ພຽງຄັ້ງຫນຶ່ງໄດ້ພານພໍ້ ຫົວໃຈກໍຫົງໄຫລ
ນັ່ງຮໍ່າໄຮຄະນິງຫາ ທຸກວັນແລງເຊົ້າ
ເຝົ້າຄອງຄອຍລໍ້ຖ້າ ວັນເວລາໄດ້ຢ້ຽມຢາມຖິ່ນ
ກາສີເມືອງເອກອ້າງ ໂອສຸດງາມແທ້ ແມ່ເອີຍ
ນັບແຕ່ວັນຈາກເຈົ້າ ກໍຄະນິງຮໍ່າບໍ່ໄລລາ
ງາມທໍາມະຊາດສາຍພູຜາ ເສັ້ນທາງຄົດໂງໂຄ້ງ
ທົ່ງນາສາລີກວ້າງ ຊາວເມືອງກໍອົບອຸ່ນ
ຖໍ້າຂຸນລາງຍິ່ງເອກອ້າງ ງາມລົ້ນລື່ນປະມານ
ສະບາຍດີທ່ານຜູ້ເບິ່ງແລະຜູ້ອ່ານ, ສະບັບນີ້ພວກເຮົາໄດ້ນໍາຮູບພາບການເດີນທາງທ່ອງທ່ຽວ ຖ່າຍຮູບຢູ່ເມືອງກາສີ ແຂວງວຽງຈັນ ມານໍາສະເຫນີແບບເຕັມຄວາມຈຸເລີຍທັງທິວທັດທໍາມະຊາດ, ອຸທິຍານຖໍ້າຂຸນລາງ ແລະ ວິຖີຊີວິດ ທີ່ງົດງາມຫນ້າຄົ້ນຫາ.
ສ່ວນເລື່ອງບົດຄວາມ ກໍບໍ່ຄວນພາດ ສໍາລັບທ່ານທີ່ຕ້ອງການໃຫ້ຮູບນາງແບບຂອງ ທ່ານຫນ້າ ຂາວໃສ ລຽບນຽນ, ຫລືໄດ້ຮູບແບບ
ຟຸ້ງໆ ຄືໃນຝັນວ່າຊັ້ນ. ເພາະສະບັບນີ້ ນັກຂຽນຄໍລໍາຈະມາເປີດເຜີຍ ແບບຫມົດເປືອກ ໃຫ້ກັບບັນດາທ່ານໄດ້ນໍາໄປປະຍຸກໃຊ້.