍ່າງເຂົ້າໄປໃນບ້ານ ແຕ່ຍ່າງເຂົ້າໄປບໍ່ດົນກໍມີພໍ່ເຖົ້າໜຶ່ງເອີ້ນ ຖາມວ່າ, “ພວກລູກມາແຕ່ໃສ?”

ອັດສະວິນຕອບ, “ພວກລູກມາແຕ່ເມືອງຕົ້ນພ້າວພຸ້ນນາ!”

ພໍ່ເຖົ້າກໍຕອບວ່າ, “ພໍ່ເຖົ້າກະເຄີຍຢູ່ເມືອງນັ້ນຄືກັນ! ແລ້ວກໍຍັງຮູ້ຈັກກັບພໍ່ຂອງເຈົ້າ!”

ພໍເວົ້າສຸດພໍ່ເຖົ້າກໍເອີ້ນທັງສອງຄົນຂຶ້ນມາເຮືອນ, ຈາກນັ້ນລາວກໍເອົານໍ້າມາໃຫ້ກິນ ແລ້ວຖາມວ່າ, “ພວກລູກຊິໄປທາງໃດຕໍ່?”

ອັດສະວິນຕອບ, “ບໍ່ຮູ້ຄືກັນ! ຖ້າກັບໄປເມືອງຕົ້ນພ້າວຄືຊິບໍ່ມີຄົນຢູ່ແລ້ວ!”

ພໍ່ເຖົ້າກໍຕອບວ່າ, “ຄັນຊັ້ນຢູ່ບ້ານນີ້ກະໄດ້! ພໍ່ເຖົ້າຊິຊອກເຮືອນໃຫ້ຢູ່ໃໝ່.”

ແລ້ວເຂົາກໍອາໄສຢູ່ໃນເມືອງນັ້ນຢ່າງສະຫງົບບໍ່ມີສັດປະຫຼາດມາຮຸກຮານບ້ານ ແລະ ເຂົາກໍ່

ໃຊ້ຊີວິດທຳ�ມາຫາກິນຢູ່ຕາມແຄມແມ່ນ້ຳ�ເຮັດໄຮ່ໄຖນາ ແລະ ເຮັດສວນ. ສາມປິຕໍ່ມາ, ເຂົາກໍໄດ້ແຕ່ງ ງານ ກັບຍິງສາວໃນໝູ່ບ້ານແຄມນ້ຳ�ແຫ່ງນັ້ນ ແລະ ມີລູກຝາແຝດຍິງຊາຍທີ່ໜ້າຮັກ ແລະ ຕໍ່ມາປະ ຊາຊົນໃນໝູ່ບ້ານກໍໄດ້ແຕ່ງຕັ້ງເອົາ ອັດສະວິນ ຂຶ້ນເປັນນາຍບ້ານເພື່ອປົກຄອງໝູ່ບ້ານນັ້ນຕໍ່ໄປ.

- ຈົບ -

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 93

ການພະຈົນໄພຂອງອັດສະວິນ ແລະ ເມຊີອຸດ

93

12/10/19 1:51 PM


5

ທອຍພະຈົນໄພໃນປ່າເລິກ ແຕ່ງໂດຍ: ທ້າວ ດີ ແລະ ທ້າວ ສົມສັກ.

ດົນນານມາແລ້ວມີກະສັດອົງໜຶ່ງທີ່ມີຊື່ວ່າ: ກະສັດເລດີອຸດ ແລະ ລາຊະນີຊື່ວ່າ: ຈັນເທວີ.

ພວກເຂົາມີລູກຊາຍພຽງຄົນດຽວ. ລູກຊາຍຂອງເຂົາມີຊື່ວ່າ: ທອຍ. ພໍ່ ແລະ ແມ່ຂອງທອຍອາໄສຢູ່

ໃນປະສາດແຫ່ງໜຶ່ງທີ່ມີຊື່ວ່າ: ປະສາດມິດຕະພາບ. ຢູ່ໃນປະສາດແຫ່ງນີ້ມີປະຊາຊົນອາໄສຢູ່ເປັນ ຈຳ�ນວນຫຼວງຫຼາຍ. ຊີວິດການທຳ�ມາຫາກິນຂອງປະຊາຊົນແມ່ນຫາກິນຕາມແມ່ນ້ຳ�ຄົງຄາ ແລະ ໃຊ້

ແມ່ນ້ຳ�ຄົງຄານີ້ເພື່ອເຮັດນາທຳ�ສວນ. ເມື່ອທ້າວທອຍມີອາຍຸໄດ້ 10 ປີ, ພໍ່ຂອງລາວໄດ້ສອນໃຫ້ຮຽນ

ຮູ້ກ່ຽວກັບຄວາມສາມັກຄີ, ປອງດອງ ແລະ ຄວາມຮັກແພງຂອງປະຊາຊົນທີ່ອາໄສຢູ່ໃນປະສາດ ແຫ່ງນີ້, ຕ້ອງຊ່ວຍເຫຼືອກັນຄືກັບຍາດຕິພີ່ນ້ອງ, ໄປມາຫາສູ່ກັນ, ເພິ່ງພາອາໄສເຊິ່ງກັນ ແລະ ກັນ ແລະ ຢູ່ດ້ວຍກັນຢ່າງມີຄວາມສຸກ.

ທ້າວທອຍ ແລະ ພໍ່ຂອງລາວເຊິ່ງເປັນກະສັດໄດ້ອອກຈາກປະສາດເພື່ອໄປທ່ຽວຊົມໝູ່ບ້ານ

ແລະ ສະຖານທີ່ຕ່າງໆທີ່ຢູ່ພາຍໃນປະສາດ. ພໍ່ຂອງທ້າວທອຍໄດ້ສອນໃຫ້ທອຍເປັນຄົນດີ, ຮັກແພງ ປະຊາຊົນທີ່ຢູ່ໃນປະສາດແຫ່ງນີ້. ຕ່າງໆນຳ�ພໍ່ຂອງລາວ,

ທອຍມີຄວາມສຸກຫຼາຍທີ່ໄດ້ໄປທ່ຽວຊົມໝູ່ບ້ານຕາມສະຖານທີ່

ເຮັດໃຫ້ທອຍໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບປະຊາຊົນທີ່ອາໄສຢູ່ໃນທີ່ແຫ່ງນີ້.

ທອຍມີຄວາມຮູ້ສຶກວ່າມີຄວາມຜູກພັນກັບປະຊາຊົນຫຼາຍເໝືອນເປັນສາຍເລືອດຂອງຊີວິດຈິດໃຈ ຍ້ອນນ້ຳ�ໃຈຂອງປະຊາຊົນ.

ຢູ່ມາມື້ໜຶ່ງ, ເຊັນໄດ້ຍິນຊາວບ້ານເວົ້າກັນວ່າ, “ເທິງນ້ຳ�ຕົກຂອງພວກເຮົາ, ຂ້ອຍໄດ້ຍິນວ່າມີ

ປາປະກາຍແສງຢູ່ນຳ�ໝູ່ບ້ານຂອງເຮົາ.”

ພໍເຊັນໄດ້ຍິນ, ເຊັນໄດ້ຖາມວ່າ, “ນີ້ພວກເຈົ້າເວົ້າຫຍັງຢູ່?” ແລ້ວພວກເຂົາກໍຕອບວ່າ, “ພວກເຮົາກຳ�ລັງເວົ້າເລື່ອງຫຍັງຢູ່?” ພໍເຊັນໄດ້ຍິນແນວນີ້, ເຊັນຈຶ່ງຖາມອີກວ່າ, “ເລື່ອງຫຍັງ?” ມື້ຕໍ່ມາ, ພໍ່ຂອງທອຍໄດ້ເລົ່າກ່ຽວກັບເອກະລັກຂອງປະສາດ ແລະ ໝູ່ບ້ານແຫ່ງນີ້ໃຫ້ທອຍຟັງ. ສິ່ງທີ່ເປັນເອກະລັກຂອງປະສາດນີ້ແມ່ນຄວາມສວຍງາມຂອງສວນດອກໄມ້ ແລະ ທຳ�ມະຊາດທີ່ ສວຍງາມເຕັມໄປດ້ວຍເຄື່ອງປ່າຂອງດົງ, ສັດປ່ານາໆຊະນິດທີ່ອຸດົມສົມບູນ. ປະຊາຊົນໃຊ້ຊີວິດປະ ຈຳ�ວັນໂດຍການຫາເຄື່ອງປ່າຂອງດົງມາຂາຍ ແລະ ແລກປ່ຽນສິນຄ້ານຳ�ພໍ່ຄ້າຊາວຂາຍທີ່ຢູ່ຕິດກັບ ຊາຍແດນຕ່າງໆ. ສາຍສຳ�ພັນລະຫວ່າງທອຍ ແລະ ຄົນໃນໝູ່ບ້ານມີຄວາມສາມັກຄີຮັກແພງຊ່ວຍ ເຫຼືອເຊິ່ງກັນ ແລະ ກັນຢ່າງມີຄວາມສຸກ, ມີຫຍັງກໍຊ່ວຍເຫຼືອກັນໄປ.

94

ທອຍພະຈົນໄພໃນປ່າເລິກ

Tales_From_The_North_LA_FA.indd 94

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 95

ທອຍພະຈົນໄພໃນປ່າເລິກ

95

12/10/19 1:51 PM


ຫຼັງຈາກ 10 ປີຜ່ານໄປ, ທອຍກໍມີອາຍຸ 20 ປີ. ລາວກຳ�ລັງທ່ຽວຊົມທຳ�ມະຊາດທີ່ສວຍງາມ ແລະ ສວນດອກໄມ້ທີ່ເປັນເອກະລັກຂອງໝູ່ບ້ານ. ໃນຂະນະທີ່ລາວອອກໄປທ່ຽວຊົມພູຜາປ່າດົງທີ່ ສວຍງາມ ແລະ ສັດປ່າທີ່ກຳ�ລັງອອກຫາກິນຢູ່ນັ້ນ, ບັງເອີນທອຍໄດ້ໄປພົບກັບສິ່ງມະຫັດສະຈັນທີ່ຢູ່ ໃນຖ້ຳ�ແຫ່ງໜຶ່ງ ທີ່ມີຄວາມສວຍງາມຫຼາຍ. ທອຍໄດ້ຍ່າງເຂົ້າໄປສຳ�ຫຼວດໃນຖ້ຳ�ເປັນເວລາຍາວ ນານພໍສົມຄວນລາວຈຶ່ງໄດ້ກັບອອກມາ. ພໍລາວຍ່າງກັບມາຮອດປາກຖ້ຳ�, ກໍໄດ້ຍິນສຽງຮ້ອງໂວຍ ວາຍມາຈາກໝູ່ບ້ານຂອງລາວ ທອຍຈຶ່ງໄດ້ແລ່ນກັບເຂົ້າມາໝູ່ບ້ານ. ໃນຂະນະທີ່ທອຍແລ່ນມາຍັງບໍ່ ຮອດບ້ານກໍມີເຫດການທີ່ບໍ່ຄາດຄິດເກີດຂຶ້ນ. ແຜ່ນດິນສັ່ນສະເທືອນ ແລະ ມີສັດປະຫຼາດອອກມາ ຈາກດິນຈັບຄົນກິນເປັນອາຫານ, ເຮັດໃຫ້ຊາວບ້ານແຕກຕື່ນ ແລະ ຕົກໃຈຫຼາຍພາກັນແລ່ນໜີເພື່ອ ຊອກທີ່ຫຼົບລີ້ຈາກສັດປະຫຼາດ ເກີດເປັນສຽງຮ້ອງໄຫ້ໄປທົ່ວໝູ່ບ້ານ. ສາເຫດທີ່ພາໃຫ້ເຫດການຮ້າຍ ນີ້ເກີດຂຶ້ນແມ່ນຍ້ອນວ່າຊາວບ້ານໄດ້ໄປຂຸດເໝືອງ ແລະ ປ່ອຍນ້ຳ�ລົງໄປທຳ�ລາຍທີ່ຢູ່ອາໄສຂອງ ສັດປະຫຼາດ. ມັນເລີຍເກີດຄວາມຄຽດແຄ້ນຕໍ່ກັບປະຊາຊົນຈຶ່ງໄດ້ອອກມາທຳ�ລາຍໝູ່ບ້ານແຫ່ງນີ້ ໂດຍບໍ່ມີ ການປານີ ເຮັດໃຫ້ຊາວບ້ານຖືກສັດປະຫຼາດຈັບກິນ ແລະ ລົ້ມຕາຍເປັນຈຳ�ນວນຫຼາຍ. ເມື່ອທອຍ ກັບມາຮອດກໍເຫັນວ່າປະຊາຊົນຮ້ອງໄຫ້ໂວຍວາຍ ແລະ ເຫັນຄວັນໄຟຂຶ້ນເຮັດໃຫ້ ທອຍຕົກໃຈຫຼາຍ ແລະ ຈຶ່ງຮີບຊອກຫາສັດປະຫຼາດທີ່ເຂົ້າມາທຳ�ລາຍໝູ່ບ້ານ ແລະ ກິນປະຊາຊົນ, ແຕ່ກໍບໍ່ເຫັນມັນແລ້ວ. ນັ້ນເຮັດໃຫ້ທອຍເກີດຄວາມຄຽດແຄ້ນກັບສັດປະຫຼາດຕົວນັ້ນທີ່ສຸດ. ທອຍ ຢາກຮູ້ວ່າສັດປະຫຼາດໂຕນັ້ນແມ່ນໂຕຫຍັງ? ທອຍຈຶ່ງໄດ້ໄປຊອກຖາມຄົນທີ່ຢູ່ໃນເຫດການນັ້ນ, ທອຍໄດ້ຖາມລຸງຄົນໜຶ່ງທີ່ຮູ້ເຫັນເຫດ ການນັ້ນວ່າ, “ລຸງເອີຍ! ສັດປະຫຼາດຕົວນັ້ນມີຮູບຮ່າງເປັນແນວໃດ?” “ສັດປະຫຼາດຕົວນັ້ນມີຮ່າງຄືກັບແມງມຸມ ແຕ່ໂຕໃຫ່ຍຫຼາຍ.” ເຮົາ?”

ທອຍກໍເລີຍຖາມອີກວ່າ,

“ຍ້ອນຫຍັງສັດປະຫຼາດໂຕນັ້ນຈຶ່ງເຂົ້າມາທຳ�ລາຍໝູ່ບ້ານຂອງ

“ຍ້ອນຊາວບ້ານໄປທຳ�ລາຍທີ່ຢູ່ຂອງມັນຈຶ່ງເຮັດໃຫ້ມັນເກີດຄວາມຄຽດແຄ້ນ.” ຍ້ອນເຫດການຮ້າຍນັ້ນຈຶ່ງເຮັດໃຫ້ທອຍຕັດສິນໃຈອອກໄປຕາມລ່າຫາສັດປະຫຼາດແມງມຸມ

ຍັກຕົວນັ້ນ. ທອຍຈຶ່ງໄດ້ມາບອກພໍ່ ແລະ ແມ່ຂອງລາວວ່າ, “ພໍ່ ແລະ ແມ່ ລູກຄິດວ່າລູກຈະໄປແກ້ ແຄ້ນທີ່ແມງມຸມຍັກຕົວນັ້ນເຂົ້າມາກິນຄົນໃນໝູ່ບ້ານ ແລະ ທຳ�ລາຍບ້ານເມືອງຂອງພວກເຮົາ.” ຫຼັງຈາກທີ່ໄດ້ມາລາພໍ່ກັບແມ່ແລ້ວ, ທອຍກໍອອກເດີນທາງໄປເພື່ອເຮັດໃນສິ່ງທີ່ລາວຕັ້ງໃຈ

ທັງສອງສືບຕໍ່ຊອກຫາສັດປະຫຼາດ. (ອ່ານຕໍ່ໜ້າທີ 97.)

ໄປທິດຕາເວັນຕົກ. (ອ່ານຕໍ່ໜ້າທີ 99.)

96

ທອຍພະຈົນໄພໃນປ່າເລິກ

Tales_From_The_North_LA_FA.indd 96

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ທັງສອງສືບຕໍ່ຊອກຫາສັດປະຫຼາດ 4 ມື້ແລ້ວ. ມື້ນີ້ພວກເຊັນຈຶ່ງໄດ້ເດີນທາງມາຮອດທີ່ແຄມຝັ່ງຂອງແມ່ນ້ຳ�ສາຍໜຶ່ງ ແລ້ວກໍໄດ້

ພັກຜ່ທອຍໄດ້ອອກເດີນທາງໄປທາງທິດເໜືອເພື່ອໄປຊອກຮຽນຮູ້ວິຊາ, ລາວໄດ້ອອກເດີນທາງໄປ ເປັນເວລາຫຼາຍຊົ່ວໂມງ. ພໍລາວໄປຮອດແມ່ນໍ້າແຫ່ງໜຶ່ງ, ລາວກໍຮູ້ສຶກວ່າຮ້ອນ ແລະ ຫິວນໍ້າຫຼາຍ, ລາວຈຶ່ງໄດ້ເອົາເຄື່ອງຂອງລາວປະໄວ້ທີ່ກ້ອງຕົ້ນໄມ້ໃຫຍ່ຕົ້ນໜຶ່ງ,

ແລ້ວລາວຈຶ່ງໄດ້ລົງໄປດື່ມນໍ້າ

ແລະ ກັບມານັ່ງພັກຜ່ອນຢູ່ກ້ອງຕົ້ນໄມ້. ຕົ້ນໄມ້ຕົ້ນນັ້ນມີໃບທີ່ເປັນສີຂຽວປົນກັບສີນ້ຳ�ຕານເຊິ່ງເປັນ ສິ່ງທີ່ມະຫັດສະຈັນ ແລະ ສວຍງາມຫຼາຍ. ເວລາລາວນັ່ງພັກຜ່ອນຢູ່ນັ້ນ, ກໍມີລົມເຢັນພັດມາຄ່ອຍໆ ເຮັດໃຫ້ລາວຫຼັບໄປເປັນເວລາດົນເຕີບ, ພໍທອຍຕື່ນຂຶ້ນມາກໍຮູ້ສຶກວ່າຫິວເຂົ້າ, ແລ້ວທອຍຈຶ່ງໄດ້ລົງ ໄປຫາປາໃນນ້ຳ�.

ເມື່ອລາວຈັບໄດ້ປາໂຕໜຶ່ງແລ້ວລາວກໍເອົາປາໂຕນັ້ນມາປີ້ງ.

ຫຼັງຈາກທີ່ກິນ

ອີ່ມແລ້ວ, ທອຍກໍໄດ້ເດີນທາງໄປຕໍ່. ໃນລະຫວ່າງທາງນັ້ນ, ທອຍໄດ້ພົບກັບສິ່ງມະຫັດສະຈັນທີ່ຢູ່ ເທິງຕົ້ນໄມ້ໃຫຍ່ທີ່ມີແສງຄືກັບສາຍຮຸ້ງຢູ່ເທິງຕົ້ນໄມ້ທີ່ສູງປະມານ 20-30 ແມັດ. ທອຍໄດ້ຍ່າງເຂົ້າ ໄປໃນປ່າເພື່ອຕາມຫາໝູ່ບ້ານຕ່າງໆ ພໍລາວໄປເຖິງພູສູງຊັນແຫ່ງໜຶ່ງກໍມີລົມພັດແຮງ ແລະ ມີນ້ຳ� ໝອກມາປົກຄຸມຈົນທອຍບໍ່ສາມາດເບິ່ງເຫັນທາງໃດ.

ລາວຈຶ່ງໄດ້ຂຶ້ນໄປເທິງກ້ອນຫີນໃຫຍ່ໜ່ວຍ

ໜຶ່ງທີ່ສູງ ປະມານ 2 ແມັດ. ລາວໄດ້ແນມເບິ່ງອ້ອມຮອບກໍປະກົດວ່າມີສິ່ງໃດສິ່ງໜຶ່ງກຳ�ລັງຍ່າງມາ ຫາລາວ, ເຮັດໃຫ້ລາວຕົກໃຈຫຼາຍຈົນຕົກລົງຈາກກ້ອນຫີນນັ້ນ, ເຮັດໃຫ້ຂາຂອງລາວບາດເຈັບຫຼາຍ ຈົນຍ່າງບໍ່ໄດ້.

ຫຼັງຈາກນັ້ນ, ທອຍຈຶ່ງໄດ້ນອນຄ້າງຄືນຢູ່ທີ່ກ້ອງກ້ອນຫີນໜ່ວຍນັ້ນ. ພໍຕາເວັນຂຶ້ນສູ່ທ້ອງຟ້າ

ແລ້ວ ທອຍຈຶ່ງຄ່ອຍໆລຸກຂຶ້ນ ແລະ ຍ່າງຕໍ່ໄປ. ທອຍໄດ້ເດີນທາງມາເຖິງໝູ່ບ້ານແຫ່ງໜຶ່ງ ແລ້ວໄດ້ ຖາມລຸງຄົນໜຶ່ງທີ່ຢູ່ໃນບ້ານວ່າ, “ລຸງເອີຍ! ບ້ານນີ້ແມ່ນບ້ານຫຍັງເນາະ?”

“ໂອ! ໝູ່ບ້ານນີ້ມີຊື່ວ່າ: ບ້ານຕີນພູ.”

ລຸງຄົນນັ້ນກໍຖາມຕື່ມວ່າ, “ລູກແມ່ນໃຜ ແລະ ມາແຕ່ໃສ?”

“ລູກມາຈາກທາງໄກ. ລູກມີຊື່ວ່າ ທອຍ. ແລ້ວລຸງເດຊື່ຫຍັງ?”

“ລຸງຊື່ວ່າ ຄຳ�ໝາຍ. ລຸງເປັນນາຍບ້ານຢູ່ບ້ານນີ້.”

ຫຼັງຈາກນັ້ນ,

ທອຍຈຶ່ງໄດ້ຂໍພັກຢູ່ໃນເຮືອນຂອງລຸງ.

ໃນຄືນນັ້ນເອງ,

ທອຍໄດ້ຖາມລຸງຄົນນັ້ນວ່າ, “ບ້ານນີ້ມີຫຍັງເປັນເອກະລັກ ແລະ ມີຄວາມສວຍງາມມະຫັດສະຈັນບໍ່?” “ກໍມີຢູ່. ມື້ອື່ນເຊົ້າ ຖ້າລູກມີເວລາລຸງຈະພາລູກໄປເລາະເບິ່ງສະຖານທີ່ຕ່າງໆ.” ພໍຕື່ນເຊົ້າຂຶ້ນມາຫຼັງຈາກກິນເຂົ້າເຊົ້າແລ້ວ, ລຸງຄຳ�ໝາຍຈຶ່ງໄດ້ພາທອຍໄປເບິ່ງສະ ຖານທີ່

ຕ່າງໆ. ເມື່ອໄປຮອດສະຖານທີ່ແຫ່ງໜຶ່ງທີ່ມີຮູບປັ້ນຄືຄົນຈັບດາບ. ລຸງຄຳ�ໝາຍ ຈຶ່ງໄດ້ເລົ່າ ປະຫວັດ

ຂອງຮູບປັ້ນນັ້ນໃຫ້ທອຍຟັງ. ຫຼັງຈາກທີ່ທອຍໄດ້ພັກອາໄສຢູ່ໃນໝູ່ບ້ານນີ້ເປັນຫຼາຍມື້ແລ້ວ, ທອຍຈຶ່ງ

ໄດ້ຄອບລຸງຄຳ�ໝາຍເພື່ອອອກເດີນທາງໄປຊອກຫາຜູ້ທີ່ມີວິຊາອາຄົມ ແລະ ສາມາດສອນໃຫ້ລາວ ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 97

ທອຍພະຈົນໄພໃນປ່າເລິກ

97

12/10/19 1:51 PM


ໄດ້.

ທອຍໄດ້ມາຮອດສະຖານທີ່ແຫ່ງໜຶ່ງທີ່ມີຕູບນ້ອຍໆຫຼັງໜຶ່ງທີ່ສ້າງດ້ວຍໄມ້ໄຜ່

ດ້ວຍຫຍ້າ.

ແລະ

ມຸງ

ທອຍຈຶ່ງໄດ້ເຂົ້າໄປໃກ້ໆແລ້ວຮ້ອງວ່າ, “ມີຄົນຢູ່ບໍ່?” ແຕ່ກໍບໍ່ມີໃຜຕອບ, ທອຍຈຶ່ງເຂົ້າໄປໃກ້ຕື່ມອີກ ແລ້ວກໍເຫັນວ່າມີຫຍັງອອກມາຈາກປ່ອງຢ້ຽມ

ລັກສະນະຄ້າຍຄືກັບຫາງງູ,

ທອຍຈຶ່ງໄດ້ຍ່າງເຂົ້າໄປອີກກ້າວໜຶ່ງ

ກໍເຫັນວ່າແມ່ນງູໂຕໃຫຍ່ຢູ່ໃນ

ເຮືອນ. ຫຼັງຈາກນັ້ນ, ທອຍຕົກໃຈຫຼາຍຈຶ່ງລົ້ມລົງກັບພື້ນ. ເມື່ອໄດ້ຍິນສຽງ, ງູຈຶ່ງເລືອອອກມາເຫັນ

ທອຍ. ງູຍັກຄິດວ່າຈະຕ້ອງກິນທອຍເປັນອາຫານ. ພໍທອຍລຸກໄດ້ຈຶ່ງໄດ້ຖອດດາບອອກມາສູ້ກັບງູ ຍັກ. ທອຍໄດ້ໃຊ້ດາບພ້ອມດ້ວຍພະລັງພາຍໃນ ແຕ່ກໍບໍ່ສາມາດເອົາຊະນະງູຍັກໄດ້ເພາະທອຍຍັງບໍ່ ເກັ່ງພໍ. ຍ້ອນວ່າງູຍັກໂຕນັ້ນສາມາດພົ່ນໄຟໄດ້ ແລະ ແຂງແຮງຫຼາຍ. ງູຍັກໄດ້ພົ່ນໄຟຖືກໜ້າຂອງ ທອຍເຮັດໃຫ້ໃບໜ້າຂອງທອຍໄໝ້ໝົດ ແລະ ທອຍກໍຖືກງູຍັກກິນເປັນອາຫານ.

- ຈົບ -

98

ທອຍພະຈົນໄພໃນປ່າເລິກ

Tales_From_The_North_LA_FA.indd 98

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ໄປທິດຕາເວັນຕົກ ທອຍອອກເດີນທາງໄປຊອກລ່າຫາແມງມຸມຍັກທີ່ເຂົ້າມາທຳ�ລາຍບ້ານເມືອງຂອງປະຊາຊົນ.

ທອຍພ້ອມກັບກຸ່ມທະຫານໄດ້ເຂົ້າໄປໃນປ່າເລິກທີ່ເປັນຕາຢ້ານ ແລະ ມືດຫຼາຍເພື່ອຕາມລ່າຫາແມງ

ມຸມຍັກ. ໃນລະຫວ່າງທາງທີ່ທອຍຜະຈົນໄພຢູ່ໃນປ່າເລິກນັ້ນ, ທອຍ ກໍໄດ້ພົບກັບສິ່ງມະຫັດສະຈັນ ແລະ

ອັນຕະລາຍໄປພ້ອມໆກັນ.

ສິ່ງມະຫັດສະຈັນຢູ່ໃນຜືນປ່າແຫ່ງນີ້ແມ່ນເຕັມໄປດ້ວຍທຳ�ມະ

ຊາດ ແລະ ສັດປ່ານາໆຊະນິດ. ມື້ຕໍ່ມາທອຍ ແລະ ກອງທັບທະຫານໄດ້ເດີນທາງຕໍ່ເພື່ອຊອກຫາແມ ງມຸມຍັກ.

ໃນລະຫວ່າງທາງກໍໄດ້ພົບກັບສິ່ງອັນຕະລາຍທີ່ຮ້າຍແຮງເຊັ່ນ:

ມີພາຍຸ

ແລະ

ສັດຮ້າຍເຂົ້າມາເຮັດໃຫ້ທອຍ ແລະ ທະຫານໄດ້ຕໍ່ສູ້ກັນຢ່າງໜັກໜ່ວງ, ຈົນເຮັດໃຫ້ມີທະຫານຄົນ

ໜຶ່ງຖືກສັດຮ້າຍນັ້ນທຳ�ຮ້າຍຈົນໄດ້ຮັບບາດເຈັບ. ເວລາຜ່ານໄປໜຶ່ງມື້, ນາຍທະຫານຄົນນັ້ນກໍທົນ ກັບຄວາມເຈັບບໍ່ໄດ້ຈຶ່ງໄດ້ຕາຍໄປ. ທອຍ ແລະ ທະຫານຈຶ່ງໄດ້ເຮັດການຝັງສົບ ແລະ ໄວ້ອາໄລ ນາຍທະຫານຜູ້ນັ້ນເພື່ອສະແດງເຖິງຄວາມໃສ່ໃຈ.

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 99

ທອຍພະຈົນໄພໃນປ່າເລິກ

99

12/10/19 1:51 PM


100

ທອຍພະຈົນໄພໃນປ່າເລິກ

Tales_From_The_North_LA_FA.indd 100

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ຫຼັງຈາກນັ້ນ, ທອຍ ແລະ ກຸ່ມທະຫານກໍໄດ້ອອກເດີນທາງໄປຕໍ່. ໃນລະຫວ່າງທາງ, ພວກເຂົາ

ໄດ້ພົບກັບສິ່ງທີ່ຄ້າຍຄືກັບອາຫານຂອງແມງມຸມຍັກ.

ພວກເຂົາຄິດວ່ານີ້ຕ້ອງແມ່ນເສດອາຫານທີ່

ແມງມຸມຍັກກິນເຫຼືອ. ພວກເຂົາກໍເລີຍນຳ�ຕາມເສດອາຫານ ແລະ ກິ່ງງ່າໄມ້ທີ່ຫັກລົ້ມໄປໃນປ່າເລິກ ແຫ່ງໜຶ່ງທີ່ໜາວເຢັນ ແລະ ເປັນຕາຢ້ານ. ນັ້ນເຮັດໃຫ້ທອຍ ແລະ ທະຫານເກີດຄວາມຫວັ່ນໄຫວ ແລະ ຢ້ານກົວ, ແຕ່ພວກເຂົາກໍໄດ້ຕັດສິນໃຈເຂົ້າໄປໃນປ່າເລິກແຫ່ງນັ້ນ. ທອຍ ແລະ ທະຫານໄດ້

ຕາມຮອຍຂອງສັດປະຫຼາດມາເຖິງສະຖານທີ່ແຫ່ງໜຶ່ງທີ່ມີຄວາມໜາວເຢັນ ແລະ ມີກິ່ນຄືກັນກັບ

ຊາກສັດຕາຍກຳ�ລັງເນົ່າເປື່ອຍ. ທອຍ ແລະ ກຸ່ມທະຫານໄດ້ພົບຖ້ຳ�ແຫ່ງໜຶ່ງທີ່ຢູ່ໃນສະຖານທີ່ແຫ່ງ ນັ້ນ. ພວກເຂົາຄິດວ່າທີ່ນີ້ຕ້ອງເປັນທີ່ຢູ່ອາໄສຂອງແມງມຸມຍັກໂຕນັ້ນ. ພວກເຂົາໄດ້ຍ່າງເຂົ້າໄປ ໃນຖ້ຳ�ແຫ່ງນັ້ນ ທີ່ມີສະຖານທີ່ກວ້າງ ແລະ ມືດຫຼາຍ. ພວກເຂົາພະຍາຍາມເຂົ້າໄປເລິກໆ ຈຶ່ງໄດ້ເຫັນ ແມງມຸມຍັກໂຕນັ້ນທີ່ເຂົ້າມາທຳ�ລາຍບ້ານເມືອງຂອງພວກເຂົາກຳ�ລັງນອນຢູ່ໃນຖ້ຳ�.

ບ່ອນຢູ່ຂອງແມງມຸມຍັກນີ້ບໍ່ມີແສງສະຫວ່າງ, ມີພຽງແສງໄຟທີ່ພວກເຂົາເອົາເຂົ້າໄປເພື່ອສ່ອງ

ເບິ່ງທາງເທົ່ານັ້ນ. ຢູ່ໃນຖໍ້າມີກິ່ນທີ່ເນົ່າເປື່ອຍ, ເຮັດໃຫ້ທອຍ ແລະ ທະຫານຮູ້ສຶກກັງວົນໃຈ ແລະ

ເກີດຄວາມຢ້ານກົວ. ເມື່ອເຫັນແມງມຸມຍັກແລ້ວທຸກຄົນກໍດີໃຈຫຼາຍທີ່ໄດ້ພົບກັບສັດປະຫຼາດທີ່ພວກ ເຂົາຕາມຫາຢູ່. ທອຍກໍລັງເລໃຈວ່າຈະຂ້າສັດປະຫຼາດຕົວນັ້ນດ້ວຍວິທີການໃຊ້ດາບນ້ຳ�ແຂງທີ່ມີອະ ນຸພາບຮ້າຍແຮງສາມາດເຮັດໃຫ້ສັດປະຫຼາດໂຕນັ້ນແຂງທັງຕົວໄດ້, ກາດພຽງເທື່ອດຽວເທົ່ານັ້ນ.

ແຕ່ການເຮັດໃຫ້ແຂງນີ້ມີໂອ

ທອຍເລີຍຕັດສິນໃຈໃຊ້ດາບວິເສດທີ່ມີອະນຸພາບຢ່າງຮຸນແຮງນັ້ນຂ້າ

ສັດປະຫຼາດ. ທອຍໄດ້ລົງມືຂ້າສັດປະຫຼາດ ແຕ່ທອຍຜິດພາດ ເພາະພັນບໍ່ຖືກສັດປະຫຼາດ, ຈຶ່ງເຮັດ ໃຫ້ ແມງມຸມຍັກທີ່ຫຼັບຢູ່ນັ້ນຕື່ນຂຶ້ນມາດ້ວຍຄວາມໃຈຮ້າຍ.

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 101

ທອຍພະຈົນໄພໃນປ່າເລິກ

101

12/10/19 1:51 PM


102

ທອຍພະຈົນໄພໃນປ່າເລິກ

Tales_From_The_North_LA_FA.indd 102

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ແມງມຸມຍັກໄດ້ຕື່ນຂຶ້ນມາໂຈມຕີທອຍ ແລະ ກອງທະຫານທັງຫຼາຍດ້ວຍຄວາມໂມໂຫທີ່ເຂົ້າ ມາບຸກທີ່ຢູ່ຂອງມັນ. ດ້ວຍຄວາມເກັ່ງກ້າຂອງທອຍ ແລະ ກອງທະຫານທັງຫຼາຍຈຶ່ງສາມາດຫຼົບຫຼີກ ຈາກການໂຈມຕີຂອງສັດປະຫຼາດຕົວນັ້ນໄດ້ຢ່າງມີໄຫວພິບ. ທອຍ ແລະ ກອງທະຫານທັງຫຼາຍໄດ້ ຕໍ່ສູ້ກັບສັດປະຫຼາດຢ່າງດຸເດືອດໂດຍທີ່ບໍ່ມີໃຜຍອມໃຜ. ສັດປະຫຼາດໄດ້ໂຈມຕີທະຫານຢ່າງໜັກ ເຮັດໃຫ້ພວກທະຫານໄດ້ຮັບບາດເຈັບ ແລະ ໝົດແຮງລົງ. ພວກເຂົາໄດ້ສູ້ກັນຢ່າງດຸເດືອດຈົນສຸດ ທ້າຍທອຍກໍເສຍປຽບໃຫ້ກັບສັດປະຫຼາດ ຍ້ອນວ່າການຕໍ່ສູ້ນັ້ນຢູ່ໃນຖໍ້າທີ່ມືດ. ພວກເຂົາໄດ້ໃຊ້ ວິຊາອາ ຄົມ, ຄາຖາຕໍ່ສູ້ກັນ. ທອຍໄດ້ໃຊ້ດາບນ້ຳ�ແຂງຕໍ່ສູ້, ເປັນອາວຸດທີ່ມີອະນຸພາບຮ້າຍແຮງ. ສ່ວນສັດປະຫຼາດແມ່ນໃຊ້ແຂນທີ່ຍາວອັນແຫຼມຄົມທີ່ມີພິດຂອງມັນ ແລະ ພົ່ນໃຍທີ່ມີຄວາມໜຽວ ເພື່ອມັດທຸກຄົນຈຶ່ງເຮັດໃຫ້ທອຍບໍ່ສາມາດເຄື່ອນໄຫວຕົນເອງໄດ້. ດ້ວຍຄວາມເມື່ອຍຫຼາຍ ແລະ ອ່ອນເພຍລົງ, ເຮັດໃຫ້ທອຍໝົດແຮງ. ສັດປະຫຼາດຈຶ່ງໄດ້ປຽບໃນການຕໍ່ສູ້ມັນຈຶ່ງໂຈມຕີໂດຍການ ໃຊ້ມືຂອງມັນ ຟາດທອຍໄປຕຳ�ກັບຜາຖ້ຳ�ຈົນທອຍໄດ້ຮັບບາດເຈັບ. ແມງມຸມຍັກໄດ້ພົ່ນໃຍໃສ່ພວກ ທະຫານຈົນໜີບໍ່ລອດ. ດ້ວຍຄວາມເມື່ອຍຫຼາຍຈຶ່ງເຮັດໃຫ້ພວກທະຫານແພ້ ແລະ ຖືກສັດປະຫຼາດ ກິນໄປຫຼາຍຄົນ. ຍ້ອນ ແນວນັ້ນ, ທອຍຈຶ່ງໃຈຮ້າຍຫຼາຍ. ທອຍໄດ້ໃຊ້ດາບນ້ຳ�ແຂງຟັນໃສ່ແມງມຸມ ແລະ ກໍໄດ້ເຮັດໃຫ້ແມງມຸມໄດ້ຮັບບາດເຈັບຄືກັນ, ທອຍໄດ້ໝົດກຳ�ລັງລົງແມງມຸມຈຶ່ງໄດ້ຫັນມາໂຈມ ຕີກັບທອຍ, ເຮັດໃຫ້ທອຍລົ້ມລົງກັບພື້ນ. ເຫຼົ່າທະຫານກໍລຸກຂື້ນມາຫຼອກໃຫ້ແມງມຸມໄປຫາພວກ ເຂົາແລ້ວພວກທະຫານກໍບອກໃຫ້ທອຍໜີໄປ, ພວກທະຫານໄດ້ຕໍ່ສູ້ກັບແມງມຸມເພື່ອໃຫ້ທອຍມີຊີ ວິດລອດ, ເພື່ອຈະ ໄດ້ກັບມາແກ້ແຄ້ນໃຫ້ພວກເຂົາ. ຫຼັງຈາກນັ້ນ, ທອຍກໍໜີອອກມາໄດ້ ແຕ່ພໍທອຍອອກມາຮອດປາກຖໍ້າ ທອຍກໍໄດ້ສະຫຼົບໄປ. ໂຊກດີທີ່ມີຊາຍຄົນໜຶ່ງມາພົບເຫັນເລີຍພາລາວມາທີ່ຖໍ້ານ້ຳ�ຕົກແຫ່ງໜຶ່ງ. ພໍທອຍຮູ້ສຶກຕົວ ແລະ ຕື່ນ ຂຶ້ນມາກໍເຫັນຊາຍທີ່ມາຊ່ວຍລາວໄວ້ຕອນທີ່ລາວສະຫຼົບໄປ. ເຊິ່ງຊາຍຄົນນີ້ເປັນຄົນທີ່ເກັ່ງກ້າມີເວດ ມົນ, ວິຊາອາຄົມ ແລະ ຄາຖາຕ່າງໆ. ຫຼັງຈາກທີ່ທອຍຕື່ນຂຶ້ນມາ, ລາວກໍຮູ້ສຶກເຈັບບາດແຜທີ່ຕໍ່ສູ້ກັບ ແມງມຸມຍັກຕົວນັ້ນ. ຊາຍຄົນນັ້ນຈຶ່ງໄດ້ຖາມທອຍວ່າ, “ເປັນຫຍັງເຈົ້າຈຶ​ຶ່ງໄປນອນຢູ່ບ່ອນນັ້ນ.” “ພວກເຮົາມາຕາມແກ້ແຄ້ນແມງມຸມຍັກ, ແຕ່ພວກເຮົາແພ້ໃຫ້ມັນແລ້ວ.” ຫຼັງຈາກນັ້ນ, ທອຍຈຶ່ງໄດ້ນອນຮັກສາບາດແຜຢູ່ໃນຖ້ຳ�ນັ້ນ. ລາວໄດ້ຍ່າງເບິ່ງອ້ອມຮອບກໍ​ໍ່ ເຫັນສາຍນໍ້າຕົກມາຈາກຜາທີ່ສູງ ແລະ ໄຫຼຜ່ານປາກຖ້ຳ�ທີ່ສວຍງາມ ແລະ ເປັນສາຍຮຸ້ງ. ຈາກນັ້ນ, ຊາຍຜູ້ທີ່ພາທອຍມານັ້ນກໍໄດ້ຍ່າງເຂົ້າມາຫາທອຍ ແລ້ວທອຍເລີຍຖາມວ່າ, “ເຈົ້າແມ່ນໃຜ?” “ຂ້ອຍຊື່, ລອຍ.” “ຂອບໃຈທີ່ເຈົ້າຊ່ວຍຊີວິດຂອງຂ້ອຍໄວ້”, ທອຍເລີຍຖາມຕື່ມວ່າ, “ເປັນຫຍັງເຈົ້າຈຶ່ງພາຂ້ອຍ ມາຢູ່ທີ່ນີ້?” “ຂ້ອຍເຫັນເຈົ້າມີບາດແຜເຕັມຕົວກໍເລີຍພາເຈົ້າມາຮັກສາຕົວນຳ�ອາຈານຂອງຂ້ອຍ, ເປັນພະລືສີ.” ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 103

ລາວ

ທອຍພະຈົນໄພໃນປ່າເລິກ

103

12/10/19 1:51 PM


ລອຍອາໄສຢູ່ນຳ�ພະລືສີມາຕັ້ງແຕ່ຍັງນ້ອຍ ພໍລອຍເວົ້າສຸດແລ້ວກໍເຫັນອາຈານຜູ້ນັ້ນຍ່າງ ອອກມາແລ້ວທຸກຄົນກໍໄດ້ຍ່າງເຂົ້າກັບໄປໃນຖ້ຳ�. ພະລືສີໄດ້ໃຊ້ວິຊາ ແລະ ເວດມົນຮັກສາທອຍຈົນ ເຮັດໃຫ້ທອຍຮູ້ສຶກຕົວວ່າລາວແຂງແຮງຂຶ້ນກວ່າເກົ່າແລ້ວ. ພໍທອຍຫາຍດີເປັນປົກກະຕິແລ້ວ, ທອຍກໍ ໄດ້ຮຽນຮູ້ວິຊາອາຄົມ ແລະ ຄາຖານໍາພະລືສີ. ເມື່ອທອຍໄດ້ຮຽນຮູ້ວິຊານຳ�ອາຈານໝົດ ແລ້ວ, ທອຍຈຶ່ງໄດ້ເລົ່າເຫດການທີ່ເກີດຂຶ້ນຢູ່ໃນໝູ່ບ້ານຂອງທອຍ ແລະ ກອງທະຫານທັງຫຼາຍທີ່ລົ້ມ ຕາຍຈາກການຕໍ່ສູ້ກັບສັດປະຫຼາດ. ໃນເມື່ອພະລືສີຮູ້ເຫດການແນວນີ້, ລາວຈຶ່ງຖ່າຍທອດວິຊາ ແລະ ເວດມົນ ໃຫ້ທອຍ. ຫຼັງຈາກທີ່ທອຍໄດ້ຝຶກວິຊານຳ�ອາຈານມາເປັນເວລາໜຶ່ງເດືອນ, ອາຈານ ຈຶ່ງໄດ້ເລົ່າເລື່ອງກ່ຽວກັບອາວຸດວິເສດທີ່ມີຊື່ວ່າ, “ດາບມໍລະນະ” ທີ່ມີອະນຸພາບເປັນໄຟ ຄືກັນກັບໄຟ ນາຮົກທີ່ສາມາດເຜົາທໍາລາຍລ້າງທຸກສິ່ງທຸກຢ່າງຕາມທີ່ເຮົາຕ້ອງການ. ພະອາຈານໄດ້ບອກກັບທອຍວ່າ, “ຜູ້ທີ່ຈະໃຊ້ດາບມໍລະນະນັ້ນໄດ້ຕ້ອງເປັນຄົນທີ່ມີຈິດໃຈບໍ ລິສຸດ, ພະອາຈານໄດ້ບອກອີກວ່າທີ່ຢູ່ຂອງດາບມໍລະນະນັ້ນຈະມີງູຍັກສາມຫົວປົກຄອງ ແລະ ຮັກ ສາດາບນັ້ນຢູ່.” ຫຼັງຈາກທີ່ພະລືສີໄດ້ບອກທຸກຢ່າງໃຫ້ກັບທອຍ ແລະ ລອຍແລ້ວ, ທັງສອງກໍໄດ້ກ່າວລາ ອາຈານ ແລະ ອອກໄປຕາມຫາດາບມໍລະນະ. ໃນລະຫວ່າງການເດີນທາງໄປຕາມຫາດາບນັ້ນ, ທັງ ສອງກໍໄດ້ພົບກັບອັນຕະລາຍຫຼາຍຢ່າງ ແຕ່ພວກເຂົາກໍສາມາດຜ່ານອັນຕະລາຍນັ້ນໄປໄດ້. ທອຍ ແລະ ລອຍ ຮັກກັນຄືກັບອ້າຍນ້ອງທີ່ຮ່ວມສາຍເລືອດດຽວກັນ. ທັງສອງໄດ້ເດີນທາງມາເຖິງສະຖານ ທີ່ແຫ່ງໜຶ່ງທີ່ມີນ້ຳ�ຕົກຕາດທີ່ສວຍງາມ, ທອຍ ແລະ ລອຍໄດ້ພາກັນລົງໄປຫຼິ້ນນ້ຳ�ທີ່ເຢັນ ແລະ ສົດຊື່ນ. ທັນໃດນັ້ນ, ທອຍກໍໄດ້ເຫັນແສງນ້ອຍໆທີ່ເປັ່ງແສງອອກມາຈາກຫຼັງນ້ຳ�ຕົກ. ທອຍ ແລະ ລອຍ ໄດ້ພາກັນອອກມາຈາກນ້ຳ�ແລ້ວຍ່າງເຂົ້າໄປໃນຖ້ຳ�ຫຼັງນ້ຳ�ຕົກ. ພໍແຕ່ພວກເຂົາຍ່າງເຂົ້າໄປ ໃນຖ້ຳ� ກໍເກີດມີການສັ່ນສະເທືອນຄືວ່າຖ້ຳ�ຈະຖະລົ່ມລົງມາ, ແຕ່ປາກົດວ່າທີ່ຖ້ຳ�ສັ່ນນັ້ນແມ່ນຍ້ອນມີ ງູຍັກອາໄສຢູ່. ງູໂຕນັ້ນໃຫຍ່ ແລະ ມີສາມຫົວມັນສາມາດພົ່ນໄຟໄດ້. ທອຍ ກັບ ລອຍ ຈຶ່ງຄິດວ່າຖ້ຳ�ນີ້ ຕ້ອງແມ່ນຖ້ຳ�ທີ່ອາຈານເວົ້າເຖິງ. ຈາກນັ້ນ, ທອຍຈຶ່ງໄດ້ອະທິຖານວ່າ, “ຖ້າຖໍ້ານີ້ມີດາບມໍລະນະ, ຈົ່ງໃຫ້ປາກົດອອກມາ.” ເມື່ອທອຍອະທິຖານແລ້ວກໍເກີດມີແສງວາບຂຶ້ນມາເປັນດາບ, ແຕ່ງູຍັກໂຕນັ້ນກໍມາບັງທັນບໍ່ ໃຫ້ທອຍເຂົ້າໄປເອົາດາບນັ້ນໄດ້. ທອຍຈຶ່ງໄດ້ຄຸກເຂົ່າລົງແລ້ວອະທິຖານຂໍພະຍາງູໂຕນັ້ນຫຼີກທາງ ໃຫ້ ເພື່ອຈະເອົາດາບນັ້ນໄປປົກປ້ອງບ້ານເມືອງ ແລະ ຂ້າແມງມຸມຍັກທີ່ມາທຳ�ລາຍໝູ່ບ້ານ, ເມື່ອ ທອຍອະທິຖານແລ້ວງູຍັກໂຕນັ້ນກໍເລືອຫາຍໄປໃນຖ້ຳ�ມືດ. ທອຍຈຶ່ງລຸກຂຶ້ນແລ້ວຍ່າງເຂົ້າໄປເອົາ ດາບ ແຕ່ກໍຖອດດາບອອກຈາກຫີນບໍ່ໄດ້, ທອຍກໍເລີຍອະທິຖານຂໍອີກເທື່ອໜຶ່ງຈຶ່ງສາມາດຖອດ ດາບນັ້ນໄດ້. ເມື່ອໄດ້ດາບມໍລະນະນັ້ນແລ້ວ, ທັງສອງຈຶ່ງໄດ້ເດີນທາງຕໍ່ໄປເພື່ອໄປຫາທີ່ຢູ່ຂອງແມງ ມຸມຍັກ ພວກເຂົາໄດ້ເດີນທາງມາເຖິງປ່າເລິກທີ່ມະຫັດສະຈັນ ແລະ ອັນຕະລາຍ. ທອຍເຫັນມີຕົ້ນ ໄມ້ໃຫຍ່ທີ່ຫັກເປັນວົງກວ້າງ, ພວກເຂົາຄິດວ່າອາດຈະເປັນສັດປະຫຼາດຕົວໃຫຍ່ຈຶ່ງສາມາດທຳ�ລາຍ ປ່າໄມ້ໄດ້, ທອຍຈຶ່ງຄິດເຫັນຕອນທີ່ຕາມຮອຍສັດປະຫຼາດກໍມີຕົ້ນໄມ້ຫັກລົ້ມເປັນຈຳ�ນວນຫຼາຍພວກ ເຂົາຈຶ່ງວ່ານີ້ຕ້ອງເປັນແມງມຸມຍັກທີ່ຕົນເອງກຳ�ລັງຕາມຫາ. 104

ທອຍພະຈົນໄພໃນປ່າເລິກ

Tales_From_The_North_LA_FA.indd 104

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ທອຍ ແລະ ລອຍ ຈຶ່ງໄດ້ຕາມຮອຍສັດປະລາດນັ້ນເຂົ້າໄປໃນປ່າທີ່ອັນຕະລາຍ ແລະ ມີສັດປ່າ ທີ່ໂຫດຮ້າຍ, ເຮັດໃຫ້ທັງສອງມີຄວາມຢ້ານກົວ. ແຕ່ຍ້ອນຄວາມແຄ້ນທີ່ທອຍມີຕໍ່ສັດປະຫຼາດ ຈຶ່ງ ເຮັດໃຫ້ທອຍຕັດສິນໃຈຕາມຮອຍສັດປະຫຼາດນັ້ນໄປເລື້ອຍໆຈົນໄປຮອດບ່ອນໜຶ່ງທີ່ເປັນປ່າດົງຕຶບ ໜາ. ພວກເຂົາໄດ້ຍິນສຽງຄ້າຍຄືກັບສຽງສັດປ່າທີ່ກຳ�ລັງຮ້ອງແລ່ນໜີບາງຢ່າງ ແລະ ມີຕົ້ນໄມ້ຫັກລົ້ມ, ພວກເຂົາໄດ້ຍ່າງເຂົ້າໄປໃກ້ໆຈຶ່ງເຫັນວ່າແມ່ນແມງມຸມຍັກທີ່ຕົນເອງກຳ�ລັງຊອກຫາຢູ່. ພວກເຂົາໄດ້ ສັງເກດເບິ່ງວ່າມັນກຳ�ລັງເຮັດຫຍັງ, ພໍພວກເຂົາເບິ່ງໄປບຶດໜຶ່ງກໍຮູ້ວ່າມັນກຳ�ລັງຫັກຕົ້ນໄມ້ເພື່ອເຮັດ ຮັງຢູ່ເທິງນັ້ນ. ພວກເຂົາໄດ້ສັງເກດເບິ່ງເພື່ອຈະວາງແຜນຈັດການກັບແມງມຸມຍັກໂຕນັ້ນແນວໃດຈຶ່ງ ຈະສຳ�ເລັດ. ພວກເຂົາໄດ້ພັກຢູ່ກ້ອງຕົ້ນໄມ້ໃຫຍ່ກົກໜຶ່ງເພື່ອລໍຖ້າດວງຕາເວັນຂຶ້ນສູ່ທ້ອງຟ້າ, ເພື່ອ ເປັນການໂຈມຕີສັດປະຫຼາດໂດຍທີ່ມັນບໍ່ຮູ້ຕົວ ແລະ ເຄື່ອນໄຫວບໍ່ທັນ. ເມື່ອຕາເວັນຂຶ້ນສູ່ທ້ອງຟ້າ ແລ້ວ, ພວກເຂົາກໍເລີ່ມລົງມືໂຈມຕີສັດປະຫຼາດທັນທີດ້ວຍການໃຊ້ດາບມໍລະນະ ຟັນຂາຂອງແມງມຸມ ແຕ່ກໍບໍ່ເປັນຫຍັງ, ແມງມຸມຕໍ່ສູ້ກັບທອຍ ແລະ ລອຍ ດ້ວຍແຂນທີ່ຍາວ ແລະ ໃຍທີ່ໜຽວແໜ້ນຂອງມັນ. ທອຍໄດ້ຍົກດາບມໍລະນະຂຶ້ນແລ້ວຟັນໄປທີ່ແມງມຸມເຮັດໃຫ້ມີສາຍຟ້າອອກຈາກດາບໄປຖືກລຳ�ຕົວ ຂອງແມງມຸມເຮັດໃຫ້ມັນໄດ້ຮັບບາດເຈັບ, ແມງມຸມເກີດຄວາມໃຈຮ້າຍຈຶ່ງໄດ້ພົ່ນສາຍໃຍຂອງມັນ ໄປທີ່ທອຍແຕ່ບໍ່ຖືກເພາະທອຍສາມາດຫຼົບຫຼີກໄດ້ທັນ. ທອຍ ແລະ ລອຍຈຶ່ງໄດ້ໃຊ້ດາບ, ເວດມົນ ແລະ ຄາຖາທີ່ໄດ້ຮຽນຈາກພະອາຈານມານັ້ນສູ້ກັບແມງມຸມ ແລະ ກໍສາມາດເຮັດໃຫ້ແມງມຸມໄດ້ຮັບ ບາດເຈັບ ແລະ ໜີໄປ. ໃນການຕໍ່ສູ້ຄັ້ງນີ້, ທອຍ ເກືອບແພ້ໃຫ້ແມງມຸມຍ້ອນຄວາມປະໝາດຈຶ່ງເຮັດໃຫ້ທອຍ ມີຈຸດ ອ່ອນໃນການຕໍ່ສູ້ ແລະ ໃຊ້ເວດມົນບໍ່ມີໄຫວພິບ, ຍ້ອນ ທອຍ ມີຄວາມແຄ້ນຕໍ່ກັບສັດປະຫຼາດຕົວນີ້ ຫຼາຍເກີນໄປ. ຫຼັງຈາກທີ່ແມງມຸມໜີໄປແລ້ວ ທອຍ ແລະ ລອຍ ກໍໄດ້ຕາມໄປ. ຄັ້ງນີ້ທັງສອງຈຶ່ງໄດ້ ວາງແຜນຄືນໃໝ່, ທອຍ ກັບ ລອຍໄດ້ຕໍ່ສູ້ໄປຄຽງຄູ່ກັນ. ຈາກນັ້ນ, ທອຍ ໄດ້ຕໍ່ສູ້ກັບສັດປະຫຼາດຢ່າງ ເກັ່ງກ້າ. ໃນເວລາຕໍ່ສູ້ນັ້ນ, ແມງມຸມຍັກໄດ້ໂຈມຕີຢ່າງໜັກ ເຮັດໃຫ້ ລອຍ ລົ້ມລົງກັບພື້ນ ແລະ ມີ ເລືອດໄຫຼອອກມາອີກ, ທອຍ ເຫັນແມງມຸມຈະເຂົ້າໄປທຳ�ຮ້າຍ ລອຍ, ທອຍ ເລີຍໄດ້ຍົກດາບມໍລະ ນະຂຶ້ນ ມີສີຟ້າແລ່ນໄຫຼຢູ່ຕາມດາບ ແລ້ວກໍຟາດໄປທີ່ລຳ�ຕົວຂອງແມງມຸມຈົນເຮັດໃຫ້ແມງມຸມໂຕ ນັ້ນກາຍເປັນນ້ຳ�ແຂງ ແລະ ແຂງຢູ່ກັບທີ່ເລີຍ. ຫຼັງຈາກນັ້ນ, ກໍໃຊ້ດາບແທງເຂົ້າທີ່ຫົວໃຈຂອງແມງ ມຸມເຮັດໃຫ້ແມງມຸມນັ້ນຕາຍ ແລະ ກາຍເປັນຝຸ່ນໄປ.

ກັບບ້ານເກົ່າ . (ອ່ານຕໍ່ໜ້າທີ 107.)

ໄປຢູ່ບ່ອນໃໝ່ (ອ່ານຕໍ່ໜ້າທີ 109.)

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 105

ທອຍພະຈົນໄພໃນປ່າເລິກ

105

12/10/19 1:51 PM


106

ທອຍພະຈົນໄພໃນປ່າເລິກ

Tales_From_The_North_LA_FA.indd 106

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:51 PM


ກັບບ້ານເກົ່າ ທອຍອອກເດີນທາງໄປຊອກລ່າຫາແມງມຸມຍັກທີ່ເຂົ້າມາທຳ�ລາຍບ້ານເມືອງຂອງປະຊາຊົນ.

ທອຍພ້ອມກັບກຸ່ມທະຫານໄດ້ເຂົ້າໄປໃນປ່າເລິກທີ່ເປັນຕາຢ້ານ ແລະ ມືດຫຼາຍເພື່ອຕາມລ່າຫາແມງ

ມຸມຍັກ. ໃນລະຫວ່າງທາງທີ່ທອຍຜະຈົນໄພຢູ່ໃນປ່າເລິກນັ້ນ, ທອຍ ກໍໄດ້ພົບກັບສິ່ງມະຫັດສະຈັນ ແລະ

ອັນຕະລາຍໄປພ້ອມໆກັນ.

ສິ່ງມະຫັດສະຈັນຢູ່ໃນຜືນປ່າແຫ່ງນີ້ແມ່ນເຕັມໄປດ້ວຍທຳ�ມະ

ຊາດ ແລະ ສັດປ່ານາໆຊະນິດ. ມື້ຕໍ່ມາທອຍ ແລະ ກອງທັບທະຫານໄດ້ເດີນທາງຕໍ່ເພື່ອຊອກຫາ ແມງມຸມຍັກ. ໃນລະຫວ່າງທາງກໍໄດ້ພົບກັບສິ່ງອັນຕະລາຍທີ່ຮ້າຍແຮງເຊັ່ນ: ມີພາຍຸ ແລະ ສັດຮ້າຍ

ເຂົ້າ ມາເຮັດໃຫ້ທອຍ ແລະ ທະຫານໄດ້ຕໍ່ສູ້ກັນຢ່າງໜັກໜ່ວງ, ຈົນເຮັດໃຫ້ມີທະຫານຄົນໜຶ່ງຖືກສັດ

ຮ້າຍນັ້ນທຳ�ຮ້າຍຈົນໄດ້ຮັບບາດເຈັບ. ເວລາຜ່ານໄປໜຶ່ງມື້, ນາຍທະຫານຄົນນັ້ນກໍທົນກັບຄວາມ ເຈັບບໍ່ ໄດ້ຈຶ່ງໄດ້ຕາຍໄປ. ທອຍ ແລະ ທະຫານຈຶ່ງໄດ້ເຮັດການຝັງສົບ ແລະ ໄວ້ອາໄລນາຍທະ ຫານຜູ້ນັ້ນ ເພື່ອສະແດງເຖິງຄວາມໃສ່ໃຈ.

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 107

ທອຍພະຈົນໄພໃນປ່າເລິກ

107

12/10/19 1:51 PM


108

ທອຍພະຈົນໄພໃນປ່າເລິກ

Tales_From_The_North_LA_FA.indd 108

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ໄປຢູ່ບ່ອນໃໝ່ ຫຼັງຈາກທີ່ທອຍ ແລະ ລອຍໄດ້ຂ້າແມງມຸມຍັກຕາຍແລ້ວ, ທອຍຄິດກັບໄປທີ່ປະສາດ, ແຕ່

ລາວກໍຄິດໄດ້ວ່າລາວຈາກມາເປັນເວລາດົນແລ້ວບໍ່ຮູ້ວ່າທາງບ້ານຈະເປັນແນວໃດແລ້ວ.

ທອຍຈຶ່ງໄດ້ບອກກັບລອຍວ່າ, “ເຈົ້າຈະກັບໄປຫາອາຈານ ຫຼື ເຈົ້າຈະໄປກັບຂ້ອຍ.” “ຂ້ອ ຍຈະກັບ ໄປຫາອາຈານເພາະວ່າ ອາຈານເປັ ນ ຄົນ ທີ່ລ້ຽ ງດູ ຂ້ອ ຍມາຕັ້ງ ແຕ່ນ້ອ ຍແລ້ວ ,

ດຽວນີ້ອາຈານກໍເຖົ້າແລ້ວ, ຂ້ອຍຈະບໍ່ໄດ້ໄປກັບເຈົ້າ.”

ຫຼັງຈາກນັ້ນ, ລອຍ ກໍໄດ້ກັບເມືອຫາອາຈານແລ້ວ. ສ່ວນ ທອຍ ແມ່ນລາວໄດ້ເດີນທາງໄປ

ເລື້ອຍໆຈົນໄດ້ 2 ເດືອນ. ລາວຈຶ່ງໄປຮອດໝູ່ບ້ານແຫ່ງໜຶ່ງທີ່ມີຄວາມອຸດົມສົມບູນເຕັມໄປດ້ວຍທຳ� ມະຊາດທີ່ສວຍງາມ, ອ້ອມຮອບດ້ວຍພູເຂົາ, ມີແມ່ນໍ້າໄຫຼຜ່ານໃຈກາງຂອງບ້ານ, ມີປະຊາຊົນອາໄສຢູ່

4-5 ຄອບຄົວ, ເຮືອນເຮັດດ້ວຍໄມ້ໄຜ່ ແລະ ມຸງດ້ວຍຫຍ້າຄາ.

ທອຍໄດ້ເຂົ້າໄປຖາມພໍ່ເຖົ້າຄົນໜຶ່ງວ່າ, “ພໍ່ຂໍຖາມແດ່, ບ້ານນີ້ຊື່ບ້ານຫຍັງເນາະ?” “ບ້ານນີ້ມີຊື່ວ່າ ບ້ານນ້ຳ�ໃສ.” ທອຍ ໄດ້ຍ່າງເລາະໝູ່ບ້ານ, ພໍໄປຮອດເຮືອນຫຼັງໜຶ່ງ ທອຍກໍໄດ້ຍິນສຽງຮ້ອງວ່າ, “ທອຍ!

ທອຍ!”

ທອຍ ຈຶ່ງໄດ້ຫຼຽວໄປຫຼຽວມາ ແລະ ເຫັນຊາຍຄົນໜຶ່ງຍ່າງເຂົ້າມາ. ພໍມາຮອດ ທອຍ, ທອຍ

ຈຶ່ງຮູ້ວ່າຊາຍຄົນນັ້ນແມ່ນ ລອຍ, ທອຍ ໄດ້ຖາມລອຍວ່າ, “ເປັນຫຍັງເຈົ້າຈຶ່ງມາຢູ່ທີ່ນີ້?”

ລອຍ ໄດ້ຕອບດ້ວຍຄວາມໂສກເສົ້າວ່າ, “ຫຼັງຈາກທີ່ເຮົາຈາກກັນນັ້ນ, ເມື່ອຂ້ອຍກັບໄປຮອດ

ອາຈານກໍເສຍຊີວິດແລ້ວ. ພໍດີຂ້ອຍມີພີ່ນ້ອງຢູ່ບ້ານນີ້ຂ້ອຍຈຶ່ງຍ້າຍມາຢູ່ນຳ�ເຂົາເຈົ້າ.”

ຫຼັງຈາກນັ້ນ ລອຍ ກໍພາ ທອຍ ເຂົ້າໄປໃນເຮືອນຂອງລາວ, ລອຍ ຈຶ່ງໄດ້ຖາມ ທອຍວ່າ,

“ເຈົ້າເດ? ຊິໄປໃສຕໍ່?”

“ຂ້ອຍກໍບໍ່ຮູ້ວ່າຂ້ອຍຈະໄປໃສຕໍ່ແລ້ວ.” “ຖ້າເປັນແນວນັ້ນ, ເຈົ້າຢູ່ກັບຂ້ອຍທີ່ນີ້ກໍໄດ້.” ດັ່ງນັ້ນ, ທອຍຈຶ່ງໄດ້ຕັດສິນໃຈຢູ່ໃນໝູ່ບ້ານນ້ຳ�ໃສນີ້ກັບ ລອຍ. ຊີວິດການເປັນຢູ່ຂອງທັງສອງ

ແມ່ນເຮັດໄຮ່, ເຮັດນາ ແລະ ລ່າສັດເປັນຕົ້ນ. ສາມປີຕໍ່ມາ ທອຍ ກໍໄດ້ແຕ່ງງານ ແລະ ປະຊາຊົນ ທັງຫຼາຍກໍໄດ້ແຕ່ງຕັ້ງໃຫ້ ທອຍເປັນນາຍບ້ານ ແລະ ປົກຄອງບ້ານນ້ຳ�ໃສ. ສຸດທ້າຍ, ໝູ່ບ້ານນີ້ ກໍມີແຕ່ຄວາມສະຫງົບສຸກ.

- ຈົບ ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 109

ທອຍພະຈົນໄພໃນປ່າເລິກ

109

12/10/19 1:52 PM


110

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

Tales_From_The_North_LA_FA.indd 110

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


6

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງ ສັດປະຫຼາດ ແຕ່ງໂດຍ: ນ. ຈັນສຸກ ລໍຈະເລີນພົນ, ນ. ຄຳ�ເພັດ ຄຳ�ອ້ວນ

ເຈົ້າຊາຍແຮ່ລີ້ເປັນບຸດຂອງລາຊາຈອນເຄ

ແລະ

ລາຊິນີແຄັດເທີລິນ

ທີ່ຢູ່ໃນເມືອງແຫ່ງ

ຄວາມສະຫງົບ. ພະລາຊາ ແລະ ລາຊິນີປົກຄອງເມືອງດ້ວຍຄວາມຮັກ ແລະ ຄວາມເມດຕາປານີ. ປະຊາຊົນໃນເມືອງດຳ�ລົງຊີວິດຢູ່ດ້ວຍຄວາມພໍພຽງ, ລຽບງ່າຍ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ເມືອງແຫ່ງນີ້ເປັນເມືອງທີ່ລັບຕາຄົນ ແລະ ມະຫັດສະຈັນ. ມັນມີຄວາມສວຍງາມ. ຜູ້ຄົນກໍມີຄວາມສາ ມາດສະເພາະຕົວເອງ. ພືດພັນຕົ້ນໄມ້ກໍສາມາດເວົ້າໄດ້ ແລະ ດຳ�ລົງຊີວິດຄືກັນກັບຄົນ. ເມືອງແຫ່ງ ນີ້ມີເວດມົນປົກຄຸມໄວ້ເພື່ອບໍ່ໃຫ້ສິ່ງທີ່ອັນຕະລາຍ ຫຼື ຜູ້ຄົນອື່ນເຂົ້າມາໄດ້ ຍ້ອນມີເທວະດາຮັກສາ. ການເວລາຜ່ານພົ້ນໄດ້ຫຼາຍປີ,

ເຈົ້າຊາຍທີ່ເຍົາໄວໄດ້ເຕີບໂຕເປັນໜຸ່ມທີ່ມີຮູບຮ່າງງົດງາມ

ແລະ ມີຄວາມເກັ່ງກ້າສາມາດເຮັດໃຫ້ມີຊື່ສຽງໂດ່ງດັ່ງໄປທົ່ວເມືອງ. ເຈົ້າຊາຍມີສະຫາຍຜູ້ໜຶ່ງຊື່ວ່າ:

ປີເຕີ. ທັງສອງເປັນໝູ່ກັນມາຕັ້ງແຕ່ນ້ອຍເຮັດໃຫ້ເຂົາທັງສອງມີຄວາມສະໜິດສະໜົມຮັກແພງຄືກັບ ເປັນອ້າຍນ້ອງກັນ. ຢູ່ມາມື້ໜຶ່ງ, ລາຊາໄດ້ກ່າວກັບປະຊາຊົນວ່າ: ພໍຮອດວັນເພັງ 15 ຄໍ່າ ທີ່ເດືອນ

ເຕັມດວງ, ລາຊາຈະໄດ້ຈັດພິທີບູຊາເທວະດາຜູ້ທີ່ປົກປ້ອງຮັກສາ ເພື່ອສະແດງເຖິງຄວາມເຄົາລົບ. ລາຊາໄດ້ສັ່ງປະຊາຊົນໃຫ້ພ້ອມພຽງກັນຈັດພິທີໃນຄັ້ງນີ້ໃຫ້ເປັນໄປດ້ວຍດີ. ຫຼັງຈາກນັ້ນ, ຜູ້ຄົນໄດ້

ພາກັນຈັດພິທີດ້ວຍຄວາມເບີກບານມ່ວນຊື່ນຢ່າງມີຄວາມສຸກ. ພໍຮອດວັນເພັງ 15 ຄໍ່າ ວັນທີເດືອນ

ເຕັມດວງ, ພິທີກໍໄດ້ເລີ່ມຂື້ນ. ຫຼັງຈາກທີບູຊາເທວະດາສຳ�ເລັດແລ້ວ, ຜູ້ຄົນໄດ້ສະເຫຼີມສະຫຼອງຂ້າມ ມື້ຂ້າມຄືນ. ພຶືດພັນຕົ້ນໄມ້ກໍພາກັນສະເຫຼີມສະຫຼອງຢ່າງມີຄວາມສຸກ ເພາະວ່າໜຶ່ງປີມີເທື່ອດຽວເພື່ອ ຈະສະແດງເຖິງການເຄົາລົບນັບຖືຕໍ່ຜູ້ປົກປັກຮັກສາເພື່ອໃຫ້ເມືອງແຫ່ງນີ້ມີແຕ່ຄວາມສະຫງົບສຸກ. ຜູ້ຄົນໄດ້ພາກັນສະເຫຼີມສະຫຼອງເປັນເວລາສາມມື້. ຫຼັງຈາກການສະເຫຼີມສະຫຼອງຜ່ານໄປ, ຜູ້ຄົນກໍ

ພາກັນດຳ�ລົງຊີວິດຕາມເຄີຍ. ຊີວິດທີມີທັງຄວາມສຸກ ມີຄວາມພໍພຽງຕໍ່ການດຳ�ລົງຊີວິດທີ່ລຽບງ່າຍ. ແຕ່ມັນກໍເຮັດໃຫ້ຄົນບາງສ່ວນບໍ່ພໍໃຈກັບການເປັນຢູ່ປະຈຸບັນ, ພວກເຂົາເລີຍໄດ້ປຶກສາຫາລືກັນວ່າ ຈະເຮັດແນວໃດໃຫ້ຊີວິດດີຂຶ້ນ.

ຜູ້ໜຶ່ງເວົ້າຂຶ້ນວ່າ, “ຖ້າເປັນແບບນີ້ຕໍ່ໄປ, ຊີວິດພວກເຮົາອາດບໍ່ດີຂຶ້ນເລີຍ.” ຜູ້ທີ່ສອງເວົ້າວ່າ, “ແມ່ນໆ, ຖ້າເປັນແບບນີ້, ເຮົາອາດຈະບໍ່ດີຂຶ້ນເລີຍ”.

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 111

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

111

12/10/19 1:52 PM


ຫຼັງຈາກທີ່ພວກເຂົາໄດ້ປຶກສາຫາລືກັນແລ້ວ,

ພວກເຂົາກໍໄດ້ວາງແຜນວ່າຈະເຮັດແນວໃດ

ເຖິງຈະເຮັດໃຫ້ຊີວິດຂອງພວກເຂົາດີຂຶ້ນ. ພວກເຂົາໄດ້ຕົກລົງກັນວ່າຈະອອກໄປລັກເງິນຄຳ�ຂອງຜູ້ ຄົນໃນໝູ່ບ້ານ.

ຫຼັງຈາກທີ່ປຶກສາກັນແລ້ວ,

ພວກເຂົາກໍພາກັນອອກໄປລັກຕາມທີ່ຕົກລົງກັນໄວ້.

ພໍຮອດທ່ຽງຄືນ, ພວກເຂົາກໍໄດ້ພາກັນອອກໄປລັກເງິນຄຳ�ຕາມແຜນທີ່ວາງໄວ້. ພວກເຂົາໄດ້ອອກ ລັກເງີນຄຳ� ແລະ ເຂັ່ນຂ້າຜູ້ຄົນໃຫ້ຕົນເປັນໃຫຍ່ ແລະ ກວດລ້າງຜູ້ທີ່ຂວາງທາງ. ຫຼັງຈາກພວກເຂົາ

ອອກລັກເງິນຄຳ�ເປັນເວລາ 2 ວັນ, ພວກຊາວບ້ານອົດບໍ່ໄດ້ຈຶ່ງຮ້ອງຂໍກັບເຈົ້າຊາຍໃຫ້ຊ່ວຍແກ້ໄຂ ເລື່ອງນີ້. ພະລາຊາໄດ້ມອບບັນຫາໃຫ້ເຈົ້າຊາຍເປັນຜູ້ຮັບຜິດຊອບແກ້ໄຂ ເພື່ອໃຫ້ເຈົ້າຊາຍ ແລະ

ປະຊາຊົນມີຄວາມຜູກພັນກັນຫຼາຍຂຶ້ນ. ຫຼັງຈາກນັ້ນ, ເຈົ້າຊາຍກໍໄດ້ວາງແຜນ ແລະ ແກ້ໄຂບັນຫາ ດັ່ງກ່າວ. ໃນທີ່ສຸດ, ລາວກໍສາມາດແກ້ໄຂບັນຫາ ແລະ ຊ່ວຍປະຊາຊົນໄວ້ໄດ້. ປະຊາຊົນ ແລະ ເຈົ້າ

ຊາຍໄດ້ມີຄວາມຮັກແພງຜູກພັນກັນນັບມື້ນັບຫຼາຍຂຶ້ນ. ຫຼັງຈາກນັ້ນ, ຜູ້ຄົນໄດ້ດຳ�ລົງຊີວິດຢູ່ຢ່າງມີ ຄວາມສຸກ.

ຜູ້ຄົນໄດ້ດຳ�ລົງຊີວິດຢ່າງມີຄວາມສຸກສະຫງົບ. ໃນວັນທີ່ຜູ້ຄົນໃຊ້ຊີວິດຢູ່ຢ່າງມີຄວາມສຸກນັ້ນ,

ເຫດການບໍ່ຄາດຝັນກໍໄດ້ເກີດຂຶ້ນ. ມີຄົນໄປລົບລູ່ເທວະດາໂດຍໃຊ້ຄຳ�ເວົ້າທີ່ບໍ່ເໝາະສົມ, ບໍ່ເຊື່ອຖື,

ຍຽດຍໍ້າ ແລະ ລົບລູ່ເທວະດາ. ມັນຈຶ່ງເຮັດໃຫ້ເກີດມີພາຍຸທີ່ຮ້າຍແຮງ. ເວດມົນທີ່ປົກຄຸມເມືອງນີ້ກໍເລີ່ ມເຊື່ອມຫາຍໄປ ເຮັດໃຫ້ສິ່ງທີ່ອັນຕະລາຍ ແລະ ສິ່ງທີ່ຕ້ອງຫ້າມຢູ່ນອກເມືອງໄດ້ເຂົ້າມາ. ສັດຮ້າຍ

ທີ່ມີຊື່ວ່າ ຄາຣູ ເລີ່ມເຂົ້າມາໂດຍອາໃສເວລາທີຜູ້ຄົນກຳ�ລັງຍ້ານ. ເມື່ອເຫັນແນວນັ້ນຜູ້ຄົນຈຶ່ງຟ້າວ ແລ່ນໄປບອກພະລາຊາ.

ຄົນຜູ້ນັ້ນເວົ້າຂຶ້ນວ່າ, “ລາຊາ, ມີເຫດຮ້າຍເກີດຂຶ້ນແລ້ວ.” ລາຊາເວົ້າວ່າ, “ມີຫຍັງເກີດຂຶ້ນ?”

112

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

Tales_From_The_North_LA_FA.indd 112

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 113

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

113

12/10/19 1:52 PM


ເມື່ອຄົນຜູ້ນັ້ນເລົ່າເຫດການໃຫ້ລາຊາຟັງ.

ຫຼັງຈາກນັ້ນ,

ລາຊາໄດ້ແລ່ນເຂົ້າໄປເບິ່ງໃນໝູ່

ບ້ານໃຫ້ເຫັນກັບຕາ. ພໍລາວແລ່ນໄປຮອດ, ລາວເຫັນວ່າສັດຮ້າຍກຳ�ລັງເຂັ່ນຂ້າຄົນຢ່າງບໍ່ມີຄວາມ ປານີ. ຜູ້ຄົນລົ້ມຕາຍ, ບາດເຈັບ, ທໍລະມານ, ພືດພັນສັດສາວາສິ່ງ, ສິ່ງມະຫັດສະຈັນຄວາມສວຍ

ງາມກໍລົ້ມຕາຍໝົດ. ຫຼັງຈາກທີ່ສັດຮ້າຍທຳ�ລາຍ ແລະ ເຂັ່ນຂ້າສິ່ງທີ່ມີຊີວິດຢູ່ໃນເມືອງຈົນໝົດແລ້ວ, ມັນກໍໜີໄປ ເຫຼືອພຽງແຕ່ເຈົ້າຊາຍທີ່ລອດຊີວິດຢູ່ຍ້ອນວ່າພະລາຊາ ແລະ ພະລາຊີນີຂັງລາວໄວ້ໃນ ຖໍ້າໃຕ້ດິນຫຼັງໝູ່ບ້ານ ແລະ ໃຊ້ເວດມົນປິດໄວ້. ມັນຈະເປີດກໍຕໍ່ເມື່ອລາຊາ ແລະ ລາຊີນີຕາຍ. ພໍລາວ ເຫັນປາກປະຕູເປີດຈຶ່ງຮູ້ວ່າພໍ່ແມ່ຂອງຕົນຕາຍແລ້ວຈຶ່ງແລ່ນເຂົ້າໄປໃນໝູ່ບ້ານ. ພໍໄປຮອດ, ລາວ

ເຫັນທຸກຄົນລົ້ມຕາຍໝົດ. ລາວທັງຮ້ອງທັງໄຫ້ ແລະ ຄິດໃນໃຈວ່າ, “ເມືອງທີ່ເຄີຍມີແຕ່ຄວາມສຸກສະ ຫງົບກັບກາຍເປັນເມືອງທີ່ເຕັມໄປດ້ວຍຊາກສົບ.”

ລາວຄິດວ່າຈະຕ້ອງແກ້ແຄ້ນໃຫ້ພໍ່ແມ່

ແລະ

ປະຊາຊົນຂອງຕົນໃຫ້ໄດ້. ລາວໄດ້ສາບານກັບຕົນເອງວ່າຖ້າບໍ່ສາມາດແກ້ແຄ້ນໄດ້ຈະບໍ່ຂໍມີຊີວິດຢູ່ ແລ້ວລາວກໍເອົາສົບຂອງພໍ່ແມ່ໄປຝັງໄວ້ກ້ອງຕົ້ນໄມ້ຕົ້ນໜຶ່ງ. ຫຼັງຈາກນັ້ນ, ລາວໄດ້ຕັດສິນໃຈອອກ ເດີນທາງໄປຕາມຫາສັດຮ້າຍ. ພະອາຈານທີ່ເຄີຍສອນວິຊາໃຫ້ລາວໄດ້ເອົາລາວໄປຮຽນວິຊາ ເພື່ອ ຈະໄດ້ເອົາວິຊາທີ່ຮຽນມາແກ້ແຄ້ນ.

ເຈົ້າຊາຍໄດ້ຝຶກວິຊາເປັນເວລາຫຼາຍເດືອນຈົນເຮັດໃຫ້ລາວມີ

ຄວາມເກັ່ງກ້າຫຼາຍກວ່າເກົ່າ. ລາວໄດ້ຝຶກວິຊາແລ່ນໄວ,ໃຊ້ດາບ ແລະ ເວດມົນ. ຫຼັງຈາກທີ່ລາວຝຶກ

ວິຊາສຳ�ເລັດແລ້ວ, ລາວກໍຄິດວ່າຈະອອກເດີນທາງ. ພະອາຈານຜູ້ສິດສອນລາວໄດ້ມອບດາບເຫຼັ້ມ ໜຶ່ງໃຫ້ກັບລາວ ເພື່ອເອົາໄວ້ປ້ອງກັນຕົນເອງ ແລະ ຊ່ວຍຜູ້ອື່ນ.

ໄປທາງ ທິດຕາເວັນຕົກ . (ອ່ານຕໍ່ໜ້າທີ 115.)

ໄປທາງ ທິດເໜືອ . (ອ່ານຕໍ່ໜ້າທີ 117.)

ໄປທາງທິດໃຕ້ . (ອ່ານຕໍ່ໜ້າທີ 119.)

114

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

Tales_From_The_North_LA_FA.indd 114

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ໄປທາງ ທິດຕາເວັນຕົກ

ເຈົ້າຊາຍແຮ່ລີ້ໄດ້ອອກເດີນທາງໄປຕາມຫາສັດປະຫຼາດເພື່ອແກ້ແຄ້ນ.

ການເດີນທາງໃຊ້

ເວລາຫຼາຍມື້ຫຼາຍຄືນ ເຮັດໃຫ້ລາວຮູ້ສຶກອິດເມື່ອຍ ແລະ ຫິວນໍ້າ, ລາວຈຶ່ງພັກຢູ່ກ້ອງຕົ້ນໄມ້ໃຫຍ່ຕົ້ນ ໜຶ່ງ ແລ້ວລາວຈຶ່ງອອກເດີນທາງຕໍ່. ພໍລາວເດີນທາງມາຮອດກາງປ່າແຫ່ງໜຶ່ງ, ລາວແນມເຫັນບ່ອນ ທີ່ຕົ້ນໄມ້ໃບຫຍ້າບໍ່ມີຈັກຕົ້ນ. ດິນກໍແຫ້ງແລ້ງຂາດຄວາມຊຸ່ມຊື່ນຄືກັບວ່າມີໃຜມາເອົາປ່າແຫ່ງນີ້. ພໍ ແນມໄປກໍບໍ່ເຫັນສັດສາວາສິ່ງຈັກໂຕ.

ຕົ້ນໄມ້ກໍຖືກເຜົາເຫຼືອແຕ່ຕໍທີ່ຖືກເຜົາແລ້ວກາຍເປັນຖ່ານ.

ລາວຄິດໃຈວ່າ, “ປ່າແຫ່ງນີ້ຄືມາແປກແທ້ບໍ່ຄືປ່າທີ່ຕົນເຄີຍຍ່າງຜ່ານມາ.” ແຕ່ລາວກໍບໍ່ສົນໃຈແລ້ວກໍ ຍ່າງໄປເລື້ອຍໆ. ຈົນຕາເວັນໃກ້ສິຕົກດິນ, ລາວກໍຫຼຽວໜ້າຫຼຽວຫຼັງເພື່ອຊອກຫາທີ່ພັກ. ບັງເອີນລາວ ຫຼຽວເຫັນຖໍ້າແຫ່ງໜຶ່ງທີ່ຢູ່ກາງປ່າທີ່ຖືກເຜົາກາຍເປັນຂີ້ເຖົ່າ, ລາວກໍໄດ້ຢ່າງເຂົ້າໄປໃນຖໍ້າ. ລາວຮູ້

ສຶກວ່າຖໍ້ານີ້ມີຄວາມແປກປະຫຼາດ. ຫີນໃນຖໍ້າມັນເປັນສີເຫຼືອງອ່ອນຄືກັນກັບກ້ອນທອງ. ລາວເລີຍ

ເອົາມືໄປຈັບເບິ່ງ, ແຕ່ມັນພັດຮ້ອນຄືກັບໄຟ. ລາວຮູ້ສຶກແປກປະຫຼາດໃຈ. ຖ້າວ່າສິອອກຈາກຖໍ້ານີ້ ໄປນອນບ່ອນອື່ນ, ມັນກະໃກ້ສິມືດແລ້ວ. ລາວຈຶ່ງຕັດສິນໃຈນອນໃນຖໍ້າແຫ່ງນີ້. ພໍຕົກຮອດກາງຄືນ, ລາວກໍນອນຫຼັບສະໜິດເພາະຄວາມອິດເມື່ອຍ ແລະ ອ່ອນເພຍ. ໃນຂະນະດຽວກັນນັ້ນ, ຫີນໃນຖໍ້າ ກໍເລີ່ມຄ່ອຍໆມີແສງເປ່ງອອກມາຈາກກ້ອນຫີນ ແລະ ຮຸ່ງໄປທົ່ວຖໍ້າຈົນແສບຕາ ແລະ ກໍຄ່ອຍໆ ຮ້ອນຂຶ້ນເລື້ອຍໆ. ມັນຮ້ອນຈົນເຮັດໃຫ້ຕົນໂຕຂອງ ແຮ່ລີ້ ເຕັມໄປດ້ວຍເຫຶ່ອ ຈຶ່ງເຮັດໃຫ້ລາວ

ຕື່ນຂຶ້ນມາ ເພາະຄວາມຮ້ອນທີ່ແປກປະຫຼາດ. ພໍລາວຕື່ນຂຶ້ນມາກໍພົບວ່າຖໍ້າແຫ່ງນີ້ກາຍເປັນສີແດງ ເຂັ້ມຄືກັບມີຄົນເອົາໄຟມາເຜົາໄວ້ໃນຖໍ້າ

ເຊິ່ງຕ່າງກັບຕອນກາງເວັນທີ່ເປັນສີເຫຼືອງອ່ອນ

ແລະ

ກໍບໍ່ຮ້ອນປານນີ້. ເມື່ອເຫັນແນວນັ້ນ, ລາວຈຶ່ງຫຼຽວເບິ່ງໜ້າເບິ່ງຫຼັງວ່າແສງນັ້ນມາຈາກທາງໃດຂອງ ຖໍ້າ. ລາວຫຼຽວເຫັນວ່າມັນມາຈາກທາງໃນສຸດຂອງຖໍ້າ. ພໍລາວໄປຮອດກໍເຫັນວ່າມີສັດໂຕໜຶ່ງທີ່ມີຮູ ບຮ່າງຄ້າຍຄືກັບຄົນ.

ຕົນໂຕຂອງມັນເຕັມໄປດ້ວຍໄຟທີ່ຮ້ອນແຮງ.

ລາວຕັດສິນໃຈຍ່າງເຂົ້າໄປ

ໃກ້ສັດໂຕນັ້ນ. ພໍສັດໂຕນັ້ນໄດ້ຍິນສຽງຄົນຍ່າງກໍຫັນໜ້າມາເບິ່ງ. ພໍມັນຫັນມາ, ລາວກໍຕົກໃຈລົ້ມ ລົງກັບພື້ນ ເພາະໜ້າຕາຂອງມັນຂີ້ຮ້າຍ ແລະ ເປັນຕາຍ້ານ. ເມື່ອສັດປະຫຼາດເຫັນແນວນັ້ນ, ມັນກໍ

ຄິດວ່າເຈົ້າຊາຍຈະມາທຳ�ຮ້າຍມັນ, ມັນກໍເລີຍເປົ່າໄຟໃສ່ລາວ, ແຕ່ລາວຫຼີກທັນ. ແລ້ວລາວກໍຈັບດາບ ຂຶ້ນມາ ເພື່ອຕໍ່ສູ້ກັບສັດປະຫຼາດໂຕນັ້ນ. ສັດຮ້າຍໂຕນັ້ນກໍໄດ້ເປົ່າໄຟໃສ່ລາວອີກ, ແຕ່ລາວໃຊ້ດາບ

ຮັບ. ທັງສອງໄດ້ຕໍ່ສູ້ກັນດົນພໍສົມຄວນ. ລາວຄິດວ່າດາບບໍ່ສາມາດຂ້າມັນໄດ້, ລາວຈຶ່ງໄດ້ໃຊ້ພະລັງ ເປົ່າລົມອອກມາຈາກປາກຂອງຕົນໃສ່ສັດຮ້າຍໂຕນັ້ນຈົນໄຟໃນຕົວຂອງມັນຫາຍໄປ. ເມື່ອລາວເຫັນ

ແນວນັ້ນ, ລາວຈຶ່ງຈັບດາບຂຶ້ນມາແລ້ວຟັນຄໍສັດຮ້າຍໂຕນັ້ນຂາດ. ແລ້ວມັນກໍຕາຍໄປ. ຫຼັງຈາກນັ້ນ,

ໄຟໃນຖໍ້າ ແລະ ກ້ອນຫີນທີ່ເປັນສີແດງກໍເລີ່ມຄ່ອຍໆຫາຍໄປເທື່ອລະໜ້ອຍ. ລາວກໍເລີຍຍ່າງອອກ ມາຈາກຖໍ້າ. ລາວເຫັນວ່າຕົ້ນໄມ້ໃບຫຍ້າທີ່ຖືກເຜົາກາຍເປັນຂີ້ເຖົ່າເລີ່ມບານໄປເທື່ອລະໜ້ອຍ, ນໍ້າ

ໃນແມ່ນໍ້າກໍເລີ່ມຊຶມອອກມາຈາກດິນກໍເລີ່ມຊຸມຊືນຂື້ນ. ໃນບໍ່ດົນ, ປ່າແຫ່ງນີ້ກໍກາຍເປັນປ່າທີ່ອຸດົມ ສົມບູນຄືທີ່ມັນເຄີຍເປັນ.

(ຈົບ)

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 115

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

115

12/10/19 1:52 PM


116

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

Tales_From_The_North_LA_FA.indd 116

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ໄປທາງ ທິດເໜືອ ລາວໄດ້ຕັດສິນໃຈຍ່າງອອກຈາກໝູ່ບ້ານເພື່ອໄປແກ້ແຄ້ນ.

ລາວຍ່າງມາຮອດກາງປ່າແຫ່ງ

ໜຶ່ງລາວຫຼຽວເບິ່ງຊັບພະຍາກອນທຳ�ມະຊາດໃນປ່າກໍເຫັນວ່າມັນງົດງາມກວ່າທີ່ຜ່ານມາ. ລາວຍ່າງ

ເຂົ້າໄປໃນປ່າ ແລະ ລາວຄິດວ່າຈະນອນພັກເຊົາໃນປ່າແຫ່ງນີ້, ລາວເລີຍຢ່າງເຂົ້າໄປຫາແມ່ນໍ້າທີ່ ໄຫຼຜ່ານໃຈກາງປ່າແຫ່ງນີ້

ເຊິ່ງມັນເກີດຈາກນໍ້າຕົກຕາດທີ່ໄຫຼອອກມາຈາກຟ້າ.

ນໍ້ານັ້ນກໍເປັນ

ສີຂາວເຫຼື້ອມ ໃສຄືກັບເພັດ ເຮັດໃຫ້ລາວຕົກຕະລຶງກັບຄວາມສວຍງາມຂອງແມ່ນໍ້າ ແລະ ຕົກໃຈ

ກັບສິ່ງທີ່ລາວເຫັນ. ລາວກົ້ມລົງແລ້ວເອົາມືຟາຍນໍ້າຂຶ້ນມາກິນ. ພໍລາວກິນເຂົ້າໄປ, ລາວກໍຮູ້ສຶກວ່າ

ຄວາມອິດເມື່ອຍທີ່ເດີນທາງມາໄກນັ້ນຫາຍໄປ. ລາວເລີຍຄິດວ່າຕ້ອງແມ່ນນໍ້າວິເສດ ແລະ ດິນແດນ

ແຫ່ງນີ້ແມ່ນດິນແດນທີ່ມະຫັດສະຈັນ. ທຸກສິ່ງທຸກຢ່າງທີ່ຢູ່ໃນປ່າແຫ່ງນີ້ກໍມີຄວາມສວຍງາມຄືກັບຮູບ

ແຕ້ມ. ລາວຫຼຽວໄປທາງຂວາລາວກໍໄດ້ເຫັນດອກບົວດອກໜຶ່ງທີ່ໃຫຍ່ສຳ�ກັບເຮືອນຫຼັງໃຫຍ່ຫຼັງໜຶ່ງ ຢູ່ກາງແມ່ນໍ້າ. ດອກບົວຈູມດອກນີ້ເປັນດອກບົວທີ່ມີຄວາມງົດງາມ ແລະ ແຕ່ລະກີບມີສີທີ່ແຕກຕ່າງ ກັນໄປຄືກັບສາຍຮຸ້ງ. ລາວເກີດຄວາມສົງໄສວ່າດອກບົວດອກນີ້ຄືມາໃຫຍ່ແທ້, ລາວເລີຍລອຍນໍ້າ

ໄປເບິ່ງ. ພໍລາວໄປຮອດ, ລາວກໍໄດ້ປີນຂຶ້ນໄປເທິງໃບບົວ. ລາວຍ່າງອ້ອມດອກບົວໄປມາເພື່ອຫາ ທາງເຂົ້າແຕ່ກໍບໍ່ມີທາງເຂົ້າ. ພໍລາວຢຸດຍ່າງ, ລາວໄດ້ຍິນສຽງອອກມາຈາກດອກບົວ, ແຕ່ລາວກໍບໍ່ຮູ້

ວ່ານັ້ນແມ່ນສຽງຫຍັງ. ລາວເລີຍຈັບດາບວິເສດອອກມາ ເພື່ອທີ່ຈະແທງດອກບົວ, ແຕ່ລາວແທງ

ແນວໃດກໍແທງບໍ່ເຂົ້າຈົນລາວໝົດແຮງ. ລາວກໍໄດ້ນັ່ງພັກຢູ່ຄາວໜຶ່ງ, ຢູ່ໆກໍເກີດມີແຜ່ນດິນໄຫວສັ່ນ

ສະເທືອນໄປທົ່ວປ່າ ເຮັດໃຫ້ລາວຕົກລົງນໍ້າໄປ. ແລ້ວລາວກໍໄດ້ເຫັນເຕົ່າຍັກໂຕໜຶ່ງກຳ�ລັງຍ່າງກົງ ມາຫາດອກບົວດອກນັ້ນ. ພໍລາວເຫັນແນວນັ້ນ, ລາວກໍຟ້າວລີ້ຢູ່ກ້ອງດອກບົວ. ອີກບໍ່ດົນ, ເຕົ່າຍັກ

ກໍຍ່າມາຮອດດອກບົວ, ແລ້ວດອກບົວກໍຄ່ອຍໆບານອອກຢ່າງໜ້າມະຫັດສະຈັນ. ເມື່ອດອກບົວ

ບານອອກໝົດແລ້ວ, ລາວກໍໄດ້ເຫັນເຕົ່າທີ່ມີຂະໜາດໃຫຍ່ພໍສົມຄວນຢູ່ໃນດອກບົວ. ສຽງທີ່ລາວໄດ້ ຍິນນັ້ນປາກົດວ່າແມ່ນລູກເຕົ່າທີ່ຮ້ອງໄຫ້ ເພາະຖ້າແມ່ຫາອາຫານມາໃຫ້ກິນ. ແມ່ເຕົ່າໄດ້ເອົາອາ

ຫານມາໃຫ້ລູກມັນແລ້ວ, ມັນກໍອອກໄປຫາອາຫານເພື່ອເອົາໄວ້ໃຫ້ລູກອີກ. ພໍແຕ່ແມ່ເຕົ່າອອກຈາກ ດອກບົວ, ດອກບົວກໍຄ່ອຍໆຈູມເຂົ້າຄືນ. ເມື່ອເຈົ້າຊາຍເຫັນແນວນັ້ນ, ລາວກໍຟ້າວແລ່ນເຂົ້າໄປໃນ ດອກບົວ. ພໍລາວເຂົ້າໄປທາງໃນ, ລາວເຫັນລູກເຕົ່າທີ່ໜ້າຕາເປັນຕາຮັກ 5 ໂຕ ນອນຢູ່. ແຕ່ລະໂຕ ມີສີທີ່ແຕກຕ່າງກັນ. ບາງໂຕມີສີຄືກັນກັບທອງຄຳ� ແລະ ບາງໂຕມີສີຂາວຄືກັບເພັດພອຍ ແລະ ຫຼາຍ

ສີຕ່າງກັນ. ທາງໃນຂອງດອກບົວນັ້ນມີດອກໄມ້ທີ່ຍາວຢຶດຢູ່ເທິງຫົວຂອງລາວ. ດອກໄມ້ນັ້ນເປັນສີ ບົວປົນສີຟ້າ. ເມື່ອເວລາເຮົາຫຼັບ, ມັນຈະກາຍເປັນສີອື່ນທັນທີ ແລະ ມີແສງອອກມາ. ໃນຂະນະທີ່

ເຈົ້າຊາຍຈັບດອກໄມ້ຢູ່ນັ້ນ, ລູກເຕົ່າກໍໄດ້ຕື່ນຂຶ້ນມາ. ລູກເຕົ່າຫຼຽວເຫັນຄົນແປກໜ້າເຂົ້າມາໃນດອກ ບົວ, ພວກມັນຢ້ານເລີຍຮ້ອງໄຫ້ຂຶ້ນໝົດແຮງ. ພໍເຈົ້າຊາຍໄດ້ຍິນແນວນັ້ນ, ລາວເລີຍເວົ້າວ່າ, “ບໍ່ຕ້ອງ ຢ້ານ, ຂ້ອຍບໍ່ເຮັດຫຍັງພວກເຈົ້າດອກ.”

ເມື່ອເຕົ່າໄດ້ຍິນແນວນັ້ນກໍເຊົາໄຫ້. ຫຼັງຈາກທີ່ລູກເຕົ່າໄດ້ຮູ້ຈັກກັບເຈົ້າຊາຍແລ້ວ, ພວກເຂົາກໍ

ໄດ້ເປັນໝູ່ກັນ ແລະ ຮັກແພງກັນຫຼາຍ. ເຈົ້າຊາຍຈຶ່ງຕັດສິນໃຈວ່າຈະໃຊ້ຊີວິດຢູ່ໃນປ່າແຫ່ງນີ້ກັບເຕົ່າ ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 117

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

117

12/10/19 1:52 PM


ນ້ອຍ. ອີກບໍ່ດົນ, ແມ່ຂອງລູກເຕົ່າກໍໄດ້ກັບມາ ແລະ ກໍໄດ້ເຫັນເຈົ້າຊາຍຢູ່ໃນດອກບົວ. ແມ່ເຕົ່າຄິດ ວ່າເຈົ້າຊາຍຊິມາທຳ�ຮ້າຍລູກຂອງຕົນຈຶ່ງຈັບເອົາເຈົ້າຊາຍຂຶ້ນມາ.

ແຕ່ຕອນທີ່ແມ່ເຕົ່າກຳ�ລັງສິຂ້າ

ເຈົ້າຊາຍ, ລູກເຕົ່າກໍຂໍໄວ້ ແລະ ເລົ່າເຖິງຄວາມດີຂອງເຈົ້າຊາຍໃຫ້ແມ່ຂອງຕົນຟັງ. ເມື່ອແມ່ເຕົ່າຮູ້

ແນວນັ້ນ, ມັນຈຶ່ງໃຫ້ເຈົ້າຊາຍຢູ່ນໍາ ແລະ ລາວຈຶ່ງຮູ້ວ່າປ່າແຫ່ງນີ້ແມ່ນປ່າແຫ່ງເວດມົນ. ລາວໄດ້ດຳ� ລົງຊີວິດຢູ່ໃນປ່າແຫ່ງນີ້ກັບລູກເຕົ່າຕັ້ງແຕ່ນັ້ນມາ.

ລູກເຕົ່າໄດ້ເຮັດໃຫ້ເຈົ້າຊາຍລືມຄວາມແຄ້ນທີ່ຢູ່

ໃນໃຈ ແລະ ຍອມປ່ອຍວາງທຸກສິ່ງທຸກຢ່າງທີ່ມີຢູ່ໃນໃຈ. ລາວໄດ້ສ້າງຕູບນ້ອຍຫຼັງໜຶ່ງທີ່ເຮັດດ້ວຍ ກີບດອກບົວຢູ່ແຄມແມ່ນໍ້າ ແລະ ດຳ�ລົງຊີວິດຢູ່ກັບແມ່ເຕົ່າຍັກ ແລະ ລູກເຕົ່າຢ່າງມີຄວາມສຸກ.

(ຈົບ)

118

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

Tales_From_The_North_LA_FA.indd 118

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ໄປທາງທິດໃຕ້ ລາວໄດ້ອອກເດີນທາງໄປຕາມຫາສັດຮ້າຍທາງທິດໃຕ້ເພື່ອແແກ້ແຄ້ນ.

ໃນລະຫວ່າງການ

ເດີນທາງ, ແຮ່ລີ້ໄດ້ພົບກັບອັນຕະລາຍຫຼາຍສິ່ງຫຼາຍຢ່າງເຊັ່ນ: ໄດ້ພົບກັບປີສາດຕົນໜຶ່ງທີ່ມີໜ້າຕາ ຂີ້ຮ້າຍຕາຍ້ານທີ່ຊື່ວ່າ: ອາສູນລະກາຍ.

ສັດຮ້າຍໂຕນີ້ມີຄວາມສາມາດປ່ຽນຮູບຮ່າງໃຫ້ເປັນໄປຕາມທີ່ມັນຢາກເປັນ.

ພໍມັນເຫັນເຈົ້າ

ຊາຍ, ມັນຄິດໃນໃຈວ່າຈະຕ້ອງເອົາລາວມາເປັນຂອງຕົນໃຫ້ໄດ້ ເພາະລາວມີຮູບຮ່າງໜ້າຕາທີ່ງົດ

ງາມ ແລະ ມີສະເໜ່. ມັນຈຶ່ງປ່ຽນຮູບຮ່າງເປັນຍິງສາວຜູ້ໜຶ່ງທີ່ມີໜ້າຕາງົດງາມ. ມັນທຳ�ທ່າວ່າຕົນບາດ

ເຈັບ ແລະ ຮ້ອງໃຫ້ຊ່ວຍ. ເມື່ອເຈົ້າຊາຍເຫັນແນວນັ້ນ, ລາວຈຶ່ງຟ້າວເຂົ້າໄປຊ່ວຍພ້ອມທັງຖາມທີ່ຢູ່, ຖາມຊື່ ແລະ ຍັງຖາມວ່າມາຈາກໃສ.

ເມື່ອຍິງສາວຜູ້ນັ້ນມາໄດ້ຍິນ, ລາວກໍເວົ້າວ່າ, “ຕົວນ້ອງນີ້ມີຊື່ວ່າ ຫົງ. ນ້ອງອາໄສຢູ່ໃນປ່າແຫ່ງ

ນີ້ມາດົນແລ້ວ. ນ້ອງອອກມາຫາໝາກໄມ້ກິນ.”

ເຈົ້າຊາຍເວົ້າວ່າ, “ນ້ອງມີອັນໃດໃຫ້ອ້າຍຊ່ວຍບໍ?” ຫຼັງຈາກນັ້ນ,

ທັງສອງຄົນໄດ້ໂອລົມກັນເປັນເວລາດົນພໍສົມຄວນຈົນຕາເວັນໃກ້ຈະຕົກດິນ.

ນາງຫົງຈຶ່ງຖືໂອກາດຊວນເຈົ້າຊາຍໄປພັກຢູ່ບ້ານຂອງຕົນເພາະວ່າເຫັນຟ້າເລີ່ມມືດຄໍ່າແລ້ວ.

ເຈົ້າ

ຊາຍຂັດບໍ່ໄດ້ຈຶ່ງຕັດສິນໃຈໄປພັກນຳ�. ພໍຮອດທ່ຽງຄືນ, ລາວນອນບໍ່ຫຼັບ, ລາວຈຶ່ງອອກມາຍ່າງຫຼິ້ນ ເລີຍເຫັນສັດຮ້າຍໂຕນັ້ນກຳ�ລັງກິນເລືອດຂອງກວາງໂຕໜຶ່ງ.

ລາວຈຶ່ງຕັດສິນໃຈຍ່າງເຂົ້າໄປເບິ່ງ

ໃກ້ໆ. ມັນເລີຍປ່ຽນຮູບຮ່າງເປັນຍິງສາວຜູ້ທີ່ລາວຊ່ວຍໄວ້. ຫຼັງຈາກນັ້ນ, ຍິງສາວຜູ້ນັ້ນໄດ້ໃຊ້ເລັບມື ທີຍາວຟາດໃສ່ເຈົ້າຊາຍແຮ່ລີ້ຫຼາຍເທື່ອ, ແຕ່ລາວກໍຫຼອດຊິວິດໄດ້. ລາວໄດ້ໃຊ້ດາບແທງເຂົ້າທີ່ໜ້າ ເອິກຂອງສັດຮ້າຍ, ຈົນສຸດທ້າຍລາວກໍເອົາຊະນະໄດ້. ແລ້ວລາວໄດ້ອອກເດີນທາງຕໍ່.

ລາວອອກເດີນທາງ ແລະ ພົບກັບສິ່ງມະຫັດສະຈັນ. ລາວໄດ້ພົບກັບນາງເງືອກທີ່ໃຈດີ ແລະ

ໄດ້ພາລາວຂີ່ເປືອກຫອຍທີ່ລອຍເທິງໜ້ານໍ້າໄດ້, ອ່ອນນຸ້ມ ແລະ ຖືກປະດັບປະດາດ້ວຍໄມ້. ລາວໄດ້

ເດີນທາງຫຼາຍມື້ກາງນໍ້າ. ເຖິງຈະຜ່ານມາຫຼາຍວັນ, ມັນກໍບໍ່ເຮັດໃຫ້ເຈົ້າຊາຍທໍ້ຖອຍ. ລາວເດີນທາງ

ຈົນໄປຮອດເກາະແຫ່ງໜື່ງ ແລ້ວລາວກໍເຂົ້າໄປໃນເກາະ ເພື່ອພັກເຊົາ. ບ່ອນທີ່ລາວຢູ່ນັ້ນມີຄວາມ ເຢັນຜິດປົກກະຕິ. ມັນບໍ່ຄືກັບເຫດການທີ່ຕົນເຄີຍເຫັນມາ. ພໍຕົກຮອດກາງຄືນ, ລາວຮູ້ສຶກວ່າໃນ

ເກາະແຫ່ງນີ້ມີຄວາມເຢັນ ແລະ ແປກປະຫຼາດ. ແລ້ວບໍ່ດົນ, ລາວກໍຫຼຽວເຫັນແມ່ນໍ້າດັນ ຂຶ້ນມາ. ລາວຄິດວ່າແມ່ນປາໃຫຍ່ທີ່ກຳ�ລັງຫຼິ້ນນໍ້າ, ບໍ່ແມ່ນປາທີ່ກຳ�ລັງຫຼິ້ນນໍ້າຢູ່,

ລາວກໍເລີຍດຳ�ລົງໄປເບິ່ງ.

ແຕ່ເປັນສັດຮ້າຍທີ່ຕົນກຳ�ລັງຕາມຫາຢູ່.

ນອນຢູ່ໃນຖໍ້າທີ່ເຕັມໄປດ້ວຍໂຄງກະດູກຂອງສັດ.

ແຕ່ສິ່ງທີ່ລາວພົບເຫັນນັ້ນ

ສັດປະຫຼາດໂຕນັ້ນກຳ�ລັງ

ເມື່ອໄດ້ມາຮອດແມ່ນໍ້າທີ່ສັດປະຫຼາດຕົວນັ້ນອາໃສຢູ່, ເຈົ້າຊາຍແຮ່ລີ້ຄິດວ່າຈະຕ້ອງແກ້ແຄ້ນ

ສັດປະຫຼາດທີ່ຂ້າພໍ່ແມ່ ແລະ ປະຊາຊົນຂອງຕົນເພື່ອໃຫ້ທຸກຄົນນອນຕາຍຕາຫຼັບ ແລະ ເພື່ອບໍ່ໃຫ້ຜູ້ ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 119

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

119

12/10/19 1:52 PM


ຄົນທີ່ເຫຼືອລອດຊີວິດຕ້ອງທຸກຍາກລຳ�ບາກອີກ. ເມື່ອຄິດໄດ້ແນວນັ້ນ, ເຈົ້າຊາຍກໍເດີນໜ້າເຂົ້າໄປ

ຫາ. ສັດປະຫຼາດໄດ້ຍິນສຽງ ແລະ ເຫັນນໍ້າເໜັງ, ມັນກໍຮູ້ທັນທີວ່າແມ່ນໃຜກຳ�ລັງເດີນເຂົ້າມາ. ເມື່ອມັນຮູ້ແນວນັ້ນ, ມັນກໍເຮັດທ່າທາງບໍ່ມີຫຍັງເກີດຂຶ້ນ ແລະ ກໍນອນຄືເກົ່າ ເພື່ອມັນຫວັງໃຫ້ເຈົ້າ

ຊາຍຕິດກັບດັກທີ່ມັນວາງເອົາໄວ້. ພໍເຈົ້າຊາຍລອຍນໍ້າເຂົ້າມາໃກ້ຊິຮອດປາກຖໍ້າຂອງສັດປະຫຼາດ ນັ້ນ, ເຈົ້າຊາຍກໍຫຼຽວເບິ່ງຊ້າຍເບິ່ງຂວາ ແລະ ທັງຄິດໃນໃຈວ່າມັນງຽບຜິດປົກກະຕິ. ເຈົ້າຊາຍຄິດຢູ່ດົນ

ພໍສົມຄວນວ່າ ສັດປະຫຼາດຕ້ອງວາງກັບດັກໄວ້ ເພື່ອໃຫ້ຕົນຕິດກັບດັກນັ້ນ. ເມື່ອຄິດໄດ້ແນວນັ້ນ,

ເຈົ້າຊາຍຈຶ່ງວາງແຜນ ເພື່ອຈະແກ້ໄຂກົນອຸບາຍນີ້. ເມື່ອຄິດໄດ້, ລາວຈຶ່ງວາງກົນອຸບາຍເພື່ອປີ້ນກັບ

ດັກຂອງສັດປະຫຼາດ. ເມື່ອຄິດແລ້ວ, ເຈົ້າຊາຍກໍໄດ້ເສກເຈົ້າຊາຍປອມທີ່ມີໜ້າຄ້າຍຄືກັບຕົນເອງ ຂຶ້ນມາ. ເມື່ອເຮັດແນວນັ້ນແລ້ວ, ເຈົ້​້າຊາຍຈຶ່ງອ້ອມໄປດ້ານຫຼັງຂອງຖໍ້າ ເພື່ອຫາທາງເຂົ້າໄປຂ້າງໃນ. ຫຼັງຈາກນັ້ນ, ເຈົ້າຊາຍປອມທີ່ເຈົ້າຊາຍເສກຂຶ້ນມານັ້ນກໍຍ່າງເຂົ້າໄປໃນຖໍ້າຂອງສັດປະຫຼາດ. ເມື່ອ

ສັດປະຫຼາດເຫັນແນວນັ້ນ, ມັນກໍທຳ�ທ່ານອນແບບບໍ່ຮູ້ສະຕິພ້ອມທັງຄິດໃນໃຈວ່າຕ້ອງເປັນໄປຕາມ ແຜນຂອງມັນ. ພໍເຈົ້າຊາຍປອມຍ່າງເຈົ້າໄປຕາມແຜນຂອງມັນມາໄດ້ເຄິ່ງທາງ, ເຈົ້າຊາຍປອມກໍຖືກ ກັບດັກຂອງສັດປະຫຼາດທີ່ວາງໄວ້. ເມື່ອສັດປະຫຼາດເຫັນແນວນັ້ນກໍຫົວຂຶ້ນວ່າ, “ຮາ! ຮາ! ຮາ! ເຈົ້າມະນຸດໜ້າໂງ່.”

ທັນໃດນັ້ນ, ສັດປະຫຼາດກໍກຳ�ເຈົ້າຊາຍໄວ້ໃນມື, ແລ້ວເຈົ້າຊາຍປອມກໍກາຍເປັນກ້ອນຫິນ.

ເມື່ອສັດປະຫຼາດເຫັນແນວນັ້ນ, ມັນຈຶ່ງຮູ້ວ່າຕົນເອງຖືກຕົວະ. ທັນໃດນັ້ນ, ເຈົ້າຊາຍຕົວຈິງຈຶ່ງໃຊ້ດາບ ທີ່ອາຈານມອບໃຫ້ຟັນເຂົ້າທີ່ໃບໜ້າຂອງມັນ. ສັດປະຫຼາດຮ້ອງຂຶ້ນດ້ວຍຄວາມເຈັບປວດ. ສັດປະ

ຫຼາດກັບເຈົ້າຊາຍກໍໄດ້ຕໍ່ສູ້ກັນຢູ່ໃຕ້ນໍ້າເປັນເວລາດົນນານ ໂດຍບໍ່ຮູ້ເລີຍວ່າໄດ້ໃຊ້ເວລາດົນເທົ່າໃດ

ແລະ ໄດ້ສ້າງຜົນເສຍຫາຍໃຫ້ກັບຜູ້ຄົນຢ່າງຫຼວງຫຼາຍເທົ່າໃດ. ທັງສອງໄດ້ຕໍ່ສູ້ກັນຈົນເຮັດໃຫ້ເກີດ ໄພນໍ້າຖ້ວມບ້ານຖ້ວມເມືອງ. ໃນຂະນະດຽວກັນທີ່ເຈົ້າຊາຍ ແລະ ສັດປະຫຼາດຕໍ່ສູ້ກັນຢູ່ນັ້ນ, ສັດປະ

ຫຼາດກໍໄດ້ສ້າງຮູບມາຍາຂຶ້ນມາເຮັດໃຫ້ເຈົ້າຊາຍເຫັນວ່າພໍ່ແມ່ຂອງຕົນຍັງມີຊີວິດຢູ່ ແລະ ກຳ�ລັງທຸກ

ທໍລະມານ. ເຈົ້າຊາຍເຫັນພາບທີ່ສັດປະຫຼາດສ້າງຂຶ້ນມາແລ້ວເຮັດໃຫ້ເຈົ້າຊາຍຄິດວ່າບໍ່ແມ່ນຄວາມ ຈິງ ເພາະວ່າພໍ່ແມ່ຂອງຕົນໄດ້ຕາຍໄປແລ້ວ. ໃນຂະນະທີ່ເຈົ້າຊາຍກຳ�ລັງຄິດຢູ່ນັ້ນ, ສັດປະຫຼາດກໍຖື ໂອກາດຈັບເຈົ້າຊາຍໄວ້ໃນກຳ�ມືຫວັງຈະບີບໃຫ້ຕາຍຄາມື.

ນັ້ນເຮັດໃຫ້ເຈົ້າຊາຍແພ້ສັດປະຫຼາດ

ຍ້ອນຄວາມຕົກຕະລຶງຂາດສະຕິ ແລະ ດ້ວຍຄວາມປະໝາດ. ທັນໃດນັ້ນກໍມີຄົນຜູ້ໜຶ່ງຍິງທະນູໃສ່ທີ່ ຕາຂອງສັດປະຫຼາດ ເຮັດໃຫ້ສັດປະຫຼາດລົ້ມລົງ, ແລ້ວເຈົ້າຊາຍກໍຕົກຈາກອູ້ມມືຂອງມັນ. ການຕົກ ລົງດິນເຮັດໃຫ້ເຈົ້າຊາຍສະຫຼົບໄປ, ແລ້ວຄົນຜູ້ນັ້ນກໍພາເຈົ້າຊາຍອອກໄປຈາກຖໍ້າ.

ພໍທັງສອງໜີມາຮອດໝູ່ບ້ານຂອງຄົນຜູ້ນັ້ນແລ້ວ, ທ່ານຜູ້ເຖົ້າທີ່ເປັນຜູ້ດູແລຂອງໝູ່ບ້ານກໍໄດ້

ຮັກສາບາດແຜໃຫ້ເຈົ້າຊາຍ. ບໍ່ນໍ້າວິເສດຂອງໝູ່ບ້ານແຫ່ງນີ້ມີຄວາມມະຫັດສະຈັນ. ຫຼາຍສິ່ງຫຼາຍ ຢ່າງທີ່ລຶກລັບ

ແລະ

ເປັນຕາໜ້າຄົ້ນຫາ.

ທຸກສິ່ງທຸກຢ່າງໃນໝູ່ບ້ານນີ້ລ້ວນແຕ່ມີຊີວິດ

ແລະ

ມະຫັດສະຈັນຢ່າງໜ້າເຫຼືອເຊື່ອ. ຜູ້ຄົນໃນໝູ່ບ້ານແຫ່ງນີ້ລ້ວນແຕ່ເປັນຄົນທີ່ມີເວດມົນຄາຖາຕ່າງໆ. ສິ່ງທີ່ສຳ�ຄັນໃນໝູ່ບ້ານແຫ່ງນີ້ແມ່ນ ບໍ່ນໍ້າວິເສດທີ່ຊ່ວຍຮັກສາບາດແຜໃຫ້ຫາຍ ແລະ ຍັງເປັນຢາທີ່ 120

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

Tales_From_The_North_LA_FA.indd 120

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ເຮັດໃຫ້ຄົນທີ່ດື່ມເຂົ້າໄປກາຍເປັນໝຸ່ມສາວທີ່ມີຄວາມສວຍງາມຢູ່ຕະຫຼອດ. ຍ້ອນແນວນັ້ນ, ບໍ່ນໍ້າ

ສັກສິດແຫ່ງນີ້ຈຶ່ງກາຍເປັນເອກະລັກສະເພາະຂອງໝູ່ບ້ານແຫ່ງນີ້. ເມື່ອເຈົ້າຊາຍໄດ້ຮັກສາບາດແຜ ດີແລ້ວ, ລາວຈຶ່ງເລົ່າເຫດການທຸກສິ່ງທຸກຢ່າງໃຫ້ກັບຜູ້ເຖົ້າຟັງ.

ເມື່ອຜູ້ເຖົ້າໄດ້ຟັງແນວນັ້ນ, ລາວຈຶ່ງເວົ້າວ່າ, “ສັດປະຫຼາດໂຕນີ້ມັນແມ່ນສັດປະຫຼາດທີ່ບໍ່ມີມື້

ຕາຍ ເພາະວ່າມັນເຄີຍມາໃນໝູ່ບ້ານແຫ່ງນີ້ເມື່ອ 10 ປີທີ່ແລ້ວ ແລະ ທຳ�ຮ້າຍຜູ້ຄົນຈົນລົ້ມຕາຍບາດ ເຈັບເປັນຈຳ�ນວນຫຼວງຫຼາຍພຽງເພາະມັນຢາກຈະລົງໄປໃນບໍ່ນໍ້າວິເສດ ເພື່ອເຮັດໃຫ້ມັນມີອາຍຸຍືນ ຍາວ ແລະ ເປັນອະມະຕະ.”

ເຈົ້າຊາຍຈຶ່ງຖາມວ່າ, “ມັນບໍ່ມີວິທີທີ່ຈະຂ້າມັນໄດ້ເລີຍບໍ່?” ຜູ້ເຖົ້າເວົ້າວ່າ, “ການທີ່ຈະຂ້າສັດປະຫຼາດນັ້ນຕ້ອງໃຊ້ເລືອດຍິງສາວຜູ້ບໍລິສຸດເທົ່ານັ້ນ.” ຕໍ່?”

ແລ້ວເຈົ້າຊາຍຖາມວ່າ, “ຖ້າໄດ້ເລືອດຂອງຍິງສາວບໍລິສຸດນັ້ນມາແລ້ວຈະຕ້ອງເຮັດແນວໃດ ຜູ້ເຖົ້າເວົ້າວ່າ, “ໃຫ້ເຈົ້າເອົາເລືອດຂອງຍິງສາວບໍລິສຸດນັ້ນເຮັດແນວໃດກໍໄດ້ໃຫ້ຖືກໂຕມັນ.” ຫຼັງຈາກທີ່ຜູ້ເຖົ້າໄດ້ບອກວິທີຈະຂ້າສັດປະຫຼາດໃຫ້ກັບເຈົ້າຊາຍແລ້ວ, ຜູ້ເຖົ້າກໍໄດ້ເຝິກວິຊາ

ໃຫ້ກັບເຈົ້າຊາຍເພື່ອໄປຕໍ່ສູ້ກັບສັດປະຫຼາດເປັນເວລາຫຼາຍວັນ. ເມື່ອສຳ�ເລັດວິຊາແລ້ວ, ຜູ້ເຖົ້າກໍ ໄດ້ມອບຂອງວິເສດໃຫ້ແກ່ເຈົ້າຊາຍຢ່າງໜື່ງເພື່ອເອົາໄວ້ປ້ອງກັນຕົວເອງ.

ຫຼັງຈາກທີ່ເຝິກວິຊາສຳ�

ເລັດແລ້ວ, ເຈົ້າຊາຍກໍໄດ້ຖາມກັບຜູ້ເຖົ້າວ່າ, “ຄົນທີ່ຊ່ວຍຂ້ານ້ອຍມານັ້ນແມ່ນໃຜ?”

ທ່ານຜູ້ເຖົ້າເວົ້າວ່າ, “ຄົນທີ່ຊ່ວຍເຈົ້າໄວ້ນັ້ນແມ່ນຫຼານສາວຜູ້ເຖົ້າເອງ. ນາງຊື່ວ່າ ລູນ້າ.” ຫຼັງຈາກນັ້ນ, ທ່ານຜູ້ເຖົ້າກໍໄດ້ເລົ່າເລື່ອງກ່ຽວກັບລູນ້າໃຫ້ເຈົ້າຊາຍຟັງຢ່າງຫຼວງຫຼາຍ. ແລ້ວ

ນາງກັບ ເຈົ້າ ຊາຍກໍ ໄ ດ້ສ ະໜິ ດ ສະໜົມ ກັນ ຈົນ ກາຍເປັ ນ ຄວາມຜູ ກ ພັນ ຈົນ ເກີ ດ ຄວາມຮັກ ມັກ ຂອງ ບ່າວ-ສາວຂຶ້ນ.

ເມື່ອທັງສອງໄດ້ຕົກລົງຮັກມັກກັນ,

ເຈົ້າຊາຍຈຳ�ຕ້ອງອອກເດີນທາງເພື່ອໄປແກ້

ແຄ້ນຕາມທີ່ຕົນສາບານໄວ້ ແລະ ເພື່ອໃຫ້ພໍ່ແມ່ ແລະ ປະຊາຊົນນອນຕາຍຕາລັບ. ທ່ານຜູ້ເຖົ້າຈຶ່ງ ໄດ້ເສກດອກໄມ້ໃຫ້ກາຍເປັນມ້າໂຕໜຶ່ງທີ່ມີຮູບຮ່າງສະງ່າງາມ. ສີຂອງມັນເປັນສີທອງ ແລະ ມີປີກທີ່ ງາມເພື່ອຊ່ວຍໃຫ້ເຈົ້າຊາຍເດີນທາງໄດ້ໄວຂຶ້ນກວ່າເກົ່າ.

ມ້າໂຕນີ້ມີຄວາມມະຫັດສະຈັນ

ແລະ

ວິເສດ. ເວລາທີ່ມັນແລ່ນ ຫຼື ບິນ, ມັນຈະມີແສງລະຢິບລະຢັບຕາມຫຼັງມັນໄປ. ເມື່ອເຈົ້າຊາຍ ໄດ້ມ້າແລ້ວ, ລາວກໍອອກເດີນທາງພ້ອມທັງບອກລາທ່ານຜູ້ເຖົ້າ ແລະ ຜູ້ຄົນໃນໝູ່ບ້ານແຫ່ງນີ້. ພໍ່ເຖົ້າໄດ້ກວ່າກັບເຈົ້າຊາຍວ່າ, “ຈົ່ງຢ່າລືມຄຳ�ສັ່ງສອນ ແລະ ໃຊ້ສະຕິປັນຍາໃຫ້ດີ.” ເຈົ້າຊາຍໄດ້ຄິດໃນໃຈວ່າຈະຕ້ອງແກ້ແຄ້ນ ແລະ ເອົາເລືອດມາສັງເວີຍໃຫ້ກັບພໍ່ແມ່ ແລະ

ປະຊາຊົນຂອງຕົນໃຫ້ໄດ້. ຫຼັງຈາກນັ້ນ, ເຈົ້າຊາຍກໍອອກເດີນທາງ. ເຈົ້າຊາຍເດີນທາງມາຮອດໝູ່ ບ້ານແຫ່ງນັ້ນ. ລູນ້າກໍໄດ້ລັກເດີນທາງຕາມເຈົ້າຊາຍ ແຮ່ລີ້ ມາຮອດນັ້ນ, ແລ້ວລາວກໍໄດ້ພັກເຊົາເອົາ ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 121

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

121

12/10/19 1:52 PM


ແຮງຢູ່ໃກ້ກັບແຄມປ່າບ່ອນທີ່ເຈົ້າຊາຍພັກເຊົາ. ເມື່ອຮອດກາງຄືນ, ເຈົ້າຊາຍໄດ້ຍິນສຽງຄົນຮ້ອງຂຶ້ນຢູ່ຕີນພູ, ເຈົ້າຊາຍກໍເລີຍຟ້າວແລ່ນລົງ

ໄປເບິ່ງ. ລາວຈຶ່ງເຫັນສັດປະຫຼາດ ຄາຣູ ໂຕນັ້ນກຳ�ລັງທຳ�ລາຍໝູ່ບ້ານ ແລະ ເຂັ່ນຂ້າຜູ້ຄົນ. ເຈົ້າຊາຍ

ເລີຍລົງພູໄປຊ່ວຍ. ເຈົ້າຊາຍ ແລະ ສັດປະຫຼາດໄດ້ຕໍ່ສູ້ກັນດ້ວຍພະລັງວິເສດທີ່ຜູ້ເຖົ້າສິດສອນໃຫ້. ສ່ວນສັດປະຫຼາດກໍໄດ້ໃຊ້ຄວາມສາມາດຂອງຕົນ

ກໍຄືການໃຊ້ນໍ້າຈາກແມ່ນໍ້າທີ່ໄຫຼຜ່ານໝູ່ບ້ານ

ແຫ່ງນັ້ນເສດໃຫ້ກາຍເປັນມັງກອນຫຼາຍໂຕຂຶ້ນມາເພື່ອສູ້ກັບເຈົ້າຊາຍ

ແລະ

ຫວັງທີ່ຈະເຮັດໃຫ້

ເຈົ້າຊາຍໝົດແຮງ. ການຕໍ່ສູ້ໃຊ້ເວລາດົນຈົນເຮັດໃຫ້ເຈົ້າຊາຍອ່ອນເພຍລົງ ເຊິ່ງເປັນໄປຕາມແຜນ

ຂອງມັນ. ຍ້ອນກຳ�ລັງ ແລະ ຈຳ�ນວນຂອງສັດປະຫຼາດຫຼາຍໂຕ, ການຕໍ່ສູ້ເຮັດໃຫ້ເກີດແຜນດິນໄຫວ. ຝົນຟ້າຮ້ອງເກີດຂຶ້ນ. ແຕ່ນັ້ນກໍບໍ່ໄດ້ເຮັດໃຫ້ເຈົ້າຊາຍຫວາດຫວັ່ນ ແລະ ຢ້ານກົວເລີຍ ເພາະຄວາມ ແຄ້ນທີ່ມີຢູ່ໃນໃຈເຮັດໃຫ້ເຈົ້າຊາຍມີກຳ�ລັງໃນການຕໍ່ສູ້ຫຼາຍຂຶ້ນກວ່າເກົ່າ.

ເຈົ້າຊາຍຄິດໃນໃຈວ່າ:

ຖ້າແກ້ແຄ້ນບໍ່ໄດ້ຈະບໍ່ຂໍມີຊີວິດຢູ່ ແຕ່ແລ້ວເຈົ້າຊາຍກໍຄິດເຖິງຄຳ�ທີ່ພໍ່ເຖົ້າສອນໄວ້ວ່າ: ຄົນເຮົາຖ້າໃຈ

ເຢັນ ແລະ ຮູ້ຄິດຕຶກຕອງພິຈາລະນາ ກໍຈະເຮັດໃຫ້ໄປເຖິງເປົ້າໝາຍທີ່ວາງໄວ້. ແຕ່ຖ້າຄົນເຮົາໃຊ້ແຕ່ ຄວາມແຄ້ນ

ແລະ

ຄວາມຮຸນແຮງກໍຈະເຮັດໃຫ້ພ້າຍແພ້.

ເມື່ອເຈົ້າຊາຍຄິດໄດ້ແນວນັ້ນແລ້ວ,

ລາວຈຶ່ງຕັ້ງໝັ້ນ, ໃຊ້ສະຕິປັນຍາ ແລະ ວິຊາທີ່ຮຽນມາໃຫ້ເປັນປະໂຫຍດ. ໃນຂະນະທີ່ເຈົ້າຊາຍກຳ� ລັງໃຊ້ສະຕິປັນຍາຢູ່ນັ້ນ, ເຈົ້າຊາຍເຜີເຮັດຜ້າເລືອດຂອງຍິງສາວບໍລິສຸດຕົກລົງດິນ. ຫຼັງຈາກນັ້ນ, ເຈົ້າຊາຍກໍໃຊ້ວິຊາຄາຖາທີ່ຮຽນມາຕໍ່ໍ່ສູ້ກັບບໍລິວານຂອງສັດປະຫຼາດ ຄາຣູ ຈົນເກືອບໝົດ. ໃນທີ່ສຸດ,

ເຈົ້າຊາຍກໍຂ້າບໍລິວານຂອງສັດປະຫຼາດຕາຍຈົນໝົດ. ແລ້ວເຈົ້າຊາຍຄິດເຖິງຄຳ�ທີ່ຜູ້ເຖົ້າສອນສັງໃຫ້ ເອົາເລືອດຂອງຍິງສາວບໍລິສຸດຂ້າສັດປະຫຼາດ. ພໍເຈົ້າຊາຍຈົກເຂົ້າໄປໃນຖົງທີ່ພາຍມາ, ລາວກໍບໍ່ພົບ

ຜ້ານັ້ນ. ໃນຂະນະທີ່ເຈົ້າຊາຍກຳ�ລັງຫາຢູ່ນັ້ນ, ສັດປະຫຼາດກໍຈັບເຈົ້າຊາຍມາຢູ່ໃນກຳ�ມືແລ້ວມັນກໍ່ ເວົ້າວ່າ, “ກູຈະຂ້າມຶງຄືກັບຕອນກູຂ້າພໍ່ແມ່ມຶງ.” ຫຼັງຈາກທີ່ສັດປະຫຼາດເວົ້າແລ້ວ,

ມັນກໍແກວ່ງເຈົ້າຊາຍໄປຕຳ�ໝາກຫິນໄປມາຈົນເຈົ້າຊາຍ

ບາດເຈັບຢ່າງສາຫັດແລ້ວກໍມີເລືອດໄຫຼອອກຈາກປາກຈົນເຈົ້າຊາຍໝົດສະຕິໄປ.

ພໍເຈົ້າຊາຍຕື່ນ

ຂຶ້ນມາ, ລາວກໍເຫັນສັດປະຫຼາດກຳ�ລັງກິນຊາກສົບຂອງຜູ້ຄົນ. ຕົນເອງກໍຖືກມັດຢູ່ ເພາະສັດປະຫຼາດ

ຄິດວ່າຈະທໍລະມານເຈົ້າຊາຍໃຫ້ດົນທີ່ສຸດ ບໍ່ໃຫ້ຕາຍໄວ ເພື່ອໃຫ້ສົມກັບຄວາມແຄ້ນທີ່ມີຢູ່ໃນໃຈທີ່ ຕອນທີ່ເຈົ້າຊາຍ ແຮ່ລີ້ ແລະ ສາວລູນ້າ ໄດ້ສ້າງບາດແຜຝັງໄວ້ໃນຮ່າງກາຍ ແລະ ໜ້າຂອງມັນ.

ສ່ວນ ລູນ້າ ກໍໄດ້ເຮັດໃຫ່ມັນຕາບອດຂ້າງໜຶ່ງ. ເມື່ອມັນຄິດແນວນັ້ນ, ມັນຈຶ່ງຈັບເຈົ້າຊາຍມາທໍລະມານ ແລ້ວຫວັງໃຫ້ຍິງສາວຜູ້ນັ້ນເຂົ້າມາຊ່ວຍ ເພື່ອມັນຈະໄດ້ຂ້າທັງສອງຄົນພ້ອມກັນ.

ໃນຂະນະທີ່ສັດປະຫຼາດກຳ�ລັງທໍລະມານເຈົ້າຊາຍຢ່າງໂຫດຮ້າຍທາລຸນຢູ່ນັ້ນ,

ລູນ້າກໍໄດ້

ຕາມມາ ເພື່ອຊ່ວຍເຈົ້າຊາຍ. ລາວເຫັນຜ້າທີ່ເປື້ອນເລືອດຂອງຍິງສາວຜູ້ບໍລິສຸດເລີຍເກັບມັນມາ ພ້ອມ. ລູນ້າກໍຊ່ວຍເຈົ້າຊາຍໄດ້ສຳ�ເລັດ. ເມື່ອສັດປະຫຼາດເຫັນລູນ້າ, ມັນຈຶ່ງຟ້າວເສກຜີດິບຂຶ້ນມາ

122

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

Tales_From_The_North_LA_FA.indd 122

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ເປັນຈຳ�ນວນຫຼວງຫຼາຍ ເພື່ອຈັດການກັບຍິງສາວ ແລະ ເຈົ້າຊາຍ. ຫຼັງຈາກນັ້ນ, ຜີດິບກໍໄດ້ແລ່ນເຂົ້າ ໄປບີບຄໍຍິງສາວຜູ້ນັ້ນຫວັງຈະຂ້າໃຫ້ຕາຍ. ສ່ວນເຈົ້າຊາຍກໍໝົດສະຕິເຮັດຫຍັງບໍ່ໄດ້. ຍິງສາວຜູ້ນັ້ນ ຈຶ່ງຮ້ອງຂຶ້ນວ່າ, “ຊ່ວຍຂ້ອຍແດ່.”

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 123

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

123

12/10/19 1:52 PM


124

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

Tales_From_The_North_LA_FA.indd 124

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ເມື່ອຍິງສາວຜູ້ນັ້ນຮ້ອງອອກໝົດແຮງ, ເຈົ້າຊາຍຈຶ່ງໄດ້ຍິນສຽງ ແລະ ສະຕິກໍເລີ່ມກັບມາ.

ພໍເຈົ້າຊາຍຕື່ນຂຶ້ນມາ ແລະ ຫຼຽວເຫັນຍິງສາວກຳ�ລັງຈະຖືກຜີດິບບີບຄໍຢູ່, ລາວຈຶ່ງຟ້າວແລ່ນໄປຊ່ວຍ.

ພໍເຈົ້າຊາຍແລ່ນໄປຮອດ, ລາວກໍຕໍ່ສູ້ກັບຜີດິບເປັນຈຳ�ນວນຫຼວງຫຼາຍ. ເຈົ້າຊາຍໄດ້ໃຊ້ດາບທີ່ຜູ້ເຖົ້າ

ມອບໃຫ້ຂ້າຜີດິບຈົນຕາຍໝົດ. ຫຼັງຈາກນັ້ນ, ເຈົ້າຊາຍກໍຟ້າວແລ່ນໄປເອົາຜ້າເປື້ອນເລືອດຂອງຍິງ ສາວບໍລິສຸດແລ້ວໂຍນໃສ່ສັດປະຫຼາດ. ມັນຈຶ່ງຄ່ອຍໆລະລາຍໄປເທື່ອລະໜ້ອຍ ແລ້ວສຸດທ້າຍກໍ

ຕາຍໄປ. ເມື່ອສັດປະຫຼາດຕາຍໄປແລ້ວ, ດວງວິນຍານຂອງຜູ້ຍິງທີ່ສັດປະຫຼາດກິນເຂົ້າໄປກໍ່ລອຍ ອອກມາຈາກຊາກສົບຂອງມັນ. ດວງວິນຍານໄດ້ຂອບໃຈເຈົ້າຊາຍທີ່ຊ່ວຍໃຫ້ຕົນຫຼຸດພົ້ນອອກຈາກ ການຈອງຈຳ�.

ແລ້ວດວງວິນຍານຂອງຍິງສາວຄົນນັ້ນກໍພາເຈົ້າຊາຍກັບໄປທີ່ໝູ່ບ້ານຂອງຕົນເພື່ອ

ຮັກສາບາດແຜ. ຫຼັງຈາກທີ່ມາຮອດໝູ່ບ້ານຂອງຕົນ, ດວງວິນຍານນັ້ນຈຶ່ງພາເຈົ້າຊາຍໄປຮັກສາ ບາດແຜດ້ວຍບໍ່ນໍ້າວິເສດຈົນຫາຍດີ. ກ

ໄປຢູ່ບ່ອນໃໝ່. (ອ່ານຕໍ່ໜ້າທີ 126.)

ສ້າງສາບ້ານເກົ່າ. (ອ່ານຕໍ່ໜ້າທີ 128.)

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 125

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

125

12/10/19 1:52 PM


ໄປຢູ່ບ່ອນໃໝ່. ເມື່ອລາວໄດ້ແກ້ແຄ້ນສຳ�ເລັດແລ້ວ, ລາວກໍໄດ້ອອກເດີນທາງຕໍ່ ເພື່ອອອກໄປປະຈົນໄພຕໍ່

ເພາະລາວຄິດວ່າ ລູນ້າໄດ້ເສຍຊີວິດໃນການຕໍ່ສູ້. ລາວໄດ້ເດີນທາງຫຼາຍມື້ ແລະ ຄ້າງຄືນໃນປ່າ ຫຼາຍຄືນ. ໃນວັນໜຶ່ງ, ລາວໄດ້ເດີນທາງຜ່ານປ່າແຫ່ງໜຶ່ງ ແລະ ເຫັນໝູ່ບ້ານແຫ່ງໜຶ່ງ. ລາວໄດ້ເຂົ້າໄປ ໃນໝູ່ບ້ານແຫ່ງນັ້ນ ແລະ ຄິດວ່າຈະດຳ�ລົງຊີວິດຢູ່ນີ້. ລາວເຫັນວ່າເຮືອນຂອງຜູ້ຄົນຢູ່ໃນໄມ້ ແລະ ໝູ່

ບ້ານນີ້ມີແມ່ນໍ້າໄຫຼຜ່ານໃຈກາງບ້ານ. ຜູ້ຄົນໃສ່ເສື້ອຜ້າທີ່ເຮັດດ້ວຍດອກໄມ້ທີ່ງົດງາມ, ລາວເລີຍ ຖາມຜູ້ຍິງຄົນໜຶ່ງທີ່ຢູ່ໃກ້ໆຫັ້ນວ່າ, “ນີ້ແມ່ນໝູ່ບ້ານຫຍັງ?” ຍິງຄົນນັ້ນເວົ້າວ່າ, “ນີແມ່ນໝູ່ບ້ານດອກໄມ້.” ຫຼັງຈາກນັ້ນ, ລາວກໍໄດ້ໃຊ້ຊວ ີ ດ ິ ຢູ່ໃນໝູ່ບ້ານແຫ່ງນັ້ນ. ຫຼາຍປີຜ່ານໄປ, ລາວກໍໄດ້ແຕ່ງງານກັບ

ຍິງສາວທີ່ລາວຮັກ. ທັງສອງໄດ້ດຳ�ລົງຊີວິດຢູ່ຢ່າງມີຄວາມສຸກ, ລຽບງ່າຍ, ພໍພຽງໃນເຮືອນຂອງເຂົາ ເຈົ້າ. ອີກບໍ່ດົນ, ທັງສອງກໍໄດ້ມີລູກນຳ�ກັນເປັນແຝດ 3 ຄົນຄື: ລີຕ້າ ຜູ້ເປັນເອື້ອຍກົກ, ລີນ້າ ຜູ້ເປັນນ້ອງສາວ ແລະ ລູກ້າ ຜູ້ເປັນນ້ອງຊາຍຫຼ້າ.

ລີຕ້າເປັນເດັກທີ່ມີຄວາມອ່ອນໂຍນ ແລະ ອ່ອນຫວານ. ລາວມັກຊ່ວຍເຫຼືອຜູ້ອື່ນ ເຊິ່ງແຕກ

ຕ່າງຈາກນ້ອງທັງສອງຄົນ. ສ່ວນລີນ້າ ແລະ ລູກ້າເປັນເດັກທີ່ມີຄວາມເຂັ້ມແຂງ. ພວກເຂົາມີຄວາມ

ສາມາດທາງດ້ານການຕໍ່ສູ້ ແລະ ມັກຊ່ວຍເຫຼືອຜູ້ອື່ນເຊັ່ນກັນ. ທັງສາມມີພະລັງວິເສດເປັນຂອງຕົນ ເອງມາຕັ້ງແຕ່ເກີດພ້ອມ. ລີນ້າມີຕາທິບທີ່ສາມາດເບິ່ງເຫັນອະນາຄົດ ຫຼື ອະດີດໄດ້. ສ່ວນລູກ້າມີນິ້ວ ມືທີ່ສາມາດສັ່ງໃຫ້ສິ່ງທີ່ມີຊີວິດບໍ່ວ່າຈະເປັນຄົນ ຫຼື ສັດໃຫ້ສາມາດເປັນ ຫຼື ຕາຍໄດ້. ສ່ວນລີຕ້າຜູ້

ເປັນເອື້ອຍ ແມ່ນສາມາດຟັງ ຫຼື ໄດ້ຍິນສຽງຄົນ ຫຼື ສັດທີ່ກຳ�ລັງລົມກັນໄດ້. ພວກເຂົາທັງ 5 ກໍດຳ�ລົງຊີ

ວິດຢູ່ໝູ່ບ້ານແຫ່ງນີ້ຢ່າງມີຄວາມສຸກ ແລະ ສະຫງົບ. ພວກເຂົາໄດ້ເຮັດນາ, ເຮັດສວນເພື່ອລ້ຽງປາກ ລ້ຽງທ້ອງຂອງຕົນ ແລະ ຄອບຄົວ.

(ຈົບ)

126

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

Tales_From_The_North_LA_FA.indd 126

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 127

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

127

12/10/19 1:52 PM


ສ້າງສາບ້ານເກົ່າ ເຈົ້າຊາຍເລີຍກັບໄປຂໍລູນ້າກັບຜູ້ເຖົ້າ

ເພື່ອເອົາລູນ້າມາເປັນເມຍ.

ຜູ້ເຖົ້າເອງກໍບໍ່ຂັດຂ້ອງ

ແລະ ເຫັນດີນຳ�ເພາະວ່າເຈົ້າຊາຍເປັນຄົນດີ. ຜູ້ເຖົ້າເຊື່ອວ່າເຈົ້າຊາຍຈະສາມາດປົກປ້ອງເບິ່ງແຍງ ຫຼານສາວຂອງຕົນໄດ້.

ຫຼັງຈາກນັ້ນ,

ທັງສອງກໍໄດ້ເດີນທາງກັບບ້ານເກົ່າເພື່ອກັບໄປຟື້ນຟູບ້ານ

ເມືອງ ໃຫ້ກັບມາເປັນດັ່ງເດີມ ແລະ ລາວໄດ້ຮັບເອົາລູນ້າເຂົ້າມາໃນເມືອງ ແລະ ໄດ້ຈັດພິທີແຕ່ງ

ງານກັນ. ຫຼັງທີ່ໄດ້ຟື້ນຟູບ້ານເມືອງແລ້ວ, ທຸກສິ່ງທຸກຢ່າງກໍເລີ່ມມີຊີວິດຊີວາຂຶ້ນມາເທື່ອລະໜ້ອຍຈົນ ໃນທີ່ສຸດທຸກຢ່າງກໍກັບກາຍເປັນເມືອງທີ່ມີຄວາມສະຫງົບສຸກອີກເທື່ອໜຶ່ງ. ຜູ້ຄົນກໍພາກັນດີອົກດີໃຈ ແລະ

ຈັດພິທີສະເຫຼີມສະຫຼອງຢ່າງເບີກບານມ່ວນຊື່ນ. ຜູ້ຄົນດີໃຈ ແລະ ຕື້ນຕັນໃຈຈົນນໍ້າຕາຂອງ

ຫຼາຍຄົນຄ່ອຍໆໄຫຼອອກມາຈາກຕາຂອງພວກເຂົາເທື່ອລະໜ້ອຍທີ່ເຫັນບ້ານກັບມາມີສີສັນສົດໃສ ອີກຄັ້ງ.

ທຸກຄົນຄິດວ່າພໍ່ແມ່, ລຸງ, ປ້າ ແລະ ພີ່ນ້ອງທັງຫຼາຍຄົງຈະນອນຕາຍຕາຫຼັບແລ້ວ ເມື່ອເຫັນ

ບ້ານເມືອງກັບມາມີຄວາມສຸກສະຫງົບອີກຄັ້ງ. 6 ເດືອນຕໍ່ມາ, ລູນ້າກໍໄດ້ຖືພາ, ເຮັດໃຫ້ຜູ້ຄົນມີຄວາມ

ສຸກຫຼາຍກວ່າເກົ່າ. ເພາະວ່າລູກຂອງລູນ້ານັ້ນຈະໄດ້ກາຍເປັນຜູ້ສືບທອດ ແລະ ປົກປ້ອງພວກເຂົາ. ພໍມາຮອດອີກ 3 ເດືອນ, ລູນ້າກໍໃຫ້ກຳ�ເນີດບຸດຂອງຕົນເຮັດໃຫ້ຜູ້ຄົນແປກໃຈ ເພາະລູນ້າຫາ

ກໍຕັ້ງທ້ອງໄດ້ 4 ເດືອນເທົ່ານັ້ນ. ເມື່ອເຫັນແນວນັ້ນ, ຜູ້ຄົນຈຶ່ງຄິວ່າລູກຂອງລູນ້າເປັນຜູ້ມີບຸນຫຼາຍ. ຫຼັງຈາກນັ້ນ, ພວກເຂົາກໍດຳ�ລົງຊີວິດຢ່າງມີຄວາມສຸກ ເພາະຕັ້ງແຕ່ທີ່ລູກຂອງລູນ້າເກີດມາ, ສິ່ງດີໆ ກໍຕາມມາໃນຊີວິດ. ຕອນທີ່ຍັງບໍ່ທັນມີລູກ, ລູນ້າກໍພົບກັບຄວາມທຸກຍາກຂາດເຂີນຢູ່. ພວກ ເຂົາຈຶ່ງ

ເຊື່ອວ່າລູກຂອງເຂົາເປັນຜູ້ທີ່ມີບຸນຫຼາຍ. ຫຼັງຈາກນັ້ນ, ພວກເຂົາກໍດຳ�ລົງຊີວິດຢ່າງມີ ຄວາມສຸກສະ ຫງົບໃນເມືອງທີ່ຖືກຂະໜານນາມວ່າ: ເມືອງແຫ່ງຄວາມສະຫງົບ.

(ຈົບ)

128

ເຈົ້າຊາຍແຮ່ລີ້ກັບການແກ້ແຄ້ນຂອງສັດປະຫຼາດ

Tales_From_The_North_LA_FA.indd 128

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


7

ເຈົ້າຊາຍແລນດີອຸດ ແຕ່ງໂດຍ:ທ້າວ ແຄນຄໍາ ແລະ ທ້າວ ຕູ້ວ່າ

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 129

ເຈົ້າຊາຍແລນດີອຸດ

129

12/10/19 1:52 PM


ດົນນານມາແລ້ວ, ຍັງມີອົງຊາຍອົງໜຶ່ງລາວມີຊື່ວ່າ: ແລນດີອຸດ ເປັນກະສັດອົງສຸດທ້າຍ ທີ່ດຳ� ລົງຊີວິດຢູ່ໃນຫໍພະລາດຊະວັງແຫ່ງໜຶ່ງທີ່ມີຊື່ວ່າ: ແລນວຸດ. ເມືອງແລນວຸດເປັນເມືອງໜຶ່ງທີ່ວິເສດ ແລະ ປົກຄຸມດ້ວຍເວດມົນ. ສາເຫດທີ່ເມືອງນີ້ປົກຄຸມດ້ວຍເວດມົນນັ້ນກໍເພາະວ່າ ຢ້ານສັດຮ້າຍຈະ ເຂົ້າມາທຳ�ຮ້າຍປະຊາຊົນຊາວເມືອງແລນວຸດ. ຍ້ອນຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນເມືອງ ແລນວຸດ, ເຈົ້າຊາຍຈຶ່ງໄດ້ໃຊ້ເວດມົນວິເສດທີ່ຕົນມີນັ້ນ ເພື່ອປິດບັງເມືອງໄວ້. ເວດມົນນີ້ຈະເຮັດວຽກ ກໍຕໍ່ເມື່ອເຈົ້າຊາຍຢູ່ໃນວັງເທົ່ານັ້ນ, ແຕ່ຖ້າຫາກເຈົ້າຊາຍບໍ່ຢູ່ໃນວັງແລ້ວເວດມົນນັ້ນຈະບໍ່ມີຜົນ. ປະຊາຊົນເມືອງແລນວຸດມີອາຊີບເຮັດໄຮ່, ເຮັດນາ, ທຳ�ມາຫາກິນແບບສຸຈະລິດ, ບໍ່ມີຄົນ ຂີ້ລັກ. ຊາວເມືອງທຸກຄົນເປັນຄົນດີ, ມີເມດຕາຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກແພງປອງດອງ ສາມັກຄີກັນ. ຄອບຄົວຂອງເຈົ້າຊາຍມີ 4 ຄົນຄື, ພະບິດາມີຊື່ວ່າ: ຈອນສັນ, ມານດາມີຊື່ວ່າ: ເລດີສັນ, ນ້ອງສາວຊື່ວ່າ: ເຮນລີ່ ແລະ ເຈົ້າຊາຍເອງເປັນລູກກົກ. ເຈົ້າຊາຍແລນດີອຸດເປັນຄົນທີ່ເກັ່ງກ້າທາງ ດ້ານວິຊາອາຄົມ, ລາວມັກປະທະ ຫຼື ທົດລອງວິຊາອາຄົມກັບຄົນໃນເມືອງ, ແຕ່ກໍບໍ່ມີໃຜທີ່ຈະເອົາ ຊະນະເຈົ້າຊາຍໄດ້ເລີຍ. ເຈົ້າຊາຍໄດ້ຍິນວ່າມີໜຸ່ມຄົນໜຶ່ງທີ່ມີຊື່ວ່າ: ອັກຂະວິນ ເປັນຄົນທີ່ມີວິຊາ ອາຄົມ ຫຼາຍ, ເຈົ້າຊາຍແລນດີອຸດຄິດຢາກລອງວິຊາກັບອັກຂະວິນ. ແລນດີອຸດຈຶ່ງໄດ້ສົ່ງຈົດໝາຍ ສະບັບໜຶ່ງເພື່ອເຊີນໃຫ້ອັກຂະວິນເຂົ້າເຝົ້າ. ເມື່ອອັກຂະວິນໄດ້ຮັບຈົດໝາຍແລ້ວ, ໃນຈົດໝາຍນັ້ນ ຂຽນວ່າ, “ເຊີນເຈົ້າເຂົ້າມາໃນວັງຫຼວງ ຂ້ອຍຢາກລອງວິຊາອາຄົມກັບເຈົ້າ.”

ເມື່ອອັກຂະວິນໄດ້ຮັບຂ່າວແນວນັ້ນ, ລາວຮູ້ສຶກລັງເລໃຈ ແລະ ບໍ່ຢາກຕໍ່ສູ້ກັບເຈົ້າຊາຍ. ອັກຂະວິນຄິດຢູ່ໃນໃຈວ່າ ລາວອາດຈະເອົາຊະນະເຈົ້າຊາຍແລນດີອຸດໄດ້, ອັກຂະວິນຈຶ່ງໄດ້ປະຕິ ເສດຄຳ�ສັ່ງຂອງເຈົ້າຊາຍແລນດີອຸດ. ເມື່ອແລນດີອຸດຮູ້ວ່າອັກຂະວິນບໍ່ມາຕາມຄຳ�ສັ່ງ ແລນດີອຸດຈຶ່ງ ໄດ້ແຕ່ງຕັ້ງທະຫານຄົນໜຶ່ງໄປເຊີນອັກຂະວິນເຂົ້າມາໃນວັງອີກຄັ້ງ. ທະຫານຄົນນັ້ນຈຶ່ງໄດ້ເດີນທາງ ໄປຫາອັກຂະວິນ, ເມື່ອໄປຮອດລາວຈຶ່ງໄດ້ເວົ້າໃຫ້ອັກຂະວິນວ່າ, “ມີຄຳ�ສັ່ງຈາກເຈົ້າຊາຍແລນດີອຸດ ໃຫ້ເຊີນເຈົ້າເຂົ້າໄປໃນວັງ.” “ມີຫຍັງເກີດຂຶ້ນໃນເມືອງຫວາ?” ອັກຂະວິນຕອບ. “ເຈົ້າຊາຍແລນດີອຸດມີເລື່ອງຢາກໃຫ້ເຈົ້າເຂົ້າເຝົ້າ,” ທະຫານຕອບ. ຫຼັງຈາກນັ້ນທັງສອງຄົນຈຶ່ງໄດ້ເດີນທາງເຂົ້າໄປໃນວັງຫຼວງ. ເມື່ອມາຮອດວັງແລ້ວ, ອັກຂະ ວິນ ຈຶ່ງໄດ້ຖາມເຈົ້າຊາຍວ່າ, “ເຈົ້າຊາຍຢາກໃຫ້ຂ້ອຍເຂົ້າເຝົ້າມີເລື່ອງຫຍັງບໍ?” “ບໍ່ມີ, ແຕ່ຂ້ອຍໄດ້ຍິນເຂົາເຈົ້າລົມກັນວ່າ ເຈົ້າເປັນຄົນເກັ່ງເລື່ອງວິຊາອາຄົມ ແລະ ເວດມົນ ແມ່ນບໍ?” “ເລື່ອງອາຄົມນັ້ນຂ້ອຍກໍພໍຮູ້ຢູ່,” ອັກຂະວິນຕອບ. “ຈັ່ງຊັ້ນ, ເຮົາມາທົດລອງວິຊານຳ�ກັນບໍ່?” ແລນດີອຸດຖາມຄືນ. ຈາກນັ້ນ ແລນດີອຸດ ແລະ ອັກຂະວິນ, ກໍໄດ້ລົງມືຕໍ່ສູ້ກັນຢູ່ດຸເດືອດ. ການຕໍ່ສູ້ຜ່ານໄປເປັນ ເວລາຫຼາຍຊົ່ວໂມງແຕ່ຍັງບໍ່ມີຜູ້ໃດຊະນະເລີຍ. ຕໍ່ມາອີກໜ້ອຍໜຶ່ງທັງສອງກໍໄດ້ຢຸດການແຂ່ງຂັນ, 130

ເຈົ້າຊາຍແລນດີອຸດ

Tales_From_The_North_LA_FA.indd 130

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ແຕ່ການແຂ່ງຂັນນັ້ນກໍບໍ່ມີໃຜຊະນະ ແລະ ບໍ່ມີໃຜແພ້, ຖືວ່າສະເໝີກັນ. ຫຼັງຈາກການຕໍ່ສູ້, ແລນດີ ອຸດເຫັນວ່າອັກຂະວິນເປັນຄົນທີ່ເກັ່ງ ແລະ ມີອາຄົມຫຼາຍ. ສະນັ້ນ, ແລນດີອຸດຈຶ່ງແຕ່ງຕັ້ງໃຫ້ອັກຂະ ວິນເປັນທະຫານຢູ່ໃນເມືອງ ແລະ ເປັນຜູ້ຊ່ວຍຂອງແລນດີອຸດ. ອັກຂະວິນເປັນຊາວນາທີ່ດຳ�ລົງຊີວິດຢູ່ໃນເມືອງແລນວຸດ. ຕອນນີ້, ເຈົ້າຊາຍແລນດີອຸດໄດ້ ອອກໄປທ່ຽວປ່າໂດຍມີອັກຂະວິນເປັນຜູ້ຊ່ວຍໄປນຳ�. ລາວທັງສອງໄດ້ໄປທ່ຽວຊົມທິວທັດທຳ�ມະ ຊາດໃນປ່າ. ໃນເວລາທີ່ກຳ�ລັງທ່ຽວຢູ່ໃນປ່ານັ້ນ, ແລນດີອຸດ ແລະ ອັກຂະວິນໄດ້ໄປເຈິກັບສັດປະ ຫຼາດທີ່ມີຮູບຮ່າງໃຫຍ່ສູງ, ສ່ວນຫົວແມ່ນເປັນແຂ້, ລຳ�ຕົວເປັນໄດໂນເສົາກຳ�ລັງມຸ່ງໜ້າໄປທີ່ເມືອງ ຂອງຕົນ. ອົງຊາຍລືມໄປວ່າ ເວດມົນທີ່ຕົນໃຊ້ປົກຄຸມເມືອງແລນວຸດນັ້ນ ມັນຈະສັກສິດກໍຕໍ່ເມື່ອຕົນ ເອງຢູ່ໃນເມືອງເທົ່ານັ້ນ. ຖ້າວ່າເຈົ້າຊາຍແລນດີອຸດບໍ່ຢູ່ໃນເມືອງແລ້ວ ທຸກຢ່າງກໍຈະກັບມາເປັນ ປົກກະຕິ. ໃນຂະນະທີ່ປະຊາຊົນຊາວເມືອງແລນວຸດກຳ�ລັງທຳ�ມາຫາກິນນັ້ນ, ກໍມີເຫດການທີ່ບໍ່ຄາດ ຄິດເກີດຂື້ນ, ແຜ່ນດິນສັ່ນໄຫວ ແລະ ມີຕົວຫຍັງກໍບໍ່ຮູ້ມີຮູບຮ່າງຄ້າຍຄືໄດໂນເສົາ, ແຕ່ຫົວຂອງມັນຄື ກັບແຂ້ຍ່າງເຂົ້າມາໃນເມືອງ ແລະ ທຳ�ລາຍທີ່ຢູ່ຂອງປະຊາຊົນ. ທຸກຄົນຈຶ່ງຮ້ອງຂຶ້ນວ່າ, “ໂອ້! ນັ້ນແມ່ນໂຕຫຍັງຄືວ່າປະຫຼາດແທ້!” ທຸກຄົນແລ່ນໜີຫາທີ່ຫຼົບເດີ້! ຕາຍ! ຕາຍ! ເຈົ້າຊາຍບໍ່ຢູ່ແລ້ວຊິເຮັດແນວໃດຈຶ່ງຈະລອດ. ສັດປະຫຼາດຕົວນັ້ນກຳ�ລັງໄລ່ກິນຄົນ, ເຮັດໃຫ້ຊາວເມືອງແລນວຸດຢ້ານຫຼາຍ ແລະ ແຕກກະແຈກກະ ຈາຍໄປທົ່ວທຸກບ່ອນເພື່ອຫາທີ່ຫຼົບໜີເອົາຊີວິດລອດຈາກສັດປະຫຼາດຕົວນັ້ນ. ເມື່ອປະຊາຊົນຫຼົບໜີ ໝົດແລ້ວເຮັດໃຫ້ສັດປະຫຼາດຊອກຫາບໍ່ໄດ້ມັນຈຶ່ງໜີຈາກເມືອງແລນວຸດໄປ. ໃນເວລາທີ່ເຈົ້າຊາຍແລນດີອຸດກັບມາຮອດ, ບ້ານເຮືອນຂອງປະຊາຊົນກໍຖືກທຳ�ລາຍ ໄປໝົດແລ້ວ, ເຮັດໃຫ້ເຈົ້າຊາຍແລນດີອຸດມີຄວາມຄຽດແຄ້ນຕໍ່ສັດປະຫຼາດຫຼາຍ ແລະ ສືບຮູ້ວ່າມັນ ແມ່ນ ສັດປະຫຼາດແຮນເລີດສທີ່ມາທຳ�ລາຍບ້ານເມືອງຂອງປະຊາຊົນ. ຫຼັງຈາກນັ້ນ, ເຈົ້າຊາຍແລນດີອຸດຈຶ່ງໄດ້ຕັດສິນໃຈອອກໄປຕາມຫາແຮນເລີດສເພື່ອແກ້ ແຄ້ນ. ແລນດີອຸດຈຶ່ງໄດ້ມາຫາພໍ່ຂອງລາວ ແລະ ບອກວ່າ, “ພໍ່, ລູກຄິດວ່າລູກຈະອອກໄປຕາມຫາ ສັດປະຫຼາດຕົວນັ້ນເພື່ອຂ້າມັນ.” “ລູກເອີຍ! ລູກຄົນດຽວຈະເອົາຊະນະມັນໄດ້ບໍ?” “ລູກຈະໃຫ້ອັກຂະວິນໄປກັບລູກ, ພໍ່ບໍ່ຕ້ອງເປັນຫ່ວງເດີ.” ຫຼັງຈາກນັ້ນ, ທັງສອງໄດ້ເດີນທາງໄປເປັນເວລາຫຼາຍມື້ຫຼາຍວັນເພື່ອໄປຕາມຫາ ແຮນເລີດສ. ກ

ໄປທາງທິດຕາເວັນອອກ . (ອ່ານຕໍ່ໜ້າທີ 132.)

ໄປທາງທິດຕາເວັນຕົກ . (ອ່ານຕໍ່ໜ້າທີ 134.) ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 131

ເຈົ້າຊາຍແລນດີອຸດ

131

12/10/19 1:52 PM


ໄປທາງທິດຕາເວັນອອກ

ເຈົ້າຊາຍແລນດີອຸດ ແລະ ອັກຂະວິນໄດ້ເດີນທາງໄປເປັນເວລາຫຼາຍວັນແລ້ວ, ການເດີນ

ທາງຂອງເຂົາແມ່ນໄດ້ຜ່ານປ່າ, ຜ່ານພູ ແລະ ຜ່ານຫ້ວຍຫຼາຍແຫ່ງເຮັດໃຫ້ເຂົາທັງສອງເລີ່ມມີອາ ການອ່ອນແຮງລົງ, ເພາະບໍ່ມີອາຫານກິນຫຼາຍມື້ແລ້ວ. ທັງສອງໄດ້ເດີນທາງມາຮອດຫ້ວຍແຫ່ງໜຶ່ງ,

ໃນ ຫ້ວຍນັ້ນແມ່ນເຕັມໄປດ້ວຍໝາກໄມ້ທີ່ກຳ�ລັງສຸກ, ເຂົາທັງສອງໄດ້ພາກັນມາກິນໝາກໄມ້ຈົນອິ່ມ ແລ້ວ ກໍໄດ້ມານັ່ງພັກຢູ່ບຶດໜຶ່ງ ແລ້ວເລີ່ມມີອາການຄັນຄໍເຈົ້າຊາຍແລນດີອຸດຈຶ່ງເວົ້າວ່າ, “ເປັນຫຍັງ ມັນຄື ວ່າຄັນຄໍແທ້?”

“ຂ້ອຍກໍບໍ່ຮູ້, ຂ້ອຍກໍຄັນຄໍຄືກັນ.”

ໃນເວລາທີ່ທັງສອງກຳ�ລັງນັ່ງລົມກັນນັ້ນ,

ແລນດີອຸດຈຶ່ງໄດ້ຫຼຽວໄປເຫັນໜອງນໍ້າໜອງໜຶ່ງ,

“ໃສ? ເອີ! ເອີ! ແມ່ນເຮົາລົງໄປກິນນໍ້າບໍ່? ຮູ້ສຶກວ່າມັນຄັນຄໍຫຼາຍ.”

ທັງສອງຈຶ່ງໄດ້ລົງໄປກິນນໍ້າຢູ່ໃນໜອງນັ້ນ,

ແລນດີອຸດຈຶ່ງເວົ້າວ່າ, “ອັກຂະວິນ, ນັ້ນແມ່ນໜອງນ້ຳ�ບໍ?”

ແຕ່ກໍບໍ່ຮູ້ວ່າໃນນ້ຳ�ນັ້ນມີແຂ້ເປັນຈຳ�ນວນຫຼວງ

ຫຼາຍ. ໃນເວລາທີ່ກຳ�ລັງກິນນ້ຳ�ຢູ່ນັ້ນ, ເຫັນວ່ານ້ຳ�ມີການເຄື່ອນເໜັງຜິດປົກກະຕິ. ທັງສອງຈຶ່ງໄດ້

ເບິ່ງລົງໄປໃນໃຕ້ນ້ຳ� ກໍເຫັນແຂ້ໂຕໜຶ່ງກຳ�ລັງລອຍນ້ຳ�ໃກ້ຈະເຖິງເຂົາທັງສອງ. ທັງສອງຍັງລົມກັນວ່າ, ໜອງນ້ອຍຊໍ່ານີ້ກໍມີແຂ້ອີກຫວາ. ໃນເວລາທີ່ທັງສອງກຳ�ລັງລົມກັນຢູ່ນັ້ນ, ກໍມີແຂ້ໂຕໜຶ່ງທີ່ໃຫຍ່ກວ່າ ແຂ້ທຳ�ມະດາທົ່ວໄປພົ້ນອອກຈາກນ້ຳ�ມາ. ເມື່ອທັງສອງເຫັນແນວນັ້ນ ກໍໄດ້ແລ່ນໜີ ແຕ່ແຂ້ຕົວນັ້ນກໍ

ໄດ້ແລ່ນຕາມທັງສອງໄປອີກ. ໃນຂະນະທີ່ເຂົາທັງສອງກຳ�ລັງແລ່ນໜີຢູ່ນັ້ນ, ທັງສອງໄດ້ເບິ່ງໄປທາງ ໜ້າເຫັນກ້ອນຫິນໃຫຍ່ໜ່ວຍໜຶ່ງ, ເຂົາເລີຍແລ່ນຂຶ້ນກ້ອນຫິນເຮັດໃຫ້ແຂ້ຕົວນັ້ນຊອກບໍເຫັນ, ແຂ້

ຕົວນັ້ນຈຶ່ງໄດ້ຫັນຫຼັງກັບ. ພໍທັງສອງນັ່ງຢູ່ກ້ອນຫິນນັ້ນບຶດໜຶ່ງ, ອັກຂະວິນກໍຫຼຽວໄປທາງຂ້າງ ເຫັນ

ເສືອໂຕໜຶ່ງ, ຢືນຢູ່ຕໍ່ໜ້າ ແລະ ກຳ�ລັງເບິ່ງມາທີ່ເຂົາທັງສອງ. ເມື່ອແລນດີອຸດ ແລະ ອັກຂະວິນ

ເຫັນແນວນັ້ນ ກໍຟ້າວແລ່ນລົງຈາກກ້ອນຫີນໜ່ວຍນັ້ນ ເພື່ອໜີເອົາຊີວິດລອດ. ເມື່ອເສືອເຫັນວ່າທັງ

ສອງກຳ�ລັງແລ່ນໜີແລ້ວ, ເສືອຕົວນັ້ນ ກໍໄດ້ແລ່ນຕາມໄປຮອດສະຖານທີ່ແຫ່ງໜຶ່ງ. ສະຖານທີ່ແຫ່ງ ນັ້ນແມ່ນສະຖານທີ່ທີຄົນ ຫຼື ສັດເຂົ້າໄປແລ້ວຈະບໍ່ລອດກັບມາເລີຍ.

ພໍສອງຄົນແລ່ນໄປຮອດບ່ອນນັ້ນ, ເສືອໂຕນັ້ນກໍໄດ້ຢຸດຕາມ ແລະ ຫັນຫຼັງກັບ. ທັງສອງເຫັນ

ວ່າເສືອບໍ່ນຳ�ຕາມມາແລ້ວກໍເລີຍດີໃຈຫຼາຍ ແລະ ຮ້ອງຂຶ້ນຢ່າງແຮງວ່າ, “ຮ່າ! ຮ່າ! ເສືອບໍ່ໄດ້ຕາມ ເຮົາມາແລ້ວດີໃຈຫຼາຍ.”

ແຕ່ພໍເຂົາທັງສອງຢຸດເວົ້າ ແລະ ກຳ�ລັງຊິຍ່າງຕໍ່ໄປ, ແຕ່ກໍກ້າວຂາອອກບໍ່ໄດ້ ແລະ ກໍຮູ້ສຶກຄື

ວ່າເຢັນໆຂາຈຶ່ງໄດ້ກົ້ມຫົວເບິ່ງ, ເຫັນວ່າຂາຂອງຕົນກຳ�ລັງຈົມລົງໄປຢູ່ໃຕ້ດິນໄດ້ເຄິ່ງໜຶ່ງແລ້ວ, ແຕ່

ກໍບໍ່ຮູ້ວ່າຊິເຮັດຈັ່ງໃດ. ໂຕຂອງພວກເຂົາເລີ່ມຈົມລົງເທື່ອລະໜ້ອຍ, ຈະເອົາມືໄປຈັບງ່າໄມ້ເພື່ອຈະ ເອົາໂຕຂຶ້ນກໍບໍ່ໄດ້ ຈົນໄດ້ຈົມມາຮອດໜ້າເອິກແລ້ວ. ເຂົາທັງສອງໄດ້ແຕ່ດິ້ນ ແລະ ຮ້ອງຂໍຄວາມ 132

ເຈົ້າຊາຍແລນດີອຸດ

Tales_From_The_North_LA_FA.indd 132

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ຊ່ວຍເຫຼືອເທົ່ານັ້ນແຕ່ກໍບໍ່ມີຄົນໄດ້ຍິນ ແລະ ຊ່ວຍທັງສອງໄດ້ເລີຍ. ເພາະວ່າບ່ອນນັ້ນເປັນປ່າທີ່ບໍ່ສາ ມາດມີສີ່ງທີ່ມີຊີວິດອາໄສຢູ່ໄດ້. ພວກເຂົາເລີ່ມຈົມເລິກເຂົ້າ, ເລິກເຂົ້າ ຈົນຮອດຫົວແລ້ວ, ຮ້ອງຂໍຊ່ຳ�

ໃດກໍບໍ່ມີໃຜຊ່ວຍໄດ້. ແລ້ວສຸດທ້າຍເຂົາທັງສອງກໍຈົມລົງຫາຍໄປໃນບໍ່ດິນ ແລະ ເສຍຊີວິດໃນ ຜືນປ່າແຫ່ງນັ້ນ.

- ຈົບ -

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 133

ເຈົ້າຊາຍແລນດີອຸດ

133

12/10/19 1:52 PM


ໄປທາງທິດຕາເວັນຕົກ

ເຈົ້າຊາຍ ແລະ ອັກຂະວິນໄດ້ອອກເດີນທາງມາຫຼາຍວັນແລ້ວ, ເຂົາເຈົ້າທັງສອງໄດ້ເດີນທາງ

ມາຮອດພູເຂົາວົງກົດເຊີ່ງເປັນທີ່ຢູ່ຂອງເພັດພິຄາດ.

ໃນເຂົາມົງກົດນັ້ນມີຖໍ້າແຫ່ງໜຶ່ງ

ແລນດີອຸດ

ແລະ ອັກຂະວິນໄດ້ຍ່າງເຂົ້າໄປໃນຖ້ຳ�ເຫຼືອບໄປພົບເຫັນຂອງວິເສດ, ເຊີ່ງເປັນເພັດວິເສດ. ໃນເພັດ

ໜ່ວຍນັ້ນມີ 3 ສີຄື: ສີຟ້າ, ສີອ່ອນ ແລະ ສີຂຽວ. ເພັດໜ່ວຍນີ້ມີຊື່ວ່າ, ເພັດພິຄາດ. ເພັດເມັດນີ້ມີຄວາມ ສຳ�ຄັນຫຼາຍຢ່າງຄື: ສີຟ້າ, ຖ້າເສກໃສ່ບ່ອນໃດບ່ອນນັ້ນຈະກາຍເປັນນ້ຳ�ແຂງ, ສີອ່ອນ, ຖ້າເສກໃສ່

ບ່ອນໃດບ່ອນນັ້ນຈະກາຍເປັນເພັດ ແລະ ສີຂຽວ, ຖ້າເສກໃສບ່ອນໃດບ່ອນນັ້ນຈະມີຄວາມອຸດົມ ສົມບູນ.

ຫຼັງຈາກທີ່ທັງສອງເອົາເພັດໜ່ວຍນັ້ນມາໄດ້ແລ້ວເຂົາກໍໄດ້ເດີນທາງໄປຕໍ່ ເຂົາເລີຍໄປພົບກັບ

ມັງກອນໂຕໜຶ່ງ. ຈາກນັ້ນທັງສອງກໍໄດ້ຕໍ່ສູ້ກັບມັງກອນໂຕນັ້ນ. ເຈົ້າຊາຍແລນດີອຸດໄດ້ໃຊ້ເວດມົນ ຄວບຄຸ ມ ພະລັງ ຈິ ດ ຂອງມັງ ກອນໂຕນັ້ນ ຈຶ່ງ ເຮັ ດ ໃຫ້ມັງ ກອນໂຕນັ້ນ ກາຍເປັ ນ ທາດຂອງເຈົ້າ ຊາຍ ແລນດີອຸດ ແລະ ອັກຂະວິນ. ເຈົ້າຊາຍຈຶ່ງໄດ້ຕັ້ງຊື່ໃຫ້ມັງກອນໂຕນັ້ນວ່າ: ແຂ້ວກຸດ. ມັງກອນໂຕນີ້

ສາມາດບິນໄດ້ອີກດ້ວຍ. ເຈົ້າຊາຍ ແລະ ອັກຂະວິນຈຶ່ງໄດ້ໃຊ້ມັງກອນນີ້ເປັນພາຫະນະໃນການເດີນ ທາງ.

ເຂົາໄດ້ເດີນທາງມາມື້ໜຶ່ງແລ້ວ,

ພໍເຂົາເຈົ້າລົງມາພັກຜ່ອນກໍເລີຍພົບເຫັນຮອຍຕີນຂອງຜີ

ສາດ, ເຈົ້າຊາຍ ແລະ ອັກຂະວິນໄດ້ນຳ�ຮອຍຕີນຂອງຜີສາດໂດຍຂີ່ມັງກອນໄປ. ແລນດີອຸດ ແລະ ອັກຂະວິນໄດ້ໄປພົບທີ່ຢູ່ຂອງສັດປະຫຼາດຢູ່ໃນໜອງນ້ຳ�ແຫ່ງໜຶ່ງທີ່ອ້ອມຮອບດ້ວຍພູຜາ ແລະ ເປັນ ສະຖານທີ່ທີ່ສວຍງາມຫຼາຍ, ອ້ອມຮອບດ້ວຍພູເຂົາ ແລະ ມີແສງເຫຼື້ອມຍິບຍັບປະກອບຢູ່ນຳ�. ເຈົ້າ ຊາຍໄດ້ແນມລົງໄປໃຕ້ນ້ຳ�ເຫັນສັດປະຫຼາດຕົວນັ້ນກຳ�ລັງນອນຢູ່.

134

ເຈົ້າຊາຍແລນດີອຸດ

Tales_From_The_North_LA_FA.indd 134

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 135

ເຈົ້າຊາຍແລນດີອຸດ

135

12/10/19 1:52 PM


ເຈົ້າຊາຍແລນດີອຸດ ແລະ ອັກຂະວິນດີໃຈຫຼາຍທີ່ໄດ້ພົບກັບສັດປະຫຼາດທີ່ຕົນຕາມຫາມາດົນ

ເພື່ອຈະແກ້ແຄ້ນ. ເຈົ້າຊາຍລັງເລໃຈວ່າ ຈະໃຊ້ວິທີໃດຈັດການກັບມັນ. ເຈົ້າຊາຍເລີຍຄິດອອກວ່າ ຈະໃຊ້ເພັດພິຄາດເສກໃສ່ມັນເຮັດໃຫ້ມັນກາຍເປັນເພັດ. ແຕ່ເຈົ້າຊາຍພັດໃຊ້ເພັດພິຄາດບໍ່ຖືກລວງ.

ເຈົ້າຊາຍຈະໃຊ້ສີອ່ອນ

ແຕ່ພັດໄປຖືກສີຟ້າເຮັດໃຫ້ມັນກາຍ ເປັນນ້ຳ�ແຂງ,

ເຮັດໃຫ້ສັດ

ປະຫຼາດຕົວ ນັ້ນຕື່ນຂື້ນມາ ແລະ ເຫັນແລນດີອຸດຢືນຢູ່ແຄມໜອງ. ຈາກນັ້ນ, ສັດປະຫຼາດຕົວນັ້ນກໍ ເກີດຄວາມໂມໂຫທີ່ມີຄົນມາລົບກວນເວລາທີ່ຕົນນອນຢູ່.

ມັນຈຶ່ງໄດ້ໃຊ້ຫາງຂອງມັນຟາດໃສ່ເຈົ້າ

ຊາຍແຕ່ບໍ່ຖືກ. ເຈົ້າຊາຍໄດ້ໃຊ້ເວດມົນຕໍ່ສູ້ກັບສັດປະຫຼາດ, ແຕ່ສັດປະຫຼາດບໍ່ມີອາການບາດເຈັບ ໃດໆເລີຍເພາະ ວ່າສັດປະຫຼາດຕົວນັ້ນມີໜັງທີ່ໜາ, ເວດມົນຈຶ່ງບໍ່ສາມາດທຳ�ລາຍມັນໄດ້. ເຈົ້າຊາຍ

ແລະ ອັກຂະວິນກໍຊ່ວຍກັນສູ້ກັບມັນແຕ່ກໍບໍ່ສຳ�ເລັດເພາະສັດປະຫຼາດຕົວນັ້ນມີຄວາມອົດທົນ ແລະ

ແຂງ ແຮງຫຼາຍ, ຈຶ່ງບໍ່ສາມາດເຮັດຫຍັງມັນໄດ້. ໃນການຕໍ່ສູ້ກັບສັດປະຫຼາດນັ້ນ, ເຂົາທັງສອງໄດ້ຖືກ ສັດປະຫຼາດທຳ�ຮ້າຍຈົນໄດ້ຮັບບາດເຈັບ,

ເຈົ້າຊາຍຖືກຫາງຂອງສັດປະຫຼາດຟາດໃສ່ເຮັດໃຫ້ເຈົ້າ

ຊາຍໄປຕຳ�ໃສ່ໜ້າຜາ, ສ່ວນອັກຂະວິນແມ່ນຖືກສັດປະຫຼາດຈັບແກວ່ງລົງນ້ຳ�. ພໍອັກຂະວິນຂຶ້ນຈາກ ນ້ຳ� ມາໄດ້ກໍ ເຫັນສັດປະຫຼາດຕົວນັ້ນກຳ�ລັງຍ່າງໄປຫາເຈົ້າຊາຍແລນດີອຸດ. ອັກຂະວິນຄິດໃນໃຈວ່າ

ຖ້າວ່າຕົນ ເອງບໍ່ໄປຊ່ວຍເຈົ້າຊາຍແລນດີອຸດ ແມ່ນຈະຕ້ອງຖືກມັນກິນ. ອັກຂະວິນຈຶ່ງຮີບແລ່ນໄປ ຫາມັງກອນ, ຂຶ້ນຫຼັງ, ແລ້ວສັ່ງໃຫ້ແຂ້ວກຸດຈົ່ງຮີບບິນໄປຮັບເອົາເຈົ້າຊາຍແລນດີອຸດ ກ່ອນທີ່ສັດປະ ຫຼາດຕົວນັ້ນ ຈະໄປເຖິງເຈົ້າຊາຍແລນດີອຸດ. ແຂ້ວກຸດຈຶ່ງໄດ້ບິນມາເຖິງແລນດີອຸດ ແລະ ອັກຂະວິນ

ຈຶ່ງພາແລນດີ ອຸດຂຶ້ນຫຼັງມັງກອນ, ແລ້ວທັງສາມຈຶ່ງໄດ້ບິນໜີເພື່ອກັບໄປຮັກສາບາດເຈັບແລ້ວຈຶ່ງ ກັບມາແກ້ແຄ້ນຄືນໃໝ່.

ອັກຂະວິນໄດ້ພາແລນດີອຸດໜີມາຮອດຖໍ້າຂອງພະລືສີທີ່ເປັນອາຈານທີ່ສອນວິຊາອາຄົມໃຫ້

ອັກຂະວິນ, ເພື່ອໃຫ້ພະລືສີນັ້ນຊ່ວຍຮັກສາເຈົ້າຊາຍແລນດີອຸດ. ໃນສະຖານທີ່ແຫ່ງນີ້ເປັນຖິ່ນຖານ ທີ່ສວຍງາມ. ຢູ່ປາກຖໍ້າຈະມີນ້ຳ�ຕົກຕາດທີ່ສວຍງາມຫຼາຍ. ຜ່ານນໍ້າຕົກເຂົ້າໄປຈະເປັນຖ້ຳ�, ເຮັດໃຫ້ ສັງເກດເຫັນໄດ້ຍາກວ່າຢູ່ໃນຈະມີຖ້ຳ�, ເພາະວ່າມີນ້ຳ�ຕົກທີ່ໃຫຍ່ປດ ິ ບັງໄວ້ ແລະ ກໍອ້ອມຮອບດ້ວຍປ່າ

ໄມ້ທີ່ສວຍງາມ. ເຈົ້າຊາຍແລນດີອຸດໄດ້ຮັກສາຕົວຢູ່ນຳ�ພະລືສີເປັນເວລາຫຼາຍວັນຈຶ່ງສາມາດຮັກສາ ບາດແຜຂອງແລນດີອຸດໃຫ້ຫາຍດີເປັນປົກກະຕິ.

ພະລືສີໄດ້ສອນວິຊາອາຄົມໃຫ້ເຈົ້າຊາຍແລນດີ

ອຸດ ແລະ ອັກຂະວິນເພື່ອເຮັດໃຫ້ເຂົາທັງສອງມີພະລັງເພີ່ມຂຶ້ນ ແລະ ແຂງແຮງກວ່າເກົ່າ.

136

ເຈົ້າຊາຍແລນດີອຸດ

Tales_From_The_North_LA_FA.indd 136

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 137

ເຈົ້າຊາຍແລນດີອຸດ

137

12/10/19 1:52 PM


ຫຼັງຈາກຝຶກວິຊາອາຄົມສຳ�ເລັດແລ້ວ,

ເຈົ້າຊາຍແລນດີອຸດ

ແລະ

ອັກຂະວິນກໍກະກຽມ

ອອກເດີນທາງ. ກ່ອນທີ່ເຂົາຈະອອກເດີນທາງນັ້ນ, ພະລືສີໄດ້ໃຫ້ລູກແກ້ວ 2 ລູກໃຫ້ແລນດີອຸດ ແລະ

ອັກຂະວິນຄົນລະໜຶ່ງລູກ. ລູກແກ້ວນັ້ນປະກອບມີແສງເຫຼື້ອມ ແລະ ມີນ້ຳ�ຢູ່ທາງໃນ. ລູກແກ້ວມີ ຄວາ ມວິເສດຄື: ເມື່ອອົມລູກແກ້ວແລ້ວຈະສາມາດຫາຍຕົວໄດ້ທັນທີ. ພະລືສີໄດ້ບອກວ່າ, ເວລາຕໍ່

ສູ້ພວກເຈົ້າຕ້ອງອົມລູກແກ້ວນີ້ໄວ້ເພື່ອໃຫ້ພວກເຈົ້າຫາຍຕົວໄດ້. ເມື່ອພະລືສີໄດ້ບອກແລ້ວແນວນັ້ນ

ແລ້ວ, ແລນດີອຸດ ແລະ ອັກຂະວິນກໍໄດ້ເດີນທາງໄປຫາບ່ອນຢູ່ຂອງສັດປະຫຼາດຕົວນັ້ນອີກໂດຍທັງ ສອງໄດ້ຂີ່ແຂ້ວກຸດໄປ.

ເຈົ້າຊາຍແລນດີອຸດ ແລະ ອັກຂະວິນໄດ້ເດີນທາງມາຮອດທີ່ຢູ່ຂອງສັດປະຫຼາດຕົວນັ້ນ ເຊີ່ງ

ເປັນສະຖານທີ່ເກົ່າທີ່ເຄີຍຕໍ່ສູ້ກັນມາກ່ອນນັ້ນ.

ເຈົ້າຊາຍແນມລົງໄປທີ່ໃຕ້ນໍ້າເຫັນສັດປະຫຼາດຕົວ

ນັ້ນກຳ�ລັງນອນຢູ່ຄືເກົ່າ, ແລນດີອຸດຄິດວ່າຈະສູ້ກັບມັນດ້ວຍວິທີໃດຈຶ່ງຈະຊະນະມັນໄດ້.

ແລນດີອຸດຈຶ່ງໄດ້ເວົ້າຂຶ້ນກັບອັກຂະວິນວ່າ,

ໄດ້ເນາະ!”

“ເຮົາຈະເຮັດແນວໃດເພື່ອທີ່ຈະເອົາຊະນະມັນ

“ໂອ້! ເຈົ້າຊາຍຂ້ອຍຄິດວ່າເຮົາລອງປ່ຽນເວລາສູ້ກັບມັນເບິ່ງບໍ່?”

“ເຈົ້າຄິດວ່າເຮົາຈະປ່ຽນແນວໃດ?”

“ຄັ້ງທີ່ແລ້ວເຮົາສູ້ກັບມັນຕອນກາງຄືນ, ຄັ້ງນີ້ເຮົາລອງສູ້ກັບມັນຕອນສວາຍເບິ່ງບໍ່?”

“ເອີ! ຄວາມຄິດດີ. ຄັນຊັ້ນເຮົາຖ້າໃຫ້ແສງອາທິດອອກກ່ອນເຮົາຄ່ອຍສູ້ກັບມັນເນາະ.”

ຫຼັງຈາກພະອາທິດຂຶ້ນສູ່ທ້ອງຟ້າແລ້ວ, ເຈົ້າຊາຍແລນດີອຸດ ແລະ ອັກຂະວິນຈຶ່ງໄດ້ເລີ່ມລົງມື

ສູ້ກັບສັດປະຫຼາດ. ເຈົ້າຊາຍແລນດີອຸດໄດ້ໃຊ້ເວດມົນດູດເອົານໍ້າອອກຈາກໜອງທີ່ສັດປະຫຼາດຕົວ ນັ້ນນອນຢູ່ຈົນໝົດ, ເຮັດໃຫ້ສັດປະຫຼາດຕື່ນຂຶ້ນມາແລ້ວເຫັນເຈົ້າຊາຍແລນດີອຸດ ແລະ ອັກຂະວິນ ພ້ອມດ້ວຍມັງກອນຕົວໜຶ່ງ. ເມື່ອສັດປະຫຼາດເຫັນແນວນັ້ນກໍເກີດຄວາມໂມໂຫ ແລະ ໃຈຮ້າຍທີ່ມີ ຄົນມາລົບກວນເວລານອນຂອງຕົນ.

ສັດປະຫຼາດຈຶ່ງໄດ້ພົ່ນນ້ຳ�ທີ່ຢູ່ໃນປາກຂອງຕົນໃສ່ເຈົ້າຊາຍ

ຮຽນມາຈາກພະລືສີສູ້ກັບສັດປະຫຼາດ

ແຕ່ກໍບໍ່ສາມາດເຮັດໃຫ້ສັດປະຫຼາດໄດ້ຮັບບາດເຈັບໃດໆ

ແລະ ອັກຂະວິນຈົນໄດ້ຮັບບາດເຈັບ. ແລນດີອຸດ ແລະ ອັກຂະວິນຈຶ່ງໄດ້ໃຊ້ເວດມົນ ແລະ ຄາຖາທີ່ ເລີຍ, ເພາະວ່າມັນມີໜັງທີ່ໜາ ແລະ ມີແຮງເໜືອກວ່າມະນຸດຈຶ່ງບໍ່ສາມາດເຮັດຫຍັງມັນໄດ້. ເຂົາທັງ

ສອງໄດ້ຕໍ່ສູ້ກັບສັດປະຫຼາດຕົວນັ້ນເປັນເວລາດົນໜ້ອຍໜຶ່ງ, ເຂົາຮູ້ວ່າຈະບໍ່ສາມາດເອົາຊະນະມັນ ໄດ້, ເຈົ້າຊາຍແລນດີອຸດຈຶ່ງນຶກໄດ້ວ່າ ພະລືສີໄດ້ມອບລູກແກ້ວວິເສດໃຫ້ແກ່ທັງສອງ.

138

ເຈົ້າຊາຍແລນດີອຸດ

Tales_From_The_North_LA_FA.indd 138

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 139

ເຈົ້າຊາຍແລນດີອຸດ

139

12/10/19 1:52 PM


ເຮົາ.”

ເຈົ້າຊາຍແລນດີອຸດຈຶ່ງໄດ້ຮ້ອງຂຶ້ນວ່າ, “ອັກຂະວິນອົມລູກແກ້ວວິເສດທີ່ພະລືສີໄດ້ມອບໃຫ້ ທັງສອງຈຶ່ງໄດ້ອົມລູກແກ້ວແລ້ວເຮັດໃຫ້ທັງສອງຫາຍຕົວ, ເຈົ້າຊາຍໄດ້ສັງເກດເຫັນສັດປະ

ຫຼາດຕົວນັ້ນເລີ່ມມີອາການອ່ອນແອຊຸດໂຊມ.

ເຈົ້າຊາຍຮູ້ວ່າສັດປະຫຼາດຕົວນັ້ນຂາດນ້ຳ�ບໍ່ໄດ້ໃນ

ການຕໍ່ສູ້, ເຈົ້າຊາຍຈຶ່ງໄດ້ໃຊ້ເພັດພິຄາດເສກໃສ່ເຮັດໃຫ້ສັດປະຫຼາດຕົວນັ້ນກາຍເປັນເພັດແລ້ວໃຊ້ ໄຟຂອງມັງກອນເຜົາສັດປະຫຼາດ, ເຮັດໃຫ້ສັດປະຫຼາດເສຍຊີວິດ ແລະ ຮ່າງກາຍຂອງມັນກາຍ ເປັນຝຸ່ນລະອອງ ແລະ ປິວໄປນຳ�ລົມແລ້ວ. ກ

ກັບບ້ານເກົ່າ . (ອ່ານຕໍ່ໜ້າທີ 62.)

ໄປຢູ່ບ່ອນໃໝ່. (ອ່ານຕໍ່ໜ້າທີ 65.)

140

ເຈົ້າຊາຍແລນດີອຸດ

Tales_From_The_North_LA_FA.indd 140

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ກັບບ້ານເກົ່າ ຫຼັງຈາກທີ່ສັດປະຫຼາດຕົວນັ້ນຕາຍໄປແລ້ວ, ເຈົ້າຊາຍແລນດີອຸດ ແລະ ອັກຂະວິນກໍອອກ

ເດີນທາງກັບບ້ານດ້ວຍຄວາມປອດໄພ. ຫຼັງຈາກການພະຈົນໄພຄັ້ງນີ້, ເຈົ້າຊາຍແລນດີອຸດກໍໄດ້ມີກ ານປ່ຽນແປງໄປຫຼາຍຢ່າງຄື: ເປັນຜູ້ນຳ�ທີ່ດີ ແລະ ປົກປ້ອງບ້ານເມືອງຈາກໄພອັນຕະລາຍ, ເຮັດໃຫ້

ບ້ານເມືອງມີຄວາມສະຫງົບສຸກອີກຄັ້ງ. ປະຊາຊົນກັບມາມີຄວາມສຸກອີກຄັ້ງ ຍ້ອນແລນດີອຸດໄດ້

ຊ່ວຍປະຊາຊົນຜູ້ທຸກຍາກໂດຍການບໍລິຈາກເຄື່ອງ, ສິ່ງຂອງເງິນຄຳ� ແລະ ປົກປ້ອງບ້ານເມືອງບໍ່ໃຫ້ມີ ໄພອັນຕະລາຍ, ບໍ່ໃຫ້ມີສັດປະຫຼາດເຂົ້າມາທຳ�ລາຍປະຊາຊົນຊາວເມືອງແລນວຸດ. ເຈົ້າຊາຍແລນດີ ອຸດເປັນຄົນທີ່ບໍ່ໃຊ້ອຳ�ນາດທີ່ມີ,

ລາວຄິດວ່າລາວກໍເປັນຄົນທຳ�ມະດາທົ່ວໄປທີ່ອາໄສຢູ່ໃນເມືອງ

ແລນວຸດ ເຊິ່ງຈະບໍ່ເອົາປຽບປະຊາຊົນ ແລະ ເຈົ້າຊາຍຍັງເປັນຄົນດີ, ມີນ້ຳ�ໃຈ ແລະ ເມດຕາຊ່ວຍກັນ ແລະ ກັນ.

- ຈົບ -

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 141

ເຈົ້າຊາຍແລນດີອຸດ

141

12/10/19 1:52 PM


142

ເຈົ້າຊາຍແລນດີອຸດ

Tales_From_The_North_LA_FA.indd 142

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ໄປຢູ່ບ່ອນໃໝ່

ຫຼັງຈາກທີ່ເຈົ້າຊາຍແລນດີອຸດ

ແລະ

ອັກຂະວິນໄດ້ຊະນະກັບສັດປະຫຼາດຕົວນັ້ນແລ້ວ,

ທັງສອງກໍໄດ້ເດີນທາງໄປຕໍ່ ໂດຍຜ່ານພູເຂົາຫຼາຍແຫ່ງຈົນໄປພົບເຫັນໝູ່ບ້ານແຫ່ງໜຶ່ງ. ທັງສອງຈຶ່ງ ໄດ້ຍ່າງເຂົ້າໄປຖາມຊາວບ້ານຄົນໜຶ່ງວ່າ, “ນ້ອງຊາຍຂໍຖາມແດ່, ບ້ານນີ້ຊື່ຫຍັງ?”

“ບ້ານນີ້ມີຊື່ວ່າ: ບ້ານສາຍພູ. ພວກອ້າຍມາຈາກທາງໄກບໍ?”

“ໂດຍ! ພວກອ້າຍແມ່ນມາຈາກທາງໄກ, ຂອບໃຈເດີ.”

ຫຼັງ ຈາກນັ້ນ ທັງ ສອງກໍ ເ ລີ ຍ ຜ່າ ນບ້າ ນນັ້ນ ໄປອີ ກ ເຊິ່ງ ໄດ້ຍ່າ ງຕາມເສັ້ນ ທາງນ້ອ ຍໆໄປ,

ແຕ່ໄປບໍ່ໄກເສັ້ນທາງກໍສຸດ. ເຈົ້າຊາຍແລນດີອຸດ ແລະ ອັກຂະວິນໄດ້ຍ່າງເຂົ້າໄປໃນປ່າດົງໃຫ່ຍ, ບໍ່

ດົນກໍໄປເຫັນໝູ່ບ້ານແຫ່ງໜຶ່ງອີກ, ພວກເຂົາທັງສອງໄດ້ເຂົ້າໄປຖາມຜູ້ຍິງຄົນໜຶ່ງວ່າ, “ນ້ອງສາວ ຂໍຖາມແນ່ ບ້ານນີ້ຊື່ຫຍັງເນາະ?”

“ໂອ! ບ້ານນີ້ຊື່ວ່າ, ໜອງເສືອ.”

“ຂອບໃຈຫຼາຍເດີນ້ອງສາວ.”

ເຈົ້າຊາຍແລນດີອຸດ ແລະ ອັກຂະວິນເລີຍຍ່າງເລາະບ້ານນັ້ນວ່າມີຄົນທີ່ຮູ້ຈັກກັນບໍ່. ທັງສອງ

ຍ່າງໄປຮອດເຮືອນຫຼັງໜຶ່ງທີ່ເປັນເຮືອນຫຼັງໃຫ່ຍ. ເລີຍໄປເຫັນໝູ່ຄົນໜຶ່ງທີ່ເປັນເພື່ອນຂອງແລນດີອຸ ດຕອນຍັງນ້ອຍເຄີຍຢູ່ນຳ�ກັນມາກ່ອນ.ເພື່ອນຂອງລາວເຫັນແລນດີອຸດ ແລະ ອັກຂະວິນຈຶ່ງເຂົ້າໄປ ຖາມວ່າ, “ສະບາຍດີ, ເຈົ້າຊາຍແລນດີອຸດ.”

“ສະບາຍດີ, ເຈົ້າເດ ສະບາຍດີບໍ່?”

“ສະບາຍດີຢູ່.”

ເພື່ອນຂອງແລນດີອຸດ ມີຊື່ວ່າ: ສັນຈອນ. ສັນຈອນດີໃຈຫຼາຍທີ່ໄດ້ພົບເພື່ອນຂອງຕົນເອງທີ່

ໄດ້ຈາກກັນມານານແສນນານແລ້ວ,

ຈຶ່ງໄດ້ເຊີນແລນດີອຸດ

ແລະ

ອັກຂະວິນເຂົ້າໄປໃນເຮືອນ

ຫາເຂົ້າຫານ້ຳ�ໃຫ້ທັງສອງຮັບປະທານ. ຫຼັງຈາກທີ່ກິນເຂົ້າແລ້ວ, ສັນຈອນຈຶ່ງໄດ້ຖາມທັງສອງວ່າ, “ພວກເຈົ້າທັງສອງຈະເດີນທາງໄປທາງໃດ?”

“ພວກເຮົາມາແຕ່ເມືອງແລນວຸດ, ເພາະວ່າມີສັດປະຫຼາດຕົວໜຶ່ງເຂົ້າມາທຳ�ລາຍບ້ານເມືອງ

ແລະ ກີນປະຊາຊົນ. ພວກເຮົາກໍເລີຍນຳ�ມາແກ້ແຄ້ນ ແລະ ຂ້າສັດປະຫຼາດຕົວນັ້ນຕາຍແລ້ວ, ພວກ ເຮົາກໍເລີຍເດີນທາງມາເຖີງໝູ່ບ້ານຂອງພວກເຈົ້ານີ້ເອງ.”

“ດີແລ້ວທີ່ພວກເຈົ້າບໍ່ເປັນຫຍັງ, ແລ້ວພວກເຈົ້າຈະໄປໃສຕໍ່ ຖ້າບໍ່ໄປໃສແລ້ວກໍຢູ່ນຳ�ພວກ

ເຮົາທີ່ນີ້ເນາະ?”

ຫຼັງຈາກນັ້ນ, ເຈົ້າຊາຍແລນດີອຸດ ແລະ ອັກຂະວິນຈຶ່ງໄດ້ຕັດສິນໃຈຢູ່ໃນໝູ່ບ້ານໜອງເສືອ ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 143

ເຈົ້າຊາຍແລນດີອຸດ

143

12/10/19 1:52 PM


ແຫ່ງນີ້. ຊີວິດກາານເປັນຢູ່ຂອງເຈົ້າຊາຍແລນດີອຸດ ແລະ ອັກຂະວິນແມ່ນເຮັດໄຮ່, ເຮັດນາ.

ຫ້າປີຕໍ່ມາ, ເຈົ້າຊາຍແລນດີອຸດກໍໄດ້ແຕ່ງງານກັບຍິງສາວຄົນໜຶ່ງທີ່ງາມຫຼາຍ. ຫຼັງຈາກນັ້ນທັງສອງ ກໍມີລູກນຳ�ກັນເປັນຍີງໜຶ່ງ, ຊາຍໜຶ່ງ ແລະ ເປັນຄອບຄົວທີ່ມີຄວາມອົບອຸ່ນ ແລະ ມີຄວາມສຸກຫຼາຍ.

ປະຊາຊົນໃນບ້ານນີ້, ກໍໄດ້ແຕ່ງຕັ້ງເຈົ້າຊາຍແລນດີອຸດເປັນນາຍບ້ານເຮັດໃຫ້ບ້ານນີ້ມີແຕ່ຄວາມສະ ຫງົບສຸກ ປະຊາຊົນຢູ່ດີກິນດີ.

- ຈົບ -

144

ເຈົ້າຊາຍແລນດີອຸດ

Tales_From_The_North_LA_FA.indd 144

ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

12/10/19 1:52 PM


ເລື່ອງເລົ່າຈາກແດນເໜືອ ເຫຼັ້ມ 2

Tales_From_The_North_LA_FA.indd 145

ເຈົ້າຊາຍແລນດີອຸດ

145

12/10/19 1:52 PM


ອົງການຊາຍຟັນ ລາວ ຕາງ�້າຫ້ອງການ ອົງການຊາຍຟັນ ອົດສະຕຣາລີ - ເປັນ ອົງການຈັດຕັ້ງສາກົນ ເພື່ອການ ພັດທະນາທີ່ເປັນເອກະລາດ ແລະ ບໍ່ແມ່ນອົງກອນທີ່ກ່ຽວ ຂ້ອງກັບສາດສະ�າ ແລະ ເປັນອົງກອນທີ່ເຮັດວຽກ ເພື່ອ ຫຸຼດຜ່ອນຄວາມທຸກຍາກຂອງ ເດັກນ້ອຍ ຢູ່ໃນເຂດພື້ນທີ່ຊົນນະບົດທີ່ກໍາລັງໄດ້ຮັບ ການພັດທະນາ. ອົງການຊາຍຟັນ

ອົດສະຕຣາລີ

ເປັນ�ຶ່ງໃນບັນດາສະມາຊິກ

ຂອງອົງການ

ຊາຍ ຟັນພັນທະມິດ-ສາກົນ ທີ່ມີເຄືອຄ່າຍ ກັບ 11 ອົງການຈັດຕັ້ງ ທີ່ໃຫ້ການຊ່ວຍເຫືຼອແກ່ ເດັກ ແລະ ຄອບຄົວຂອງເດັກ ຫຼາຍກວ່າ 13 ລ້ານຄົນ ຢູ່ໃນ 60 ປະເທດ. ອົງການຊາຍຟັນ ອົດສະຕຣາລີ ເປັນອົງການຊ່ວຍເຫືຼອ ທີ່ໄດ້ຮັບການ ຈົດທະບຽນ, ເປັນສໍາມະຊິກສະພາ ຂອງ ອົດສະຕຣາລີ ສໍາລັບການພັດທະນາລະດັບສາກົນ ແລະ ຖືກຮັບຮອງຢ່າງເປັນທາງການ ຈາກ ກະຊວງ ການຕ່າງປະເທດ ແລະ ການຄ້າ ເຊິ່ງເປັນຜູ້ຄຸ້ມຄອງແຜນງານ ຊ່ວຍເຫຼືອ ຂອງລັດຖະບານອົດສະຕຣາລີ ຢູ່ຕ່າງປະເທດ. ອົງການຊາຍຟັນ ໄດ້ເລີ່ມຕົ້ນເຮັດວຽກຢູ່ລາວ ໃນປີ 2010, ແລະ ເຮັດວຽກຮ່ວມກັບ ເດັກ ແລະ ຊຸມຊົນຂອງເຂົາເຈົ້າ ເພື່ອສົ່ງເສີມການປ່ຽນແປງທີ່ມີຄຸນຄ່າ ແລະ ຍືນຍົງ ໂດຍ ການພັດທະນາຊຸມຊົນ ແບບຍາວນານ ແລະ ການສົ່ງເສີມ ສິດທິເດັກ. ໂຄງການໄດ້ຈັດຕັ້ງ ປະຕິບັດ ຢູ່ ແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ, ເຊິ່ງເປັນ�ຶ່ງໃນບັນດາເຂດທີ່ທຸກຍາກ ທີ່ສຸດຂອງປະເທດທີ່ເຕັມໄປດ້ວຍວັດຖຸລະເບີດທີ່ຍັງບໍ່ທັນແຕກຢ່າງຫຼວງຫຼາຍ, ແລະລວມ ທັງນະຄອນຫຼວງ ວຽງຈັນ. ໂດຍສຸມໃສ່ ການສົ່ງເສີມສິດທິເດັກ ແລະ ການປັບປຸງການເຂົ້າເຖິງການສຶກສາທີ່ມີ ຄຸນນະພາບ, ອົງການຊາຍຟັນ ລາວ ຍັງມຸ້ງເນັ້ນໃສ່ບັນດາໂຄງການຕ່າງໆ ກ່ຽວກັບວຽກງານ ໂພຊະນາການຂອງເດັກ, ສຸຂະພາບຈະເລີນພັນ ແລະ ສິດທິຕ່າງໆ, ການສົ່ງເສີມຄວາມຮູ້ ທາງສື່ອອນລາຍ ແລະ ການກຽມຄວາມພ້ອມໃນການເຮັດວຽກ.

Tales_From_The_North_LA_FA.indd 146

12/10/19 1:52 PM


Turn static files into dynamic content formats.

Create a flipbook
Issuu converts static files into: digital portfolios, online yearbooks, online catalogs, digital photo albums and more. Sign up and create your flipbook.