ບົດສະຫຼຸບສັງລວມ 2011–2012
ກ້າວເດີນຕາມຫາ
ຄວາມຍຸຕິທຳ
ຄວາມຄືບໜ້າຂອງແມ່ຍິງໃນໂລກ: ກ້າວເດີນຕາມຫາຄວາມຍຸຕິທຳ ຫົວຂໍ້ຄວາມຄືບໜ້າຂອງແມ່ຍິງໃນໂລກ ເປີດຫົວເລື່ອງດ້ວຍປະເດັນທີ່ ຂັດແຍ່ງໃນໂຕ: ໄລຍະສະຕະວັດທີ່ຜ່ານມາ ເຫັນໄດ້ການຫັນປ່ຽນໃນ ດ້ານສິດທາງກົດໝາຍຂອງແມ່ຍິງ, ໂດຍທີ່ຫຼາຍປະເທດໃນທຸກພາກ ພື້ນພາກັນຂະຫຍາຍຂອບເຂດສິດທາງກົດໝາຍຂອງແມ່ຍິງ. ຢ່າງໃດ ກໍ່ດີ, ສຳລັບແມ່ຍິງສ່ວນໃຫຍ່ໃນໂລກ, ກົດໝາຍເທິງໜ້າເຈ້ຍນັ້ນພັດ ບໍ່ໄດ້ຖືກຜັນຂະຫຍາຍເປັນຄວາມສະເໝີພາບ ແລະ ຄວາມຍຸຕິທຳ. ໃນປີ 1911, ມີພຽງສອງປະເທດໃນໂລກ ທີ່ອະນຸຍາດໃຫ້ແມ່ຍິງມີສິດ ເລືອກຕັ້ງ. ສະຕະວັດໜຶ່ງຜ່ານໄປ, ສິດດັ່ງກ່າວ ເກືອບວ່າກາຍເປັນສິດ ທີ່ມີທົ່ວສາກົນ ແລະ ແມ່ຍິງກໍ່ພາກັນນຳໃຊ້ບົດບາດຂອງຕົນຫຼາຍຂຶ້ນ ກ່ວາເດີມໃນຂະບວນການຕັດສິນບັນຫາ ເມື່ອທຽບໃສ່ກັບແຕ່ກ່ອນ ເມືອຫຼັງ. ຄຽງຄູ່ກັບບົດບາດທາງການເມືອງທີ່ມີຫຼາຍຂຶ້ນກ່ວາເດີມຂອງ ແມ່ຍິງ, ກໍ່ໄດ້ມີການຮັບຮູ້ສິດຂອງແມ່ຍິງຫຼາຍຂຶ້ນກ່ວາເກ່ົ່າ ບໍ່ແມ່ນສະ ເພາະແຕ່ສິດດ້ານການເມືອງແລະພົນລະເມືອງ ແຕ່ຍັງລວມເຖິງສິດ ດ້ານເສດຖະກິດ, ສັງຄົມແລະວັດທະນະທຳ. ປະຈຸບັນ, ມີ 186 ປະເທດທົ່ວໂລກ ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍການລົບ ລ້າງທຸກຮູບແບບການຈຳແນກຕໍ່ແມ່ຍິງ (CEDAW), ຖືເປັນການສ່ົງ ສັນຍານໃຫ້ຮູ້ເຖິງຄຳໝາຍໝັ້ນຂອງເຂົາເຈົ້າ ໃນການຕອບສະໜອງ ໃຫ້ໄດ້ຕາມສິດທິມະນຸດຂອງແມ່ຍິງແລະເດັກຍິງ, ທັບມ້າງທຸກອຸປະ ສັກກີດຂວາງຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ແລະ ຄວາມ ຍຸຕິທຳ. ເຖິງວ່າມີຕົວຢ່າງຂອງຫຼາຍປະເທດທີ່ມີຄວາມຄືບໜ້າໃຫຍ່ຫຼວງໃນ ການສ່ົງເສີມຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ແຕ່ພັດພົບຢູ່ ເລື້ອຍໆວ່າ: ແມ່ຍິງ ຍັງຖືກປະຕິເສດແມ່ນແຕ່ສິດໃນການຄວບຄຸມ ຮ່າງກາຍຂອງຕົນເອງ, ຖືກປະຕິເສດສຽງໃນການຕັດສິນບັນຫາ ແລະ ຖືກປະຕິເສດການປົກປ້ອງຈາກຄວາມຮຸນແຮງ. ແມ່ຍິງປະມານ 600 ລ້ານຄົນ ເຊິ່ງຫຼາຍກ່ວາເຄິ່ງຂອງຈຳນວນແມ່ຍິງໃນໄວອາຍຸເຮັດວຽກ ທົ່ວໂລກ ຍັງປະກອບອາຊີບທີ່ສ່ຽງ, ມີວຽກເຮັດທີ່ບໍ່ໝັ້ນຄົງ ໂດຍພົບເລື້ອຍໆວ່າ: ເປັນວຽກທີ່ຢູ່ນອກເຂດສິດອຳນາດປົກປ້ອງ ຂອງກົດໝາຍແຮງງານ. ເຖິງວ່າຈະມີຄວາມຄືບໜ້າຫຼາຍໃນດ້ານ ຂອບກົດໝາຍ ແຕ່ກໍ່ມີແມ່ຍິງອີກຫຼາຍລ້ານຄົນ ລາຍງານປະສົບການ ພົບພໍ້ບັນຫາຄວາມຮຸນແຮງໃນຊ່ວງອາຍຸຊີວິດຂອງເຂົາເຈົ້າ, ຕາມ ປົກກະຕິແລ້ວແມ່ນຍ້ອນສີມືຂອງຄູ່ຮັກທີ່ໃກ້ຊິດ. ໃນຂະນະດຽວກັນ, ບັນຫາແມ່ຍິງຖືກເລັງເປົ້າໝາຍຢ່າງເປັນລະບົບຈາກບັນຫາຄວາມຮຸນ ແຮງທາງເພດແບບປ່າເຖື່ອນ ກໍ່ເປັນອີກໜຶ່ງເຫດການສຳຄັນຂອງຂໍ້ ຂັດແຍ່ງໃນຍຸກສະໄໝໃໝ່.
ບັນຫາການຈຳແນກຢ່າງກ້ວາງຂວາງທີ່ມີຕໍ່ແມ່ຍິງ ສ້າງສິ່ງກີດຂວາງ ອັນໃຫຍ່ຫຼວງຕໍ່ການບັນລຸສິດທິຕ່າງໆຂອງແມ່ຍິງ ແລະ ເປັນອຸປະ ສັ ກ ຕໍ ່ ຄ ວາມຄື ບ ໜ້ າ ຂອງທຸ ກ ເປົ ້ າ ໝາຍພັ ດ ທະນາສະຫະສະວັ ດ (MDGs) – ເຊິ່ງເປັນມາດຕະຖານທີ່ວົງສາຄະນາຍາດສາກົນ ໄດ້ ກຳນົດໄວ້ເພື່ອລົບລ້າງຄວາມທຸກຍາກຂັ້ນຮ້າຍແຮງ - ນັບແຕ່ເລື່ອງ ປັບປຸງສຸຂະພາບແມ່ ໄປຈົນເຖິງການບັນລຸວຽກງານການສຶກສາເພື່ອ ທຸກຄົນ ແລະ ຍຸຕິການແພ່ລະບາດຂອງເຊື້ອ HIV ແລະ ໂລກເອດສ໌. ເຖິງວ່າຄວາມສະເໝີພາບລະຫວ່າງແມ່ຍິງ ກັບ ຜູ້ຊາຍ ໄດ້ຖືກຄ້ຳປະ ກັນໄວ້ໃນລັດຖະທຳມະນູນຂອງ 139 ປະເທດແລະເຂດອະທິປະໄຕ ແຕ່ບັນຫາການມີກົດໝາຍບໍ່ພຽງພໍ ແລະ ຊ່ອງຫວ່າງໃນການຈັດຕັ້ງ ປະຕິບັດ ໄດ້ເຮັດໃຫ້ການຄ້ຳປະກັນດັ່ງກ່າວ ເປັນພຽງຄຳສັນຍາເປົ່າ ຫວ່າງ ແລະສ່ົງຜົນກະທົບພຽງເລັກນ້ອຍຕໍ່ຊີວິດປະຈຳວັນຂອງແມ່ຍິງ. ພາຍໃຕ້ສະພາບເງື່ອນໄຂຫຼາຍຢ່າງ, ພື້ນຖານໂຄງລ່າງຄວາມຍຸຕິທຳ ຄື: ຕໍາຫຼວດ, ສານ ແລະ ຕຸລາການ ບໍ່ວ່າຢູ່ພາຍໃນປະເທດຮ່ັງມີ ຫຼື ທຸກຍາກ ລ້ວນແຕ່ຕອບສະໜອງບໍ່ໄດ້ຕາມມຸ່ງຫວັງຂອງແມ່ຍິງ ເຊິ່ງ ເຫັນໄດ້ຈາກບໍລິການທີ່ມີຄຸນະພາບຕຳ່ ແລະທັດສະນະຄະຕິທີ່ບໍ່ເປັນ ມິດຈາກຜູ້ມີໜ້າທີ່ຕ້ອງຕອບສະໜອງໃຫ້ໄດ້ຕາມສິດທິຕ່າງໆຂອງ ແມ່ຍິງ. ຄວາມຄືບໜ້າຂອງແມ່ຍິງໃນໂລກ ຈະສະແດງໃຫ້ເຫັນວ່າ: ລະບົບກົດ ໝາຍແລະຍຸຕິທຳທີ່ດຳເນີນງານໄດ້ເປັນຢ່າງດີ ສາມາດເປັນກົນໄກ ສຳຄັນຍິ່ງສຳລັບແມ່ຍິງໃນການບັນລຸໄດ້ຕາມສິດທິຕ່າງໆຂອງຕົນ. ສິ່ງເຫຼົ່ານັ້ນ ສາມາດກຳນົດທິດທາງຂອງສັງຄົມດ້ວຍການສະໜອງໃຫ້ ມີຄວາມຮັບຜິດຊອບ, ການຍຸຕິການໃຊ້ອຳນາດໃນທາງທີ່ບໍ່ຖືກຕ້ອງ ແລະ ການສ້າງມາດຕະຖານໃໝ່ຂຶ້ນ. ສານ ຖືເປັນສະຖານທີ່ສຳຄັນ ຂອງຄວາມຮັບຜິດຊອບຕໍ່ແມ່ຍິງແຕ່ລະຄົນໃນດ້ານການທວງສິດຂອງ ເຂົາເຈົ້າ ແລະ ກຳນົດແບບຢ່າງການດຳເນີນຄະດີທາງກົດໝາຍທີ່ ເປັນປະໂຫຍດໃຫ້ແກ່ຜູ້ອື່ນອີກຫຼາຍລ້ານຄົນ. ບົດລາຍງານສະບັບນີ້ ໄດ້ເນັ້ນໜັກໃຫ້ເຫັນບັນດາທິດທາງທີ່ລັດຖະ ບານຂອງປະເທດຕ່າງໆ ແລະ ອົງການຈັດຕັ້ງທາງສັງຄົມ ສາມາດ ເຮັດວຽກນຳກັນເພື່ອປັບປຸງກົດໝາຍ ແລະ ສ້າງຕົວແບບໃໝ່ສຳລັບ ການສະໜອງບໍລິການຄວາມຍຸຕິທຳທີ່ຕອບສະໜອງໄດ້ຕາມຄວາມ ຕ້ອງການຂອງແມ່ຍິງ. ບົດລາຍງານສະບັບນີ້ ສາທິດໃຫ້ເຫັນເຖິງວິທີ ເຫຼົ່ານັ້ນຮັບມືກັບສິ່ງທ້າທາຍຕ່າງໆໃນການຮັບປະກັນວ່າ: ແມ່ຍິງສາ ມາດເຂົ້າເຖິງຄວາມຍຸຕິທຳໄດ້ເ ຖິງຈະເປັນສະພາບເງື່ອນໄຂທີ່ທ້າ ທາຍສູງສຸດກໍ່ຕາມ ເຊິ່ງລວມທັງສະພາບເງື່ອນໄຂຄວາມແຕກຕ່າງ ທາງດ້ານກົດໝາຍ ແລະ ທັງໃນໄລຍະເກີດ ແລະ ຫຼັງເກີດຄວາມ ຂັດແຍ່ງ.
ຄວາມຄືບໜ້າຂອງແມ່ຍິງໃນໂລກ ໃຫ້ຂໍ້ສະເໜີ ແນະ 10 ຂໍ້ ເພື່ອເຮັດໃຫ້ລະບົບຍຸຕິທຳເຮັດວຽກ ຮັບໃຊ້ແມ່ຍິງ. ຂໍ້ສະເໜີແນະເຫຼົ່ານັ້ນໄດ້ຮັບການ ພິສູດແລ້ວ ແລະ ສາມາດເຮັດບັນລຸໄດ້ແທ້, ແລະ ຖ້າຈັດຕັ້ງປະຕິບັດຂໍ້ສະເໜີແນະເຫຼົ່ານັ້ນ ກໍ ່ ຈ ະມີ ທ ່ າ ແຮງບົ ່ ມ ຊ້ ອ ນມະຫາສານໃນການ ເພີ່ມຄວາມສາມາດຂອງແມ່ຍິງໃນດ້ານການເຂົ້າ ເຖິງຄວາມຍຸຕິທຳ ແລະ ເຮັດໃຫ້ຄວາມສະເໝີ ພາບດ້ານ ບົດບາດຍິງ-ຊາຍມີຄວາມກ້າວໜ້າ.
ຊ່ວຍເຫຼືອບັນດາອົງການ ຈັດຕັ້ງທາງກົດໝາຍຂອງ ແມ່ຍິງ ບັ ນ ດາອົ ງ ການຈັ ດ ຕັ ້ ງ ທາງກົ ດ ໝາຍ ຂອງແມ່ຍິງ ແມ່ນແຖວໜ້າຂອງການ ເຮັ ດໃຫ້ ລະບົ ບຍຸ ຕິ ທ ຳເຮັ ດ ວຽກຮັ ບ ໃຊ້ ແມ່ຍິງ. ໃນຂະນະທີ່ການຊ່ວຍເຫຼືອທາງ ກົດໝາຍທີ່ໄດ້ຮັບງົບປະມານຈາກລັດ ມີຈຳກັດ, ບັນດາອົງການຈັດຕັ້ງຂອງ ແມ່ຍິງ ສາມາດກ້າວເຂົ້າມາເພື່ອສະ ໜອງຄຳປຶກສາແລະໃຫ້ການຊ່ວຍເຫຼືອ ທີ ່ ແ ມ່ ຍ ິ ງ ຕ້ ອ ງການເພື ່ ອ ສື ບ ຕໍ ່ ກ ານດຳ ເນີນຄະດີທາງກົດໝາຍ, ຍຸຕິບັນຫາ ຄວາມຮຸນແຮງ, ເພື່ອຂໍການຫຍ່າ, ຫຼື ເພື່ອທວງເອົາທີ່ດິນທີ່ເປັນສິດຖືກຕ້ອງ ຂອງເຂົາເຈົ້າ.
ບັນດາອົງການຈັດຕັ້ງເຫຼົ່ານີ້ ໄດ້ເປັນຫົວຫອກ ໃນຄວາມພະຍາຍາມປັບປຸງກົດໝາຍ ແລະ ຄະດີ ຍ ຸ ດ ທະສາດທີ ່ ຫ ັ ນ ປ່ ຽ ນພູ ມ ມິ ທ ັ ດ ຂອງ ການບັ ນ ລຸ ສ ິ ດ ຂອງແມ່ ຍ ິ ງ ໃນລະດັ ບ ຊາດ, ພາກພື້ນແລະສາກົນ(ລະອຽດໃຫ້ເບິ່ງຫ້ອງ 1). ພ້ອມນັ້ນ, ອົງການເຫຼົ່ານັ້ນ ຍັງເປັນຜູ້ນຳໃນ ການກິດຈະກຳຊ່ວຍເຫຼືອທີ່ປະສົບຜົນສຳເລັດ ໃນແວດລ້ອມຕ່າງໆທາງກົດໝາຍ ເຊິ່ງສະ ແດງໃຫ້ເຫັນວ່າ: ມີຄວາມເປັນໄປໄດ້ໃນການ ລວມເອົ າ ເຂົ ້ າ ກັ ບ ລະບົ ບ ກົ ດ ໝາຍຕ່ າ ງໆ ໃນຂະນະດຽວກັນກໍ່ສະໜັບສະໜູນວັດທະນະ ທຳ, ຮີດຄອງ ແລະ ແບບວິທີປະຕິບັດຂອງ ທ້ອງຖິ່ນໄປພ້ອມໆກັນ. ຫ້ອງ 1:
ຕົວຢ່າງ: ຢູ່ປະເທດເອກົວດໍ, ສິດຂອງຄົນພື້ນ ເມືອງ ຫຼື ຄົນດັ້ງເດີມໃນການກຳນົດລະບົບ ຍຸຕິທຳຂອງຕົນ ແມ່ນຖືກລະບຸໄວ້ໃນລັດຖະ ທຳມະນູນ, ແມ່ຍິງໃນສອງຊຸມຊົນຄິດຈ໌ວາ Kichwa ດັ້ງເດີມ ໄດ້ສ້າງລະບຽບການສຳລັບ ການດຳລົງຊີວິດທີ່ດີ - Reglamentos de Buena Convivencia ເຊິ່ງໄດ້ລວມເອົາມາດ ຕະຖານທາງປະເພນີແລະຫຼັກການດ້ານສິດທິ ມະນຸດເຂົ້າກັນເພື່ອແກ້ໄຂຄວາມຮຸນແຮງໃນ ຄອບຄົວ ແລະ ການເຂົ້າເຖິງຄວາມຍຸຕິທຳ ຂອງແມ່ຍິງ.
ຢູ່ອິນໂດເນເຊຍ, ອົງການ PEKKA ເຊິ່ງເປັນ ອົ ງ ການຈັ ດ ຕັ ້ ງ ທີ ່ ບ ໍ ່ ສ ັ ງ ກັ ດ ລັ ດ ທ້ ອ ງຖິ ່ ນ (NGO), ໄດ້ຝຶກອົບຮົມພະນັກງານຜູ້ຊ່ວຍກົດ ໝາຍໃນລັກສະນະທີ່ເນັ້ນໃສ່ຊຸມຊົນເພື່ອໃຫ້ ເຂົາເຈົ້າຊ່ວຍເຫຼືອແມ່ຍິງໃນການນຳໃຊ້ສານ ສາສະໜາເພື່ອຈົດທະບຽນແຕ່ງານແລະຫຍ່າ ຢ່າງຖືກຕ້ອງຕາມກົດໝາຍ ໂດຍເຮັດໃຫ້ເຂົາ ເຈົ້າສາມາດເຂົ້າເຖິງບໍລິການພາກລັດ ແລະ ຜົນປະໂຫຍດຕ່າງໆທີ່ສະໜອງໃຫ້ໂດຍລັດ. ອົງການ PEKKA ຍັງໄດ້ໂນ້ມນ້າວໃຫ້ລັດຖະ ບານເພື່ມຈຳນວນສານດັ່ງກ່າວ ແລະ ຍົກເວັ້ນ ຄ່ າ ທຳນຽມສານເພື ່ ອ ເຮັ ດ ໃຫ້ ແ ມ່ ຍ ິ ງ ສາມາດ ເຂົ້າເຖິງບໍລິການຂອງສານໄດ້ສະດວກຍິ່ງຂຶ້ນ ກ່ວາເດີມ.
ສ້າງສົມດຸນໃຫ້ແກ່ຜາງຊິງ: ຄະດີສຳຄັນທີ່ໄດ້ປ່ຽນຊີວິດຂອງແມ່ຍິງ
ບັນດາຄະດີເຫຼົ່ານີ້ ໄດ້ເພີ່ມຄວາມສາມາດຂອງແມ່ຍິງໃນການເຂົ້າເຖິງຄວາມຍຸຕິທຳຢູ່ຕາມບັນດາປະເທດຕ່າງໆທົ່ວໂລກ. ບາງຄະດີ ໄດ້ສ້າງໃຫ້ມີຄວາມກ້າວໜ້າ ໃນດ້ານຄວາມເຂົ້າໃຈທາງກົດໝາຍຕໍ່ສິດທິມະນຸດຂອງແມ່ຍິງທີ່ກຳນົດໄວ້ພາຍໃຕ້ກົດໝາຍສາກົນ; ບາງຄະດີ ໄດ້ບັງ ຄັບປະຕິບັດ ຫຼື ໃຫ້ຄວາມກະຈ່າງແຈ້ງຕໍ່ກົດ ໝາຍທີ່ມີຢູ່ແລ້ວ; ບາງຄະດີ ໄດ້ທ້າທາຍກົດໝາຍຕ່າງໆທີ່ຄວນຈະຖືກດັດແກ້; ແລະ ບາງຄະດີໄດ້ນຳໄປສູ່ການສ້າງກົດໝາຍໃໝ່ສະເພາະຂຶ້ນ. ເວົ້າລວມ ທຸກຄະ ດີ ໄດ້ນຳໄປສູ່ການປ່ຽນແປງໃນທາງບວກຕໍ່ຊີວິດຂອງແມ່ຍິງ. ຄະດີລະຫວ່າງ ມີຣາ FWLD ກັບ HMG
ດຸນການາ - Meera Dhungana
ໃນນາມຂອງ
ຢູ່ປະເທດເນປານ, ກົດໝາຍ ໄດ້ຍົກເວັ້ນການດຳເນີນຄະດີກັບຜູ້ຊາຍໃນສະ ຖານຂົ່ມຂືນເມຍຂອງຕົນ. ແຕ່ໃນປີ 2002, ມີຄະດີໜຶ່ງທີ່ດຳເນີນໂດຍກອງປະ ຊຸມເພື່ອແມ່ຍິງ, ກົດໝາຍ ແລະ ການພັດທະນາ (FWLD) ເຮັດໃຫ້ສານສູງມີຄຳຕັດສິນສະເໜີໃຫ້ສະພາຕ້ອງດັດແກ້ກົດໝາຍວ່າດ້ວຍກາ ນຂົ່ມຂືນ. ມາຮອດປະຈຸບັນນີ້, ກົດໝາຍອາຍາຂອງ 52 ປະເທດ ໄດ້ກຳນົດ ຢ່າງຈະແຈ້ງໃຫ້ການຂົ່ມຂືນໃນສົມຣົດເປັນການກະທຳຜິດທາງອາຍາ. ຄຳຕັດສິນຂອງສານລັດຖະທຳມະນູນແຫ່ງໂຄລຳເບຍ ໃນປີ 2006, ອົງການເຄືອຄ່າຍເຊື່ອມໂຍງແມ່ຍິງທົ່ວໂລກ (Women’s Link Worldwide) ໄດ້ດຳເນີນຄະດີໃນນາມຂອງ ນ. ມາທາ ໂຊເລ (Martha Solay) ເພື່ອສະເໜີປ່ຽນກົດໝາຍທີ່ຫ້າມທ່ານໝໍບໍ່ໃຫ້ເອົາລູກຜູ້ກ່ຽວອອກ ເພື່ອຊ່ວຍກອບເອົາຊີວິດຂອງຜູ້ກ່ຽວ. ສານ ຖືວ່າ: ການຫ້າມດັ່ງກ່າວ ເປັນການ ລະເມີດສິດພື້ນຖານຂອງແມ່ຍິງ ແລະ ຢືນຢັນວ່າ: ແມ່ຍິງສາມາດເຂົ້າເຖິງການ ເອົາລູກອອກ ສຳລັບບາງກໍລະນີແນ່ນອນ.
ຄະດີລະຫວ່າງ ຍູນີຕີ ໂດ - Unity Dow ກັບ ຫ້ອງການໄອຍະການສູງສຸດ ຂອງສາທາລະນະລັດບົດສະວານາ
ເຖິງຈະເປັນພົນລະເມືອງທີ່ເກີດ ແລະ ເຕີບໃຫຍ່ຢູ່ປະເທດບົດສະວານາ Botswana, ແຕ່ກົດໝາຍ ກຳນົດວ່າ: ເນື່ອງຈາກ ນ. ຍູນີຕີ ໂດ - Unity Dow ໄດ້ແຕ່ງງານກັບຄົນຕ່າງປະເທດ ດັ່ງນັ້ນລູກທັງສອງຂອງເຂົາເຈົ້າ ຈຳເປັນຕ້ອງ ມີໃບອະນຸຍາດໃຫ້ພັກອາໃສຢູ່ປະເທດ ດັ່ງກ່າວ, ພ້ອມນັ້ນ ເດັກທັງສອງ ຍັງຖືກ ປະຕິເສດສິດໃນຖານະເປັນພົນລະເມືອງຂອງປະເທດດັ່ງກ່າວ. ຄະດີທີ່ເປັນ ເຫດການສຳຄັນດັ່ງ ກ່າວໃນປີ 1992 ໄດ້ຢືນຢັນວ່າ: ການຄ້ຳປະກັນຄວາມສະ ເໝີພາບໃນລັດຖະທຳມະນູນ ແມ່ນຍັງນຳໃຊ້ກັບສິດພົນລະເມືອງຂອງແມ່ຍິງ. ຄະດີລະຫວ່າງ ເວເລດສ໌ - Velez ແລະ ຜູ້ອື່ນໆ ກັບ ບໍລິສັດການຢາ ໂນວາຕິດສ໌ - Novartis
ເປັນຄະດີຈຳແນກບົດບາດຍິງ-ຊາຍທີ່ໃຫຍ່ທີ່ສຸດທີ່ຖືກນຳຂຶ້ນສານຢູ່ສະຫະ ລັດອາເມລິກາ, ພະນັກງານເພດຍິງ 12 ຄົນ ຂອງບໍລິສັດການຢາໂນວາຕິດສ໌ Novartis ໄດ້ຮ້ອງຟ້ອງວ່າເຂົາເຈົ້າຖືກຈຳແນກດ້ານການໄດ້ຮັບເງິນເດືອນ ແລະ ການເລື່ອນຂັ້ນ/ຊັ້ນ. ຄະນະລູກຂຸນ ເຫັນດີເປັນເອກະພາບກັບຄຳຮ້ອງ ຟ້ອງຂອງເຂົາເຈົ້າ ແລະ ບໍລິສັດໂນວາຕິດສ໌ ຍອມຈ່າຍເງິນມູນຄ່າ US$175 ລ້ານເພື່ອໄກ່ເກ່ຍເລື່ອງດັ່ງກ່າວ, ລວມທັງການອອກງົບອີກ $22.5 ລ້ານເພື່ອ ປັບປຸງນະໂຍບາຍແລະແຜນງານຕ່າງໆພາຍໃນບໍລິສັດເພື່ອສ່ົງເສີມຄວາມສະ ເໝີພາບຢູ່ສະຖານທີ່ເຮັດວຽກ. ບົດສະຫຼຸບສັງລວມ | 1
ຈັດຕັ້ງປະຕິບັດການ ປັບປຸງກົດໝາຍທີ່ເອົາ ໃຈໃສ່ບັນຫາບົດບາດ ຍິງ-ຊາຍ ການປັບປຸງກົດໝາຍທີ່ເອົາໃຈໃສ່ເລື່ອງ ບົດບາດຍິງ-ຊາຍ ຖືເປັນພື້ນຖານຕໍ່ ການເຂົ້າເຖິງຄວາມຍຸຕິທຳຂອງແມ່ຍິງ. ຫາກປາສະ ຈາກພື້ນຖານທາງກົດໝາຍ ທີ່ເຂັ້ມແຂງ, ກໍ່ເປັນໄປໄດ້ສູງທີ່ບັນດາ ຄວາມພະຍາຍາມຕ່ າ ງໆໃນການເຮັ ດ ໃຫ້ແມ່ຍິງສາມາດເຂົ້າເຖິງສານ, ຕໍາຫຼວດ ໄດ້ສະດວກຂຶ້ນກ່ວາເດີມໃນ ລັກສະນະທີ່ເປັນມິດຫຼາຍຂຶ້ນຕໍ່ຄຳຮ້ອງ ຟ້ອງຂອງເຂົາເຈົ້າ ນັ້ນຈະບໍ່ປະສົບຜົນ ສຳເລັດ. ສົນທິສັນຍາ CEDAW ໄດ້ກຳນົດມາດ ຕະຖານທີ ່ ສ າກົ ນ ຍອມຮັ ບ ສຳລັ ບ ການ ປັບປຸງກົດໝາຍເພື່ອໃຫ້ບັນລຸຄວາມສະ ເໝີພາບດ້ານບົດບາດຍິງ-ຊາຍ. ຈຳ ເປັນຕ້ອງດຳເນີນການຍົກເລີກກົດໝາຍ ທີ່ມີລັກສະນະຈຳແນກຢ່າງເປີດແປນຕໍ່ ແມ່ຍິງ, ຂະຫຍາຍການປົກຄອງລັດ ດ້ວຍກົດໝາຍຢູ່ຂົງເຂດເອກະຊົນ, ເຊິ່ງ ລວມທັງການປົກປ້ອງແມ່ຍິງຈາກຄວາມ ຮຸນແຮງໃນຄອບຄົວ, ແລະ ແກ້ໄຂຜົນ ກະທົບຕົວຈິງຂອງກົດໝາຍຕ່າງໆທີ່ມີຕໍ່ ຊີວິດຂອງແມ່ຍິງ.
ພົບວ່າ: ມີຄວາມຄືບໜ້າຢູ່ທຸກພາກພື້ນ, ດັ່ງນັ້ນໃນປີ 2011:
173
ປະເທດ ຄ້ຳປະກັນການຈ່າຍເງິນເດືອນ ລາພັກເກີດລູກ
139
ປະເທດ ມີລັດຖະທຳມະນູນຄ້ຳປະກັນ ຄວາມສະເໝີພາບຍິງຊາຍ
125
ປະເທດ ກຳນົດຄວາມຮຸນແຮງໃນຄອບ ຄົວເປັນການກະທຳຜິດກົດໝາຍ (ລະອຽດໃຫ້ເບິ່ງຮູບສະແດງ 1)
117 115
ປະເທດ ມີກົດໝາຍວ່າດ້ວຍເງິນເດືອນ /ຄ່າແຮງເທົ່າທຽມກັນ ປະເທດ ຄ້ຳປະກັນສິດສະເໝີພາບຕໍ່ຊັບ ສິນຂອງແມ່ຍິງ
ແຕ່ ເ ຖິ ງ ວ່ າ ຈະມີ ຄ ວາມຄື ບ ໜ້ າ ສຳຄັ ນ ຫຼ າ ຍ ຢ່າງ ແຕ່ກົດໝາຍທີ່ມີລັກສະນະຈຳແນກ, ບັນ ດາຊ່ອງຫວ່າງໃນຂອບກົດໝາຍ ແລະ ການ ຂາດຄວາມສາມາດຈັດຕັ້ງປະຕິບັດກົດໝາຍ ຕົວຈິງ ໝາຍຄວາມວ່າ: ແມ່ຍິງ ຍັງສືບຕໍ່ຖືກ ປະຕິເສດສິດຕ່າງໆຂອງເຂົາເຈົ້າ.
127 61 53
ປະເທດ ບໍ່ໄດ້ເອົາຜິດທາງອາຍາຢ່າງຈະ ແຈ້ງຕໍ່ການຂົ່ມຂືນພາຍໃນສົມຣົດ ປະເທດ ຈໍາກັດຢ່າງເຄ່ັງຄັດຕໍ່ສິດໃນ ການເອົາລູກອອກຂອງແມ່ຍິງ ສ່ວນຮ້ອຍຂອງແມ່ຍິງ ທີ່ສ່ຽງ
50
ປະເທດ ກຳນົດອາຍຸແຕ່ງງານຖືກຕ້ອງ ຕາມກົດໝາຍຂອງແມ່ຍິງຕຳ່ກ່ວາຂອງ ຜູ້ຊາຍ
10-30
ສ່ວນຮ້ອຍ ແມ່ນຊ່ອງຫວ່າງເງິນເດືອນ ສະເລ່ຍລະຫວ່າງແມ່ຍິງ ກັບ ຜູ້ຊາຍ
ຮູບສະແດງ 1: ກົດໝາຍຕ້ານຄວາມຮຸນແຮງຕໍ່ແມ່ຍິງ ສອງສ່ວນສາມຂອງບັນດາປະເທດເຫຼົ່ານັ້ນ ມີກົດໝາຍຕ້ານຄວາມຮຸນແຮງຕໍ່ ແມ່ຍິງໄວ້ໃນລະບົບແລ້ວ ແຕ່ຫຼາຍປະເທດບໍ່ໄດ້ກຳນົດເອົາຜິດທາງອາຍາໄວ້ ຢ່າງຈະແຈ້ງຕໍ່ບັນຫາການຂົ່ມຂືນທີ່ເກີດຂຶ້ນລະຫວ່າງຄູ່ສົມຣົດ. ກົດໝາຍ
ຄວາມຮຸນແຮງໃນຄອບຄົວ
ການກຸກວນທາງເພດ
ບໍ່ມີກົດໝາຍ ບໍ່ມີຂໍ້ມູນ
ແຫ່ຼງຂໍ້ມູນ: ເອກະສານຊ້ອນທ້າຍ 4, ຄວາມຄືບໜ້າຂອງແມ່ຍິງໃນໂລກ, 2011-2012
2 | ຄວາມຄືບໜ້າຂອງແມ່ຍິງໃນໂລກ
ປະກອບອາຊີບ
ການຂົ່ມຂືນລະຫວ່າງຄູ່ສົມຣົດ
ໃນຂະນະທີ່ສົນທິສັນຍາ CEDAW ໄດ້ຮັບ ການໃຫ້ສັດຕະຍາບັນໂດຍເກືອບໝົດທຸກລັດ ສາມະຊິ ກ ຂອງອົ ງ ການສະຫະປະຊາຊາດ ແຕ່ ກ ໍ ່ ເ ປັ ນ ໜຶ ່ ງ ໃນສົ ນ ທິ ສ ັ ນ ຍາທີ ່ ມ ີ ກ ານສະ ຫງວນສິ ດ ໄວ້ ຫ ຼ າ ຍທີ ່ ສ ຸ ດ ອີ ກ ສະບັ ບ ໜຶ ່ ງ . ການສະຫງວນສິດທີ່ພົບຫຼາຍສຸດ ແມ່ນຕໍ່ມາດ ຕາ 16 ເຊິ່ງຄ້ຳປະກັນສິດຕ່າງໆຂອງແມ່ຍິງ ພາຍໃນການສົມຣົດ ແລະ ຄອບຄົວ (ລະອຽດ ໃຫ້ເບິ່ງຮູບສະແດງ 2). ການຍົກເລີກການສະ ຫງວນສິດດັ່ງກ່າວ ຖືເປັນບາດກ້າວສຳຄັນຍິ່ງ ເພື່ອນຳເອົາຂອບກົດ ໝາຍທີ່ສະໜັບສະໜູນ ສິດຕ່າງໆຂອງແມ່ຍິ່ງເຂົ້າໄວ້ໃນລະບົບ. ຕ້ ອ ງໄດ້ ຮ ່ າ ງກົ ດ ໝາຍຕ່ າ ງໆຂຶ ້ ນ ມາເພື ່ ອ ຂັ ບ ເຄື່ອນການຈັດຕັ້ງປະຕິບັດ ເຊິ່ງລວມທັງການ ມີພາລະບົດບາດ, ລະບຽບຂັ້ນຕອນ, ກົນໄກ ສະໜອງທຶ ນ ແລະຄວາມຮັ ບ ຜິ ດ ຊອບທີ ່ ຈ ະ ແຈ້ງ. ຕົວຢ່າງ: ໃນ 45 ປະເທດ, ກົດໝາຍ ວ່າດ້ວຍຄວາມຮຸນແຮງໃນຄອບຄົວ ໄດ້ລວມ ເອົາ: ການຄ້ຳປະກັນການຊ່ວຍເຫຼືອທາງກົດ ໝາຍໃຫ້ແກ່ແມ່ຍິງໂດຍບໍ່ໃຫ້ເສຍຄ່າໃຊ້ຈ່າຍ. ຢູ່ປະເທດເນປານ, ການຍົກເວັ້ນອາກອນຕໍ່ ການໂອນສິດນຳໃຊ້ທີ່ດິນ ໄດ້ຊ່ວຍຮັບປະກັນ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສິດຕໍ່ ການສືບມູນແບບສະເໝີພາບ ເຊິ່ງນຳໄປຢູ່ ການເພີ່ມຂຶ້ນຂອງຈຳນວນແມ່ຍິງທີ່ມີສິດເປັນ ເຈົ້າຂອງຊັບສິນທີ່ດິນ. ຢູ່ສະເວີເດັນ, ຂໍ້ກຳນົດ ‘ພໍ່ ເດືອນ’ ທີ່ບໍ່ສາມາດໂອນຖ່າຍໄດ້ນັ້ນ ໄດ້ ເຮັ ດ ໃຫ້ ພ ໍ ່ ຕ ້ ອ ງລາພັ ກ ເພື ່ ອ ລ້ ຽ ງລູ ກ ຫຼ າ ຍຂຶ ້ ນ ເຊິ ່ ງ ເປັ ນ ການຊ່ ວ ຍແກ້ ໄ ຂຊ່ ອ ງຫວ່ າ ງເງິ ນ ເດືອນລະຫວ່າງຍິງ-ຊາຍ.
ມີ 30 ປະເທດ ໄດ້ສະຫງວນສິດໃນດ້ານທີ່ພົວ ພັນກັບສິດສະເໝີພາບໃນການແຕ່ງງານ ຫຼື ການສ້າງຄອບຄົວ ຈຳນວນປະເທດ ທີ່ໄດ້ສະຫງວນສິດ
30
ສິດສະເໝີພາບໃນ ການແຕ່ງງານ ຫຼື ການສ້າງຄອບຄົວ
22
ສອດຄ່ອງກັບກົດ ສາສະໜາ, ຫຼື ລະບຽບປະຕິບັດ ທາງຮີດຄອງອື່ນໆ
20
ຄວາມສະເໝີພາບ ດ້ານສັນຊາດ
19
ຄວາມກັງວົນອື່ນໆ
17
ການຍົກເລີກ ການຈຳແນກ
8
ສິດສະເໝີພາບໃນ ການເລືອກທີ່ພັກ ອາໃສ
7
ຄວາມສະເໝີພາບ ໃນການປະກອບອາ ຊີບ ຫຼື ການຈ້າງງານ
ແຫ່ຼງຂໍ້ມູນ: ເອກະສານຊ້ອນທ້າຍ 5, ຄວາມຄືບໜ້າຂອງແມ່ຍິງໃນໂລກ, 2011-2012
ໃຫ້ການຊ່ວຍດ້ວຍ ບໍລິການຜ່ານປະຕູດຽວ ເພື່ອຫຼຸດຜ່ອນບັນຫາ ຄວາມບໍ່ເຂັ້ມແຂງທີ່ມີ ພາຍໃນຕ່ອງໂສ້ ຄວາມຍຸຕິທຳ
ການສຶ ກ ສາທີ ່ ຈ ັ ດ ຕັ ້ ງ ປະຕິ ບ ັ ດ ຂຶ ້ ນ ຢູ ່ ຫ ຼ າ ຍປະ ເທດໃນເອີຣົບເມື່ອປີ 2009 ໄດ້ຄົ້ນພົບວ່າ: ໂດຍສະເລ່ຍແລ້ວ, ມີຄະດີຂົ່ມຂືນພຽງແຕ່ 14% ທີ່ຈົບລົງໄດ້ດ້ວຍຄຳຕັດສິນລົງໂທດ ຂອງສານ ແລະ ຢູ່ບາງປະເທດ ອັດຕາໂຕເລກ ດັ່ງກ່າວ ມີຕຳ່ເຖິງ 5% (ລະອຽດເບິ່ງຮູບ ສະແດງ 3). ວິທີໜຶ່ງໃນການແກ້ໄຂຄວາມບໍ່ເຂັ້ມແຂງທີ່ມີ ໃນລະບົບຕ່ອງໂສ້ຄວາມຍຸຕິທຳ ແມ່ນການ ລົງທຶນສ້າງບໍລິການຜ່ານປະຕູດຽວ ເຊິ່ງເປັນ ບ່ອນທີ່ນຳເອົາບັນດາບໍລິການທີ່ສຳຄັນຍິ່ງທັງ ໝົ ດ ເຂົ ້ າ ມາໄວ້ ພ າຍໃຕ້ ຫ ຼ ັ ງ ຄາດຽວກັ ນ ເພື ່ ອ ເກັບກຳຫຼັກຖານທາງນິຕິເວດ, ແລະໃຫ້ຄຳປຶກ ສາທາງກົດໝາຍ, ການເບິ່ງແຍງສຸຂະພາບ ແລະ ການຊ່ວຍເຫຼືອອື່ນໆແກ່ແມ່ຍິງ. ສູນເບິ່ງ ແຍງດູແລທູທູເຊລາ (TCCs) ຢູ່ປະເທດ ອາຟຣິກາໃຕ້ ຖືເປັນຕົວຢ່າງໜຶ່ງທີ່ປະສົບຜົນ ສຳເລັດຂອງວິທີການດຳເນີນງານດັ່ງກ່າວ.
ຕ່ອງໂສ້ຄວາມຍຸຕິທຳ (ບັນດາບາດກ້າວ ທີ່ແມ່ຍິງຕ້ອງໄດ້ປະຕິບັດຕາມເພື່ອທວງ ການຊົດເຊີຍ) ຖືກປະເມີນວ່າມີລະດັບ ຄວາມບໍ່ເຂັ້ມແຂງສູງ ໂດຍທີ່ບັນດາຄະ ດີຕ່າງໆຖືກຍົກຟ້ອງ ເມື່ອຄະດີເຫຼົ່ານັ້ນ ໄປຜ່ານຂັ້ນຕອນຕ່າງໆພາຍໃນລະບົບ ຄວາມຍຸຕິທຳ. ດ້ວຍເຫດນັ້ນ, ຈ່ິງມີພຽງ ແຕ່ຄະດີຈຳນວນໜ້ອຍໜຶ່ງ ທີ່ຈົບລົງ ດ້ວຍຄຳຕັດສິນຂອງສານ ຫຼື ມີຜົນໄດ້ ຮັບທີ່ເປັນທຳ.
ສູນເຫຼົ່ານັ້ນ ຕັ້ງຢູ່ຕາມໂຮງໝໍຂອງລັດ ແລະ ເປັ ນ ບ່ ອ ນທີ ່ ໃ ຫ້ ບ ໍ ລ ິ ກ ານເບິ ່ ງ ແຍງທາງການ ແພດສຸກເສີນ, ໃຫ້ຄຳປຶກສາ ແລະ ກຽມຄະດີ
ຮູບສະແດງ 3: ຄວາມບໍ່ເຂັ້ມແຂງຂອງຕ່ອງໂສ້ຄວາມຍຸຕິທຳໃນການ ແກ້ໄຂຄະດີຂົ່ມຂືນ ໂຕເລກໃນກຸ່ມຕົວຢ່າງຂອງບາງປະເທດເອີຣົບ ໃນຈຳນວນຄະດີຂ່ົມຂືນທີ່ມີການລາຍ ງານ ມີພຽງຈຳນວນໜ້ອຍໜຶ່ງທີ່ຈົບລົງ ດ້ວຍຄຳຕັດສິນຂອງສານ. ໂອຕາຣິດສ໌ ແບນຊິກ ອັງກິດແລະເວວສ໌ ຊູແອັດ
ຂຶ້ນຟ້ອງສານໃນລັກສະນະທີ່ປະສົມປະສານບໍ ລິການຊ່ວຍເຫຼືອ ແລະ ເປັນມິດກັບຜູ້ລອດ ຊີວິດຈາກເຄາະຮ້າຍ. ສູນເຫຼົ່ານັ້ນ ມີເປົ້າໝາຍເພື່ອແກ້ໄຂຄວາມ ຕ້ ອ ງການທາງດ້ າ ນສຸ ຂ ະພາບແລະສັ ງ ຄົ ມ ຂອງຜູ ້ ລ ອດຊີ ວ ິ ດ ຈາກການຖື ກ ທຳຮ້ າ ຍທາງ ເພດ, ຫຼຸດຜ່ອນບັນຫາການຖືກເຄາະຮ້າຍຊ້ຳ ໃນຂັ້ນສອງ, ປັບປຸງອັດຕາຄຳຕັດສິນຂອງ ສານໃຫ້ເພີ່ມຂຶ້ນ ແລະ ຫຼຸດຜ່ອນຄວາມ ຫຼ້າຊ້າໃນການດຳເນີນຄະດີຕ່າງໆ. TCCs ປະກອບດ້ວຍພະນັກງານສາທາລະ ນະສຸກທີ່ຊ່ຽວຊານສະເພາະດ້ານ, ພະນັກງານ ສັງຄົມສົງເຄາະແລະຕຳຫຼວດ ທີ່ປະຈຳການ ຕະຫຼອດ 24 ຊົ່ວໂມງ. ອັດຕາຄຳຕັດສິນຂອງ ສານຕໍ່ຄະດີຂົ່ມຂືນທີ່ຮ້ອງຟ້ອງໂດຍ TCC ໂຊເວັດໂຕ - Soweto ຢູ່ແຂວງກົວເຕັງ Gauteng ພົບວ່າ: ເພີ່ມສູງຂຶ້ນເຖິງ 89% ເມື່ອສົມທຽບໃສ່ໂຕເລກສະເລ່ຍທ່ົວປະເທດທີ່ ມີພຽງແຕ່ 7%. ປະຈຸບັນນີ້, ຕົວແບບສູນ ທູທູເຊລາ ກຳລັງໄດ້ຮັບການຜັນຂະຫຍາຍ ຢູ່ຫຼາຍປະເທດ ເຊິ່ງໃນນັ້ນລວມທັງປະເທດ ຊີລີແລະເອທິໂອເປຍ.
100 ສ່ວນຮ້ອຍຂອງຄະດີທີ່ມີການລາຍງານ
ຮູບສະແດງ 2: ການສະຫງວນສິດຕໍ່ສົນທິສັນຍາ CEDAW
80 60 40 20 0
ຜູ້ຖືກເຄາະຮ້າຍ ທີ່ຖືກສຳພາດ
ຜູ້ຖືກສົງໃສ
ທີ່ຖືກລະບຸຕົວ
ຜູ້ຖືກສົງໃສ
ທີ່ຖືກສຳພາດ
ຜູ້ຖືກສົງໃສ
ທີ່ຖືກຮ້ອງຟ້ອງ
ຈຳນວນຄະດີ
ທີ່ສ່ົງຟ້ອງສານ
ຈຳນວນການດຳເນີນ ຈຳນວນຄະດີທີ່ມີ ຄະດີຢູ່ຊັ້ນສານ
ຄຳຕັດສິນຂອງສານ
ແຫ່ຼງຂໍ້ມູນ: ເລີບເວັດແລະເຄວລີ - Lovett and Kelly 2009.
ບົດສະຫຼຸບສັງລວມ | 3
ຈຳນວນການແຈ້ງລາຍງານຕຳ່ຂອງອາ ຊະຍາກຳທີ່ກະທຳຕໍ່ແມ່ຍິງ ຖືເປັນບັນ ຫາຮ້ າ ຍແຮງບັ ນ ຫາໜຶ ່ ງ ໃນທຸ ກ ພາກ ພື້ນ. ການສຳຫຼວດອາຊະຍາກຳທົ່ວ 57 ປະເທດ ໄດ້ສະແດງໃຫ້ເຫັນວ່າ: ໂດຍ ສະເລ່ຍແລ້ວ, ມີແມ່ຍິງ 10% ກ່າວວ່າ: ເຂົາເຈົ້າເຄີຍປະສົບກັບບັນຫາການຖືກ ທຳຮ້າຍທາງເພດ ແຕ່ໃນຈຳນວນດ່ັງ ກ່າວນັ້ນ ມີພຽງແຕ່ 11% ທີ່ໄດ້ແຈ້ງ ລາຍງານຕໍ່ເຈົ້າໜ້າທີ່. ເມື່ອທຽບໃສ່ຄະ ດີປຸ້ນຈີ້ ທີ່ມີຕົວເລກສະເລ່ຍພຽງແຕ່ 8% ແຕ່ອັດຕາການແຈ້ງລາຍງານຄະດີດັ່ງ ກ່າວ ພັດມີເຖິງ 38%. ການບັນຈຸແມ່ຍິງໃຫ້ຢູ່ຖັນແຖວໜ້າຂອງ ການສະໜອງບໍ ລ ິ ກ ານຄວາມຍຸ ຕ ິ ທ ຳ ສາມາດຊ່ ວ ຍເພີ ່ ມ ຄວາມສາມາດເຂົ ້ າ ເຖິງຄວາມຍຸຕິທຳຂອງແມ່ຍິງໄດ້. ຂໍ້ມູນ ໄດ້ສະແດງໃຫ້ເຫັນວ່າ: ມີສາຍພົວພັນ ທາງບວກລະຫວ່າງການມີເຈົ້າໜ້າທີ່ຕຳ ຫຼວດເພດຍິງປະຈຳການ ກັບ ຈຳນວນ ການແຈ້ ງ ລາຍງານເຫດການຖື ກ ທຳ ຮ້າຍທາງເພດ (ລະອຽດເບິ່ງຮູບສະແດງ 4). ຢູ່ປະເທດລີເບຣຍ, ພາຍຫຼັງສະ ພາບຂັ ດ ແຍ່ ງ ພາຍໃນໄດ້ ສ ິ ້ ນ ສຸ ດ ລົ ງ , ການຈັດຕັ້ງກອງພົນນ້ອຍຕຳຫຼວດທີ່ປະ ກອບດ້ ວ ຍແຕ່ ເ ຈົ ້ າ ໜ້ າ ທີ ່ ເ ພດຍິ ງ ເຊື ້ ອ ຊາດອິນເດຍທັງໝົດ ໄດ້ນຳໄປສູ່ການ ເພີ ່ ມ ຂຶ ້ ນ ຂອງຈຳນວນຄະດີ ທ ີ ່ ມ ີ ກ ານ ແຈ້ງລາຍງານ ແລະ ຍັງເຮັດໃຫ້ມີການ ຂະຫຍາຍຕົວດ້ານການຮັບແມ່ຍິງເຂົ້າ ກຳລັງຕຳຫຼວດ. ເຖິງຈະມີຜົນປະໂຫຍດ ຫຼາຍຢ່າງຕາມທີ່ກ່າວມານັ້ນ ແຕ່ໂດຍ ສະເລ່ຍແລ້ວຈຳນວນການຕາງໜ້າຂອງ ເພດຍິງໃນກຳລັງຕຳຫຼວດ ກໍ່ບໍ່ກາຍ 13% ບໍ່ວ່າຈະຢູ່ພາກພື້ນໃດກໍ່ຕາມ. 4 | ຄວາມຄືບໜ້າຂອງແມ່ຍິງໃນໂລກ
ປະໂຫຍດຈາກການບັນຈຸແມ່ຍິງເຂົ້າໃນກຳລັງ ຕຳຫຼວດ ບໍ່ໄດ້ປະກົດໃຫ້ເຫັນໂດຍອັດຕະໂນ ມັດ: ການລົງທຶນ ຍັງເປັນສິ່ງຈຳເປັນ. ປະສົບ ການ ຫຼື ບົດຮຽນຈາກອາເມລິກາລາຕິນ ແລະ ແຫ່ງອື່ນໆ ສະແດງໃຫ້ຮູ້ວ່າ: ຫ້ອງການຕຳ ຫຼວດຍິງ ແລະ ໂຕະຮັບແຈ້ງລາຍງານສະ ເພາະສຳ ລັບເພດຍິງ ນັ້ນຈຳເປັນຕ້ອງໄດ້ຮັບ ການປະກອບຊັບພະຍາກອນທີ່ພຽງພໍ, ສ່ວນ ພະນັກງານ ຫຼື ເຈົ້າໜ້າທີ່ເອງ ກໍ່ຕ້ອງຜ່ານ ການຝຶກອົບຮົມມາເປັນຢ່າງດີ, ໄດ້ຮັບຄ່າຕອບ ແທນຖືກຕ້ອງເໝາະສົມ ແລະ ມີການສະແດງ ຄວາມຮັບຮູ້ຕໍ່ວຽກຂອງເຂົາເຈົ້າ.
ນອກຈາກນັ້ນ, ການບັນຈຸເຈົ້າໜ້າທີ່ຕຳຫຼວດ ເພດຍິງ ແລະ ການສະໜອງຊັບພະຍາກອນ ໃຫ້ແກ່ໂຕະຮັບແຈ້ງລາຍງານສະເພາະສຳລັບ ເພດຍິງ ນັ້ນຕ້ອງເປັນສ່ວນໜຶ່ງຂອງຍຸດທະ ສາດລວມເພື່ອຝຶກ ແລະໃຫ້ນະໂຍບາຍຊຸກຍູ້ ແກ່ເຈົ້າໜ້າທີ່ຕຳຫຼວດທຸກຄົນເພື່ອໃຫ້ຕອບສະ ໜອງໄດ້ຢ່າງພຽງພໍຕໍ່ຄວາມຕ້ອງການຂອງແມ່ ຍິງຖືກເຄາະຮ້າຍ.
ຮູບສະແດງ 4: ແມ່ຍິງໃນກຳລັງຕຳຫຼວດແລະຈຳນວນການແຈ້ງລາຍງານຄະດີການຖືກທຳຮ້າຍທາງເພດ ເຫັນໄດ້ເຖິງສາຍພົວພັນທາງບວກທີ່ຈະແຈ້ງລະຫວ່າງການຕາງ ໜ້າຂອງແມ່ຍິງໃນກຳລັງຕຳຫຼວດ ກັບ ຈຳນວນການແຈ້ງລາຍ ງານຄະດີການຖືກທຳຮ້າຍທາງເພດ. ຈໍານວນແມ່ຍິງທີ່ແຈ້ງລາຍງານຄະດີການຖືກທໍາຮ້າຍທາງເພດ (%)
ບັນຈຸແມ່ຍິງເຂົ້າໄວ້ໃນ ຖັນແຖວໜ້າຂອງການ ປະຕິບັດກົດໝາຍ
40 35 30 25 20 15 10 5 0 0
5
10
15
20
25
30
35
40
ສັດສ່ວນຂອງແມ່ຍິງໃນກຳລັງຕຳຫຼວດ (%)
ແຫ່ຼງຂໍ້ມູນ: ການວິເຄາະຂອງອົງການ UN Women ອີງຕາມຂໍ້ມູນຕົວເລກການຕາງໜ້າຂອງເພດຍິງໃນ ກຳລັງຕຳຫຼວດ ຈາກ ບົດລາຍງານຂອງອົງການ UNODC 2009 ແລະ ການແຈ້ງລາຍງານຄະດີການຖືກທຳຮ້າຍທາງ ເພດທີ່ຄິດໄລ່ຈາກ ICVS (ຂ້ໍ້ມູນຫຼ້າສຸດ)
ລົງທຶນເພື່ອເພີ່ມການເຂົ້າ ເຖິງຄວາມຍຸຕິທຳໃຫ້ແກ່ ແມ່ຍິງ
ການເຮັດໃຫ້ລະບົບຄວາມຍຸຕິທຳຮັບໃຊ້ແມ່ ຍິງ (ບໍ່ວ່າຈະຜ່ານການເລ່ັງລັດປັບປຸງກົດ ໝາຍ, ຫຼື ການໃຫ້ການຊ່ວຍເຫຼືອທາງກົດ ໝາຍ, ບໍລິການຜ່ານປະຕູດຽວ ແລະ ການ ຝຶກອົບຮົມຜູ້ພິພາກສາ) ລ້ວນແລ້ວແຕ່ຈຳ ເປັນຕ້ອງມີການລົງທຶນໃສ່. ໂດຍຮັບຮູ້ ຄວາມສຳຄັນຂອງ ການເສີມສ້າງຄວາມ ເຂັ້ມແຂງໃຫ້ແກ່ ການປົກຄອງລັດດ້ວຍກົດ ໝາຍ, ລັດຖະບານຂອງຫຼາຍປະເທດຈິ່ງ ໃຊ້ ຈ ່ າ ຍງົ ບ ເປັ ນ ຈຳນວນມະຫາສານໃສ່ ວຽກງານຊ່ ວ ຍເຫຼ ື ອ ໃຫ້ ຄ ວາມຍຸ ຕ ິ ທ ຳ. ເຖິງຢ່າງໃດກໍ່ດີ, ການສະໜອງທຶນທີ່ມີເປົ້າ ໝາຍ ເລັງສະເພາະໃສ່ຄວາມສະເໝີພາບ ທາງດ້ານຍິງ-ຊາຍ ຍັງເຫັນວ່າຢູ່ໃນລະດັບ ຕຳ່. ໃນປີ 2009, ຜູ້ໃຫ້ທຶນ ຈາກຄະນະກຳມະ ການຊ່ວຍເຫຼືອເພື່ອການພັດທະນາຂອງອົງ ການຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ (OECD – DAC) ໄດ້ ຈັດສັນເງິນຈຳນວນ 4,2 ຕື້ ໂດລາສະຫະ ລັດເຂົ້າໃນຂະແໜງຍຸຕິທຳ ໂດຍທີ່ສະຫະ ລັດອາເມລິກາ ແລະ ສະຫະພາບເອີຣົບ (EU) ສົມທົບທຶນລວມກັນແລ້ວ ກວມເອົາ ເຖິງ 70% ຂອງຈຳນວນເງິນທັງໝົດດັ່ງ ກ່າວ. ປະເທດອີຣັກ, ອາຟການິສະຖານ, ເມັກຊີໂກ ແລະ ເຂດປົກຄອງປາແລັດສະ ຕິນ ແລະ ປະເທດປາກິສະຖານ ຖືເປັນ ປະເທດທີ່ ໄດ້ຮັບເງິນຊ່ວຍເຫຼືອລ້າດັ່ງກ່າວ ນັ້ນຫຼາຍສຸດ. ໃນຈຳນວນເງິນຊ່ວຍເຫຼືອລ້າ ທັງໝົດ, 206 ລ້ານໂດລາ (5%) ຖືກຈັດ ສັນໃຫ້ແກ່ແຜນງານຕ່າງໆທີ່ມີຄວາມ ສະ ເໝີ ພ າບດ້ າ ນບົ ດ ບາດຍິ ງ -ຊາຍເປັ ນ ເປົ ້ າ ໝາຍຫຼັກ. ສ່ວນອີກ 633 ລ້ານໂດລາ (15%) ແມ່ນຖືກຈັດສັນໃຫ້ແກ່ແຜນງານ ຕ່າງໆທີ່ມີຄວາມສະເໝີພາບດ້ານບົດບາດ ຍິງ-ຊາຍເປັນເປົ້າໝາຍ ສຳຮອງ. ປີ 2009, EU ບໍ່ໄດ້ຈັດສັນທຶນ ໃຫ້ແກ່ແຜນງານ ຕ່າງໆໃນຂະແໜງຍຸຕິທຳທີ່ມີຄວາມສະເໝີ ພາບດ້ານບົດບາດຍິງ-ຊາຍເປັນເປົ້າໝາຍ ຫຼັກ.
ປະເທດຊູແອັດ, ຄານນາດາ, ເດັນມາກ, ນ໋ອກແວ ແລະ ເຍຍລະມັນ ຖືເປັນຜູ້ໃຫ້ທຶນເຈົ້າໃຫຍ່ສຸດຂອງບັນດາ ແຜນງານຕ່າງໆທີ່ມີຄວາມສະເໝີພາບດ້ານບົດບາດຍິງ -ຊາຍເປັນເປົ້າໝາຍຫຼັກໂດຍ ເປັນແຜນງານທີ່ຊ່ວຍເຫຼືອ ບັນດາກິດຈະກຳຕ່າງໆ ເຊິ່ງໃນນັ້ນລວມທັງການຝຶກອົບ ຮົມໃຫ້ແກ່ຜູ້ພິພາກສາ, ການຊ່ວຍເຫຼືອທາງດ້ານກົດ ໝາຍໃຫ້ແກ່ຜູ້ລອດຊີວິດຈາກຄວາມຮຸນແຮງ; ການມີ ສ່ວນຮ່ວມຂອງແມ່ຍິງໃນການສ້າງສັນຕິ ແລະ ຄວາມ ປອງດອງ; ການກັບຄືນສູ່ພູມລຳເນົາຂອງຜູ້ຖືກເຄາະ ຮ້າຍຈາກການຄ້າມະນຸດ; ແລະ ການໂຄສະນາປູກຈິດ ສຳນຶກ ເພື່ອຫຼຸດຜ່ອນບັນຫາການແຕ່ງງານກ່ອນອາຍຸ ເໝາະສົມ. ປີ 2009, ປະເທດກົວເຕມາລາ, ເບີກີນາຟາ ໂຊ, ຄ໋ອງໂກ້, ອາຟການິສະຖານ ແລະ ໂຄລຳເບຍ ໄດ້ ຮັບການຊ່ວຍເຫຼືອທາງດ້ານກົດໝາຍເພື່ອສ່ົງເສີມບົດ ບາດຍິງ-ຊາຍ ຫຼາຍສຸດ. ລະຫວ່າງປີ 2000 – 2010, ທະນາຄານໂລກໄດ້ຈັດ ສັນເງິນທັງໝົດ 874 ຕື້ໂດລາສະຫະລັດ ອອກເປັນບ້ວງ ເງິນຊ່ວຍເຫຼືອລ້າ ແລະ ເງິນກູ້ 6,382 ບ້ວງ ເຊິ່ງໃນນັ້ນ 126 ຕື້ (14%) ແມ່ນຖືກຈັດສັນໃຫ້ແກ່ຂະແໜງການ ບໍລິຫານ ລັດ, ກົດໝາຍ ແລະຄວາມຍຸຕິທຳ. ຕະຫຼອດໄລ ຍະເວລາດັ່ງກ່າວ, ມີ 21 ໂຄງການ ທີ່ໄດ້ລວມເອົາອົງ ປະກອບຕ່າງໆກ່ຽວກັບຄວາມສະເໝີພາບດ້ານບົດບາດ ຍິງ-ຊາຍ ແລະ ການປົກຄອງລັດ ດ້ວຍກົດໝາຍ, ບັນດາ ກິດຈະກຳຊ່ວຍເຫຼືອຕ່າງໆເຊັ່ນ: ການປັບປຸງພື້ນຖານ ໂຄງລ່າງຂອງສານໃຫ້ເປັນມິດກັບແມ່ຍິງຫຼາຍຂຶ້ນ, ການ ບັນຈຸ ແລະ ການສ້າງຄວາມສາມາດໃຫ້ແກ່ພະນັກງານ ຊ່ວຍນັກກົດໝາຍ; ການໂຄສະນາຂັ້ນນະໂຍບາຍເພື່ອ ໃຫ້ມີການປັບປຸງດັດແກ້ກົດໝາຍ. ແຕ່ເງິນທີ່ຈັດສັນໃຫ້ ແກ່ ອ ົ ງ ປະກອບຄວາມສະເໝີ ພ າບດ້ າ ນບົ ດ ບາດຍິ ງ ຊາຍຂອງບັນດາໂຄງການເຫຼົ່ານັ້ນພັດມີພຽງແຕ່ 7,3 ລ້ານ ໂດລາເທົ່ານັ້ນ. ທັນວາ 2010, ທະນາຄານໂລກໄດ້ສະຫຼຸບຂະບວນການ ຄ່ຽນຖ່າຍເງິນບ້ວງກອງທຶນສະມາຄົມພັດທະນາສາກົນ (IDA) ໂດຍມີຜູ້ໃຫ້ທຶນ 51 ເຈົ້າ ທີ່ໄດ້ສັນຍາໃຫ້ທຶນ 49,3 ຕື້ໂດລາ ເພື່ອຊ່ວຍເຫຼືອປະເທດທີ່ທຸກຍາກທີ່ສຸດສຳລັບ ໄລຍະ 2011-2014. ໃນຮອບນີ້, ໄດ້ມີການຕົກລົງກັນ ໃນສີ່ຂົງເຂດຈຸດສຸມສະເພາະ ເຊິ່ງໃນນັ້ນຄວາມສະເໝີ ພາບດ້ານບົດບາດຍິງ-ຊາຍ ກໍ່ເປັນຂົງເຂດໜຶ່ງ. ນີ້ໄດ້ ເປີດໂອກາດສຳຄັນເພື່ອຮັບປະກັນວ່າ: ຄວາມສາມາດ ເຂົ້າເຖິງຄວາມຍຸຕິທຳຂອງແມ່ຍິງ ຈະໄດ້ຮັບສ່ວນແບ່ງ ການສະໜອງທຶນຫຼາຍຂຶ້ນ ກ່ວາເດີມຈາກທະນາຄານ ໂລກໃນອະນາຄົດ.
ຝຶກອົບຮົມຜູ້ພາກສາ ແລະຕິດຕາມກວດກາ ຄຳຕັດສິນຂອງສານ
ການຕັດສິນຂອງສານທີ່ມີລັກສະນະເປັນທຳ, ໄດ້ຮັບຂໍ້ມູນເປັນຢ່າງດີ ແລະ ບໍ່ເຂົ້າຂ້າງອອກ ຂາ ນັ້ນຖືເປັນສ່ວນຈຳເປັນຂອງການຮັບປະ ກັນວ່າ: ແມ່ຍິງທີ່ເດີນທາງໄປສານ ຈະໄດ້ຮັບ ຄວາມຍຸຕິທຳ. ເຖິງຢ່າງໃດກໍ່ດີ, ເຖິງວ່າຈະມີ ກົດໝາຍໃນລະບົບທີ່ຄ້ຳປະກັນສິດຕ່າງໆຂອງ ແມ່ຍິງ, ແຕ່ກົດໝາຍເຫຼົ່ານັ້ນ ພັດບໍ່ໄດ້ຖືກນຳ ໃຊ້ຢ່າງຖືກຕ້ອງແລະຍຸຕິທຳສະເໝີໄປໂດຍຜູ້ ພິພາກສາ. ບັນດາອົງການຈັດຕັ້ງຕ່າງໆ ເຊັ່ນ: ສະມາຄົມ ຜູ້ພິພາກສາເພດຍິງສາກົນ ແລະ ອົງການ ຊາກຊີ - Sakshi ເຊິ່ງເປັນອົງການ NGO ຂອງອິນເດຍ ໄດ້ພາກັນຈັດການຝຶກອົບຮົມສະ ເພາະໃຫ້ ແ ກ່ ຜ ູ ້ ພ ິ ພ າກສາທັ ງ ຊາຍແລະຍິ ງ ພ້ອມທັງຈັດເວລາ-ສະຖານທີ່ໃຫ້ມີການສົນທະ ນາແລກປ່ຽນບັນດາສິ່ງທ້າທາຍຕ່າງໆທີ່ເຂົາ ເຈົ້າຜະເຊີນ; ວິທີນີ້ ສາມາດຊ່ວຍສ້າງຄວາມ ເຂົ້າໃຈແລະຄຳໝາຍໝັ້ນຂອງຜູ້ພິພາກສາທີ່ມີ ຕໍ່ບັນຫາຄວາມສະເໝີພາບຍິງ-ຊາຍ. ຜົນກະ ທົບຂອງວຽກດັ່ງກ່າວ ໄດ້ສະແດງໃຫ້ເຫັນຜ່ານ ຫຼ າ ຍສິ ບ ກ່ ວ າຄະດີ ສ ຳຄັ ນ ທີ ່ ຕ ັ ດ ສິ ນ ໂດຍຜູ ້ ພ ິ ພາກສາທີ່ໄດ້ເຂົ້າຮ່ວມການຝຶກອົບຮົມເຫຼົ່ານັ້ນ (ລະອຽດເບິ່ງຫ້ອງ 2). ການຕິ ດ ຕາມຢ່ າ ງເປັ ນ ລະບົ ບ ຕໍ ່ ກ ານຕັ ດ ສິ ນ ຄະດີ ຖືເປັນເລື່ອງຈຳເປັນໃນລະດັບຊາດເພື່ອ ຕອບສະໜອງຄວາມຮັ ບ ຜິ ດ ຊອບຕໍ ່ ແ ມ່ ຍ ິ ງ ທີ ່ ສະແຫວງຫາຄວາມຍຸຕິທຳ ແລະ ເຮັດໃຫ້ອົງ ການຈັ ດ ຕັ ້ ງ ທາງສັ ງ ຄົ ມ ແລະລັ ດ ຖະບານສາ ມາດຕິດຕາມກວດກາເບິ່ງຜົນການຈັດຕັ້ງປະຕິ ບັດຄຳຕັດສິນຂອງສານທີ່ມີຕໍ່ສິດທິຕ່າງໆຂອງ ແມ່ຍິງ.
ຫ້ອງ 2:
ວີຊາກາ - Vishaka ແລະອຳນາດການຕັດສິນຂອງສານທີ່ເອົາໃຈໃສ່ ບັນຫາບົດບາດຍິງ-ຊາຍ
ໃນປີ 1996, ອົງການ NGO ອິນເດຍ ທີ່ມີຊື່ວ່າ: ຊາກຊີ - Sakshi ໄດ້ດຳເນີນການສຳພາດຜູ້ພິພາກສາ, ທະນາຍຄວາມ ແລະ ແມ່ຍິງທີ່ເປັນໂຈດຂອງຄະດີຕ່າງໆ ເພື່ອສຶກສາເບິ່ງຜົນກະທົບດ້ານຄວາມເຂົ້າໃຈ ຕໍ່ຂະບວນການຍຸຕິທຳແລະການຕັດສິນຄະດີຂອງສານທີ່ສ່ົງຜົນຕໍ່ແມ່ຍິງທີ່ຂຶ້ນຂໍຄວາມເປັນທຳຈາກ ສານ. ຫຼາຍກ່ວາສອງສ່ວນສາມຂອງຜູ້ພິພາກສາທີ່ຖືກສຳພາດໄດ້ກ່າວວ່າ: ແມ່ຍິງທີ່ນຸ່ງເຄື່ອງຍົ້ວ ບໍ່ຕ່າງ ຫຍັງກັບເຊີນໃຫ້ຜູ້ອື່ນມາຂົ່ມຂືນຕົນ. ອົງການຊາກຊີ - Sakshi ໄດ້ສ້າງແຜນງານ ໜຶ່ງຂຶ້ນມາເພື່ອປ່ຽນແນວຄວາມຄິດທີ່ຜິດພາຍໃນ ແລະ ຄວາມເຊື່ອຕາຍຕົວດ້ານບົດບາດຍິງ-ຊາຍ ແລະ ນັບແຕ່ນັ້ນມາແຜນງານດັ່ງກ່າວ ກໍ່ໄດ້ແພ່ ຂະຫຍາຍໄປທ່ົວ 16 ປະເທດໃນພາກພື້ນອາຊີ ປາຊີຟິກ. ອະດີດປະທານຜູ້ພິພາກສາຂອງ ອິນເດຍ, ພະນະທ່ານ ຈັກດິດສ໌ ຊາຣານ ເວີມາ Jagdish Sharan Verma ກໍ່ເປັນໜຶ່ງໃນຈຳ ນວນຜູ ້ ເ ຂົ ້ າ ຮ່ ວ ມຝຶ ກ ອົ ບ ຮົ ມ ຊຸ ດ ທຳອິ ດ ພາຍໃຕ້ ແຜນງານຝຶກອົບຮົມດັ່ງກ່າວ. ບໍ່ດົນຈາກນັ້ນ, ຜູ້ພິພາກສາເວີມາ ກໍ່ໄດ້ມີໂອກາດ ນຳໃຊ້ຄວາມຮູ້ທີ່ຜູ້ກ່ຽວໄດ້ຮັບການຝຶກມາເຂົ້າໃນ ຄະດີຕົວຈິງ. ເມື່ອ ນ. ບານວາຣີ ເດວີ - Bhanwari Devi ຖືກລຽນຄິວຂົ່ມຂືນໂດຍຜູ້ຊາຍໃນ ທ້ອງຖິ່ນ ໃນຂະນະທີ່ຜູ້ກ່ຽວປະຕິບັດໜ້າທີ່ຂອງ ຕົນໃນຖານະພະນັກງານສັງຄົມສົງເຄາະຢູ່ບ້ານ ແຫ່ງໜຶ່ງໃນ ຣາຈາດສ໌ທານ - Rajasthan, ຜູ້ ກ່ຽວບໍ່ພຽງແຕ່ລິເລີ່ມຂະບວນການດຳເນີນຄະດີ ແຕ່ຍັງສະແຫວງຫາມາດຕະ ການບັນເທົາໃນວົງ ກ້ວາງໃຫ້ແກ່ແມ່ຍິງເຮັດວຽກເຮັດງານຄົນອື່ນໆທີ່ ຕົກໃນຊະຕາກຳຄ້າຍຄືກັນ. ໂດຍໄດ້ຮັບການຊ່ວຍເຫຼືອຈາກອົງການຈັດຕັ້ງ ຂອງແມ່ຍິງຫ້າແຫ່ງ ເຊິ່ງໜຶ່ງໃນນັ້ນມີອົງການໜຶ່ງ ຊື່ວ່າ: ວິຊາກາ - Vishaka ແລະ ການຊ່ວຍ ເຫຼືອຈາກ ໄນນາ ຄາປູ - Naina Kapur ຜູ້ກໍ່ ຕັ້ງອົງການຊາກຊີ - Sakshi ແລະສະພາໃຫ້ຄຳ ແນະນຳ, ນ. ບານວາຣີ - Bhanwari ໄດ້ຟ້ອງຄະ ດີດັ່ງກ່າວຂຶ້ນສານສູງສຸດຂອງອິນເດຍ. ຢູ່ທີ່ນີ້ ເອງ, ເຂົາເຈົ້າ ໄດ້ຮັບໄຊຊະນະ ໂດຍສານໄດ້ໃຫ້
ການຮັ ບ ຮູ ້ ຕ ໍ ່ ບ ັ ນ ຫາການກຸ ກ ວນທາງເພດຢູ ່ ສ ະ ຖານທີ່ເຮັດວຽກ ເຊິ່ງຖືເປັນຈຸດປ່ຽນໃນເວລານັ້ນ. ໃນຖານະເປັນໜຶ່ງໃນຄະນະຜູ້ພິພາກສາຄະດີດັ່ງ ກ່າວ, ຜູ້ພິພາກສາ ເວີມາ ບໍ່ໄດ້ໂອນເອນກັບກໍລະ ນີ ທ ີ ່ ອ ິ ນ ເດຍບໍ ່ ມ ີ ກ ົ ດ ໝາຍວ່ າ ດ້ ວ ຍການກຸ ກ ວນ ທາງເພດ ຍ້ອນຮັບຮູ້ເຖິງຄວາມເປັນຈິງທີ່ວ່າ: ສິດ ຕໍ່ຄວາມສະເໝີພາບຂອງແມ່ຍິງ ແລະ ສິດໃນ ການເຮັ ດ ວຽກຢູ ່ ແ ວດລ້ ອ ມເຮັ ດ ວຽກທີ ່ ປ ອດໄພ ແມ່ນໄດ້ຮັບການຄ້ຳ ປະກັນໂດຍລັດຖະທຳມະ ນູນ ແລະ ພັນທະສາກົນ ຕ່າງໆທີ່ອິນເດຍໃຫ້ສັດ ຕະຍາບັນໄວ້ພາຍໃຕ້ສົນທິສັນຍາ CEDAW. ສານສູງສຸດອິນເດຍ ໄດ້ນຳໃຊ້ຄະດີດັ່ງກ່າວເພື່ອ ສ້ າ ງຄູ ່ ມ ື ແ ນະນຳຄົ ບ ຖ້ ວ ນຮອບດ້ າ ນທີ ່ ມ ີ ຜ ົ ນ ບັ ງ ຄັບປະຕິບັດທາງກົດໝາຍ ສຳລັບການແກ້ໄຂຄະ ດີ ກ ຸ ກ ວນທາງເພດທັ ງ ໃນແວດລ້ ອ ມການຈ້ າ ງ ງານຂອງທັງພາກລັດແລະເອກະຊົນ. ກໍລະນີຄຳຕັດສິນວີຊາກາ ໄດ້ເປັນແຮງບັນດານ ໃຈໃຫ້ ແ ກ່ ກ ານແກ້ ໄ ຂຄະດີ ທ ີ ່ ຄ ້ າ ຍຄື ກ ັ ນ ຢູ ່ ປ ະ ເທດບັງຄະລາເທດ ແລະ ການປັບປຸງກົດໝາຍ ຢູ່ປະເທດປາກິສະຖານ ດັ່ງນັ້ນມາຮອດປະຈຸບັນ ນີ້ເຫັນວ່າ: ມີແມ່ຍິງເກືອບ 500 ລ້ານຄົນໃນໄວ ອອກແຮງງານສະເພາະໃນສາມປະເທດດັ່ງກ່າວ ທີ່ໄດ້ຮັບການປົກປ້ອງທາງ ກົດໝາຍທີ່ຈຳເປັນຕໍ່ ການປະຕິບັດໜ້າທີ່ວຽກງານຂອງເຂົາເຈົ້າ ໂດຍ ປາສະຈາກບັນຫາການກຸກວນ ແລະ ການທາຮຸນ ນະກຳທາງເພດ.
ບົດສະຫຼຸບສັງລວມ | 5
ເພີ່ມຄວາມສາມາດຂອງ ແມ່ຍິງ ໃນການເຂົ້ານຳໃຊ້ ບໍລິການສານແລະຄະນະ ກຳມາທິການຄົ້ນຫາຄວາມ ຈິງໃຫ້ຫຼາຍຂຶ້ນກ່ວາເດີມ ທັງໃນໄລຍະເກີດ ແລະ ຫຼັງເກີດຄວາມຂັດແຍ່ງ
ຫ້ອງ 3:
ຄວາມຮຸນແຮງທາງເພດ ໃນຖານະເປັນ ຍຸດທະວິທີທາງການສົງຄາມ ແມ່ນໄດ້ມີ ການນຳໃຊ້ຢ່າງເປັນລະບົບແລະຈົງໃຈ ເປັນເວລາຫຼາຍທົດສະວັດມາແລ້ວ. ຍຸດ ທະວິທີດັ່ງກ່າວ ຖືກນຳໃຊ້ປາບປາມປະ ຊາກອນພົນລະເມືອງໃນຮູບຂອງການ ຕັ້ງໃຈເຮັດໃຫ້ຕິດເຊື້ອ HIV ຫຼື ເພື່ອຮັບ ໃຊ້ຈຸດປະສົງຂອງການບັງຄັບໃຫ້ມານ ລູກ, ເພື່ອຂັບໄລ່ບັງຄັບໃຫ້ມີການຍົກ ຍ້າຍຖິ່ນຖານ ແລະ ເພື່ອສະເທືອນຂັວນ ຜູ້ຄົນໃນທົ່ວຊຸມຊົນ.
ພາຍໃນໄລຍະສອງທົ ດ ສະວັ ດ ຜ່ າ ນມາ, ຖືວ່າເປັນຄັ້ງທຳອິດທີ່ຄວາມກ້າວໜ້າສຳຄັນ ຫຼາຍຢ່າງໃນຂົງເຂດກົດໝາຍສາກົນ ໄດ້ສ້າງ ຄວາມເປັນໄປໄດ້ໃນການດຳເນີນຄະດີຕໍ່ອາ ຊະຍາກຳດ້ານຄວາມຮຸນແຮງທາງເພດ (ລະ ອຽດເບິ່ງຫ້ອງ 3). ເພື່ອເພີ່ມຈຳນວນຄະດີທີ່ ໄດ້ຮັບການຕັດສິນ, ເປັນເລື່ອງຈຳເປັນທີ່ສານ ສາກົນ ຫຼື ສານໂລກ ຕ້ອງຈັດບູລິມະສິດອາຊະ ຍາກຳທີ ່ ມ ີ ພ ື ້ ນ ຖານຈາກບັ ນ ຫາບົ ດ ບາດຍິ ງ ຊາຍຂຶ ້ ນ ພາຍໃນຍຸ ດ ທະສາດດຳເນີ ນ ຄະດີ ຂອງເຂົາເຈົ້າ.
ນອກຈາກນັ້ນ, ຍັງຈຳເປັນຕ້ອງມີມາດຕະການ ຕ່າງໆເພື່ອເຮັດໃຫ້ສານ ກໍ່ຄື ກອງປະຊຸມຍຸຕິ ທຳຕ່າງໆເຊັ່ນ: ຄະນະກຳມະການຄົ້ນຫາ ຄວາມຈິງ ນັ້ນສາມາດເຮັດໃຫ້ແມ່ຍິງເຂົ້າເຖິງ ໄດ້ສະດວກຂຶ້ນກ່ວາເດີມ. ວິທີດຽວທີ່ຈະຄ້ຳ ປະກັນເລື່ອງນີ້ໄດ້ ແມ່ນການຮັບປະກັນວ່າ: ແມ່ຍິງ ມີບົດບາດສຳຄັນໃນການກຳນົດຂອບ ເຂດ, ຍົກເລີກແລະອອກແບບທຸກກົນໄກ ຮັບປະກັນຄວາມຍຸຕິທຳພາຍຫຼັງໄລຍະເກີດ ຄວາມຂັດແຍ່ງ.
ສອງທົດສະວັດແຫ່ງຄວາມຄືບໜ້າສຳຄັນໃນກົດໝາຍສາກົນ
ໃນອະດີດ, ຜົນກະທົບຂອງຄວາມຂັດແຍ່ງທີ່ມີຕໍ່ແມ່ຍິງ ເກືອບວ່າບໍ່ໄດ້ຮັບການຮັບຮູ້ໃນກົດໝາຍສາກົນ. ດ້ວຍເຫດນັ້ນ, ປະສົບການຂອງແມ່ຍິງ ສ່ວນໃຫຍ່ຈິ່ງຖືກປະຫວັດສາດປະຕິເສດແລະບໍ່ຈົດບັນທຶກເອົາໄວ້. ເຖິງຢ່າງໃດກໍ່ດີ, ໃນໄລຍະສອງທົດສະວັດມານີ້, ໄດ້ມີຄວາມກ້າວໜ້າສຳຄັນໃນການຮັບຮູ້ແລະການດຳເນີນຄະດີຕໍ່ອາຊະຍາກຳດ້ານຄວາມຮຸນແຮງທາງເພດທີ່ເກີດຂຶ້ນໃນໄລຍະເກີດຄວາມຂັດແຍ່ງ. ພາຍໃນສົນທິສັນຍາເຊີແນວ ຫຼື ເຈນນີວາ ປີ 1929, ໄດ້ປະຕິບັດຕໍ່ບັນຫາຄວາມຮຸນແຮງ ທາງເພດ ເປັນເລື່ອງຂອງການກະທຳເຊື່ອມ ຊາມທາງສິນທຳແທນທີ່ຈະຖືວ່າເປັນອາຊະ ຍາກຳໜຶ່ງທີ່ຮ້າຍແຮງ. ກົດບັດຂອງຄະນະ ສານນູູເຣມເບີກ - Nuremburg ແລະ ໂຕກຽວ - Tokyo ທີ່ຖືກສ້າງຂຶ້ນເພື່ອດຳເນີນ ຄະດີອາຊະຍາກຳສົງຄາມ ພາຍຫຼັງສົງຄາມ ໂລກຄັ້ງທີສອງນັ້ນ ບໍ່ໄດ້ລວມເອົາອາຊະຍາ ກຳຂ່ົມຂືນເຂົ້ານຳ. ຫຼາຍສົນທິສັນຍາເຊີແນວ 1949 ໄດ້ກຳນົດ ວ່າ: ‘ແມ່ຍິງ ຕ້ອງໄດ້ຮັບການປົກປ້ອງເປັນພິ ເສດຈາກທຸ ກ ການກະທຳໂຈມຕີ ຕ ໍ ່ ກ ຽດຂອງ ເຂົາເຈົ້າ’ ແຕ່ການຂົ່ມຂືນ ພັດບໍ່ໄດ້ຖືກບັນຈຸ ເຂົ້າໃນບັນຊີລາຍຊື່ ‘ການລະເມີດທີ່ຮ້າຍ ແຮງ’ ທີ່ກຳນົດໃນບັນດາສົນທິສັນຍາເຫຼົ່ານັ້ນ.
6 | ຄວາມຄືບໜ້າຂອງແມ່ຍິງໃນໂລກ
1993
ຄະນະສານອາຊະຍາກຳ ສາກົນເພື່ອຕັດສິນຄະດີ ທີກ່ຽວກັບອະດີດຍູກາສະ ລາວີ ໄດ້ຮັບການສ້າງຕັ້ງ ຂຶ້ນ. ກົດໝາຍໄດ້ຮັບຮູ້ ວ່າ: ການຂົ່ມຂືນແມ່ນອາ ຊະຍາກຳໜຶ່ງທີ່ກະທຳ ຜິດຕໍ່ມວນມະນຸດຊາດ ແລະ ມີ ຫຼາຍຄະດີສຳຄັນ ທີ່ໄດ້ຢືນຢັນວ່າ: ຄວາມ ຮຸນແຮງທາງເພດ ແມ່ນ ອາດຊະຍາກຳສົງຄາມ ໜຶ່ງທີ່ຮ້າຍແຮງ. ມາຮອດ ປະຈຸບັນນີ້, ຢູ່ສານດັ່ງ ກ່າວ ມີ 29 ຄໍາຕັດສິນ ສຳລັບຄະດີຄວາມຮຸນ ແຮງທາງເພດ.
1998
ໃນຄະດີທີ່ ໄອຍະການ ວີ ອາກາເຍຊູ - v Akayesu ດຳເນີນການຮ້ອງຟ້ອງຢູ່ ຄະນະສານອາຊະຍາກຳ ສາກົນສຳລັບປະເທດຣາ ວັນດາ, ໄດ້ພົບວ່າ: ເປັນ ຄັ້ງທຳອິດທີ່ການຂົ່ມຂືນ ໄດ້ຖືກຖືເປັນສ່ວນໜ່ຶງ ຂອງການຂ້າລ້າງເຜົ່າພັນ ແລະ ເປັນອາຊະຍາກຳຕໍ່ ມວນມະນຸດຊາດ. ມາ ຮອດປະຈຸບັນນີ້, ຢູ່ສານ ດັ່ງກ່າວນີ້ ໄດ້ມີ 11 ຄໍາ ຕັດສິນສຳລັບຄະດີຄວາມ ຮຸນແຮງທາງເພດ.
2000
ມະຕິສະພາຄວາມໝັ້ນ ຄົງຂອງອົງການສະຫະ ປະຊາຊາດເລກທີ 1325 ໄດ້ຮັບຮູ້ບົດບາດ ຂອງແມ່ຍິງ ໃນການ ສ້າງສັນຕິພາບ, ໂດຍ ເນັ້ນໃສ່ຄວາມຈຳເປັນ ຕ້ອງໃຫ້ມີການມີສ່ວນ ຮ່ວມຢ່າງເຕັມສ່ວນ ຂອງແມ່ຍິງໃນທຸກ ຄວາມພະຍາຍາມສ່ົງ ເສີມສັນຕິພາບແລະ ຄວາມໝັ້ນຄົງ.
2002
ກົດໝາຍໂຣມ ທີ່ເປັນ ບ່ອນອີງຂອງການ ສ້າງຕັ້ງສານອາຊະຍຳສາກົນ ໄດ້ກຳນົດ ລະຫັດອາດຊະຍາກຳສາກົນໃນຂອບ ເຂດກ້ວາງວ່າເປັນອາດຊະຍາກຳທາງ ເພດແລະມີພື້ນຖານຈາກບັນຫາບົດ ບາດຍິງ-ຊາຍ. ຈາກການຟ້ອງຈຳນວນ 23 ຄະດີທີ່ສ່ັງຟ້ອງໂດຍສານດັ່ງກ່າວ, ມີ 12 ຄະດີທີ່ເປັນການຟ້ອງສະຖານ ຄວາມຮຸນແຮງທາງເພດ. ໃນຄະດີທີ່ຟ້ອງໂດຍໄອຍະການ ວີ ບຣີມມາ - v Brima ແລະ ຜູ້ອື່ນໆ, ສານ ພິເສດສຳລັບຊີຣາລີອອນ ໄດ້ຄົ້ນພົບວ່າ: ການບັງຄັບໃຫ້ແຕ່ງງານ ຖືເປັນ ການກະ ທຳທີ່ໄຮ້ມະນຸດສະທຳ ເຊິ່ງປະກອບເປັນ ອາຊະຍາກຳຕໍ່ມວນມະນຸດຊາດ.
2008-2010
ມະຕິສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາ ຊາດເລກທີ 1820 ໄດ້ ຮຽກຮ້ອງໃຫ້ມີບາດກ້າວທີ່ ມີຜົນສັກສິດໃນການສະ ກັດກັ້ນແລະຕອບໂຕ້ຕໍ່ ການກະທຳຮຸນແຮງທາງ ເພດ ເພາະຖືເປັນໃຈກາງ ໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ ມະຕິສະພາຄວາມໝັ້ນຄົງ ເລກທີ 1888, 1889 ແລະ 1960 ໄດ້ກຳນົດ ຖານທີ່ໜັກແໜ້ນໃຫ້ແກ່ ການຈັດຕັ້ງປະຕິບັດມະຕິ ເລກທີ 1325 ແລະ 1820.
ຢູ່ສາທາລະນະລັດຄອງໂກ, ສານເຄື່ອນທີ່ກຳ ລັງນຳເອົາຄວາມຍຸຕິທຳໄປສູ່ແມ່ຍິງ ເຊິ່ງຕອບ ສະໜອງໄດ້ ຢ ່ າ ງວ່ ອ ງໄວໃນດ້ າ ນການສື ບ ສວນ-ສອບສວນແລະການດຳເນີນຄະດີຕໍ່ຜູ້ ກະທຳຜິດ. ໃນປີ 2010, ສານເຄື່ອນທີ່ເກົ້າ ແຫ່ງ ໄດ້ພິສູດພິຈາລະນາຄະດີ 186 ຄະດີ. ໃນຈຳນວນຄະດີເຫຼົ່ານັ້ນ, 115 ຄະດີແມ່ນຄະ ດີຂ່ົມຂືນທີ່ເປັນຜົນນຳໄປສູ່ການຕັດສິນວ່າຜິດ ແທ້ 95 ຄະດີ ໂດຍມີໂທດຕັດອິດສະຫຼະພາບ ແຕ່ 3 ປີ ເຖິງ 20 ປີ. ໃນເດືອນກຸມພາ 2011, ສານເຄື່ອນທີ່ດັ່ງກ່າວ ແຫ່ງໜຶ່ງ ໄດ້ດຳເນີນຄະດີອາດຊະຍາກຳທີ່ ເປັນຄະດີກະທຳຜິດຕໍ່ມວນມະນຸດຊາດ ໂດຍ ຕັດສິນລົງໂທດທະຫານ 9 ຄົນ ທີ່ກະທຳຂົ່ມ ຂື ນ ເປັ ນ ໝູ ່ ຄ ະນະຕໍ ່ ແ ມ່ ຍ ິ ງ ແລະເດັ ກ ຍິ ງ ຈຳ ນວນ 40 ຄົນ, ເຫດການດັ່ງກ່າວເກີດຂຶ້ນຢູ່ຟີຊີ ພຽງສອງສາມອາທິດຂອງການຕັດສິນຄະດີ.
ຈັດຕັ້ງປະຕິບັດການ ຊົດເຊີຍໃນລັກສະນະທີ່ ຕອບສະໜອງຕໍ່ບົດບາດ ຍິງ-ຊາຍ
ຮູບສະແດງ 5: ຄວາມເຂົ ້ າ ໃຈຂອງແມ່ ຍ ິ ງ ແລະຜູ ້ ຊ າຍວ່ າ ເປັ ນ ຫຍັງການຊົດເຊີຍຈິ່ງສຳຄັນຕໍ່ສາທາລະນະລັດ ອາຟຣິກາກາງ
ການຊົດເຊີຍ ຖືເປັນກົນໄກໃຫ້ຄວາມຍຸ ຕິທຳທີ່ເນັ້ນໃສ່ຜູ້ຖືກເຄາະຮ້າຍຫຼາຍສຸດ ແລະ ສາມາດເປັນພາຫານະ ຫຼື ເຄື່ອງ ມື ຈ ຳເປັ ນ ຕໍ ່ ກ ານຟື ້ ນ ຟູ ຂ ອງແມ່ ຍ ິ ງ . ຢູ່ສາທາລະນະລັດອາຟຣິກາກາງ (ຄື ກັນກັບສະພາບເງື່ອນໄຂຫຼາຍແຫ່ງທີ່ມີ ພາຍຫຼ ັ ງ ໄລຍະເກີ ດ ຄວາມຂັ ດ ແຍ່ ງ ) ແມ່ຍິງ ກ່າວວ່າ: ຈຳເປັນຕ້ອງມີການຊົດ ເຊີ ຍ ເພື ່ ອ ຊ່ ວ ຍເຂົ າ ເຈົ ້ າ ຟື ້ ນ ຟູ ກ ານສູ ນ ເສຍແລະຊ່ວຍຫຼຸດຜ່ອນຄວາມທຸກຍາກ ພ້ອມນັ້ນການຊົດເຊີຍ ຍັງສຳຄັນຕໍ່ການ ຮັ ບ ຮູ ້ ຄ ວາມທຸ ກ ທໍ ລ ະມານຂອງແມ່ ຍ ິ ງ ຖືກເຄາະຮ້າຍ (ລະອຽດໃຫ້ເບິ່ງຮູບສະ ແດງ 5).
ມີຄວາມເປັນໄປໄດ້ສູງກ່ວາທີ່ແມ່ຍິງຈະຮຽກຮ້ອງໃຫ້ມີ ການຂໍໂທດແລະການລົງໂທດຜູ້ທີ່ຮັບຜິດຊອບຕໍ່ການ ລະເມີດຕ່າງໆ ເມື່ອທຽບໃສ່ຜູ້ຊາຍ
ເຖິງວ່າວົງສາຄະນາຍາດສາກົນ ໄດ້ສະໜອງທຶນ ຮອນເປັນຈຳນວນຫຼວງຫຼາຍເຂົ້າໃນສານສາກົນ ຫຼື ສານໂລກ ແລະ ບັນດາກົນໄກຄວາມຍຸຕິທຳຂ້າມ ຜ່ານອື່ນໆ ແຕ່ນີ້ພັດບໍ່ກົງກັບຄຳໝາຍໝັ້ນໃນລະ ດັບດຽວກັນ ທີ່ສັນຍາໃຫ້ການຊ່ວຍເຫຼືອບັນດາລັດ ຕ່າງໆເພື່ອຕອບສະໜອງໃຫ້ໄດ້ຕາມພັນທະຕ່າງໆ ຂອງເຂົ າ ເຈົ ້ າ ໃນຂົ ງ ເຂດການໃຫ້ ຄ ວາມເປັ ນ ທຳ ດ້ານການຊົດເຊີຍ. ເພື່ອໃຫ້ຜົນປະໂຫຍດເກີດແກ່ແມ່ຍິງ, ບັນດາແຜນ ງານຊົດເຊີຍ ຕ້ອງໄດ້ພິຈາລະນາລວມເອົາທຸກຮູບ ການຂອງຄວາມຮຸນແຮງທາງເພດແລະຄວາມຮຸນ ແຮງທີ່ມີພື້ນຖານຈາກບົດບາດຍິງ-ຊາຍ, ແລະ ລວມເອົາບຸກຄົນ, ຊຸມຊົນ ແລະ ບັນດາມາດຕະ ການທີ່ເປັນມາດຕະຖານ ກໍ່ຄື ການເຂົ້າເຖິງບໍລິ ການຕ່າງໆແລະການຊົດເຊີຍດ້ານທີ່ດິນ. ຢູ່ຊີຣາ ຣີອອນ, ຄະນະກຳມາທິການແຫ່ງຊາດເພື່ອ ມາດຕະການທາງສັງຄົມຂອງລັດຖະບານ ໂດຍໄດ້ ຮັບການສະໜັບສະໜູນຈາກກອງທຶນຊ່ວຍເຫຼືອລ້າ ຂອງສະຫະປະຊາຊາດເພື ່ ອ ຍຸ ຕ ິ ຄ ວາມຮຸ ນ ແຮງຕໍ ່ ແມ່ຍິງ ແລະ ກອງທຶນສ້າງສັນຕິພາບຂອງອົງການ ສະຫະປະຊາຊາດ ກຳລັງພາກັນຈັດຕັ້ງປະຕິບັດ ແຜນງານຊົດເຊີຍທີ່ເລັງເປົ້າໝາຍໃສ່ແມ່ຍິງລອດ ພົ ້ ນ ຈາກເຄາະຮ້ າ ຍຂອງຄວາມຮຸ ນ ແຮງທາງເພດ ຈຳນວນ 650 ຄົນ, ແຜນງານດັ່ງກ່າວ ຖືກອອກ ແບບມາເພື່ອສ່ົງເສີມການເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ເຂົາເຈົ້າໃນໄລຍະຍາວ.
60 50 40 Percent of responses
ບັ ນ ດາມາດຕະການທີ ່ ສ ້ າ ງຄວາມແຕກຕ່ າ ງ ລວມມີ: ການຊ່ວຍເຫຼືອທາງດ້ານການເງິນ, ການເບິ່ງແຍງເດັກແລະການຊ່ວຍເຫຼືອດ້ານ ການເດີນທາງເພື່ອຊ່ວຍແມ່ຍິງເອົາຊະນະບັນ ດາອຸ ປ ະສັ ກ ຕົ ວ ຈິ ງ ທີ ່ ກ ີ ດ ຂວາງການມີ ສ ່ ວ ນ ຮ່ວມຂອງເຂົາເຈົ້າ; ການໃຫ້ຄຳປຶກສາທາງ ດ້ານຈິດຕະວິທະຍາ, ການເບິ່ງແຍງສຸຂະພາບ ແລະ ການຊ່ວຍເຫຼືອອື່ນໆໃນໄລຍະຍາວ; ແລະ ການຈັດກອງປະຊຸມສານແບບປິດເພື່ອ ເຮັ ດ ໃຫ້ ແ ມ່ ຍ ິ ງ ສາມາດໃຫ້ ກ ານໃນຊັ ້ ນ ສານ ກ່ຽວກັບຄວາມຮຸນແຮງທາງເພດ.
30 20 10 0 ເພື່ອຊ່ວຍ ຟື້ນຟູ ການສູນເສຍ
ເພື່ອໃຫ້ ຮັບຮູ້ຕໍ່ ຄວາມທຸກ ທໍລະມານ
ເພື່ອຊ່ວຍ ຫຼຸດຜ່ອນ ຄວາມທຸກຍາກ
ເພື່ອຊ່ວຍ ໃຫ້ລືມ
ເພື່ອໃຫ້ ເກີດສັນຕິ
ເພື່ອຊ່ວຍ ທາງຮ່າງກາຍ
ເພື່ອຊ່ວຍ ໃຫ້ອະໄພ
ແຫ່ຼງຂໍ້ມູນ: ອີງຕາມຂໍ້ມູນທີ່ໄດ້ຈາກ ວີນແລະຟາມ - Vinck and Pham 2010a ແລະ 2010b
ອື່ນໆ
ມາຮອດປະຈຸບັນນີ້, ມີແມ່ຍິງຈຳນວນ 300 ຄົນ ໄດ້ຮັບເງິນທຶນຈຸລະພາກຊ່ວຍເຫຼືອລ້າ, ໄດ້ຮັບການ ຊ່ ວ ຍເຫຼ ື ອ ເພື ່ ອ ລິ ເ ລີ ່ ມ ທຸ ກ ລະກິ ດ ຂະໜາດນ້ ອ ຍ ຕ່າງໆ ແລະ ໄດ້ຮັບການຝຶກອົບຮົມທັກສະຢູ່ 14 ເມືອງທົ່ວປະເທດ. ໃນເດືອນມີນາ 2011, ໃນພິທີ ຢູ່ທີ່ຟຣີທາວ, ແມ່ຍິງຊຸດທຳອິດຈຳນວນ 90 ຄົນ ໄດ້ ສຳເລັດຫຼັກສູດຝຶກອົບຮົມ ເຊິ່ງໃນນັ້ນລວມເອົາຫຼັກ ສູດສອນໃຫ້ອ່ານອອກຂຽນໄດ້, ສອນຂັບລົດ, ທັກ ສະດ້ານຄອມພິວເຕີ, ເຮັດສະບູ່ ແລະ ເສີມສວຍ.
ບົດສະຫຼຸບສັງລວມ | 7
ນຳໃຊ້ລະບົບໂຄຕ້າ ເພື່ອເພີ່ມຈຳນວນສາມະຊິກ ເພດຍິງພາຍໃນ ອົງການນິຕິບັນຍັດ
ພົບເລື້ອຍງໆວ່າ: ພາຍໃນບັນດາປະ ເທດທີ່ການຕາງໜ້າຂອງແມ່ຍິງໃນສະ ພາ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ມັກຈະ ຕິດຕາມດ້ວຍການຜ່ານກົດໝາຍໃໝ່ໆ ທີ ່ ສ ້ າ ງຄວາມກ້ າ ວໜ້ າ ໃຫ້ ແ ກ່ ສ ິ ດ ທິ ຕ່າງໆຂອງແມ່ຍິງ.
ຮູບສະແດງ 6: ການຕາງໜ້າຂອງແມ່ຍິງແລະການປັບປຸງກົດໝາຍຢູ່ຣາວັນດາ ກົດໝາຍທີ່ມີຄວາມກ້າວໜ້າດ້ານສິດທິຂອງແມ່ ຍິງ ໄດ້ເຮັດໃຫ້ມີຈຳນວນສະມາຊິກສະພາເພດ ຍິງເພີ່ມຂຶ້ນຢ່າງວ່ອງໄວ.
•
•
•
•
ກຳນົ ດ ຄວາມສະເໝີ ພ າບດ້ າ ນບົ ດ ບາດຍິ ງ ຊາຍໃນການສືບມູນແລະສິດເປັນເຈົ້າຂອງຕໍ່ ຊັບສິນ. ລັດຖະທຳມະນູນ (2003) ໄດ້ກຳນົດຫຼັກການ ຄວາມສະເໝີ ພ າບດ້ າ ນບົ ດ ບາດຍິ ງ -ຊາຍ ແລະ ການບໍ່ຈຳແນກ ໂດຍລະບຸສະເພາະວ່າ: ແມ່ຍິງ ຕ້ອງກວມເອົາຢ່າງໜ້ອຍສຸດ 30 ສ່ວນ ຮ້ອຍຂອງຕຳແໜ່ງໃນຂັ້ນການຕັດສິນບັນຫາ ທຸກລະດັບ. ນະໂຍບາຍທີ່ດິນແຫ່ງຊາດ (2004) ແລະ ກົດໝາຍທີ່ດິນ (2005) ໄດ້ກຳນົດຄວາມສະ ເໝີພາບໃນສິດເປັນເຈົ້າຂອງທີ່ດິນທັງໃນດ້ານ ກົດໝາຍແລະປະເພນີ. ກົ ດ ໝາຍວ່ າ ດ້ ວ ຍການສະກັ ດ ກັ ້ ນ ແລະການ ລົງໂທດຄວາມຮຸນແຮງທາງເພດທີ່ມີພື້ນຖານ ຈາກບົດບາດຍິງ-ຊາຍ ໄດ້ຖືກຮັບຮອງເອົາ (2008) ແລະ ການຂົ່ມຂືນໃນສົດຣົດ ຖືກກຳ ນົດເປັນການກະທຳຜິດທາງອາຍາ (2009). 51 ສ່ວນຮ້ອຍຂອງສາມະຊິກສະພາ ແລະ ເຄິ່ງໜຶ່ງຂອງຜູ້ພິພາກສາສານສູງສຸດ ແມ່ນແມ່ ຍິງ ເຊິ່ງລວມທັງຕຳແໜ່ງປະທານສານສູງສຸດ (2011).
8 | ຄວາມຄືບໜ້າຂອງແມ່ຍິງໃນໂລກ
ແຜນດຳເນີນງານປັກກິ່ງ ຫຼື ເບຈິ່ງ ໄດ້ຮຽກຮ້ອງ ໃຫ້ມີຄວາມສົມດຸນດ້ານບົດບາດຍິງ-ຊາຍຢູ່ຕາມ ບັນດາອົງການຕ່າງໆຂອງລັດ ໃນຂະນະທີ່ສົນທິ ສັນຍາ CEDAW ກໍານົດໃຫ້ນຳໃຊ້ມາດຕະການ ພິເສດຊົ່ວຄາວ ເຊິ່ງໃນນັ້ນລວມທັງໂຄຕ້າ ເພື່ອ ເພີ ່ ມ ກະບອກສຽງຂອງແມ່ ຍ ິ ງ ໃນຂະບວນການ ຕັດສິນບັນຫາທາງການເມືອງ. ຈາກຈຳນວນ 28 ປະເທດ ທີ່ໄດ້ບັນລຸ ຫຼື ລື່ນອັດຕາສ່ວນຮ້ອຍ ການຕາງໜ້າຂອງສະມາຊິກສະພາເພດຍິງຢູ່ໃນ ສະພາແຫ່ງຊາດຂອງຕົນໃນອັດຕາສ່ວນ 30 ສ່ວນຮ້ອຍ ນັ້ນຢ່າງໜ້ອຍມີ 23 ປະເທດທີ່ ນຳໃຊ້ລະບົບໂຄຕ້າ. ຫວ່າງບໍ່ດົນມານີ້, ຫົກປະເທດ ທີ່ລື່ນເປົ້າ 30 ສ່ວນຮ້ອຍ ແມ່ນປະເທດທີ່ຫາກໍ່ຫຼຸດພົ້ນອອກມາ ຈາກສະພາບຄວາມຂັດແຍ່ງ ເຊິ່ງເປັນການສະ ແດງໃຫ້ເຫັນວ່າ: ຄວາມຄືບໜ້າດັ່ງກ່າວ ແມ່ນ ຂຶ້ນກັບຄວາມຕັ້ງໃຈຈິງທາງການເມືອງ ຫຼາຍ ກ່ວາລະດັບການພັດທະນາ. ໜຶ່ງໃນນັ້ນແມ່ນປະ ເທດຣາວັນດາ ເຊິ່ງມີລະດັບການຕາງໜ້າຂອງ ແມ່ຍິງໃນສະພາ ສູງທີ່ສຸດໃນໂລກ (ໃຫ້ເບິ່ງຮູບ ສະແດງ 6).
50
ສ່ວນແບ່ງຂອງແມ່ຍິງໃນສະພາ (%)
• ກົດໝາຍວ່າດ້ວຍການສືບທອດ (1999) ໄດ້
ນັບແຕ່ປະເທດເນປານ ເຖິງ ຄອດສະຕາຣີກາ, ຣາວັນດາ ເຖິງ ແອັດສະປາຍ ໄດ້ມີການນຳ ໃຊ້ໂຄຕ້າເພື່ອເພີ່ມຈຳນວນສະມະຊິກເພດຍິງ ໃນອົງການນິຕິບັນຍັດ, ຜົນກໍ່ຄືເຫັນວ່າ: ບັນ ດາກົດໝາຍທີ່ມີຄວາມກ້າວໜ້າບໍ່ວ່າຈະເປັນ ກົດໝາຍວ່າດ້ວຍສິດຕໍ່ທີ່ດິນ, ຄວາມຮຸນແຮງ ຕໍ່ແມ່ຍິງ, ການເບິ່ງແຍງສຸຂະພາບແລະການ ຈ້າງງານ ລ້ວນແຕ່ໄດ້ຖືກຮັບຮອງເອົາ. ຢູ່ບ່ອນ ໃດທີ່ແມ່ຍິງມີການຈັດຕັ້ງ (ບາງຄັ້ງໃນທົ່ວຖັນ ແຖວພັກ) ເພື່ອຮັບປະກັນການຕາງໜ້າຜົນປະ ໂຫຍດຂອງແມ່ຍິງ, ຢູ່ບ່ອນນັ້ນ ແມ່ນໄດ້ມີ ການປ່ຽນແປງເກີດຂຶ້ນ.
40 30 20 10 0
97
98
99
00
01
02
03
04 ປີ
51% ແຫ່ຼງຂໍ້ມູນ: IPU 2010a ແລະ 2011a
05
06
07
08
09
10
11
ລັດຖະທຳມະນູນຂອງຣາວັນດາ ສະບັບປີ 2003 ໄດ້ໃຫ້ຄຳໝາຍໝັ້ນໃນການຮັບປະກັນວ່າ: ແມ່ ຍິງຕ້ອງໄດ້ຮັບການຕາງໜ້າຢ່າງໜ້ອຍ 30 ສ່ວນ ຮ້ອຍໃນຕຳແໜ່ງສຳຄັນພາຍໃນອົງການຕັດສິນ ບັນຫາຂອງລັດ, ເຊິ່ງໃນການເລືອກຕັ້ງຂອງປີ ດຽວກັນນັ້ນ ແມ່ຍິງໄດ້ຮັບຄັດເລືອກລື່ນເປົ້າ ໝາຍຕຳ່ສຸດດັ່ງກ່າວ. ສະມາຊິກສະພາເພດຍິງ ຂອງຣາວັນດາ ໄດ້ເຮັດວຽກໃນຄະນະກຳມາທິ ການຮ່ວມຫຼາຍພັກການເມືອງ ແລະໄດ້ປະສານ ສົ ມ ທົ ບ ກັ ບ ກະຊວງແມ່ ຍ ິ ງ ແລະບັ ນ ດາອົ ງ ການ ຈັດຕັ້ງທາງສັງຄົມເພື່ອຍູ້ດັນການປັບປຸງປະຕິຮູບ ໃນຫຼາຍເລື່ອງ ເຊິ່ງໃນນັ້ນລວມທັງ: ການສືບມູນ, ສິດນຳໃຊ້ທີ່ດິນ ແລະ ບັນຫາຄວາມຮຸນແຮງຕໍ່ ແມ່ຍິງ. ສະມາຊິກສະພາເພດຍິງ ຍັງໄດ້ປະສານ ສົມທົບກັບ ເພື່ອນຮ່ວມງານສາມະຊິກສະພາ ເພດຊາຍ ເດີນທາງທ່ົວປະເທດເພື່ອຕິດຕາມ ກວດກາການຈັ ດ ຕັ ້ ງ ປະຕິ ບ ັ ດ ກົ ດ ໝາຍທີ ່ ດ ິ ນ ແລະກົດໝາຍ ສືບມູນ ແລະ ເພື່ອຊ່ວຍປ່ຽນທັດ ສະນະຄະຕິບໍ່ຖືກຕ້ອງທີ່ມີຕໍ່ສິດທິຂອງແມ່ຍິງ.
ເອົາຄວາມສະເໝີພາບທາງ ດ້ານບົດບາດຍິງ-ຊາຍເປັນ ໝາກຫົວໃຈຂອງເປົ້າໝາຍ ພັດທະນາ ສະຫະສະວັດ (MDGs) ຮູບສະແດງ 7: ມີແພດຜູ້ຊຳນິຊຳນານຊ່ວຍເກີດລູກ, ແມ່ຍິງຮັ່ງມີ ໃນຕົວເມືອງແລະແມ່ຍິງທຸກຍາກຢູ່ຊົນນະບົດ
MDGs ມີລັກສະນະພົວພັນເຊິ່ງກັນ ແລະກັນແລະແຕ່ລະເປົ້າໝາຍແມ່ນຂຶ້ນ ກັບການສ້າງຄວາມຄືບໜ້າໃນຂົງເຂດທີ່ ກ່ຽວຂ້ອງກັບສິດທິຂອງແມ່ຍິງ. ການຂະ ຫຍາຍການລົ ງ ທຶ ນ ແລະມາດຕະການ ສ່ົງເສີມມິຕິຄວາມສະເໝີພາບດ້ານບົດ ບາດຍິງ-ຊາຍຂອງທຸກເປົ້າໝາຍ ມີຂໍ້ດີ ຄູ່ຂະໜານທັງແກ້ໄຂບັນຫາຄວາມບໍ່ສະ ເໝີພາບທີ່ມີຢູ່ຢ່າງກ້ວາງຂວາງ ແລະ ເລ່ັງລັດຄວາມຄືບໜ້າໂດຍລວມ.
ແມ່ຍິງທຸກຍາກຢູ່ຊົນນະບົດ ມີຄວາມເປັນໄປໄດ້ໜ້ອຍທີ່ຈະໄດ້ຮັບການຊ່ວຍເຫຼືອຈາກ ວິຊາການແພດຜູ້ຊຳນິຊຳນານໃນເວລາເກີດລູກ ເມື່ອທຽບໃສ່ແມ່ຍິງຮ່ັງມີຢູ່ຕົວເມືອງ. 100
ການບັນລຸເປົ້າໝາຍເຫຼົ່ານີ້ ຍັງເປັນເງື່ອນໄຂ ເບື້ອງຕົ້ນຈຳເປັນຕໍ່ການເຂົ້າເຖິງຄວາມຍຸຕິທຳ ຂອງແມ່ຍິງ. ພົບເລື້ອຍໆວ່າ: ຫາກປາສະຈາກ ການສຶກສາ, ຄວາມຮັບຮູ້ກ່ຽວກັບສິດແລະອຳ ນາດໃນການຕັດສິນບັນຫາ, ນັ້ນມັກເຮັດໃຫ້ ແມ່ຍິງບໍ່ສາມາດທວງສິດຂອງຕົນ, ໄດ້ຮັບ ການຊ່ວຍເຫຼືອທາງກົດໝາຍ ຫຼື ຂຶ້ນສານໄດ້. ເຖິງວ່າ: ຈະມີຄວາມຄືບໜ້າຫຼາຍຢ່າງ ເຊິ່ງໃນ ນັ ້ ນ ລວມທັ ງ ດ້ າ ນການຫຼ ຸ ດ ຜ່ ອ ນຄວາມທຸ ກ ຍາກແລະອັ ດ ຕາການເສຍຊີ ວ ິ ດ ຂອງເດັ ກ ແລະ ດ້ານການເພີ່ມການເຂົ້າເຖິງການສຶກສາ, ແຕ່ຂໍ້ມູນ ກໍ່ສະແດງໃຫ້ເຫັນວ່າ: ຄວາມຄືບ ໜ້າໂດຍລວມດັ່ງກ່າວ ຍັງເຊື່ອງບັງບັນຫາ ຄວາມບໍ ່ ສ ະເໝີ ພ າບຕ່ າ ງໆທີ ່ ມ ີ ພ ື ້ ນ ຖານມາ ຈາກບົດບາດຍິງ-ຊາຍ, ລາຍໄດ້ແລະສະຖານ ທີ່ຕັ້ງ.
ຜູ້ຊຳນິຊຳນານໃນເວລາເກີດລູກ
ສ່ວນຮ້ອຍຂອງແມ່ຍິງທີ່ໄດ້ຮັບບໍລິການຈາກແພດ
80
60
40 ຮ່ັງມີໃນຕົວເມືອງ
20
ທຸກຍາກຢູ່ຊົນນະບົດ ສະເລ່ຍຕາມປະເທດ
Jordan Armenia Dominican Republic Colombia Turkey Namibia Egypt Viet Nam Benin Indonesia Nicaragua Zimbabwe Morocco Bolivia (Plurinational State of) Côte d’Ivoire Philippines Cameroon Peru Ghana Malawi Burkina Faso Mali India Madagascar Mozambique Senegal United Republic of Tanzania Uganda Zambia Kenya Pakistan Nigeria Guinea Haiti Nepal Bangladesh Niger Chad Cambodia
0
ແຫ່ຼງຂໍ້ມູນ:
ເຊັກແລະອາສ໌ຄອນນາ
-
Seck
and
Azconna
2010.
ອີງຕາມການຄິດໄລ່ຈາກຮາດເຈັນແລະຄຣາເຊັນ - Harttgen and Klasen 2010 ໂດຍໄດ້ຮັບການສະໜັບສະໜູນຈາກອົງການຍູເອັນ ວິວເມັນ - UN Women.
ແມ່ຍິງແລະເດັກຍິງ ໂດຍສະເພາະຜູ້ທີ່ດຳລົງ ຊີວິດຢູ່ເຂດຊົນນະບົດ ມີຄວາມເປັນໄປໄດ້ ໜ້ ອ ຍສຸ ດ ທີ ່ ຈ ະໄດ້ ຮ ັ ບ ຜົ ນ ປະໂຫຍດຈາກ ຄວາມຄືບໜ້າດັ່ງກ່າວ ໂດຍຍັງມີຄົນອີກຫຼາຍ ລ້ານ ທີ່ສືບຕໍ່ດຳລົງຊີວິດຢູ່ໃນຄວາມທຸກຍາກ ແລະຖືກຕັດແຍກທາງສັງຄົມ. ຕົວຢ່າງ: ແມ່ ຍິງທຸກຍາກຕາມເຂດຊົນນະບົດ ມີຄວາມເປັນ ໄປໄດ້ ໜ ້ ອ ຍທີ ່ ຈ ະໄດ້ ຮ ັ ບ ການຊ່ ວ ຍເກີ ດ ລູ ກ ໂດຍແພດຜູ້ຊຳນິຊຳນານ ເຊິ່ງຖືວ່າຈຳເປັນຕໍ່ ການສະກັ ດ ກັ ້ ນ ອັ ດ ຕາການເສຍຊີ ວ ິ ດ ແລະ ການເຈັບປ່ວຍຂອງແມ່ ເມື່ອສົມທຽບໃສ່ໂອ ກາດທີ່ແມ່ຍິງຢູ່ຕາມເຂດຕົວເມືອງຈະໄດ້ຮັບ (ລະອຽດເບິ່ງຮູບສະແດງ 7). ຍັງເຫຼືອອີກພຽງ 4 ປີຈະຮອດ 2015 ເຊິ່ງເປັນ ຂີດໝາຍໃນການບັນລຸ MDGs, ການຍຸຕິບັນ ຫາຄວາມບໍ່ຍຸຕິທຳທີ່ມີພື້ນຖານຈາກບົດບາດ ຍິງ-ຊາຍເຊິ່ງໄດ້ສ້າງອຸປະສັກກີດຂວາງຕໍ່ໂອ ກາດຂອງແມ່ຍິງແລະເດັກຍິງ ຕ້ອງຖືເປັນໃຈ ກາງຂອງມາດຕະການໃນຕໍ່ໜ້າ. ບາງວິ ທ ີ ກ ານດຳເນີ ນ ງານຕົ ວ ຈິ ງ ທີ ່ ຈ ະຖື ເ ອົ າ ສິ ດ ທິ ຂ ອງແມ່ ຍ ິ ງ ເປັ ນ ໝາກຫົ ວ ໃຈຂອງ MDGs ລວມມີ: ການລົບລ້າງຄ່າບໍລິການ ສາທາລະນະສຸກ ເຊິ່ງໄດ້ສະແດງໃຫ້ເຫັນແລ້ວ ວ່າ: ສາມາດເພີ່ມຄວາມສາມາດຂອງແມ່ຍິງ ແລະເດັກຍິງໃນການເຂົ້າເຖິງບໍລິການຕ່າງໆ ເຊິ່ງໃນນັ້ນ ລວມທັງ: ເລື່ອງສຸຂະພາບຈະເລີນ ພັນ; ການນຳໃຊ້ສິ່ງຈູງໃຈທາງການເງິນແລະ ການໂອນເງິນສົດໃຫ້ເພື່ອຊຸກຍູ້ເດັກຍິງໃຫ້ໄດ້ ເຂົ້າຮຽນ, ບໍ່ຟ້າວຟັ່ງແຕ່ງງານສ້າງຄອບຄົວ ແລະ ສືບຕໍ່ການສືກສາຂອງເຂົາເຈົ້າຂຶ້ນສູ່ລະ ດັບມັດທະຍົມສຶກສາເຊິ່ງເປັນລະດັບທີ່ສຳຄັນ; ການບັນຈຸແມ່ ຍິງໃຫ້ຢູ່ຖັນແຖວໜ້າຂອງຂອງ ການສະໜອງບໍລິການເພື່ອເຮັດໃຫ້ບໍລິການ ຕ່ າ ງໆຂອງພາກລັ ດ ສາມາດເຂົ ້ າ ເຖິ ງ ໄດ້ ສ ະ ດວກຍິ່ງຂຶ້ນ; ແລະການເພີ່ມກະບອກສຽງຂອງ ແມ່ຍິງໃນຂັ້ນຕັດສິນບັນຫາ ຈາກລະດັບຄົວ ເຮື ອ ນຈົ ນ ຮອດລະດັ ບ ທ້ ອ ງຖິ ່ ນ ແລະລະດັ ບ ຊາດ ເພື່ອຮັບປະກັນວ່າ: ບັນດານະໂຍບາຍ ຕ່າງໆ ສະທ້ອນຊີວິດຕົວຈິງຂອງແມ່ຍິງ. ບົດສະຫຼຸບສັງລວມ | 9
www.unwomen.org
ຕູ້ ປ.ນ 345, ຖະໜົນລ້ານຊ້າງ, ຊັ້ນ3 ອາຄານອົງການ ສປຊ, ນະຄອນຫລວງວຽງຈັນ. ໂທ : (856-21) 267760, 267641-2 ແຟັກ: (856-21) 264939